(vovworld) - ລາຍຮັບສະເລ່ຍໃສ່ຫົວຄົນ/ປີທຽບໃສ່ລະດັບສະເລ່ຍລວມຂອງແຂວງແມ່ນມາດຖານສຳຄັນໃນຈຳນວນມາດຖານແຫ່ງຊາດກ່ຽວກັບການກໍ່ສ້າງຊົນນະບົດໃໝ່. ບັນດາທ້ອງຖີ່ນຢູ່ເຂດພູດອຍ, ເຂດຊົນເຜົ່າສ່ວນໜ້ອຍໄດ້ຊອກຫາວິທີເພື່ອປະຕິບັດມາດຖານນີ້. ເມື່ອຜັນຂະຫຍາຍໂຄງການກໍ່ສ້າງຊົນນະບົດໃໝ່, ຕາແສງ ເຊີນບິ່ງ (ເມືອງ ແຄ໋ງເຊີນ, ແຂວງ ແຄ໋ງຮ່ວາ ) ໄດ້ສຸມໃສ່ການຜະລິດຕົ້ນໄມ້ທີ່ມີທ່າແຮງ, ຍົກສູງມູນຄ່າການຜະລິດ, ເພີ່ມລາຍຮັບໃຫ້ແກ່ຊາວກະສີກອນ. ຊາວຊົນເຜົ່າຢູ່ທີ່ນີ້ຖືວ່າການຊອກຫາຕົ້ນໄມ້ທີ່ມີທ່າແຮງ ແມ່ນວິທີເພື່ອຫຼຸດພົ້ນອອກຈາກຄວາມທຸກຍາກ
ຕົ້ນກາເຟ (ພາບອິນເຕີແນດ)
ບໍ່ວ່າຜູ້ໃດ, ເມື່ອມາຮອດເຊີນບິ່ງ ກໍ່ລ້ວນແຕ່ຮູ້ສຶກວ່າຕົນເອງພວມເຊື່ອມຕົວເຂົ້າກັບສວນໝາກໄມ້ດ້ວຍຫຼາຍປະເພດເຊັ່ນ, ໝາກຖົ່ວລຽນ, ໝາກມີ້, ຕົ້ນອອ້ຍ, ກາເຟ. ເອື້ອຍ ເມົ໋າທິລານ, ຊາວເຜົ່າ ຮັກໄລ ຢູ່ບ້ານ ລຽນຮ່ວາ ໄດ້ເຊີນພວກເຮົາມາຢ້ຽມຢາມຄອບຄົວ. ເຮືອນຫຼັງນ້ອຍໆຂອງຜົວເມຍເອື້ອຍຕັ້ງຢູ່ກາງສວນໄມ້ທີ່ເຢັນສະບາຍ. ຕໍ່ໜ້າເຮືອນປູກຕົ້ນຖົ່ວລຽນທີ່ໝາກເຕັກກົກ, ສ່ວນທາງຫຼັງແມ່ນປູກກາເຟ.
”ກ່ອນນີ້ຂ້າພະເຈົ້າປູກຕົ້ນໄມ້ຕາມຂະບວນການ, ເຫັນວ່າເຂົາເຈົ້າປູກໄມ້ປະເພດໃດກໍ່ປູກໄປນຳ. ແຕ່ວ່າ, ນັບແຕ່ໄດ້ຮັບການແນະນຳຈາກພະນັກງານຕາແສງ, ຄອບຄົວຂ້າພະເຈົ້າໄດ້ຫັນມາປູກກາເຟ. ປູກກາເຟບໍ່ຕ້ອງບົວລະບັດຫຼາຍ, ແຕ່ພັດສ້າງລາຍຮັບສູງ. ເກັບກູ້ເທົ່າໃດ ກໍ່ຂາຍໄດ້ເທົ່ານັ້ນ” .
ຄອບຄົວ ເມົ໋າທິລຽນ ປູກກາເຟປະມານ 500 ຕົ້ນ ໃນເວລາ 3 ປີແລ້ວ, ປະຈຸບັນ, ແມ່ນສາມາດເກັບກູ້ໄດ້ແລ້ວ. ສ່ວນຕົ້ນໄມ້ໃຫ້ໝາກປະເພດຕ່າງໆທີ່ບໍ່ມີມູນຄ່າສູງ, ຜົວເມຍອ້າຍກໍ່ຕັດຖີ້ມເພື່ອປູກຕົ້ນໝາກມີ້ 70 ຕົ້ນ ແລະ ຕົ້ນຖົ່ວລຽນ ສິບກວ່າຕົ້ນ.
”ໝາກມີ້ ແລະ ໝາກຖົ່ວລຽນ ແມ່ນໝາກໄມ້ 2 ປະເພດທີ່ຫອມ, ແຊບ ແລະ ມີຊື່ສຽງຂອງ ແຄ໋ງເຊີນ. ຜົວເມຍຂ້າພະເຈົ້າຄາດວ່າຈະປູກຕົ້ນຖົ່ວລຽນຕື່ມອີກ, ເພາະວ່າມັນຂາຍໄດ້ລາຄາສູງ”
ໝາກຖົ່ວລຽນ(ພາບອິນເຕີແນດ)
ເອື້ອຍ ເມົ໋າທິລານ ເວົ້າດ້ວຍຄວາມພາກພູມໃຈວ່າ, ເຄື່ອງຂອງທັງໝົດໃນຄອບຄົວເອື້ອຍລ້ວນແຕ່ມາຈາກສວນໄມ້ນີ້. ບໍ່ພຽງແຕ່ຄອບຄົວຂ້າພະເຈົ້າເທົ່ານັ້ນ, ຫາກຊີວິດການເປັນຢູ່ຂອງພໍ່ແມ່ປະຊາຊົນຢູ່ທີ່ນີ້ ກໍ່ນັບມື້ນັບດີຂຶ້ນຍ້ອນອີງໃສ່ສວນຕົ້ນໄມ້ໃຫ້ໝາກຄືແນວນັ້ນ.
ປະຈຸບັນ, ເຊີນບິ່ງ ແມ່ນເຂດຈຸດສຸມຂອງເມືອງ ແຄ໋ງເຊີນ ກ່ຽວກັບການປູກຕົ້ນໄມ້ໃຫ້ໝາກທີ່ມີມູນຄ່າເສດຖະກິດສູງ. ນີ້ກໍ່ແມ່ນແຫ່ງທີ່ມີເນື້ອທີ່ປູກຕົ້ນຖົ່ວລຽນໃຫຍ່ກວ່າໝູ່ໃນເມືອງ, ດ້ວຍ 200 ກວ່າເຮັກຕາ. ໝາກຖົ່ວລຽນ ແຄ໋ງເຊີນ ແມ່ນຜະລິດຕະພັນກະເສດທຳອິດຂອງແຂວງ ແຄ໋ງຮ່ວາ ທີ່ໄດ້ຮັບໃບຢັ້ງຢືນກຳມະສິດເຄື່ອງໝາຍການຄ້າຈາກກົມຊັບສິນທາງປັນຍາ. ພາຍຫຼັງລະດູການເກັບກູ້ໝາກຖົ່ວລຽນຂອງບັນດາແຂວງທາງພາກໃຕ້ປະມານ 2 ເດືອນ, ໝາກຖົ່ວລຽນຂອງເມືອງແຄ໋ງຮ່ວາ, ເຊິ່ງຕົ້ນຕໍແມ່ນຂອງຕາແສງ ເຊີນບິ່ງ ຈຶ່ງມີໜ້າຢູ່ຕະຫຼາດ ແລະ ຜູ້ນິຍົມກິນໝາກໄມ້ປະເພດນີ້, ພຽງແຕ່ລໍຖ້າຮອດຍາມເກັບກູ້ໝາກຖົ່ວລຽນຂອງເມືອງ ເຄ໋ງເຊີນ.
ທ່ານເລແອ໋ງຊ໋າງ, ປະທານຄະນະກຳມະການປະຊາຊົນຕາແສງ ເຊີນບິ່ນ, ຍາມໃດກໍ່ຄົ້ນຄິດເຖິງໂຄງການກໍ່ສ້າງຊົນນະບົດໃໝ່ຂອງຕາແສງ. ພິເສດແມ່ນມາດຖານກ່ຽວກັບລາຍຮັບສະເລ່ຍໃສ່ຫົວຄົນ. ພາຍຫຼັງຄົ້ນຄ້ວາ, ປຶກສາຫາລືແລ້ວ, ທິດທາງພັດທະນາຂອງຕາແສງແມ່ນອີງໃສ່ຕົ້ນໄມ້ປະເພດຕ່າງໆທີ່ເໝາະສົມກັບດິນຟ້າອາກາດ ແລະ ທາດດິນຂອງ ເຊີນບິ່ງ, ທັງແມ່ນຕົ້ນໄມ້ທີ່ມີມູນຄ່າໃນຕະຫຼາດ.
”ພວກຂ້າພະເຈົ້າພວມກໍ່ສ້າງທົດລອງຮູບແບບປູກກາເຟລວມສູນໃຫ້ 10 ຄອບຄົວ. ຖ້າຮູບແບບນີ້ໄດ້ຮັບຜົນ, ພວກຂ້າພະເຈົ້າຈະຂະຫຍາຍອອກຢ່າງກວ້າງຂວາງ. ຈະມີບັນດາສະຫະກອນ, ໜ່ວຍຮ່ວມສຳພັນປູກຕົ້ນອ້ອຍ, ຕົ້ນຖົ່ວລຽນ, ທັນຍາຫານ..”
ຕົ້ນອ້ອຍ(ພາບອິນເຕີແນດ)
ຊອກຫາຜົນລະປູກທີ່ເໝາະສົມ ເພື່ອເຮັດໃຫ້ຊາວເຜົ່າສ່ວນໜ້ອຍບໍ່ພຽງແຕ່ຫຼຸດພົ້ນອອກຈາກຄວາມທຸກຍາກເທົ່ານັ້ນ, ຫາກຍັງບືນຕົວຂຶ້ນສ້າງຄວາມຮັ່ງມີອີກດ້ວຍ. ນັ້ນແມ່ນຜົນງານໃນເບື້ອງຕົ້ນຂອງເຊີນບິ່ງ ເມື່ອຜັນຂະຫຍາຍການກໍ່ສ້າງຊົນນະບົດໃໝ່. ທ່ານເລແອ໋ງຊ໋າງ, ປະທານຄະນະກຳມະການປະຊາຊົນຕາແສງ ເຊີນບິ່ງໄດ້ຢືນຢັນດ້ວຍຄວາມເຊື່ອໝັ້ນວ່າ:
”ຕົ້ນປີ 2012, ຈຳນວນຄອບຄົວທີ່ທຸກຍາກໃນຕາແສງແມ່ນ 180 ຄອບຄົວ, ກວມ 34,6%, ຄາດວ່າຮອດທ້າຍປີ 2012, ອັດຕາຄອບຄົວທີ່ທຸກຍາກຈະຫຼຸດລົງເຫຼືອພຽງ 20,4%”
ທ່ານປະທານຄະນະກຳມະການປະຊາຊົນຕາແສງເຊີນບິ່ງຢັ້ງຢືນສິ່ງດັ່ງກ່າວແມ່ນມີພື້ນຖານຢ່າງສິ້ນເຊິງ, ເພາະວ່າທ່ານໄດ້ເຫັນການປ່ຽນໃໝ່ໃນຄວາມຮັບຮູ້, ຄວາມຄິດ, ວິທີການສ້າງເສດຖະກິດຂອງຊາວຊົນເຜົ່າໃນຕາແສງຂອງຕົນ.