(VOVWORLD) -ບໍ່ຕ້ອງໄປໄກ, ຢູ່ຮ່າໂນ້ຍ ກໍ່ສາມາດຮັບປະທານບັນດາເຍື່ອງອາຫານພື້ນເມືອງ ແລະ ຄົ້ນຫາບັນດາຈຸດວັດທະນະທຳຊົນເຜົ່າ, ການລະຫຼີ້ນພື້ນເມືອງທີ່ເຂັ້ມຂົ້ນໄປດ້ວຍສີສັນບັນດາຊົນເຜົ່າທາງທິດຕາເວັນຕົກສ່ຽງເໜືອ, ທິດຕາເວັນອອກສ່ຽງເໜືອໄດ້.
ຕະຫຼາດນັດເຂດພູສູງຢູ່ຮ່າໂນ້ຍ
(ພາບ: baochinhphu.vn)
|
ບັນດາງານຕະຫຼາດນັດເຂດພູສູງໄດ້ຮັບການຈັດຂຶ້ນໃນໂອກາດງານບຸນ, ບຸນເຕັດ (ບຸນປີໃໝ່) ຢູ່ໝູ່ບ້ານວັດທະນະທຳທ່ອງທ່ຽວບັນດາເຜົ່າຫວຽດນາມ, ຍາມໃດກໍ່ສ້າງຄວາມປະທັບໃຈຢ່າງແຮງເຖິງນັກທ່ອງທ່ຽວມາຢ້ຽມຊົມ.
ໂດຍຫ່າງຈາກນະຄອນຮ່າໂນ້ຍ ປະມານ 40 ກມ, ຂຶ້ນກັບເຂດທ່ອງທ່ຽວ ດົ່ງໂມ, ເທດສະບານເມືອງເຊີນໄຕ, ຮ່າໂນ້ຍ, ໝູ່ບ້ານວັດທະນະທຳ - ທ່ອງທ່ຽວບັນດາເຜົ່າຫວຽດນາມ ແມ່ນສະຖານທີ່ວາດພາບບັນດາຄຸນຄ່າວັດທະນະທຳທີ່ເປັນເອກະລັກສະເພາະຂອງ 54 ຊົນເຜົ່າຫວຽດນາມ. ເຂດບັນດາບ້ານຊົນເຜົ່າໄດ້ຮັບການກໍ່ສ້າງກາຍເປັນກຸ່ມວາດພາບໃຫ້ເຫັນບັນດາໂຄງສ້າງໝູ່ບ້ານຂອງບັນດາຊົນເຜົ່າຫວຽດນາມ, ດ້ານການວາງແຜນຜັງ ແລະ ສະຖາປັດຕະຍາກຳພື້ນເມືອງ ເພື່ອແນໃສ່ແນະນຳ, ຮັກສາ ແລະ ພັດທະນາບັນດາຄຸນຄ່າວັດທະນະທຳທີ່ເປັນມູນເຊື້ອຂອງປະຊາຄົມ 54 ຊົນເຜົ່າຫວຽດນາມ. ພິເສດ, ເມື່ອນັກທ່ອງທ່ຽວມາທ່ຽວຢູ່ເຂດນີ້ ຈະມີໂອກາດເຈື່ອຈານເຂົ້າກັບຊີວິດການເປັນຢູ່ຂອງບັນດາເຜົ່າ, ຊອກຮູ້ບັນດາຈຸດວັດທະນະທຳ, ບັນດາຮີດຄອງປະເພນີທີ່ເປັນເອກະລັກສະເພາະ, ໃນນັ້ນພົ້ນເດັ່ນທີ່ສຸດແມ່ນບັນດາງານຕະຫຼາດນັດເຂດພູສູງ. ບັນດາງານຕະຫຼາດນັດເຂດພູສູງໄດ້ຮັບການຈັດຕັ້ງໃນໂອກາດບຸນເຕັດ. ຍາກທີ່ຈະມີຢູ່ຮ່າໂນ້ຍ ນັກທ່ອງທ່ຽວໄດ້ເຊື່ອມຕົວເຂົ້າບັນຍາກາດງານຕະຫຼາດນັດທີ່ມີສີສັນຊົນເຜົ່າ ແລະ ເຂັ້ມຂົ້ນໄປດ້ວຍສີສັນຂອງພໍ່ແມ່ພີ່ນ້ອງຊາວເຜົ່າທີ່ມີພົນລະເມືອງໜ້ອຍ, ເບິ່ງຄືວ່າມັນມີພຽງແຕ່ຢູ່ບັນດາເຂດບ້ານທີ່ຢູ່ຫ່າງໄກຊອກຫຼີກຂອງຫວຽດນາມ ເທົ່ານັ້ນ. ເນື່ອງໃນໂອກາດສະເຫຼີມສະຫຼອງ 73 ປີແຫ່ງວັນຊາດຂອງຫວຽດນາມ ໄດ້ຈັດງານຕະຫຼາດນັດເຂດພູສູງທີ່ມີຊື່ວ່າ “ມ່ວນຊື່ນໃນງານບຸນເຕັດເອກະລາດ” ເຊິ່ງໄດ້ດຳເນີນແຕ່ວັນທີ 31 ສິງຫາ - ວັນທີ 03 ກັນຍາ 2018 ຫວ່າງແລ້ວນີ້. ປະຊາຊົນບັນດາເຜົ່າຄື: ໄຕ່, ນຸ່ງ, ຢ້າວ, ມົ້ງ ຢູ່ທິດຕາເວັນອອກສ່ຽງເໜືອ, ທິດຕາເວັນຕົກສ່ຽງເໜືອ ຫຼື ຊົນເຜົ່າ ເອເດ ຢູ່ເຂດດິນແດນໄຕງວຽນ ບໍ່ພຽງແຕ່ໄດ້ນຳເອົາບັນດາຜະລິດຕະພັນກະເສດ, ຜະລິດຕະພັນທີ່ເປັນເອກະລັກສະເພາະຂອງແຕ່ລະເຂດພາກເຂົ້າຮ່ວມງານຕະຫຼາດນັດເທົ່ານັ້ນ, ຫາກຍັງນຳມາເຊິ່ງບັນດາສີສັນຊົນເຜົ່າພ້ອມກັບບັນດາຮີດຄອງປະເພນີ, ຈຸດວັດທະນະທຳທາງດ້ານອາຫານການກິນ, ບັນດາການລະຫຼີ້ນ, ສີລະປະຟ້ອນລຳທຳເພງພື້ນເມືອງທີ່ເປັນເອກະລັກສະເພາະຂອງຊົນເຜົ່າຕົນອີກດ້ວຍ. ທ່ານ ຫງວຽນແທັງເຊີນ, ຫົວໜ້າຄະນະຄຸ້ມຄອງເຂດບັນດາໝູ່ບ້ານຊົນເຜົ່າ, ໝູ່ບ້ານວັດທະນະທຳ - ທ່ອງທ່ຽວບັນດາເຜົ່າຫວຽດນາມ, ໃຫ້ຮູ້ວ່າ.
“ເມື່ອໄປຕະຫຼາດ, ຕາມປົກກະຕິພວກເຮົາພຽງແຕ່ຄິດວ່າແມ່ນໄປຊື້, ຂາຍເຄື່ອງເທົ່ານັ້ນ, ແຕ່ເມື່ອເຂົ້າຮ່ວມງານຕະຫຼາດເຂດພູສູງ, ພິເສດແມ່ນບັນດາເຂດພູສູງມີສີສັນຫຼາກຫຼາຍ, ອຸດົມສົນບູນແລ້ວ. ບັນດານັກທ່ອງທ່ຽວຍັງໄດ້ຮັບປະທານອາຫານພື້ນເມືອງໄດ້ແລກປ່ຽນກັບພໍ່ຄົວ, ແມ່ຄົວກ່ຽວກັບບັນດາເລື່ອງລາວ, ຮີດຄອງປະເພນີ, ບັນດາເຄື່ອງປຸງຂອງເຂດພູຜາປ່າໄມ້, ເມື່ອປຸງແຕ່ງເຍື່ອງອາຫານບໍ່ພຽງແຕ່ເຮັດໃຫ້ມີລົດຊາດທີ່ແຊບນົວ, ເປັນຕາຢາກຮັບປະທານເທົ່ານັ້ນ, ຫາກມັນຍັງແມ່ນຢາພື້ນເມືອງຊະນິດໜຶ່ງອີກດ້ວຍ. ພວກຂ້າພະເຈົ້າເຫັນວ່າ, ນັກທ່ອງທ່ຽວມີຄວາມນິຍົມທີ່ສຸດ, ຊຳບໍ່ໜຳຍັງຊອກຮູ້ວິທີປຸງແຕ່ງບັນດາເຍື່ອງອາຫານຂອງປະຊາຊົນບັນດາເຜົ່າເຫຼົ່ານັ້ນອີກດ້ວຍ”.
ບັນຍາກາດຂອງງານຕະຫຼາດນັດເຂດພູສູງບໍ່ພຽງແຕ່ແມ່ນບັນດາເຮືອນເຮັດດ້ວຍໄມ້ໄຜ່ມຸງດ້ວຍຫຍ້າ, ໂຕມ້າຂົນເຄື່ອງ, ບ່ອນຂາຍບັນດາຊັບສິ່ງຂອງ, ຢາສະໝູນໄພຂອງເຂດພູຜາປ່າໄມ້ເທົ່ານັ້ນ, ຫາກຍັງແມ່ນປອນແນະນຳບັນດາແຜ່ນແພພື້ນເມືອງ, ຊຸດອາພອນປະຈຳເຜົ່າຕ່າງໆ… ອີກດ້ວຍ. ໃນງານຕະຫຼາດນັດຍັງໄດ້ດຳເນີນການລະຫຼີ້ນພື້ນເມືອງຄື: ໂຍນໝາກຄອນ, ເຕັ້ນໄມ້ດິ້ວ, ຂີ່ຊິງຊ້າ… ເຂົ້າຮ່ວມງານຕະຫຼາດນັດ, ນັກທ່ອງທ່ຽວກໍ່ຈະໄດ້ດຶ່ມຊາ, ຮັບປະທານບັນດາເຍື່ອງອາຫານຂອງບັນດາຊົນເຜົ່າຄື: ຊາວເຜົ່ານຸ່ງ ຢູ່ລ້າງເຊີນ ໄດ້ນຳຊີ້ນໝູປີ້ງ, ເຊິ່ງເປັນເຍື່ອງອາຫານທີ່ມີຊື່ສຽງຂອງແຂວງລ້າງເຊີນ; ຊາວເຜົ່າມົ້ງ ມີເຫຼົ້າສາລີ; ຊາວເຜົ່າໄຕ ມີເຂົ້າຕົ້ມ, ເຂົ້າໜຽວສີ… ຢູ່ງານຕະຫຼາດນັດ, ນັກທ່ອງທ່ຽວຍັງເຂົ້າຮ່ວມຄົ້ນຫາບັນດາວັດທະນະທຳຂອງຊົນເຜົ່າອື່ນອີກຄື: ນຸ່ງຊຸດອາພອນຂອງຊາວຊົນເຜົ່າເພື່ອຖ່າຍຮູບ, ຮຽນວິທີປຸງແຕ່ງບັນດາເຍື່ອງອາຫານຊົນເຜົ່າ, ຮຽນວິທີເປົ່າແຄນ, ເປົ່າຂຸ່ຍ… ທ່ານ ຫງວຽນຮ່ວາງ, ນັກທ່ອງທ່ຽວເຂົ້າຮ່ວມງານຕະຫຼາດນັດແບ່ງປັນວ່າ.
“ຊາວເຜົ່າໄຕ, ນຸ່ງ ຢູ່ແຂວງລ້າງເຊີນ ປີ້ງຊີ້ນໝູ, ຊີ້ນເປັດແຊບທີ່ສຸດ. ເຂົ້າຮ່ວມງານຕະຫຼາດນັດຖ້າບໍ່ໄດ້ຮັບປະທານບັນດາເຍື່ອງອາຫານເຫຼົ່ານີ້ແລ້ວແມ່ນເສຍດາຍທີ່ສຸດ. ຂ້າພະເຈົ້າກໍ່ຍາດໂອກາດມາຮັບປະທານບັນດາເຍື່ອງອາຫານດັ່ງກ່າວ, ຊື້ເຫຼົ້າ ເມົ້າເຊີນ ແລະ ໝາກຂຽບ ຈີລັງ, ເຊິ່ງແມ່ນຜະລິດຕະພັນອາຫານທີ່ມີຊື່ສຽງຂອງລ້າງເຊີນ. ຂ້າພະເຈົ້າກໍ່ໄດ້ເຂົ້າຮ່ວມງານຕະຫຼາດນັດຢູ່ບາງເຂດພູສູງມາແລ້ວ, ງານຕະຫຼາດນັດແຕ່ລະເຂດມີຄວາມແຕກຕ່າງກັນ, ແຕ່ການເຕົ້າໂຮມບັນດາຈຸດວັດທະນະທຳຂອງງານຕະຫຼາດນັດທີ່ມີຫຼາຍຮູບແບບຂອງບັນດາເຜົ່າຢູ່ແຫ່ງນີ້ ໄດ້ສ້າງຄວາມຮູ້ສຶກທີ່ແປກປະຫຼາດ ແລະ ຈັບອົກຈັບໃຈ”.
ເຂົ້າຮ່ວມງານຕະຫຼາດນັດຢູ່ໝູ່ບ້ານວັດທະນະທຳບັນດາເຜົ່າຫວຽດນາມ, ນັກທ່ອງທ່ຽວບໍ່ພຽງແຕ່ໄປຫຼີ້ນເລາະຕະຫຼາດ, ເຂົ້າຮ່ວມບັນດາການເຄື່ອນໄຫວຊື້ຂາຍ, ຮັບປະທານບັນດາເຍື່ອງອາຫານ ຫຼື ຊົມບັນດາລາຍການສະແດງດົນຕີພື້ນເມືອງທີ່ເປັນເອກະລັກສະເພາະຂອງບັນດາເຜົ່າເທົ່ານັ້ນ, ຫາກຍັງໄດ້ຮັບຟັງບັນດາເຈົ້າຂອງ ວັດທະນະທຳ, ແນະນຳດ້ວຍຕົນເອງກ່ຽວກັບສີສັນວັດທະນະທຳຂອງຊົນເຜົ່າຕົນ, ແລກປ່ຽນກັບນັກທ່ອງທ່ຽວກ່ຽວກັບບັນດາຄຸນຄ່າວັດທະນະທຳຂອງຊົນເຜົ່າຕົນອີກດ້ວຍ.