(vovworld) – ພ້ອມກັບທ້ອງຖີ່ນໆໃນທົ່ວປະເທດ, ຕາແສງ ບັກເຊີນ, ຂຶ້ນກັບນະຄອນມ໋ອງກ໋າຍ, ແຂວງກວາງນິງ, ພວມຢູ່ໃນໄລຍະຜັນຂະຫຍາຍໂຄງການກໍ່ສ້າງຊົນນະບົດໃໝ່ຢ່າງຕັ້ງໜ້າ. ໂດຍແມ່ນແຂວງໜຶ່ງຢູ່ເຂດພູດອຍຕິດກັບຊາຍແດນທີ່ຍັງປະສົບກັບຄວາມຫຍຸງຍາກຫຼາຍຢ່າງ, ແຕ່ອຳນາດການປົກຄອງ ແລະ ປະຊາຊົນຕາແສງບັກເຊີນ ໄດ້ຮູ້ນຳໃຊ້ເງື່ອນໄຂທີ່ມີຢູ່ແລ້ວໃນທ້ອງຖີ່ນ ເພື່ອຜັນຂະຫຍາຍການກໍ່ສ້າງຊົນນະບົດໃໝ່ຢ່າງມີປະສິດທິຜົນ.
ການກໍ່ສ້າງຊົນນະບົດໃໝ່ຢູ່ຕາແສງບັກເຊີນ
(ພາບອິນເຕີແນດ)
ຕາແສງບັກເຊີນ ໄດ້ຮັບການສ້າງຕັ້ງຂຶ້ນໃນປີ 2003, ດ້ວຍການແຍກເນື້ອທີ່ສ່ວນໜຶ່ງ ແລະ ພົນລະເມືອງຂອງຕາແສງຫາຍເຊີນ ໃຫ້ເໝາະສົມກັບເງື່ອນໄຂພັດທະນາ. ທົ່ວຕາແສງມີ 400 ຄອບຄົວ. ພົນລະເມືອງ 1.700 ຄົນດຳລົງຊີວິດຢູ່ 4 ບ້ານ, ໃນເນື້ອທີ່ປະມານ 50.000 ແຮັກຕາ. ຊາວບ້ານບັກເຊີນ ສ່ວນຫຼາຍແມ່ນຊົນເຜົ່າຢ້າວ, ສ໋ານຈີ, ຮົວ, ສ່ວນຍັງເຫຼືອແມ່ນຊົນເຜົ່າໄຕ່ ແລະ ກິງ. ນີ້ແມ່ນໜຶ່ງໃນຈຳນວນຕາແສງທີ່ມີເສັ້ນຊາຍແດນຕິດກັບຈີນ ດ້ວຍຄວາມຍາວ 22.7 ກມ. ໂດຍແມ່ນຕາແສງພູດອຍ ຢູ່ເຂດຫ່າງໄກສອກຫຼີກ, ດັ່ງນັ້ນເມື່ອຜັນຂະຫຍາຍການກໍ່ສ້າງຊົນນະບົດໃໝ່ຍັງງປະສົບກັບຄວາມຫຍຸ້ງຍາກ, ຍ້ອນປະຊາຊົນປູກເຂົ້ານາຂັ້ນໄດເປັນຕົ້ນຕໍ່, ດັ່ງນັ້ນການໂຮມທົ່ງນາເຂົ້າເປັນຂະໜາດໃຫຍ່ ແລະ ນຳໃຊ້ກົນຈັກເຂົ້າໃນການຜະລິດກະສີກຳກໍ່ປະສົບກັບສິ່ງກີດຂວາງຫຼາຍຢ່າງ. ນອກນັ້ນລະບົບຄອງເໝືອງກໍ່ບໍ່ສະດວກສະບາຍຄືຢູ່ເຂດທົ່ງພຽງ, ດັ່ງນັ້ນປະລິມານການຜະລິດເຂົ້າບໍ່ສູງ, ແຕ່ດ້ວຍຈີນຕະນາການທີ່ມີໄຫວພິບ, ອຳນາດການປົກຄອງຕາແສງບັກເຊີນໄດ້ໝູນໃຊ້ເນື້ອທີ່ໂນນພູ ເພື່ອພັດທະນາປ່າໄມ້, ເພີ່ມລາຍຮັບໃຫ້ແກ່ປະຊາຊົນ. ຄຽງຂ້າງນັ້ນ, ອຳນາດການປົກຄອງຕາແສງບັກເຊີນ ກໍ່ເປີດຊຸດບຳລຸງສ້າງໄລຍະສັ້ນ, ເພື່ອແນະນຳວິທີການປູກຝັງໃຫ້ຊາວຊົນເຜົ່າ. ຍ້ອນເຫດນັ້ນ, ຊາວບັກເຊີນ ຈຶ່ງປ່ຽນແປງແບບແຜນດຳລົງຊີວິດ, ແນວຄິດເທື່ອລະກ້າວ, ຮູ້ວິທີປູກຕົ້ນໄມ້ທີ່ມີມູນຄ່າສູງ. ທ່ານ ຢ່າງອາຊິງ, ຊາວຕາແສງບັກເຊີນ, ໃຫ້ຮູ້ວ່າ.
“ຊຸມປີທຳອິດຢູ່ທີ່ນີ້ພໍ່ແມ່ປະຊາຊົນພຽງແຕ່ຖາງໄຮ່ເຮັດນາ ແລ້ວປູກປ່າ, ປູກຕົ້ນໄມ້ຢູ່ເຂດດິນເປົ່າຫວ່າງ, ໂນນພູຫົວລົ້ນ, ສ່ວນຫຼາຍແມ່ນປູກຕົ້ນ ອາເຄເຊຍ. ຕົ້ນໄມ້ປະເພດນີ້ພັດທະນາດີທີ່ສຸດ, ພາຍຫຼັງ 7-8 ປີ ກໍ່ສາມາດເກັບກ່ຽວໄດ້. ເມື່ອຂາຍເຂົ້າເຈົ້າມັກຂາຍຕົ້ນໄມ້ທັງໝົດໃນໂນນພູ“.
ນັບແຕ່ມີໂຄງການກໍ່ສ້າງຊົນນະບົດໃໝ່, ອຳນາດການປົກຄອງຕາແສງບັດເຊີນ ຍັງແນະນຳໃຫ້ປະຊາຊົນຫັນປ່ຽນໂຄງປະກອບສັດລ້ຽງໃຫ້ເໝາະສົມກັບເງື່ອນໄຂທີ່ມີຢູ່ແລ້ວໃນທ້ອງຖີ່ນ. ມ໋ອງກ໋າຍ ແມ່ນເຂດດິນທີ່ມີຊື່ສຽງດ້ວຍໝູມ໋ອງກ໋າຍ, ໝູແນວນີ້ມີຊີ້ນແຊບນົວ, ຈຳໜ່າຍງ່າຍ, ນຳມາເຊິ່ງປະສິດທິຜົນດ້ານເສດຖະກິດສູງ. ເສີມຂະຫຍາຍທ່າແຮງດັ່ງກ່າວ, ຊາວທ້ອງຖີ່ນໄດ້ລົງທຶນຂະຫຍາຍແນວພັນໝູມ໋ອງກ໋າຍ. ພ້ອມກັນນັ້ນກໍ່ລ້ຽງທົດລອງແນວພັນໝູປ່າ ລ້າງເຊີນ, ໃຫ້ປະສົມແນວພັນເພື່ອຮັບໃຊ້ການລ້ຽງສັດ. ຄອບຄົວເອື້ອຍ ໂຮ່ທິໄຫວ, ບ້ານທ໋ານຟຸ໋ນ, ໄດ້ຮັບເລືອກເປັນຄອບຄົວລ້ຽງທົດລອງຂອງຕາແສງ. ໃນເບື້ອງຕົ້ນ, ຄອບຄົວເອື້ອຍໄຫວ ລ້ຽງໝູປ່າ 10 ໂຕ, ເມື່ອເຫັນວ່າມີປະສິດທິຜົນ, ເອື້ອຍໄດ້ລ້ຽງຕື່ມອີກ 30 ໂຕ. ພາຍຫຼັງຮູບແບບລ້ຽງສັດນີ້ບັນລຸປະສິດທິຜົນທາງດ້ານເສດຖະກິດສູງ, ເອື້ອຍໄຫວ ໄດ້ແບ່ງປັນບົດຮຽນໃຫ້ປະຊາຊົນໃນເຂດ, ເພື່ອຊ່ວຍເຂົາເຈົ້າສ້າງຄວາມຮັ່ງມີຈາກການລ້ຽງສັດ. ເອື້ອຍໄຫວໃຫ້ຮູ້ວ່າ:
“ທຶນທັງໝົດແມ່ນ 200 ລ້ານດົ່ງ. ເງິນກໍ່ສ້າງອ່າງ Bioga ແມ່ນ 30 ລ້ານດົ່ງ, ສ້າງຄອກ 50 ລ້ານດົ່ງ, ຊື້ໝູປ່າ 30 ລ້ານດົ່ງ. ເຮົາລ້ຽງໃນເວລາແຕ່ 1 ປີເຄິ່ງເຖິງ 2 ປີ ແມ່ນຂາຍໄດ້. ເມື່ອຂາຍໝູຈະໄດ້ລາຄາ 350.000ດົ່ງ/ກິໂລກຼາມ, ຖ້າຂາຍທັງໂຕແມ່ນໄດ້ລາຄາ 200.000/ກິໂລກຼາມ. ແຕ່ລະປີສາມາດສ້າງລາຍຮັບໄດ້ 100 ລ້ານດົ່ງ “.
ການລ້ຽງໝູປ່າຢູ່ຕາແສງບັກເຊີນ
(ພາບອິນເຕີແນດ)
ໂດຍແມ່ນຕາແສງທີ່ມີຊາຍແດນຕິດກັບຈີນ, ດັ່ງນັ້ນວຽກງານຮັບປະກັນຄວາມສະຫງົບປອດໄພ, ຄວາມເປັນລະບຽບຮຽງຮ້ອຍທາງສັງຄົມກໍ່ແມ່ນປັດໃຈສຳຄັນທີ່ສຸດ, ທ່ານຫງວຽນວັນຮ່ວານ, ປະທານຄະນະກຳມະການປະຊາຊົນຕາແສງບັກເຊີນ, ແບ່ງປັນວ່າ:
“ກ່ຽວກັບສະພາບການຮັກສາຄວາມສະຫງົບປອດໄພ, ອາດຢືນຢັນໄດ້ວ່າ, ນັບແຕ່ແຍກຕາແສງເມື່ອປີ 2003 ເຖິງວ່າບັກເຊີນມີເສັ້ນຊາຍແດນຍາວທີ່ສຸດ ແຕ່ລະບົບຮັກສາຄວາມສະຫງົບປອດໄພ, ຄວາມເປັນລະບຽບຮຽບຮ້ອຍກໍ່ໄດ້ຮັບປະກັນ. ໃນບໍລິເວນບໍ່ເກີດຄວາມເຄັ່ງຮ້ອນ, ປະຊາຊົນກໍ່ມີສະຕິຮັກສາຄວາມສະຫງົບປອດໄພ ແລະ ປະຕິບັດການພັດທະນາເສດຖະກິດ“.
ໂດຍແມ່ນຕາແສງຢູ່ເຂດພູດອຍ, ຍັງປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ, ແຕ່ຍ້ອນມີຄວາມມານະພະຍາຍາມຂອງການນຳຕາແສງ ແລະ ການຮ່ວມແຮງຮ່ວມໃຈຂອງປະຊາຊົນ, ຕາແສງບັກເຊີນ ໄດ້ຜ່ານຜ່າຄວາມຫຍຸ້ງຍາກ, ຊີວິດຂອງປະຊາຊົນໄດ້ຮັບປະກັນ ດ້ວຍລາຍຮັບສະເລ່ຍແມ່ນ 30-40 ລ້ານດົ່ງ/ປີ. ໃນຈຳນວນ 19 ມາດຖານກໍ່ສ້າງຊົນນະບົດໃໝ່. ປະຈຸບັນຕາແສງບັກເຊີນໄດ້ປະຕິບັດສຳເລັດ 8 ມາດຖານ. ເພື່ອບັນລຸໄດ້ຜົນງານດັ່ງກ່າວ, ຕ້ອງເວົ້າເຖິງຖັນແຖວເຈົ້າບ້ານໜຸ່ມ. ເຂົາເຈົ້າແມ່ນຜູ້ໂຄສະນາ, ເຜີຍແຜ່ໂດຍກົງ ແລະ ຂົນຂວາຍຊາວຊົນເຜົ່າປະຕິບັດບັນດານະໂຍບາຍ, ວິທີເຮັດທີ່ດີ ເພື່ອປັບປຸງຊີວິດຂອງປະຊາຊົນ. ເຂົາເຈົ້າຍັງແມ່ນຜູ້ກຳແໜ້ນສະພາບການໃນທ້ອງຖີ່ນ, ຍ້ອນເຫດນັ້ນພໍ່ແມ່ປະຊາຊົນຈຶ່ງເຂົ້າໃຈໄດ້ວ່າ, ໃນວຽກງານກໍ່ສ້າງຊົນນະບົດໃໝ່, ປະຊາຊົນແມ່ນເຈົ້າຂອງ ແມ່ນຜູ້ຊົມໃຊ້. ຈາກນັ້ນເຂົາເຈົ້າຈຶ່ງມີສະຕິໃນການຮ່ວມແຮງຮ່ວມໃຈກໍ່ສ້າງຊົນນະບົດໃໝ່.