(vovworld) - ຈ່າກູ໋ ແມ່ນເມືອງທີ່ມີຈຳນວນຊາວເຜົ່າຂະແມ ຫຼາຍກວ່າໝູ່ຢູ່ແຂວງຈ່າວິງ, ກວມກວ່າ 60% ຈຳນວນພົນລະເມືອງໃນແຂວງ ແລະ ນີ້ກໍ່ແມ່ນເມືອງທີ່ມີຊາວເຜົ່າຂະແມຫຼາຍກວ່າໝູ່ໃນທົ່ວປະເທດ. ກ່ອນນີ້ເຂົາເຈົ້າດຳລົງຊີວິດດ້ວຍອາຊີບກະສີກຳ ແລະ ຮັບຈ້າງ, ດັ່ງນັ້ນອັດຕາສ່ວນຄອບຄົວທຸກຍາກຍັງສູງຢູ່. ແຕ່ໃນຊຸມປີມໍ່ໆມານີ້, ດ້ວຍການໜູນຊ່ວຍຈາກສູນກາງ ແລະ ຍ້ອນໄດ້ຍູ້ແຮງການຖ່ານທອດວິທະຍາສາດເຕັກນິກ, ຫັນປ່ຽນຜົນລະປູກ, ສັດລ້ຽງ, ຊີວິດການເປັນຢູ່ຂອງຊາວກະສີກອນໃນເຂດຊົນນະບົດທີ່ທຸກຍາກນີ້ໄດ້ມີການຫັນປ່ຽນຢ່າງຈະແຈ້ງ.
ຊາວຂະແມຫັນປ່ຽນຜົນລະປູກ ແລະ ສັດລ້ຽງ
(ພາບອິນເຕີແນດ)
ໂດຍບໍ່ມີທີ່ດິນທຳການປູກຝັງ, ໃນເກືອບ 20 ປີມານີ້, ປ້າ ແຖກທິນຳ, ອາຍຸ 55 ປີຢູ່ຕາແສງງອກບຽນ, ເມືອງຈ່າກູ໋, ແຂວງຈ່າວິງ, ຕ້ອງໄປຮັບຈ້າງຢູ່ກ່າເມົາ, ດົ່ງທາບ ແລະ ນະຄອນໂຮ່ຈີມິນ ເພື່ອຫາເງິນລ້ຽງຊີບ. ແຕ່ປະຈຸບັນ, ປ້າບໍ່ຕ້ອງໄປຮັບຈ້າງຢູ່ຫ່າງໄກອີກ, ຫາກມີວຽກເຮັດງານທຳຢູ່ໃນບ້ານດ້ວຍລາຍຮັບແຕ່ 70.000 - 80.000 ດົ່ງ/ວັນ. ປ້າ ນຳ ແບ່ງປັນວ່າ:
”ກ່ອນນີ້ຂ້າພະເຈົ້າໄປຮັບຈ້າງຢູ່ນະຄອນໂຮ່ຈີມິນ ແຕ່ເຮັດບໍ່ໄດ້, ເພາະວ່າວຽກງານແບກເຄື່ອງຂຶ້ນລົງລົດແມ່ນໜັກຫຼາຍ. ປະຈຸບັນ, ຂ້າພະເຈົ້າມີແຕ່ຢູ່ບ້ານເກັບໝາກຖົ່ວເທົ່ານັ້ນ. ວຽກງານນີ້ສະບາຍກວ່າ. ຢູ່ບ້ານເຂົ້າເຈົ້າຈ້າງເຮັດວຽກໃດຂ້າພະເຈົ້າກໍ່ເຮັກວຽກນັ້ນ. ຍາມເຊົ້າໄປເຮັດວຽກ, ຍາມແລງກໍ່ກັບເມືອບ້ານ. ສ່ວນຢູ່ນະຄອນບາງເທື່ອໜຶ່ງເດືອນຈຶ່ງໄດ້ກັບເມືອບ້ານ”.
ທີ່ດິນຢູ່ຈ່າກູ໋ ແມ່ນດິນຊາຍທີ່ບໍ່ອຳນວຍໃຫ້ແກ່ການປູກຝັງ, ດັ່ງນັ້ນແຕ່ລະປີສາມາດຜະລິດເຂົ້າໄດ້ພຽງລະດູການດຽວ, ດ້ວຍສະມັດຕະພາບຕຳ່ເທົ່ານັ້ນ. ແຕ່ເມື່ອທ້ອງຖີ່ນມີແຜນນະໂຍບາຍຫັນປ່ຽນຜົນລະປູກ, ດ້ວຍການປູກພືດແທນໃຫ້ການປູກເຂົ້າ, ແລະ ເພີ່ມທະວີການນຳໃຊ້ກົນຈັກເຂົ້າໃນການຜະລິດ, ຈ່າກູ໋ ໄດ້ມີການປ່ຽນແປງຢ່າງຈະແຈ້ງ. ປ້າ ແຖກທິຢຶງ, ຢູ່ນະຄອນ ໂຮ່ຈີມິນ, ໃຫ້ຮູ້ວ່າ:
”ຄອບຄົວຂ້າພະເຈົ້າປູກໝາກຖົ່ວເຫຼືອງ 1 ລະດູການ, ໝາກຖົ່ວຂຽວ 1 ລະດູການ ແລະ ປູກເຂົ້າໜຶ່ງລະດູການ. ປູກໝາກຖົ່ວມີກຳໄລຫຼາຍກວ່າ. ເມື່ອບໍ່ທັນປູກພືດຄອບຄົວຂ້າພະເຈົ້າປະສົບກັບຄວາມຫຍຸ້ງຍາກຫຼາຍ. ນັບແຕ່ປູກໝາກຖົ່ວເຫັນວ່າຊີວິດກໍ່ດີກວ່າ”.
ຊາວຂະແມຫັນປ່ຽນຜົນລະປູກ ແລະ ສັດລ້ຽງ
(ພາບອິນເຕີແນດ)
ຄອບຄົວເອື້ອຍ ກິມທິບິກເຟື້ອງ ຢູ່ຕາແສງເຕິນເຊີນ, ກໍ່ໄດ້ຫຼຸດຜ່ອນຄວາມທຸກຍາກຍ້ອນມີການຫັນປ່ຽນຜົນລະປູກ. ນັບແຕ່ໄດ້ຮັບການຟຶກອົບຮົມດ້ານເຕັກນິກປູກຝັງ, ຜົວເມຍເອື້ອຍໄດ້ຫັນປ່ຽນຈາກການປູກເຂົ້າມາປູກພືດ, ຈາກນັ້ນປີໃດກໍ່ສ້າງລາຍຮັບໄດ້ແຕ່ 30-40 ລ້ານດົ່ງ. ພິເສດ, ໃນພິທີງານບຸນ ແຊນດົນຕີ ປີນີ້, ດ້ວຍການປູກໝາກເຜັດ, ຄອບຄົວເອື້ອຍສ້າງລາຍຮັບໄດ້ 15 ລ້ານດົ່ງ, ສູງກວ່າ 4-5 ເທົ່າເມື່ອທຽບໃສ່ການປູກເຂົ້າ. ເອື້ອຍກິມທິບິກເຟື້ອງໃຫ້ຮູ້ວ່າ:
”ກ່ອນນີ້ປູກພືດ 1 ລະດູການ, ປູກເຂົ້າ 2 ລະດູການ, ແຕ່ປະຈຸບັນປູກພືດທັງ 3 ລະດູການ: ໝາກແຕງ 1 ລະດູການ, muop dang 1 ລະດູການ ແລະ ໝາກເຜັດ 1 ລະດູການ. ໝາກແຕງໄດ້ 10 ລ້ານດົ່ງ, muop dang ໄດ້ 10 ລ້ານດົ່ງ, ສ່ວນໝາກເຜັດກຳລັງເກັບກຽວມື້ລະໄດ້ 70-80 ກິໂລກຼາມ, ຂາຍຢູ່ກັບທີ່ດ້ວຍລາຄາ 12.000 ດົ່ງ/ກິໂລກຼາມ”.
ຢູ່ເຂດປູກເຂົ້າທີ່ບັນລຸປະສິດທິຜົນຕຳ່ຂອງເມືອງຈ່າກູ໋ ໃນເມື່ອກ່ອນ, ປະຈຸບັນລ້ວນແຕ່ຫັນປ່ຽນຜົນລະປູກ. ມາຮອດປະຈຸບັນມີເນື້ອທີ່ປູກເຂົ້າທີ່ໃຫ້ສະມັດຕະພາບຕຳ່ເກືອບ 4.000 ເຮັກຕາໄດ້ຮັບການຫັນປ່ຽນຜົນລະປູກ ແລະ ສັດລ້ຽງ. ນອກນັ້ນທ້ອງຖີ່ນຍັງເພີ່ມທະວີການຖ່າຍທອດວິທະຍາສາດ, ເຕັກນິກໃຫ້ແກ່ຊາວກະສີກອນ. ຕາມນັ້ນແລ້ວ, ນັບແຕ່ຕົ້ນປີມາຮອດປະຈຸບັນ ໄດ້ເປີດຊຸດຟຶກອົບຮົມ 60 ຊຸດ, ດ້ວຍຜູ້ເຂົ້າຮ່ວມ 1.500 ເທື່ອຄົນ.
ຊາວຂະແມຫັນປ່ຽນຜົນລະປູກ ແລະ ສັດລ້ຽງ
(ພາບອິນເຕີແນດ)
ໃນ 3 ປີມໍ່ໆມານີ້, ຈາກແຫຼ່ງງົບປະມານສູນກາງ, ເມືອງຈ່າກູ໋ ໄດ້ລົງທຶນພັດທະນາພື້ນຖານໂຄງລ່າງ, ກໍ່ສ້າງຂົວ, ທາງຄົມມະນາຄົມລະຫວ່າງຕາແສງ, ບ້ານ, ດ້ວຍຈຳນວນເງິນກວ່າ 45 ຕື້ດົ່ງ. ເມືອງໄດ້ໃຫ້ກູ້ຢືມ 100 ຕື້ກວ່າດົ່ງເພື່ອໜູນຊ່ວຍໃຫ້ແກ່ການຜະລິດ, 17 ຕື້ດົ່ງ ແມ່ນໜູນຊ່ວຍການປຸກສ້າງເຮືອນຢູ່ໃຫ້ແກ່ບັນດາຄອບຄົວຊາວຂະແມທີ່ທຸກຍາກ... ນອກນັ້ນ, ບັນດາຂະແໜງການ, ອົງການຈັດຕັ້ງມະຫາຊົນຢູ່ທ້ອງຖີ່ນກໍ່ຍູ້ແຮງການໂຄສະນາຂົນຂວາຍ, ແນະນຳ, ປຸກລະດົມບັນດາຄອບຄົວບືນຕົວຂຶ້ນດ້ວຍຕົນເອງ, ຕັດສິນໃຈຫຼຸດພົ້ນອອກຈາກຄວາມທຸກຍາກ. ປະຈຸບັນ, ອັດຕາຄອບຄົວທີ່ທຸກຍາກຂອງທ້ອງຖີ່ນແມ່ນຫຼຸດຈາກ 30% ລົງເຫຼືອພຽງ 21,15%. ທ່ານ ກິມງອກເຊືອງ, ຫົວໜ້າຫ້ອງຊົນເຜົ່າເມືອງຈ່າກູ໋, ໃຫ້ຮູ້ວ່າ:
”ໂດຍໄດ້ຮັບການໜູນຊ່ວຍຈາກລັດ, ພິເສດແມ່ນບັນດານະໂຍບາຍສຳລັບຊາວຊົນເຜົ່າສ່ວນໜ້ອຍ, ເປັນຕົ້ນໃນຂົງເຂດເສດຖະກິດແມ່ນໄດ້ປະຕິບັດການຫັນປ່ຽນຜົນລະປູກໃນຂົງເຂດກະສີກຳເປັນຢ່າງດີ, ດັ່ງນັ້ນຊີວິດການເປັນຢູ່ຂອງຊາວເຜົ່າຂະແມເມືອງຈ່າກູ໋ ໄດ້ຮັບການຫັນປ່ຽນຢ່າງຈະແຈ້ງ.”
ປະສິດທິຜົນແຫ່ງການຜະລິດກະສີກຳ ໄດ້ປະກອບສ່ວນກໍ່ສ້າງຊົນນະບົດໃໝ່ຢູ່ເມືອງຈ່າກູ໋, ສ້າງການຫັນປ່ຽນໃນຊີວິດທາງດ້ານວັດຖຸ ແລະ ຈິດໃຈຂອງຊາວເຜົ່າຂະແມຢູ່ທີ່ນີ້. ສິ່ງດັ່ງກ່າວແມ່ນແຫຼ່ງກຳລັງໜູນເພື່ອເຮັດໃຫ້ເຂົາເຈົ້າບືນຕົວຂຶ້ນ, ຫຼຸດພົ້ນອອກຈາກຄວາມທຸກຍາກ.