(VOVWORLD) -ອາຊີບເຮັດກະສິກຳແມ່ນຫຍຸ້ງຍາກລຳບາກຕະຫລອດປີ. ສະນັ້ນ ໃນຕະຫລອດໄລຍະຍາວ ມີຊາວກະສິກອນຫລາຍຄົນຄິດວ່າ ຕ້ອງພະຍາຍາມໃຫ້ລູກຫລານໄປຮຽນເພື່ອຫລຸດພົ້ນອອກຈາກການເຮັດໄຮ່ໄຖນາ ຈຶ່ງສ້າງຄວາມເຮັ່ງມີໃຫ້ຄອບຄົວໄດ້. ແຕ່ໃນຊ່ວງເວລາ 5 ປີມານີ້ ມີກະແສຟອງກົມກັນຂ້າມ: ຊາວຫນຸ່ມຫລາຍຄົນໄດ້ກັບຄືນມາເລີ່ມອາຊີບດ້ວຍການເຮັດກະສິກຳ ແລະ ມີຫລາຍຮູບແບບເຮັດກະສິກຳໄດ້ປະສົບຜົນສຳເລັດ.
ໃນຊຸມປີມໍ່ໆມານີ້ ມີຫລາຍຮູບແບບ Start up ແມ່ນເລີ່ມມາຈາກການເຮັດກະສິກຳ ໂດຍໄດ້ຮັບການຕີລາຄາສູງ ແລະ ຍາດໄດ້ຫລາຍລາງວັນຢູ່ບັນດາການແຂ່ງຂັນ Start up. ຫນຶ່ງໃນບັນດາຮູບແບບນັ້ນ ມີຮູບການຜະລິດຜົງຜັກອົບເຢັນ (ຜ່ານຂະບວນການອົບດ້ວຍອຸນຫະພູມຕຳ່) ເຄື່ອງໝາຍ ກວ໋າງແທງ ຂອງ ຫງວຽນງອກເຮືອງ. ເຖິງວ່າ ຮຽນຈົບມະຫາວິທະຍາໄລເສດຖະກິດນະຄອນ ໂຮ່ຈີມິນ ກໍຕາມ ແຕ່ນາງສາວເກີດປີ 1989 ນີ້ ພັດຕັດສິນໃຈກັບຄືນມາເຮັດກະສິກຳ ແລະ ປະເພດຜັກຕົ້ນຕໍຊື່ງນາງໄດ້ເລືອກເຟັ້ນແມ່ນຜັກຫນອກ - ຜັກບໍ່ມີມູນຄ່າສູງ. ແຕ່ວ່າ ນາງເຮືອງ ມີຄວາມເຊື່ອໝັ້ນວ່າ ດ້ວຍວິທີໝູນໃຊ້ເຕັກໂນໂລຊີສູງ, ນາງຈະຍົກສູງມູນຄ່າໃຫ້ຜັກປະເພດນີ້ໄດ້. ໂດຍມີຄວາມຄິດຄືແນວນັ້ນ ນາງໄດ້ປະລະວຽກງານໃນຫ້ອງການເພື່ອກັບຄືນມາ ກູ໋ຈີ ເຊົ່າທີ່ດິນ, ຈ້າງຄົນປູກຜັກຫນອກ ແລະ ເລີ່ມຄົ້ນຄ້ວາ, ປຸ່ງແຕ່ງຜົງຜັກ.
“ໂດຍແມ່ນຜູ້ຍິງຄົນຫນຶ່ງທີ່ເມົາມົວສຸດຈິດສຸດໃຈຕໍ່ຂົງເຂດກະສິກຳ, ຊຶ່ງແມ່ນຂົງເຂດມີຄວາມສ່ຽງຫລາຍ ສະນັ້ນ ຂ້າພະເຈົ້າກໍ່ປະສົບກັບຄວາມຫຍຸ້ງຍາກບໍ່ແມ່ນຫນ້ອຍ. ທີຫນຶ່ງ ແມ່ນກໍ່ສ້າງຟາມ ແລ້ວຕ້ອງຄົ້ນຄ້ວາ ຕ້ອງມີຫົວຄິດປະດິດສ້າງ, ຊອກຫາວິທີທາງ ເພື່ອເຮັດແນວໃດຈະຜະລິດຜົງຜັກເພື່ອແທນໃຫ້ຜັກສົດໄດ້.”
ສວນຜັກນອກ ຂອງ ນາງ ຫງວຽນງອກເຮືອງ (ຜູ້ໃສ່ເສື້ອສີຂຽວ) |
ນາງເຮືອງ ໄດ້ຊອກຮູ້ກ່ຽວກັບການນຳໃຊ້ບັນດາຜະລິດຕະພັນຊີວະພາບການຢາ, ກ່ຽວກັບມາດຖານ VietGAP ເພື່ອປະຕິບັດການປູກຜັກຫນອກຢູ່ສວນ. ນາງເຮືອງ ພ້ອມກັບຜູ້ຮ່ວມງານຍັງຄົ້ນຄ້ວາເພື່ອສ້າງສຳເລັດຂັ້ນຕອນເຕັກໂນໂລຊີປຸງແຕ່ງຜົງຜັກອົບເຢັນເພື່ອຮັກສາສີສັນ ແລະ ລົດຊາດທຳມະຊາດຂອງຜັກ. ພາຍຫລັງປະສົບຜົນສຳເລັດກັບຜົງຜັກຫນອກ ນາງເຮືອງກໍສືບຕໍ່ຜະລິດບັນດາປະເພດຜົງຜັກອື່ນໆ. ປະຈຸບັນ ບັນດາຜະລິດຕະພັນຜົງຜັກດ້ວຍເຄື່ອງໝາຍ ກວ໋າງແທງ ໄດ້ສົ່ງໄປຂາຍຢູ່ຕາມຮ້ານສັບພະສິນຄ້າ, ຮ້ານສະບຽງອາຫານຫລາຍຮ້ານຢູ່ພາຍໃນປະເທດ. ພິເສດ ປີ 2020 ໂດຍບໍ່ຫົວຊາຕໍ່ຄວາມຫຍຸ້ງຍາກຈາກໂລກລະບາດໂຄວິດ 19, ນາງເຮືອງ ຍັງສົ່ງງວດສິນຄ້າໃຫຍ່ໄປຍັງ ໂຮນລັງ, ຍີ່ປຸ່ນ, ສເກົາຫລີ, ອາເມລິກາ ແລະ ອິນເດຍ.
ບໍ່ພຽງແຕ່ຍົກສູງມູນຄ່າໃຫ້ຜະລິດຕະພັນກະເສດຂອງຫວຽດນາມ ເທົ່ານັ້ນ, ນາງເຮືອງ ຍັງໄດ້ສ້າງວຽກເຮັດງານທຳໃຫ້ແກ່ກຳມະກອນ ແລະ ຊາວທ້ອງຖິ່ນນັບຫລາຍສິບຄົນອີກດ້ວຍ. ຍິ່ງກວ່ານັ້ນ ນາງໄດ້ເຮັດໃຫ້ຊາວກະສິກອນປ່ຽນແປງຄວາມຄິດຂອງຕົນກ່ຽວກັບເລື່ອງເຮັດກະສິກຳປອດສານຜິດ. ລຸງ ຫງວຽນວັນອຸດ ເລົ່າສູ່ຟັງວ່າ:
“ກ່ອນນີ້ ຂ້າພະເຈົ້າເຄີຍເຮັດກະສິກຳ ແລະ ເຄີຍນຳໃຊ້ຢາປາບສັດຕູພຶດຫລາຍຊະນິດ. ເມື່ອມາເຮັດກະສິກຳຢູ່ບໍລິສັດຂອງນາງເຮືອງ ແມ່ນບໍ່ໄດ້ນຳໃຊ້ຢາປາບສັດຕູພຶດ ແລະ ຜະລິດອອກບັນດາຜະລິດຕະພັນທີ່ດີເພື່ອສະຫນອງໃຫ້ຜູ້ບໍລິໂພກ, ສຸຂະພາບຂອງຂ້າພະເຈົ້າກໍດີ ແລະ ຂ້າພະເຈົ້າກໍດີໃຈຫລາຍ ທີ່ໄດ້ເຮັດວຽກໃນບໍລິສັດນີ້”.
ໂດຍ Start up ດ້ວຍອາຊີບເຮັດກະສິກຳ, ຟາມຂຽວຂອງຫນ່ວຍຊາວຫນຸ່ມ ຢູ່ ເມືອງ 12 ນະຄອນ ໂຮ່ຈີມິນ ໄດ້ມີຫລາຍຄົນຮູ້ຈັກເຖິງ. ຈາກຕົວຈິງແລ້ວ ມີຫລາຍຄອບຄົວຢູ່ຕົວເມືອງ ຢາກປູກຜັກປອດສານພິດດ້ວຍຕົນເອງ ແຕ່ບໍ່ມີທີ່ດິນ, ຫນ່ວຍຊາວຫນຸ່ມນີ້ໄດ້ຄົ້ນຄ້ວາ ແລະ ສ້າງຕັ້ງຮູບແບບປູກຜັກ aeroponics Ero-farm (ການປູກຜັກດ້ວຍອາກາດ ໂດຍບໍ່ໃຊ້ດິນ ແລະ ນຳ້).
ຮູບແບບປູກຜັກ aeroponics Ero-farm ຂອງຫນ່ວຍຊາວຫນຸ່ມ ຢູ່ ເມືອງ 12 ນະຄອນ ໂຮ່ຈີມິນ |
ຕາມນັ້ນແລ້ວ ຜັກຈະໄດ້ປູກໃນບັນດາເສົາທໍ່ຕັ້ງຂຶ້ນ, ສະນັ້ນ ບັນດາຄອບຄົວໃນຕົວເມືອງອາດຈະຕິດຕັ້ງລະບົບຢູ່ລະບຽງ ຫຼື ຊັ້ນດາດຟ້າຂອງເຮືອນ, ໂດຍບໍ່ຕ້ອງການເນື້ອທີ່ດິນຫລາຍ ແຕ່ກໍມີຜັກປອດສານພິດເພື່ອຮັບໃຊ້ຄອບຄົວຢ່າງພຽງພໍ.
ປະຈຸບັນ ຟາມຂຽວ ສະຫນອງຜັກປອດສານພິດໃຫ້ຕະຫລາດ 2 ໂຕນ/ເດືອນ ແລະ ໄດ້ໂອນຖ່າຍເຕັກໂນໂລຊີນີ້ໃຫ້ກວ່າ 200 ຄອບຄົວຢູ່ ນະຄອນ ໂຮ່ຈິມີນ.
ນັກວິສາວະກອນສ້າງຊອບແວ ຫງວຽນແມ້ງຕຸ່ງ ແມ່ນຫນຶ່ງໃນບັນດາສະມາຊິກຂອງຟາມ ທີ່ມີຄວາມຮູ້ສຶກປິຕິຊົມຊື່ນເມື່ອສາມາດໝູນໃຊ້ຄວາມຮູ້ວິຊາສະເພາະຂອງຕົນເຂົ້າໃນຂົງເຂດກະສິກຳຄື: ການຫົດຜັກແບບອັດຕະໂນມັດ, ການຕິດຕາມການເຕີບໂຕຂອງຜັກດ້ວຍຄອມພິວເຕີ.
ຖ້າຫາກວ່າ ຟາມຂຽວ ແກ້ໄຂບັນຫາຫຍຸ້ງຍາກກ່ຽວກັບທີ່ດິນສຳລັບການເຮັດກະສິກຳໃນຕົວເມືອງ, ແຕ່ຖັນແຖວຊາວຫນຸ່ມຂອງບໍລິສັດ MrVina ພັດເລືອກເຟັ້ນທິດກ້າວເດີນແມ່ນສະຫນອງຜະລິດຕະພັນ ແລະ ມາດຕະການກະສິກຳເຕັກໂນໂລຊີສູງ, ອັດຕະໂນມັດໃຫ້ແກ່ຊາວກະສິກອນຢູ່ທຸກແຖບຖິ່ນຂອງຫວຽດນາມ. ດ້ວຍເຕັກໂນໂລຊີ MrVina ຊາວກະສິກອນ ສາມາດຄຸ້ມຄອງສວນຜັກຂອງຕົນ, ປະຕິບັດການຫົດນ້ຳ, ໃສ່ຝຸ່ນ ຜ່ານເຄື່ອງຈັກ ແລະ ຊອບແວ.
ອ້າຍ ຟ້າມກາວກີ່, ຜູ້ອຳນວຍການບໍລິສັດ MrVina ໃຫ້ຮູ້ວ່າ: ອ້າຍ ແລະ ບັນດາພາລະກອນໃນບໍລິສັດ ລ້ວນແຕ່ກຳເນີດແລະ ເຕີບໃຫຍ່ຢູ່ເຂດຊົນນະບົດ ສະນັ້ນມີຄວາມເຂົ້າໃຈແຈ້ງຕໍ່ຄວາມຫຍຸ້ງຍາກລຳບາກຂອງຊາວກະສິກອນ, ດັ່ງນັ້ນ ຈິ່ງຢາກເຮັດສິ່ງໃດຫນຶ່ງ ເພື່ອຊ່ວຍໃຫ້ກະສິກຳດ້ວຍຄວາມຮູ້ຂອງຕົນ.
“ພວກເຮົາເຫັນໄດ້ວ່າ ປະຈຸບັນ ປະຊາຊົນຫວຽດນາມ ປາດຖະຫນາຢາກມີຜັກປອດສານພິດໃນຄາບເຂົ້າແຕ່ລະມື້. ສະນັ້ນພວກຂ້າພະເຈົ້າໄດ້ເລືອກເຟັ້ນຕາມເສັ້ນທາງກະສິກຳ ເຖິງຈະຮູ້ວ່າມັນຫຍຸ້ງຍາກລຳບາກແທ້. ພວກຂ້າພະເຈົ້າທັງເຮັດວຽກທັງເກັບກຳຄວາມຮູ້. ຫລັງຈາກນັ້ນ ກໍກັບຄືນມາພັດທະນາບໍລິສັດໃນປີ 2013.
ຜົງຜັກ ກວ໋າງແທງ ຟາມຂຽວ ຫລື MrVina ພຽງແຕ່ແມ່ນ 3 ໃນຈຳນວນຮູບແບບ Start up ຈາກກະສິກຳຂອງບັນດາເພື່ອນຫນຸ່ມທີ່ໄດ້ສ້າງຂຶ້ນເປັນຈຳນວນຫລາຍໃນໄລຍະມໍ່ໆມານີ້. ເລື່ອງນັບມື້ນັບມີຊາວຫນຸ່ມຫລາຍຄົນກັບຄືນມາເຮັດກະສິກຳ ນຳມາເຊິ່ງຄວາມຮູ້ ເຕັກໂນໂລຊີໃຫມ່ເພື່ອແກ້ໄຂບັນດາບັນຫາຂອງກະສິກຳແບບເກົ່າ ໄດ້ເຮັດໃຫ້ຫລາຍຄົນປ່ຽນແປງວິທີຄິດກ່ຽວກັບການເລືອກເຟັ້ນອາຊີບ ແລະ Start up ຂອງຄົນລຸ່ນຫນຸ່ມປະຈຸບັນ. ພິເສດ ຜົນສຳເລັດຈາກບັນດາຮູບແບບນີ້ ແມ່ນທິດກ້າວເດີນໃນການພັດທະນາກະສິກຳແບບຍືນຍົງ.