(VOVWORLD) -ຕາແສງຊວນຢາງ, ເມືອງ ກວາງບິ່ງ, ແຂວງຮ່າຢາງ, ມີພົນລະເມືອງກວ່າ 90% ແມ່ນຊາວເຜົ່າໄຕ. ເພື່ອອະນຸລັກຮັກສາ, ເສີມຂະຫຍາຍສີສັນວັດທະນະທຳທີ່ເປັນມູນເຊື້ອຂອງປະຊາຊົນເຜົ່າໄຕ່, ພິເສດແມ່ນບັນດາທຳນອງເພງພື້ນເມືອງ, ເຄື່ອງດົນຕີ, ຕາແສງຊວນຢາງ ໄດ້ສ້າງຕັ້ງບັນດາສະມາຄົມນັກສິລະປະການພື້ນເມືອງ ເປັນຂົວເຊື່ອມຕໍ່ໃນການອະນຸລັກຮັກສາ, ເສີມຂະຫຍາຍບັນດາຈຸດຄວາມງາມວັດທະນະທຳຊົນເຜົ່າຢູ່ທ້ອງຖິ່ນ.
(ພາບປະກອບ: baohagiang.vn)
|
ໃນສາງວັດທະນະທຳຂອງປະຊາຊົນບັນດາເຜົ່າໄຕ່ ເວົ້າລວມ ແລະ ຢູ່ຕາແສງ ຊວນຢາງ, ເມືອງກວ໋າງບິ່ງ, ແຂວງຮ່າຢາງ ເວົ້າສະເພາະ, ບັນດາທຳນອງເພງຂັບແທນ, ຂັບອ໊ຽວ, ຂັບກ້ຽວກັນ ຍາມໃດກໍ່ມີຄຸນຄ່າວັດທະນະທຳທາງດ້ານຈິດໃຈທີ່ເປັນເອກະລັກສະເພາະຫຼາຍຢ່າງ. ໃນໂອກາດຈັດບັນດາງານບຸນຄື ລົ່ງຕົ່ງ, ງານບຸນຕ່ຳເຂົ້າເໝົ້າ, ບຸນວັນເພງເດືອນຈຽງ, ວັນເພງເດືອນ 7 (ໄລ່ຕາມຈັນທະປະຕິທິນ)… ບັນດາບ່າວ, ສາວທັງລະຫຼີ້ນ, ທັງຊອກຫາເພື່ອນເພື່ອຂັບກ້ຽວກັນດ້ວຍບົດກະວີ ຫຼື ຂັບຕາມທຳນອງເພງພື້ນເມືອງ.
ຢູ່ເຮືອນຮ້ານທີ່ກວ້າງໃຫຍ່ຂອງຄອບຄົວທ່ານ ຮ່ວາງວັນບິງ, ປະທານສະມາຄົມນັກສິລະປະການພື້ນເມືອງ ຕາແສງຊວນຢາງ, ໃນມື້ນັ້ນມີມີນັກສິລະປະການ, ພ້ອມກັບເດັກນ້ອຍມາຮຽນດົນຕີ, ຮຽນຮ້ອງເພງເປັນຈຳນວນຫຼາຍ. ທ່ານ ຮ່ວາງວັນບິງ ໃຫ້ຮູ້ວ່າ: ສະມາຄົມນັກສິລະປະການພື້ນເມືອງຂອງຕາແສງ ໄດ້ຮັບການສ້າງຕັ້ງເມື່ອປີ 2012, ດ້ວຍສະມາຊິກ 30 ຄົນ, ໃນນັ້ນຕົ້ນຕໍແມ່ນບັນດາເຈົ້າກົກເຈົ້າເຫຼົ່າ ທີ່ຍັງຮັກສາໄດ້ບັນດາທຳນອງເພງ ຫຼື ບັນດາອາຊີບທີ່ເປັນມູນເຊື້ອ. ມາຮອດປະຈຸບັນ, ຈຳນວນສະມາຊິກເຂົ້າຮ່ວມສະມາຄົມໄດ້ເພີ່ມຂຶ້ນເກືອບ 100 ຄົນ, ໄດ້ດຳເນີນຊີວິດຢູ່ 9 ບ້ານ. ແຕ່ລະເດືອນ, ນອກຈາກການສອນບັນດາອາຊີບທີ່ເປັນມູນເຊື້ອແລ້ວ, ບັນດານັກສິລະປະການຍັງສອນການຮ້ອງເພງ, ການຟ້ອນຕື່ມອີກ. ນັກສິລະປະການ ຮ່ວາງວັນບິງ, ຢູ່ບ້ານ ກວ່ຽນ, ຕາແສງ ຊວນຢາງ, ໃຫ້ຮູ້ວ່າ.
“ຂ້າພະເຈົ້າຄິດວ່າ, ຂັບແທນ, ຂັບອ໊ຽວ, ຂັບຮ້ອງທຳນອງເພງພື້ນເມືອງ, ນັບທັງເສບເຄື່ອງດົນຕີຊະນິດຕ່າງໆທີ່ຖືກສູນຫາຍໄປແລ້ວ, ປະຈຸບັນຕ້ອງຟື້ນຟູຄືນ, ອະນຸລັກຮັກສາ ແລະ ເສີມຂະຫຍາຍ. ມີຫຼາຍຈຸດວັດທະນະທຳຂອງຊົນເຜົ່າ, ນັບແຕ່ການຂັບອ໊ຽວ, ຂັບແທນ ຫຼື ເສບເຄື່ອງດົນຕີ ພວກຂ້າພະເຈົ້າຍັງໄດ້ຮັກສາໄວ້ຢູ່ແຕ່ລະຄອບຄົວໃນຕາແສງຊວນຢາງ.”
ນອກຈາກການສອນຂັບລຳ, ຮ້ອງເພງ, ຟ້ອນຢູ່ບັນດາບ້ານໃນບໍລິເວນແລ້ວ, ສະມາຄົມນັກສິລະປະການພື້ນເມືອງຕາແສງຊວນຢາງ ຍັງຈັດຕັ້ງບັນດາການຮຽນຂັບລຳ, ຮ້ອງເພງ, ຟ້ອນຢູ່ໂຮງຮຽນຕື່ມອີກ. ເມື່ອນັກຮຽນໄດ້ພັກແລ້ງ, ສະມາຄົມໄດ້ຈັດຫຼາຍຫ້ອງ, ແຕ່ລະຫ້ອງມີເດັກກວ່າ 40 ຄົນ ເພື່ອສອນການຂັບອ໊ຽວ, ຂັບແທນ, ຂັບລຳທຳນອງເພງພື້ນເມືອງ ແລະ ເສບເຄື່ອງດົນຕີ. ທ່ານຮ່ວາງວັນບິງ, ໃຫ້ຮູ້ຕື່ມອີກວ່າ.
“ບັນດາທຳນອງເພງພື້ນເມືອງຂອງຊົນເຜົ່າໄຕ່ ມີສີສັນຫຼາກຫຼາຍ. ຂັບລຳເພງພື້ນເມືອງ ຫຼື ເປົ່າຂຸ່ຍພ້ອມກັບບັນດາວາດຟ້ອນຂອງຊົນເຜົ່າ, ແຕ່ລະບົດຟ້ອນແມ່ນມີບົດເພງທີ່ແຕກຕ່າງກັນ”.
ບໍ່ພຽງແຕ່ມີຄວາມສຸດຈິດສຸດໃຈໃນການສິດສອນບັນດາທຳນອງເພງພື້ນເມືອງໃຫ້ລຸ່ນໜຸ່ມເທົ່ານັ້ນ, ບັນດານັກສິລະປະການຢູ່ຊວນຢາງ ກໍ່ໄດ້ຊອກຮູ້, ຄົ້ນຄວ້າ, ຟື້ນຟູບັນດາບົດເພງພື້ນເມືອງ, ບັນດາວາດຟ້ອນຂອງຊາວເຜົ່າໄຕ່ ອີກດ້ວຍ. ນັກສິລະປະການ ຮ່ວາງທິເທິບ, ຢູ່ບ້ານ ກວ່ຽນ, ຕາແສງຊວນຢາງ ແບ່ງປັນວ່າ: ເຖິງວ່າ ສະມາຄົມນັກສິລະປະການພື້ນເມືອງບໍ່ມີເງິນເພື່ອເຄື່ອນໄຫວກໍ່ຕາມ, ແຕ່ດ້ວຍຄວາມເມົາມົວ ແລະ ສຸດອົກສຸດໃຈ, ບັນດານັກສິລະປະການໄດ້ສ້າງລາຍຈ່າຍເອງເພື່ອຈັດຫ້ອງຮຽນສອນຂັບລຳ, ຮ້ອງເພງ, ຟ້ອນໃຫ້ເດັກນ້ອຍ.
“ຂ້າພະເຈົ້າຮຽນຮ້ອງເພງນັບແຕ່ຄາວມີອາຍຸ 15 ປີ ແລະ ນັບແຕ່ນັ້ນມາໄດ້ສະແດງສິລະປະຢູ່ທ້ອງຖິ່ນຕ່າງໆ. ແຕ່ກ່ອນແມ່ນຮຽນຟ້ອນເປັນຕົ້ນ ລະໄດ້ໄປນຳກອງສິລະປະ ແລະ ໄປສະແດງຢູ່ບັນດາຕາແສງ. ຜ່ານຫຼາຍສີບປີ, ປະຈຸບັນ ຂ້າພະເຈົ້າໄດ້ສ້າງກອງສິລະປະພື້ນເມືອງ, ນັບແຕ່ນັ້ນມາກໍ່ໄດ້ໄປພົບປະແລກປ່ຽນກັບທ້ອງຖິ່ນຕ່າງໆ. ເລື່ອງອະນຸລັກຮັກສາໄດ້ຊ່ວຍໃຫ້ພວກຂ້າພະເຈົ້າມີໂອກາດສອນໃຫ້ລຸ້ນລູກລຸ້ນຫຼານ ແລະ ພວກລູກຫຼານນິຍົມຫຼາຍ. ຂ້າພະເຈົ້າໄດ້ໄປສອນຢູ່ຫຼາຍຫ້ອງໃນໂຮງຮຽນມັດທະຍົມສົມບູນ ຊວນຢາງ”.
ແຕ່ລະເດືອນ, ຢູ່ບັນດາຫໍວັດທະນະທຳຂອງບັນດາບ້ານໃນບໍລິເວນຕາແສງ, ບັນດາຫ້ອງຮຽນກ່ຽວກັບການຂັບຮ້ອງທຳນອງເພງພື້ນເມືອງ, ເສບດົນຕີໄດ້ດຳເນີນເປັນປະຈຳ. ເດັກນ້ອຍມີຄວາມສຸດອົກສຸດໃຈໃນການຊອກຮູ້ກ່ຽວກັບບັນດາຈຸດວັດທະນະທຳທີ່ເປັນມູນເຊື້ອຂອງເຜົ່າຕົນ. ນ້ອງຮ່ວາງທິຍືກີງ, ອາຍຸ 16 ປີ, ຢູ່ບ້ານ ກວ່ຽນ, ໃຫ້ຮູ້ວ່າ.
“ຂ້າພະເຈົ້າໄດ້ຮຽນຂັບຮ້ອງມາແຕ່ຄາວມີອາຍຸ 13 ປີ ແລະ ໄດ້ໄປສະແດງຢູ່ຫຼາຍບ່ອນ. ຂ້າພະເຈົ້າໄດ້ເຂົ້າຮ່ວມການປະກວດ, ສະແດງໃນບັນດາງານບຸນຢູ່ທ້ອງຖິ່ນ. ຂ້າພະເຈົ້າໄດ້ຮຽນນຳທ່ານ ຮ່ວາງວັນບິງ ເປັນເວລາ 3 ປີແລ້ວ ແລະ ປະຈຸບັນສາມາດຂັບແທນ, ຂັບເພງພື້ນເມືອງ. ຂ້າພະເຈົ້າເອງມີຄວາມເອກອ້າງທະນົງໃຈທີ່ໄດ້ເປັນຊາວເຜົ່າໄຕ່, ຮູ້ຈັກ ແລະ ອະນຸລັກຮັກສາບັນດາບົດເພງພື້ນເມືອງຂອງຊົນເຜົ່າຕົນ”.
ເລື່ອງຮັກສາ, ພັດທະນາການເຄື່ອນໄຫວຂອງບັນດາສະມາຄົມນັກລິລະປະການພື້ນເມືອງ ພ້ອມກັບຄວາມສຸດຈິດສຸດໃຈ, ຄວາມມານະພະຍາຍາມຂອງບັນດານັກສິລະປະການ ໄດ້ຊ່ວຍໃຫ້ຕາແສງຊວນຢາງ ອະນຸລັກຮັກສາ ແລະ ເສີມຂະຫຍາຍຈຸດຄວາມງາມທາງດ້ານວັດທະນະທຳທີ່ເປັນມູນເຊື້ອຂອງຊົນເຜົ່າໄຕ່ ໃນບໍລິເວນແຂວງ. ໃນໄລຍະຈະມາເຖິງ, ຕາແສງຊວນຢາງ ຈະເພີ່ມທະວີບັນດາການເຄື່ອນໄຫວທາງດ້ານວັດທະນະທຳ ເພື່ອໃຫ້ບັນດານັກສິລະປະການພື້ນເມືອງ ມີກາລະໂອກາດພົບປະ, ແລກປ່ຽນບົດຮຽນ, ຈາກນັ້ນມີທິດທາງທີ່ໝັ້ນຄົງເພື່ອອະນຸລັກຮັກສາບັນດາຄຸນຄ່າວັດທະນະທຳທີ່ເປັນເອກະລັກສະເພາະຂອງພໍ່ແມ່ພີ່ນ້ອງຊາວເຜົ່າໄຕ່.