(VOVWORLD) - ບ້ານກ່ານາ ຂຶ້ນກັບຕາແສງກ່ານາ, ເມືອງທ້ວນນາມ, ແຂວງນິງທ້ວນ. ເຂດດິນແດນກ່ານາ ມີປະຫວັດສາດແຫ່ງການສ້າງຕັ້ງ ແລະ ພັດທະນາມາໄດ້ກ່ວາ 200 ປີແລ້ວ. ຕາມພາສາຊົນເຜົ່າຈຳ ກ່ານາ ມີຄວາມໝາຍວ່າ “ຫີນໃຕ້ທະເລ” ຍ້ອນວ່າ, ເຂດດິນພູແຫ່ງນີ້ຢູ່ໃກ້ກັບທະເລ ແລະ ເຂດທະເລກໍ່ມີຫີນຢູ່ໃຕ້ນ້ຳຫຼາຍທີ່ສຸດ. ໂດຍໄດ້ສ້າງຕັ້ງໝູ່ບ້ານຢູ່ເຂດດິນແດນທີ່ແຫ້ງແລ້ງ ແຕ່ອີງໃສ່ອາຊີບຫາປາ, ປະຈຸບັນ, ກ່ານາ ໄດ້ກາຍເປັນໝູ່ບ້ານທະເລທີ່ຮັ່ງມີຢູ່ແຂວງນິງທ້ວນ.
ທະເລ ກ່ານາ (ພາບ: Ngoc Anh)
ຊາວບ້ານ ກ່ານາ ດຳລົງຊີວິດດ້ວຍການອີງໃສ່ແຫຼ່ງຫາປາ, ລ້ຽງ, ປຸງແຕ່ງສິນໃນນ້ຳ ແລະ ການບໍລິການທ່ອງທ່ຽວ…. ເປັນຕົ້ນ. ຈຳນວນເຮືອຫາປາຂອງຕາແສງ ກ່ານາ ໄປຂຸດຄົ້ນ, ຫາປາຢູ່ທະເລ ແມ່ນກວມເອົາປະມານ 80% ຂອງເຮືອຫາປາໃນທົ່ວແຂວງ
ນິງທ້ວນ. ຊາວປະມົງທ້ອງຖິ່ນໄດ້ຮ່ວມມືກັນຂຸດຄົ້ນສິນທະເລຕາມຮູບແບບເປັນໜ່ວຍ, ເປັນທີມສາມັກຄີ. ທ່ານ ຈິ້ງກີມແອງ, ຊາວປະມົງຕາແສງ ກ່ານາ ໃຫ້ຮູ້ວ່າ:
ລະດູການຫາປາຕົ້ນຕໍ ແມ່ນແຕ່ເດືອນມິຖຸນາ ຫາເດືອນກັນຍາ. ປາກໍ່ມີຫຼາຍຊະນິດຄື: ປາທູນາ, ປານຸກ (scad). ເຮືອຫາປາລຳໜຶ່ງ ຕາມປົກກະຕິແລ້ວຈະມີແຕ່ 15-17 ຄົນ, ໜ້ອຍສຸດກໍ່ແມ່ນ 12 ຄົນ. ຖ້າໄປຫາປາໄກກ່ວາ 100 ໄມທະເລຈະໄດ້ປາຫຼາຍທີ່ສຸດ. ການໄປຫາປາຕ້ອງໄປເປັນໜ່ວຍ ແຕ່ 5-7 ລຳ ຂຶ້ນໄປ ແຕ່ບໍ່ໄດ້ໄປລຳດຽວ. ເຮືອນ້ອຍ ກໍ່ຈະຫາປາໄດ້ ແຕ່ 5-10 ໂຕນ, ສ່ວນເຮືອລຳໃຫ່ຍກ່ວາ ກໍ່ຈະໄດ້ແຕ່ 10-30 ໂຕນ. ຖ້າລະດູການຫາປາໄດ້ດີ, ເຈົ້າຂອງເຮືອແຕ່ລະຄົນ ກໍ່ຈະມີກຳໄລປະມານ 3-5 ຕື້ດົ່ງ, ຕ່ຳສຸດແມ່ນ 500 ລ້ານດົ່ງ.
ເຮືອຫາປາຢູ່ທ່າກຳປັ່ນ ກ່ານາ (ພາບ: Ngoc Anh)
ປະຈຸບັນ, ຕາແສງ ກ່ານາ ມີທ່າກຳປັ່ນຫາປາ 2 ແຫ່ງ. ລະບົບທ່າກຳປັ່ນທະເລໄດ້ຮັບການກໍ່ສ້າງແບບທັນສະໄໝ, ເຮືອ, ກຳປັ່ນ ສາມາດຈອດໄດ້ 1200 ລຳ, ອັນໄດ້ນຳ ກ່ານາ ກາຍເປັນຈຸດນັດພົບຂອງຊາວປະມົງ ທາງຕອນໃຕ້ຂອງພາກກາງຫວຽດນາມ. ທ່ານ ຫງວຽນແທັງຊວັນ, ຫົວໜ້າໜ່ວຍຊາວປະມົງຂຸດຄົ້ນແຄມທະເລ ຕາແສງ ກ່ານາ ໃຫ້ຮູ້ວ່າ:
ທ່າກຳປັ່ນຫາປາ ກ່ານາ ໄດ້ກໍ່ສ້າງ ປະມານ 20 ປີແລ້ວ. ເຮືອ, ກຳປັ່ນ ຂອງຕາແສງ ກ່ານາ ແລະ ເຟືອກຢຽມ ໄດ້ເຂົ້າ-ອອກຫຼາຍທີ່ສຸດ, ສະນັ້ນ ລັດຈຶ່ງລົງທຶນກໍ່ສ້າງທ່າກຳປັ່ນຫາປາເປີດກ້ວາງຕື່ມອີກແຫ່ງໜຶ່ງ. ຊາວປະມົງສາມາດຈຳໜ່າຍຜະລິດຕະພັນບັນລຸປະສິດທິຜົນກ່ວາ, ໄດ້ຊ່ວຍໃຫ້ຊາວປະມົງໄປຫາສິນໃນນ້ຳໄດ້ຢ່າງສະດວກສະບາຍ
ກ່ວາເກົ່າ.
ຕໍ່, ສ້ອມແປງເຮືອໃນໂຮງຕໍ່ເຮືອແຫ່ງໜຶ່ງຢູ່ຕາແສງ ກ່ານາ (ພາບ: Ngoc Anh)
ພ້ອມກັບການເປີດກ້ວາງທ່າກຳປັ່ນ, ທາງແຂວງນິງທ້ວນ ຍັງໄດ້ເປີດກ້ວາງເຂດຈອດ, ຫລີກລ້ຽງພະຍຸໃຫ້ຊາວປະມົງຢູ່ເຂດທ່າກຳປັ່ນ ກ່ານາ ຕື່ມອີກ. ອຳນາດການປົກຄອງທ້ອງຖິ່ນ ໄດ້ຍູ້ແຮງການໂຄສະນາ, ຂົນຂວາຍຊາວປະມົງເຂົ້າຮ່ວມການຂຸດຄົ້ນຢູ່ເຂດທະເລໄກຝັ່ງ, ທັງຂຸດຄົ້ນສິນທະເລ ສົມທົບກັບການປົກປັກຮັກສາອະທິປະໄຕເຂດທະເລ, ໝູ່ເກາະຂອງປະເທດຊາດ. ທ່ານ ຫງວຽນຢຸຍເລິນ, ຮອງປະທານຄະນະກຳມະການ ປຊຊ ຕາແສງ ກ່ານາ ໃຫ້ຮູ້ວ່າ:
ແຕ່ລະປີ, ອຳນາດການປົກຄອງໄດ້ມອບທຸງຊາດໃຫ້ຊາວປະມົງໃຫ້ແຂວນຢູ່ເທິງເຮືອ ເພື່ອຮັບປະກັນອະທິປະໄຕ ໃນຂະນະທີ່ຊາວປະມົງອອກໄປຫາປາຢູໄກຝັ່ງ. ໄປຄຽງຄູ່ກັບການຂຸດຄົ້ນສິນທະເລ, ຊາວປະມົງຍັງມີອາຊີບເຮັດນ້ຳປາຕື່ມອີກ. ປະຈຸບັນ, ໃນບໍລິເວນຕາແສງມີຮາກຖານເຮັດນ້ຳປາກ່ວາ 60 ແຫ່ງ. ນ້ຳປາ ກ່ານາ ມີລົດຊາດ, ເຄື່ອງໝາຍສະເພາະ, ໄດ້ຂາຍໃນທົ່ວປະເທດ.
ພ້ອມກັບການໜູນຊ່ວຍຂອງອຳນາດການປົກຄອງທ້ອງຖິ່ນ, ຊາວປະມົງຍັງໄດ້ຮັບການໜູນຊ່ວຍ ການຮັບປະກັນຄວາມໝັ້ນຄົງ, ປອດໄພ ຈາກບັນດາພະນັກງານ, ນັກຮົບປ້ອງກັນຊາຍແດນ ໃນຂະນະໄປຫາປາຢູ່ໄກຝັ່ງ, ສະນັ້ນ ຈຶ່ງມີຄວາມອຸ່ນອ່ຽນໃຈເມື່ອໄປຂຸດຄົ້ນສິນທະເລຢູ່ໄກຝັ່ງ. ຮ້ອຍເອກ ຟານມິນຮຽວ ຫົວໜ້າປ້ອມກວດກາປ້ອງກັນຊາຍແດນ ກ່ານາ, ຄ້າຍປ້ອງກັນຊາຍແດນ ເຟືອກຢຽມ, ທະຫານປ້ອງກັນຊາຍແດນແຂວງ ນິງທ້ວນ ໃຫ້ຮູ້ວ່າ:
ປ້ອມປ້ອງກັນຊາຍແດນໄດ້ແນະນຳໃຫ້ ປຊຊ ໃນການເຮັດລະບຽບການຕ່າງໆ. ເມື່ອເກີດໄພທຳມະຊາດ, ຝົນຕົກແຮງ ຫຼື ພະຍຸນ້ຳຖ້ວມ ກໍ່ໄດ້ແນະນຳໃຫ້ ປຊຊ ເອົາ ເຮືອມາຈອດຢູ່ບ່ອນປອດໄພ. ນອກຈາກນັ້ນກໍ່ໄດ້ຂົນຂວາຍຊາວປະມົງສ້າງຕັ້ງບັນດາໜ່ວຍ, ທີມສາມັກຄີ, ພ້ອມກັນໜູນຊ່ວຍການໄປຫາປາຢູ່ທະເລ, ເຂົ້າຮ່ວມການປົກປັກຮັກສາອະທິປະໄຕເຂດທະເລໝູ່ເກາະ.
ໃນຕອນເຊົ້າໆຂອງແຕ່ລະມື້, ຢູ່ທ່າກຳປັ່ນຫາປາ ກ່ານາ, ເຮືອຫາປາລຳຕ່າງໆໄດ້ເຂົ້າທຽບທ່າຢ່າງຄັບຄາໜາແໜ້ນ ລຳໃດກໍ່ມີປາເຕັມທ້ອງເຮືອ. ລົດໂອໂຕໃຫ່ຍນ້ອຍຄັນຕ່າງໆກໍ່ຈອດຖ້າຢູ່ເທິງຝັ່ງ ເພື່ອກຽມຂົນສົ່ງປາໄປຍັງຮາກຖານປຸງແຕ່ງ. ຢູ່ທ່າກຳປັ່ນ, ບັນດາຊາວປະມົງມີຄວາມອົດທົນຕໍ່ແດດຕໍ່ລົມ ພ້ອມກັບຮອຍຍິ້ມ, ສຽງຫົວ ສຽງລົມກັນຢ່າງເບີກບານ ເປັນການບັນເທົາຄວາມອິດເມື່ອຍຈາກການໄປຫາປາມາ. ບັນດາຮູບພາບທີ່ລຽບງ່າຍ, ຄວາມຮັກແພງທີ່ຫວງແຫນນັ້ນ ແມ່ນມີຢູ່ບ້ານຊາວປະມົງ ກ່ານາ ມາແຕ່ຫຼາຍປີ ແລ້ວ./.