(vovworld) - ໃນຊຸມປີຜ່ານມາ, ຍ້ອນມີການຫັນປ່ຽນຜົນລະປູກ, ຊາວກະສີກອນແຂວງບັກກ້ານຄ່ອຍໆຫຼຸດພົ້ນອອກຈາກຄວາມທຸກຍາກ ແລະ ບາງຄອບຄົວໄດ້ບືນຕົວຂຶ້ນສ້າງຄວາມຮັ່ງມີ. ໃນນັ້ນແຂວງບັກກ້ານ ເອົາໃຈໃສ່ເປັນພິເສດເຖິງການພັດທະນາ ແລະ ຂະຫຍາຍເນື້ອທີ່ປູກໝາກກ້ຽງ ແລະ ໝາກກ້ຽງນ້ອຍ. ໝາກກ້ຽງ ແລະ ໝາກກ້ຽງນ້ອຍຂອງບັກກ້ານ ມີໜ່ວຍໃຫຍ່, ເປືອກບາງ, ມີນຳ້ຫຼາຍ, ລົດຫວານ... ດ່ັງນັນຜູ້ຊົມໃຊ້ທັງພາຍໃນ ແລະ ຕ່າງປະເທດຈຶ່ງນິຍົມທີ່ສຸດ.
ຕົ້ນໝາກກ້ຽງນ້ອຍ
ປະຈຸບັນເນື້ອທີ່ປູກໝາກກ້ຽງ ແລະ ໝາກກ້ຽງນ້ອຍຂອງແຂວງແມ່ນ 1.500 ເຮັກຕາ, ເຊິ່ງຕົ້ນຕໍແມ່ນປູກຢູ່ເມືອງແບກທົງ, ເຈີ້ດົ່ນ ແລະ ບາເບ. ໃນຊຸມເດືອນທ້າຍປີ, ແມ່ນຍາມທີ່ປະຊາຊົນບັກກ້ານ ກ້າວເຂົ້າສູ່ລະດູການເກັບກຽວ. ເມືອງແບກທົງ ຫ່າງຈາກເທດສະບາງບັກກ້ານ 10 ກວ່າຫຼັກ, ແມ່ນທ້ອງຖີ່ນມີເນື້ອທີ່ປູກໝາກກ້ຽງ ແລະ ໝາກກ້ຽງນ້ອຍຫຼາຍກວ່າໝູ່ໃນແຂວງ. ໃນຊຸມມື້ນີ້, ພໍ່ຄ້າຊາວຂາຍໄດ້ມາເກັບຊື້ໝາກກ້ຽງ ແລະ ໝາກກ້ຽງນ້ອຍຢ່າງຄຶກໂຄມໜາແໜ້ນ. ປີນີ້ລະດູການເກັບກ່ຽວໝາກກ້ຽງ ແລະ ໝາກກ້ຽງນ້ອຍໄດ້ຮັບຜົນດີ, ອັນໄດ້ສ້າງຄວາມເບິກບານມ່ວນຊື່ນໃຫ້ແກ່ຊາວທ້ອງຖີ່ນ. ອ້າຍ ມາວັນເກືອງ, ບ້ານນ່າທອຍ, ຕາແສງກວາງທ້ວນ, ເມືອງແບກທົງ, ໃຫ້ຮູ້ວ່າ:
“ຮອດລະດູການເກັບກ່ຽວປະຊາຊົນດີໃຈຫຼາຍ ແລະ ຮູ້ສຶກເອກອ້າງທະນົງໃຈ, ເພາະວ່າໝາກກ້ຽງ, ໝາກກ້ຽງນ້ອຍຂອງທ້ອງຖີ່ນມີລົດຫວານ, ແຊບ, ສ້າງລາຍຮັບສະເລ່ຍໃຫ້ແຕ່ລະຄອບຄົວໄດ້ກ່ວາ 20 ລ້ານດົ່ງ/ປີ. ຊີວິດຂອງປະຊາຊົນໄດ້ຮັບການພັດທະນາດີຂຶ້ນ. ນອກຈາກເຮັກວຽກງານກະສິກຳ, ລ້ຽງສັດແລ້ວ, ຊາວທ້ອງຖີ່ນຍັງສ້າງລາຍຮັບໄດ້ຈາກຕົ້ນໝາກກ້ຽງ ແລະ ໝາກກ້ຽງນ້ອຍ.“
ຕົ້ນໝາກກ້ຽງ
ຕາແສງກວາງທ້ວນ, ເມືອງແບກທົງ, ມີເນື້ອທີ່ປູກໝາກກ້ຽງ ແລະ ໝາກກ້ຽງນ້ອຍປະມານ 400 ກວ່າເຮັກຕາ, ກວມກວ່າ 40% ເນື້ອທີ່ປູກໝາກກ້ຽງ ແລະ ໝາກກ້ຽງນ້ອຍໃນທົ່ວແຂວງ. ທ່ານ ກາວຊວນລ້າງ, ປະທານສະມາຄົມຊາວກະສີກອນຕາແສງກວາງທ້ວນ, ໃຫ້ຮູ້ວ່າ: ປີນີ້, ຕາແສງອາດຈະເກັບກ່ຽວໝາກກ້ຽງ ແລະ ໝາກກ້ຽງນ້ອຍ ໄດ້ປະມານ 3000 ໂຕນ, ບັນລຸມູນຄ່າ 32 ຕື້ດົ່ງ. ປະຊາຊົນຢູ່ທີ່ນີ້ໄດ້ກຳນົດວ່າໝາກກ້ຽງ ແລະ ໝາກກ້ຽງນ້ອຍແມ່ນຜົນລະປູກຕົ້ນຕໍໃນການຜະລິດກະສິກຳທ້ອງຖີ່ນ, ດັ່ງນັ້ນຈຶ່ງເອົາໃຈໃສ່ເປັນພິເສດເຖິງວຽກງານບົວລະບັດ ເພື່ອແນໃສ່ຍົກສູງສະມັດຕະພາບ ກໍ່ຄືຮັບປະກັນຄຸນນະພາບ, ສ້າງອິດທິພົນຊື່ສຽງໃຫ້ແກ່ຜະລິດຕະພັນ. ທ່ານ ກາວຊວງລ້າງ, ໃຫ້ຮູ້ວ່າ:
“ປີນີ້ແມ່ນປີທີ່ບັນດາຄອບຄົວໃນຕາແສງກວາງທ້ວນມີການປ່ຽນແປງຫຼາຍຢ່າງກ່ຽວກັບຈີນຕະນາການປູກຝັງ, ໃນນັ້ນເອົາໃຈໃສ່ເຖິງການກໍ່ສ້າງ ແລະ ເປີດກວ້າງບັນດາຮູບແບບປູກໝາກກ້ຽງ ແລະ ໝາກກ້ຽງນ້ອຍທີ່ມີຄຸນນະພາບສູງ. ປະຈຸບັນ 95% ຈຳນວນຄອບຄົວໃນຕາແສງໄດ້ປູກໝາກກ້ຽງ ແລະ ໝາກກ້ຽງນ້ອຍ. ຄິດສະເລ່ຍແຕ່ລະຄອບຄົວມີເນື້ອທີ່ປູກໝາກກ້ຽງ ແລະ ໝາກກ້ຽງນ້ອຍແຕ່ 1 – 2 ເຮັກຕາ. ບາງຄອບຄົວສ້າງລາຍຮັບໄດ້ແຕ່ 500 – 600 ລ້ານດົ່ງ/ປີ“.
ເກັບກ່ຽວໝາກກ້ຽງຂອງຊາວກະສີກອນ
ໃນຊຸມປີຜ່ານມາ, ໝາກກ້ຽງນ້ອຍໄດ້ຊ່ວຍປະຊາຊົນໃນແຂວງບັກກ້ານຫຼຸດພົ້ນອອກຈາກຄວາມທຸກຍາກ, ມີບາງຄອບຄົວໄດ້ບືນຕົວຂຶ້ນສ້າງຄວາມຮັ່ງມີ. ທ່ານ ດັ້ງວັນເຊີນ, ຮອງຫົວໜ້າພະແນກກະສີກຳ ແລະ ພັດທະນາຊົນນະບົດແຂວງບັກກ້ານ, ໃຫ້ຮູ້ວ່າ: ສຳລັບການພັດທະນາກະສີກຳ - ປ່າໄມ້ ກໍ່ຄືການຫັນປ່ຽນຜົນລະປູກ, ທາງແຂວງໄດ້ກຳນົດວ່າຕົ້ນໝາກກ້ຽງ ແລະ ໝາກກ້ຽງນ້ອຍແມ່ນຜົນລະປູກຕົ້ນຕໍໃນວຽກງານລົບລ້າງຄວາມອຶດຫີວຫຼຸດຜ່ອນຄວາມທຸກຍາກ. ຍ້ອນເຫດນັ້ນ, ບັກກ້ານຈຶ່ງນຳໃຊ້ວິທະຍາສາດ - ເຕັກໂນໂລຢີເຂົ້າໃນການປູກຝັງ. ໃນ 10 ປີຜ່ານມາ, ເນື້ອທີ່ປູກໝາກກ້ຽງ, ໝາກກ້ຽງນ້ອຍໃນແຂວງບັກກ້ານ ໄດ້ເພີ່ມຂຶ້ນທົບ 200 ເທົ່າ.
“ສຳລັບຕົ້ນໝາກກ້ຽງຂອງບັກກ້ານ, ວຽກງານຮັກສາເຄື່ອງໝາຍການຄ້າແມ່ນຈຳເປັນທີ່ສຸດ, ດັ່ງນັ້ນຕ້ອງຄຸ້ມຄອງເບ້ຍເພື່ອຂະຫຍາຍພັນ ແລະ ແນະນຳເຕັກນິກປູກຝັງ, ຕ້ອງເຮັດແນວໃດເພື່ອຄຸ້ມຄອງທັງປະລິມານ ແລະ ຄຸນນະພາບໃຫ້ໄດ້. ມາຮອດປະຈຸບັນເນື້ອທີ່ປູກໝາກກ້ຽງ ແລະ ໝາກກ້ຽງນ້ອຍຂອງແຂວງແມ່ນ 1.500 ເຮັກຕາ, ໃນນັ້ນເນື້ອທີ່ໄດ້ຮັບການເກັບກ່ຽວແມ່ນປະມານ 1000 ເຮັກຕາ, ດ້ວຍສະມັດຕະພາບປະມານ 10 ໂຕນ/ເຮັກຕາ, ສ້າງລາຍຮັບ 300 ລ້ານດົ່ງ. ຍ້ອນລາຍຮັບສູງຄືແນວນັ້ນ, ປະຊາຊົນຈຶ່ງສະໜັບສະໜູນ ແລະ ລົງທຶນພັດທະນາຕົ້ນໄມ້ສອງປະເພດນີ້ “.
ປະຈຸບັນ, ຕົ້ນໝາກກ້ຽງ ແລະ ໝາກກ້ຽງນ້ອຍໄດ້ກາຍເປັນຜົນລະປູກຕົ້ນຕໍໃນແຜນກຳນົດການຜະລິດກະສີກຳຂອງແຂວງບັກກ້ານ . ນີ້ແມ່ນທິດທາງທີ່ຖືກຕ້ອງ, ນຳມາເຊິ່ງປະສິດທິຜົນຢ່າງແທດຈິງ, ຊ່ວຍປະຊາຊົນເຂດພູດອຍບັກກ້ານ ຫຼຸດພົ້ນອອກຈາກຄວາມທຸກຍາກເທື່ອລະກ້າວ, ຮັບປະກັນຊີວິດເປັນປົກກະຕິ ແລະ ບືນຕົວຂຶ້ນສ້າງຄວາມຮັ່ງມີ.