ຊາວຄຼິດ, ຕາແສງແທກທັ໋ງ, ນະຄອນເກິ່ນເທີ ກໍ່ສ້າງຊົນນະບົດໃໝ່


(vovworld) - ​ໂຄງການ​ກໍ່ສ້າງ​ຊົນນະບົດ​ໃໝ່​ຢູ່​ຕາ​ແສງ​ແທກ​ທັ໋ງ, ​ເມືອງ​ວິ້ງ​ແທກ, ນະຄອນ​ເກິ່ນ​ເທີ, ບ່ອນ​ທີ່​ຈຳນວນຊາວ​ຄຼິດກວມ​ກວ່າ 99%, ​ໄດ້​ຮັບ​ການ​ສະໜັບສະໜູນ​ຢ່າງ​ສຸດ​ຈິດ​ສຸດ​ໃຈ​ຈາກ​ຊາວ​ຄຼິດ. ວັນ​ທີ 26/12 ຜ່ານ​ມາ, ຕາ​ແສງ​ແທກ​ທັ໋ງ ​ໄດ້​ກາຍ​ເປັນຕາ​ແສງ​ທຳ​ອິດ​ຂອງ​ນະຄອນ​ເກິ່ນ​ເທີ ​ປະຕິບັດ​ສຳ​ເລັດ​ບັນດາ​ມາດຖານ​ກ່ຽວ​ກັບ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່.

ຊາວຄຼິດ, ຕາແສງແທກທັ໋ງ, ນະຄອນເກິ່ນເທີ ກໍ່ສ້າງຊົນນະບົດໃໝ່ - ảnh 1

(ພາບປະກອບ)

​ແທກ​ທັ໋ງ ​ແມ່ນ​ໜຶ່ງ​ໃນ​ຈຳນວນ 2 ຕາ​ແສງ​ທີ່​ໄດ້​ຮັບ​ການ​ເລືອກ​ເຟັ້ນ​ ​ປະຕິບັດ​ການກໍ່ສ້າງ​ຊົນນະບົດ​ໃໝ່​ຂອງ​ນະຄອນ​ເກິ່ນ​ເທີ. ພາຍຫຼັງ 3 ປີ​ທີ່​ມານະ​ພະຍາຍາມ​ຜັນ​ຂະຫຍາຍ​ໂຄງການ​ກໍ່ສ້າງ​ຊົນນະບົດ​ໃໝ່, ​ແທກ​ທັ໋ງ​ໄດ້​ບັນລຸ​ມາດຖານ​ກໍ່ສ້າງ​ຊົນນະບົດ​ໃໝ່​ກ່ອນ​ຄາດໝາຍທີ່​ໄດ້​ວາງ​ອອກ​ເກືອບ 1 ປີ. ພິ​ເສດ, ​ໃນ 2 ປີ ມໍ່ໆ​ມາ​ນີ້, ວິ​ວັດ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່​ໄດ້​ຮັບ​ການ​ຍູ້​ໄວ, ຍ້ອນ​ມີ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ, ຮ່ວມ​ແຮງ​ຮ່ວມ​ໃຈ​ຂອງ​ຊາວ​ຄຼິດ. ດ້ວຍ​ທິດ​ນຳ: ລັດ ​ແລະ ປະຊາຊົນ​ພ້ອມ​ກັນ​ເຮັດ, ​ເຂດ​ຊາວ​ຄຼິດ ພ້ອມ​ກັບ​ອຳນາດ​ການ​ປົກຄອງຕາ​ແສງ ​ໄດ້​ປຸກລະດົມ​ຂະ​ບວນການ​ກໍ່ສ້າງ​ຊົນນະບົດ​ໃໝ່ ​ແລະ ​ໄດ້​ຮັບ​ການ​ສະໜັບສະໜູນ​​ຈາກປະຊາຊົນ​ຊາວ​ຄຼິດ​ ຢ່າງ​ສຸດ​ຈິດ​ສຸດ​ໃຈ. ຄຸນ​ພໍ່, ​ເຈົ້າ​ອະທິການ ຟ້າ​ມຮົ່ງ​ເຍີ​ດ, ​ເຂດ​ຊາວ​ຄຼິດຫາຍ​ຮຶງ, ​ໃຫ້​ຮູ້​ວ່າ:

ໜຶ່ງ​ໃນ​ບັນດາ​ວຽກ​ງານ​ເຊິ່ງບັນດາ​ຄຸນ​ພໍ່ ​ແລະ ອຳນາດ​ການ​ປົກຄອງ​ທ້ອງ​ຖີ່​ນ​ໄດ້ສົມທົບ​ກັນ, ນັ້ນ​ແມ່ນ​ປຸກລະດົມ​ຂະ​ບວນການ​ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ, ປະຈຸ​ບັນ​ໄດ້​ມີ​ທາງ​ເບ​ຕົງ, ​ແມ່​ນຳ້​ລຳ​ເຊ​ກໍ່​ຖືກ​ແຍກ​ອອກ​ເປັນ​ຫຼາຍ​ສາຍ, ດັ່ງ​ນັ້ນ​ຍາມ​ນຳ້​ແກ່ງ​ບໍ່​ຖືກ​ນຳ້​ຖ້ວມ​ຄື​​ແຕ່ກ່ອນ​ອີກ“.

​ໂດຍ​ເຂົ້າ​ໃຈ​ໄດ້ຜົນ​ປະ​ໂຫຍ​ດຈາກ​ວຽກ​ງານ​ກໍ່ສ້າງ​ຊົນນະບົດ​ໃໝ່, ປະຊາຊົນ​ຊາວ​ຄຼິດ ​ໄດ້​ຕັ້ງໜ້າ​ປະກອບ​ເຫື່ອ​ແຮງ, ບໍລິຈາກ​ເງິນ​ເພື່ອ​ກໍ່ສ້າງ​ພື້ນຖານ​​ໂຄງ​ລ່າງ​ຊົນນະບົດ. ບັນດາ​ເສັ້ນທາງ​ຄົມມະນາຄົມ​ໃນ​ຕາ​ແສງ​ລວມຄວາມ​ຍາວ​ກວ່າ 38 ກມ, ​ໂດຍ​ອຳນາດ​ການ​ປົກຄອງ ​ແລະ ປະຊາຊົນ​ຮ່ວມ​ແຮງ​ຮ່ວມ​ໃຈ​ກໍ່ສ້າງ, ດ້ວຍ​ມູນ​ຄ່າ 54 ລ້ານ​ດົ່ງ. ​ໃນ​ນັ້ນ​ປະຊາຊົນ​ຊາວ​ຄຼິດບໍລິຈາກ​ກວ່າ 40 ຕື້ດົ່ງ. ມາ​ຮອດ​ປະຈຸ​ບັນ, ລະບົບ​ທາງ​ຄົມມະນາຄົມ​ໄດ້​ເຊື່ອມ​ຕໍ່​ລະ​ຫວ່າງ​ບ້ານ​ກັບ​ບ້ານ​ແລ້ວ, ສ້າງ​ຄວາມ​ສະດວກ​ໃຫ້​ປະຊາຊົນ​ໄປມາ​ແລກປ່ຽນ​ຄ້າຂາຍ. ພ້ອມ​ກັນ​ນັ້ນ, ຊີວິດ​ຂອງ​ປະຊາຊົນ​ນັບ​ມື້​ນັບ​ໄດ້​ຮັບ​ການ​ປັບປຸງ​ໃຫ້​ດີ​ຂຶ້ນ, ອັດຕາ​ສ່ວນ​ຄອບຄົວ​ທຸກ​ຍາກ​ກໍ່​ຫຼຸດ​ລົງ. ທ່ານ ​ໂດ​ວັນ​ຈິກ, ຊາວຄຼິດຢູ່​ຕາ​ແສງ​ແທກ​ທັ່ງ, ​ເມືອງ​ວິ້ງ​ແທກ, ນະຄອນ​ເກິ່ນ​ເທີ, ​ໃຫ້​ຮູ້​ວ່າ:

ກ່ອນ​ນີ້​ລົດ​ໃຫຍ່​ບໍ່​ສາມາດ​ເຂົ້າຕາ​ແສງ​ໄດ້, ​ແຕ່​ປະຈຸ​ບັນ​ລົດ​ໃຫຍ່​ໄດ້​ເຂົ້າ​ຕາ​ແສງ​ເປັນ​ປະຈຳ, ຍ້ອນ​ມີ​ທາງ​ຄົມມະນາຄົມ, ການ​ໄປ​ມາ​ຄ້າຂາຍ​ ກໍ່​ສະດວກ​ສະບາຍ​ກວ່າ, ປະກອບສ່ວນ​ຍົກ​ສູງ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ຂຶ້ນ, ມີ​ຫຼາຍ​ຄອບຄົວ​ໄດ້​ຊື້​ລົດຈັກ​ຕື່ມ​ອີກ.

ຊາວຄຼິດ, ຕາແສງແທກທັ໋ງ, ນະຄອນເກິ່ນເທີ ກໍ່ສ້າງຊົນນະບົດໃໝ່ - ảnh 2

(ພາບປະກອບ)

ປີ 2011, ຕາ​ແສງ​ແທກ​ທັ໋ງ ​​ເລີ່​ມກໍ່ສ້າງ​ຊົນນະບົດ​ໃໝ່, ມາ​ຮອດ​ປະຈຸ​ບັນ, ທາງ​ຕາ​ແສງ​ໄດ້​ປະຕິບັດ​ສຳ​ເລັດ​ມາດຖານ​ວາງ​ແຜນ​ຜັງ​ຊົນນະບົດ​ໃໝ່, ກໍ່ສ້າງ​ໂຄງ​ລ່າງ​ຊົນນະບົດ, ຕົວຢ່າງ​ຄື: ລະບົບ​ໄຟຟ້າ, ​ເຮືອນ​ຢູ່, ​ໄປສະນີ, ສຸກສາລາ, ​ໂຮງຮຽນ… ພິ​ເສດ, ​ໃນ​ປີ 2013, ທາງ​ຕາ​ແສງ​ໄດ້​ກໍ່ສ້າງ​ສຳ​ເລັດ​ລະບົບ​ຊົນລະປະທານ, ສ້າງ​ເງື່ອນ​ໄຂ​ເປີດ​ກວ້າງ​ທົ່ງ​ນາ​ຂະໜາດ​ໃຫຍ່, ປະຕິບັດ​ການ​ຫັນປ່ຽນ​ຜົນລະປູກ, ຈັດ​ເຂດຜະລິດ​ເຂົ້າ​ທີ່​ມີ​ຄຸນ​ນະພາ​ບສູງ. ທ່ານ ​ເຈິ່ນຕ໋ຽນຢຸ້ງ, ຊາວ​ຄຼິດຢູ່​ຕາ​ແສງ​ແທກ​ທັ໋ງ, ​ໃຫ້​ຮູ້​ວ່າ:

ພໍ່​ແມ່​ປະຊາຊົນ​ກໍ່​ຕອບ​ສະໜອງ​ແຜນ​ນະ​ໂຍບາຍ​ຂອງ​ຄະນະ​ກຳມະການ​ປະຊາຊົນ​ຕາ​ແສງ, ຍູ້​ແຮງ​ການ​ຜະລິດ, ກ່ອນ​ອື່ນ​ໝົດ​ແມ່ນ​ກໍ່ສ້າງ​ຄັນ​ຄູ​ກັນ​ນຳ້. ອຳນາດ​ການ​ປົກຄອງ​ຕາ​ແສງ ​ໄດ້​ພ້ອມ​ກັບ​ພໍ່​ແມ່​ປະຊາຊົນ​ພວກ​ຂ້າພະ​ເຈົ້າ​ດຳ​ເນີນ​ການ​ຂູດ​ຄອງ​ເໜືອ​ງ, ກໍ່ສ້າງ​ລະບົບ​ຄັນ​ຄູ​ໃຫ້​ສຳ​ເລັດ ​ແລະ ​ແນະນຳ​ວິທີປູກ​ເຂົ້າ 3 ລະດູ​ການ​ຕໍ່​ປີ“.

ທ່ານ ດ່າວ​ແອ​ງຢຸງ, ຮອງ​ປະທານ​ຄະນະ​ກຳມະການ​ປະຊາຊົນ​ນະຄອນ​ເກິ່ນ​ເທີ, ຮອງ​ຫົວໜ້າ​ຄະນະ​ປະຈຳ​ຄະນະ​ຊີ້​ນຳ​ປະຕິບັດ​ໂຄງການ​ກໍ່ສ້າງ​ຊົນນະບົດ​ໃໝ່​ນະຄອນ​ເກິ່ນ​ເທີ ​ໃຫ້​ຮູ້​ວ່າ, ​ໄລຍະ​ຜ່ານ​ມາ, ​ແທກ​ທັ໋ງ ​ໄດ້​​​ເຮັດ​ວຽກ​ງານ​ໂຄສະນາ​ເປັນ​ຢ່າງ​ດີ, ດັ່ງ​ນັ້ນ​ສາມາດ​ລະດົມ​ປະຊາຊົນ​ກໍ່ສ້າງ​ຄອງ​ເໝືອງ​, ລະບົບ​ຊົນລະປະທານ​ໃນ​ເຂດ​ທົ່ງ​ນາຢ່າງ​ຖາວອນ. ນີ້​ແມ່ນ​ກິດຈະກຳ​ພື້ນຖານ ​ເພື່ອ​ແນ​ໃສ່​ສ້າງ​ທົ່ງ​ນາ​ຂະໜາດ​ໃຫຍ່, ​ເປີດ​ກວ້າງ​ການ​ຜະລິດ, ຍົກ​ສູງ​ລາຍ​ຮັບ​ໃຫ້​ແກ່​ປະຊາຊົນ. ທ່ານ ດ່າວ​ແອ​ງຢຸງ, ​ໃຫ້​ຮູ້​ວ່າ:

​ໄລຍະ​ຈະ​ມາ​ເຖິງ, ພວກ​ຂ້າພະ​ເຈົ້າ​ສືບ​ຕໍ່​ຂົນຂວາຍ​ປະຊາຊົນ​ເຂົ້າ​ຮ່ວມ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່, ​ໃນ​ນັ້ນ​ສືບ​ຕໍ່ສຸມ​ໃສ່ການ​ໂຄສະນາ​ກ່ຽວ​ກັບ​ສິ່ງ​ແວດ​ລ້ອມ, ປູກ​ຕົ້ນ​ໄມ້​ຕາມ​ເສັ້ນທາງ​ເຂົ້າຕາ​ແສງ. ພວກ​ຂ້າພະ​ເຈົ້າ​ກໍ່​ສຸມ​ໃສ່​ເຂົ້າ​ໃນ​ການ​ພັດທະນາ​ການ​ຜະລິດ, ​ເພາະວ່າ​​ເມື່ອລາຍ​ຮັບ​ເພີ່ມ​ຂຶ້ນຈະ​ມີ​ເງື່ອນ​ໄຂ​ກໍ່ສ້າງ​ຄອບຄົວ ​ແລະ ບ້ານ​ເກີດ​ເມືອງ​ນອນ​ຂອງ​ຕົນ​ໃຫ້​ນັບ​ມື້​ນັບ​ດີ​ຂຶ້ນ“.

ມາ​ຮອດ​ປະຈຸ​ບັນ, ພື້ນ​ຖານ​ໂຄງ​ລ່າງ​ຕາ​ແສງ​ແທກ​ທັ໋ງ ​ໄດ້​ຮັບ​ການ​ບຸລະນະ, ຍົກ​ລະດັບ, ​ເຮັດ​ໃຫ້​ໂສມ​ໜ້າ​ຊົນນະບົດ​ມີ​ການ​ປ່ຽນ​ໃໝ່. ຈາກ​ຜົນງານ​ທີ່​ບັນລຸ​ໄດ້​ຜ່ານ​​ໂຄງການ​ກໍ່​ສາງ​ຊົນນະບົດ​ໃໝ່, ປະຊາຊົນ​ຊາວ​ຄຼິດຢູ່​ທີ່​ນີ້​ໄດ້​ມີ​ເງື່ອນ​ໄຂ​ພັດທະນາ​ທຸກ​ດ້ານ, ຍົກ​ສູງ​ຊີວິດ​ການ​ເປັນ​ຢູ່, ປະກອບສ່ວນ​ປະຕິບັດ​ສຳ​ເລັດ​ວິວັດ​ການ​ຫັນ​ເປັນ​ອຸດສາຫະກຳ ​ແລະ ທັນ​ສະ​ໄໝ​ຢູ່ເຂດ​ຊົນນະບົດ​​ແຂວງ​ເກິ່ນ​ເທີ ກໍ່​ຄື​​ໃນ​ທົ່ວ​ປະ​ເທດ.

ຕອບກັບ

ຂ່າວ/ບົດ​ອື່ນ