(vovworld) – ນັບແຕ່ດົນນານມາແລ້ວ, ຕົ້ນໄຮ, ທ່ານຳ້, ເດີ່ນສາລາ ໄດ້ກາຍເປັນສັນຍາ ລັກຂອງໝູ່ບ້ານໃນເຂດບ້ານນາ ຫວຽດນາມ. ຕົ້ນໄຮແມ່ນສ້າງຮົ່ມເຢັນ ແລະ ຮັບປະກັນໃຫ້ອາກາດປອດໄສ, ນ້ຳສ້າງສະໜອງນຳ້ໃຫ້ທຸກຄົນ. ສາລາບ້ານແມ່ນແຫ່ງດຳເນີນຊີວິດດ້ານວັດທະນະທຳ, ພິທີງານບຸນ, ການເຫຼື້ອມໃສ. ຕາມທັດສະນະຂອງຄົນຫວຽດບູຮານແລ້ວ, ນຳ້ເປັນແຫຼ່ງຊີວິດ, ເປັນຂົວຕໍ່ລະຫວ່າງຟ້າ, ດິນ ແລະ ມະນຸດ. ບົດຂຽນ “ນ້ຳສ້າງສ່ອງແສງເຖິງຊີວິດດ້ານຈິດວີນຍານໃນສັງຄົມ“ ຂອງ ໂຕຕ໋ວນ, ນັກຂ່າວ ວິທະຍຸກະຈາຍສຽງ ຫວຽດນາມ.
ນ້ຳສ້າງສ່ອງແສງເຖິງຊີວິດດ້ານຈິດວີນຍານໃນສັງຄົມ
ໃນໂຄງສ້າງບັນດາກິດຈະກຳວັດທະນະທຳດ້ານຈິດວີນຍານຢູ່ໝູ່ບ້ານຕ່າງໆ, ຖ້າຫາກວ່າຕົ້ນໄຮມີຜີສາງນາງໄມ້, ວັດວາອາຮາມມີພະພຸດທະເຈົ້າ, ນຳ້ສ້າງມີເທວະນຳ້. ຕາມທັດສະນະພື້ນເມືອງແລ້ວ, ນຳ້ສ້າງເປັນສັນຍາລັກແຫ່ງຄວາມສົມບູນພູນສຸກ ແລະ ພະລັງຊີວິດຂອງຊາວບ້ານ. ທ່ານ ເຈິ່ນມິງເຍືອງ, ນັກຄົ້ນຄ້ວາວັດທະນະທຳພື້ນເມືອງ, ໃຫ້ຮູ້ວ່າ:
“ປະຈຸບັນ, ຢູ່ບັນດາໝູ່ບ້ານໃນເຂດທົ່ງພຽງພາກເໜືອ ຫວຽດນາມ ຍັງຄົງມີຮ່ອງຮອຍບັນດານຳ້ສ້າງບູຮານຢູ່, ບາງເທື່ອແມ່ນນຳ້ສ້າງເຮັດດ້ວຍດິນ, ບາງເທື່ອແມ່ນນຳ້ສ້າງເຮັດດ້ວຍຫີນນຳນໍ່, ນຳ້ສ້າງເຮັດດ້ວຍຫີນແມ່ນມີຮູບຮ່າງແຕກຕ່າງກັນ. ພິເສດ, ຢູ່ ທາງໜ້າບັນດາເຂດປູຊະນີຍະສະຖານ, ສາລາ, ວັດວາອາຮາມ, ຫໍບູຊາ, ເຂດສຸສານນັ້ນ, ຍາມໃດກໍ່ມີນຳ້ສ້າງບູຮານ, ດັ່ງນັ້ນບັນດານຳ້ສ້າງນັ້ນຈຶ່ງມີຄວາມສັກສິດ“.
ຕາມວັດທະນະທຳພື້ນເມືອງແລ້ວ, ບັນດານຳ້ສ້າງຍັງຕິດພັນກັບເລື່ອງລາວທີ່ສືບມາແຕ່ບູຮານນະການ ເຕັມໄປດ້ວຍລັກສະນະວັດທະນະທຳມະນຸດ, ສະແດງໃຫ້ເຫັນວັດທະນະທຳແຫ່ງຈິດວີນຍານຂອງທັງປະຊາຄົມ. ຢູ່ເທິງພູ ເຈິນເຊີນ (ແຂວງ ບັກນິງ) ມີນຳ້ສ້າງແຫ່ງໜຶ່ງທີ່ເອີ້ນວ່າ “ນຳ້ສ້າງ ຫວຽດ“, ເຊິ່ງເຂົາເຈົ້າຖືວ່າມັນໄດ້ມີມາແຕ່ຊຸມມື້ທຳອິດແຫ່ງການສ້າງຕັ້ງປະເທດ. ນຳ້ສ້າງຍາມໃດກໍ່ ເປັນສັນຍາລັກແຫ່ງຄວາມຍືນຍົງຄົງຕົວ. ສ່ວນໃນເຂດວິຫານ ຮຸ່ງ (ແຂວງຟູ໋ທໍ້) ມີວິຫານນຳ້ສ້າງ, ເຊິ່ງຕິດພັນກັບເລື່ອງລາວທີ່ວ່າ, ນີ້ແມ່ນແວ່ນແຍງຂອງລາຊະທິດາສອງນາງຄື ງອກຮວາ ແລະ ຕຽນຢຸງ, ເຊິ່ງເປັນລູກຂອງເຈົ້າຊີວິດ ຮຸ່ງ ລຸ້ນທີ 18. ຢູ່ປູຊະນີຍະສະຖານວິຫານ ໂກລວາ, ເມືອງ ດົງແອງ, ຮ່າໂນ້ຍ ມີນຳ້ສ້າງເພັດ ທີ່ຕິດພັນກັບເລື່ອງລາວແຫ່ງຄວາມຮັກຂອງລາຊະທິດາ ມີ້ເຈົາ. ປະຊາຊົນຢູ່ທີ່ນີ້ຖືວ່າ, ຖ້າເພັດມະນີຖືກລ້າງດ້ວຍນຳ້ສ້າງຢູ່ທີ່ນີ້ມັນຈະໃສແຈ້ງ ແລະ ງາມກວ່າ. ຢູ່ວັດ ລິງຕຽນກວ໋ານ, ຮ່າໂນ້ຍ ກໍ່ມີນ້ຳສ້າງພິເສດ. ນຳ້ຢູ່ທີ່ນິ້ຍາມໃດກໍ່ໃສສະອາດ, ຈືດຕະຫຼອດປີ ແລະ ຕັກເອົາຫຼາຍເທົ່າໃດກໍ່ບໍ່ໝົດຈັກເທື່ອ. ປະຊາຊົນເຄີຍເອົານຳ້ຢູ່ທີ່ນີ້ເພື່ອຖະຫວາຍບູຊາເທວະດາ. ຄົນເຈັບເປັນ ຫຼື ອິດເມື່ອຍ ເມື່ອດື່ມນຳ້ຢູ່ທີ່ນີ້ກໍ່ຈະເຊົາເຈັບໄວ.
ສະຖາປັດຕະຍະກຳໝູ່ບ້ານ, ດ້ວຍບັນດານຳ້ສ້າງທີ່ເຂັ້ມຄົ້ນໄປດ້ວຍພື້ນຖານອະລິຍະທຳແຫ່ງການປູກເຂົ້ານາທາມ. ໃນແຕ່ລະໄລຍະ, ບັນດານຳ້ສ້າງກໍ່ມີຮູບປະພັນ ແລະ ຄວາມໝາຍແຕກຕ່າງກັນ. ມີນຳ້ສ້າງບາງແຫ່ງເປັນຮູບຈະຕຸລັດ, ແມ່ນສັນຍາລັກໃຫ້ແຜ່ນດິນແມ່, ໃນນັ້ນແຫຼ່ງນຳ້ຖືກປຽບເໝືອນຄືດັ່ງແຫຼ່ງນຳ້ນົມເພື່ອລ້ຽງດູຄົນໃຫ້ເຕີບໃຫຍ່. ມີນຳ້ສ້າງບາງແຫ່ງເປັນຮູບມົນ, ເປັນສັນຍາລັກໃຫ້ແກ່ດວງຕາເວັນ, ມີນຳ້ສ້າງຮູບໄຂ່ປຽບເໝືອນເປັນແວ່ນແຍງ, ສ່ອງແສງຮູບພາບການດຳລົງຊີວິດໃນຄວາມສັນຕິສຸກຂອງເຂດບ້ານນາ. ນຳ້ສ້າງກໍ່ແມ່ນແຫ່ງດຳເນີນຊີວິດ, ແຫ່ງເຕົ້າໂຮມຂອງຊາວບ້ານ. ໝູ່ບ້ານມົງຟູ້, ຕາແສງ ເດື່ອງເລິມ, ຢູ່ຊານກຳແພງນະຄອນ ຮ່າໂນ້ຍ ກໍ່ມີຊື່ສຽງດ້ວຍບັນດານຳ້ສ້າງເຮັດດ້ວຍຫີນນຳນໍ່. ນຳ້ສ້າງຢູ່ທີ່ນີ້ຍາມໃດກໍ່ໃສ ແລະ ບໍລິສຸດ. ພໍ່ເຖົ້າ ຟຸ່ງວັນຈ່ວຽນ ຢູ່ບ້ານ ມົງຟູ້, ໃຫ້ຮູ້ວ່າ:
“ບ້ານມົງຟູ້ມີນ້ຳສ້າງທັງໝົດ 6 ແຫ່ງ, ໃນນັ້ນຊາວບ້ານຍັງຄົງນຳໃຊ້ນ້ຳຢູ່ນຳ້ສ້າງ 5 ແຫ່ງເປັນປະຈຳ. ນ້ຳສ້າງກໍ່ແມ່ນແຫ່ງເພື່ອໃຫ້ຊາວບ້ານພົບປະ, ໂອ້ລົມນຳກັນ. ຈາກນຳ້ສ້າງໃນໝູ່ບ້ານມີບ່າວສາວຫຼາຍຄູ່ໄດ້ກາຍເປັນຜົວເມຍແລ້ວ“.
ນ້ຳສ້າງສ່ອງແສງເຖິງຊີວິດດ້ານຈິດວີນຍານໃນສັງຄົມ
ພິເສດຢູ່ໝູ່ບ້ານ ມົງຟູ້ ໃນປະຈຸບັນຍັງມີນຳ້ສ້າງພິເສດແຫ່ງໜຶ່ງ, ຊິ່ງປະຊາຊົນໃນເຂດເຄີຍເອີ້ນວ່າ “ນຳ້ສ້າງເພື່ອຂໍນຳ້ນົມ“. ເຖິງວ່ານ້ຳສ້າງນ້ອຍທີ່ສຸດກໍ່ຕາມ, ແຕ່ນັບພັນປີມານີ້ນຳ້ສ້າງຍາມໃດກໍ່ເຕັມນຳ້ ແລະ ໃສທີ່ສຸດ. ບັນດາຜູ້ເປັນແມ່ຢູ່ໝູ່ບ້ານ ເດື່ອງເລິມ ເມື່ອຂາດນຳ້ນົມລ້ຽງລູກ ເຄີຍຈັດພິທີຂໍນ້ຳນົມ, ແລ້ວດື່ມນ້ຳໃນສ້າງ ຫຼັງຈາກນັ້ນຈະມີນຳ້ນົມຢ່າງພຽງພໍເພື່ອລ້ຽງລູກ. ໝູ່ບ້ານ ມາຍດົ້ງ ແລະ ຮ່ວາງມາຍ, ຢູ່ທາງທິດໃຕ້ ຮ່າໂນ້ຍ ແມ່ນແຫ່ງຜະລິດເຕົ້າຮູ້ເມີທີ່ມີຊື່ສຽງ. ບາງຄົນເວົ້າວ່າ, ເຕົ້າຮູ້ເມີ ຈະບໍ່ແຊບຫອມຄືແນວນັ້ນ, ຖ້າບໍ່ເອົານຳ້ໃນນ້ຳສ້າງມາເຮັດ. ທ່ານ ຫງວຽນວັນເລີ້ຍ, ຊາວບ້ານ ຮ່ວາງມາຍ, ເລົ່າສູ່ຟັງວ່າ:
“ກ່ອນນີ້ປະຊາຊົນຢູ່ທີ່ນີ້ບໍ່ຫຼາຍປານໃດ, ເຂົາເຈົ້າເຄີຍເອົານ້ຳໃນນ້ຳສ້າງເພື່ອກິນດື່ມ, ແລະ ນຳໃຊ້ໃນການດຳລົງຊີວິດ. ເຕົ້າຮູ້ເມີ ແມ່ນຜະລິດຕະພັນທີ່ມີຊື່ສຽງນັບແຕ່ດົນນານມາແລ້ວ, ຍ້ອນເຮັດດ້ວຍນຳ້ໃນນຳ້ສ້າງ. ນ້ຳສ້າງ ແລະ ທາດດິນຢູ່ທີ່ນີ້ໄດ້ສ້າງເປັນບັນດາຜະລິດຕະພັນທີ່ມີຊື່ສຽງຄື: ໝາກເຂືອ ຫຼືຜັກກາດໝູ່ບ້ານ ຮ່ວາງມາຍ. ໃນປະຫວັດສາດ, ໝູ່ບ້ານ ຮ່ວາງມາຍ ຍັງມີເຫຼົ້າຍື່ນຖະຫວາຍເຈົ້າຊີວິດທີ່ໄດ້ຮັບການປຸງແຕ່ງຈາກແຫຼ່ງນ້ຳໃນໝູ່ບ້ານ. ກ່ອນນີ້ທັງໝູ່ບ້ານມີນ້ຳສ້າງ 8 ແຫ່ງ, ແຕ່ປະຈຸບັນຍັງເຫຼືອພຽງ 4 ແຫ່ງເທົ່ານັ້ນ, ແຕ່ປະຊາຊົນ 20 ກວ່າຄອບຄົວໃນໝູ່ບ້ານຍັງຄົງຜະລິດເຕົ້າຮູ້ເມີຢູ່“.
ຜ່ານຫຼາຍສະຕະວັດ, ຊາວໝູ່ບ້ານ ຮ່ວາງມາຍ ກໍ່ຄືຢູ່ຫຼາຍໝູ່ບ້ານອື່ນໆຂອງ ຫວຽດນາມ ຍັງຄົງມີສະຕິຮັກສາບັນດາປູຊະນີຍະສະຖານ, ໃນນັ້ນມີບັນດານ້ຳສ້າງບູຮານໄວ້. ໃນຈິດໃຈຂອງຊາວ ຫວຽດນາມ ແລ້ວ, ບັນດານ້ຳສ້າງໃນໝູ່ບ້ານປຽບເໝືອນດັ່ງແວ່ນແຍງທີ່ບັນຈຸຄວາມຊົງຈຳ. ໃນຊີວິດຍຸກປະຈຸບັນ, ນ້ຳສ້າງຍັງຄົງແມ່ນກິດຈະກຳທີ່ມີຄຸນຄ່າວັດທະນະທຳດ້ານຈິດວີນຍານທີ່ສ່ອງແສງໃຫ້ເຫັນຊີວິດສັງຄົມຂອງເຂດບ້ານນາຢູ່.