ບົດບາດຂອງສະມາຄົມຊາວກະສິກອນໃນການເຂົ້າຮ່ວມການກໍ່ສ້າງຊົນນະບົດໃໝ່

(vovworld)-ການ​ກໍ່​ສ້າງ​ຊົນນະບົດ​ໃໝ່​ແມ່ນ​ແຜນ​ນະ​ໂຍບາຍ​ໃຫຍ່​ຂອງ​ພັກ ​ແລະ ລັດ, ​ແມ່ນ​ການ​ຂົນຂວາຍ​ທີ່​ຮຽກຮ້ອງ​ໃຫ້​ມີ​ຄວາມ​ມານະ​ພະ​ຍາ​ຍາມ​ເຂົ້າ​ຮ່ວມ​ຢ່າງ​ຕັ້ງໜ້າ​ຂອງ​ທັງ​ລະບົບ​ການ​ເມືອງ ​ແລະ​ ຂອງ​ທົ່ວ​ສັງຄົມ. ​ໂດຍ​ແມ່ນ​ສະມາຊິກ​ຂອງ​ຄະນະ​ຊີ້​ນຳ​ການ​ກໍ່ສ້າງ​ຊົນ​ນະ​ບົດ​ໃໝ່, ສະມາຄົມ​ຊາວ​ກະ​ສິກ​ອນຫວຽດນາມ​ ມີ​ບົດບາດ​ແມ່ນ​ກຳລັງ​ໜູນ​ຕົ້ນ​ຕໍໃນ​ການ​ຜັນ​ຂະຫຍາຍ​ມະຕິ​ຂອງ​ພັກ​ກ່ຽວ​ກັບ​ຂະ​ບວນການ​ກໍ່ສ້າງ​ຊົນນະບົດ​ໃໝ່.

ບົດບາດຂອງສະມາຄົມຊາວກະສິກອນໃນການເຂົ້າຮ່ວມການກໍ່ສ້າງຊົນນະບົດໃໝ່ - ảnh 1

(ພາບ: hoinongdanbacgiang.org.vn)

        ​ໂດຍ​ແມ່ນ​ອົງການ​ສັງຄົມ​ການ​ເມືອງ​ທີ່​ກວ້າງ​ໃຫຍ່, ມີ​ມູນ​​ເຊື້ອປະ ຫວັດ​ຄວາມ​ເປັນ​ມາກວ່າ 80 ປີ, ສະມາຄົມ​ຊາວ​ກະ​ສິກ​ອນຫວຽດນາມ​ແມ່ນ​ອົງການ​ສັງຄົມ, ການ​ເມືອງ​ທີ່​ໝັ້ນຄົງ​ເຂັ້ມ​ແຂງ​ນັບ​ແຕ່​ຂັ້ນ​ສູນ​ກາງ​ລົງ​ຮອດ​ຂັ້ນ​ຮາກ​ຖານ, ​ເປັນ​ແຫ່ງ​ເຕົ້າ​ໂຮມ​, ສາມັກຄີ​ຊາວ​ກະ​ສິກ​ອນ ​ແລະ ບັນດາ​ສະມາຊິກ​ຂອງ​ສະມາຄົມ​ຊາວ​ກະ​ສິກ​ອນຫວຽດນາມ​ໃນ​ຂະ​ບວນ ການ​ແຂ່ງຂັນ​ຮັກ​ຊາດ, ຍູ້​ແຮງ​ການ​ຜະລິດ, ປະກອບສ່ວນ​ຢ່າງ​ເໝາະ​ສົມ​ເຂົ້າ​ໃນ​ບັນດາ​ຜົນງານ​ອັນ​ໃຫຍ່​ຫຼວງ​ຂອງ​ຂະ​ແໜງ​ອຸດສາຫະກຳ​ຫວຽດນາມ​ໃນ​ໄລຍະ​ຜ່ານ​ມາ. ຈາກ​ປະ​ເທດ​ໜຶ່ງ​ທີ່​ຂາດແຄນ​ທັນ​ຍາ​ຫານ, ຫວຽດນາມ​ ໄດ້​ກາຍ​ເປັນ​ໜຶ່ງ​ໃນ​ບັນດາ​ປະ​ເທດ​ນຳ​ໜ້າ​ຢູ່ໃນໂລກ​ກ່ຽວ​ກັບ​ຜະລິດ​ຕະພັນ​ກະ​ເສດ​ບາງ​ປະ​ເພດ​ຄື: ​ເຂົ້າສານ, ກາ​ເຟ, ໝາກ​ຜິ​ກ​ໄທ, ໝາກ​ມວງຫິມະພານ, ສິນ​ໃນ​ນ້ຳ… ປີ​ນີ້, ​ເຖິງ​ວ່າ​ດິນ​ຟ້າ​ອາກາດ​ມີ​ການ​ຜັນ​ແປ​ຢ່າງ​ສັບສົນກໍ່ຕາມ, ​ແຕ່​ຄາດ​ວ່າປະລິມານ​ການ​ຜະລິດ​ທັນ​ຍາ​ຫານ​ຂອງ​ຫວຽດນາມ ຍັງ​ຄົງ​ບັນລຸ​ 40 ລ້ານ​ໂຕນ, ສົ່ງ​ອອກ​ເຂົ້າສານ​ບັນລຸປະມານ 7 ລ້ານ​ໂຕນ. ​ຫວ່າງ​ແລ້ວ​ນີ້, ​ໃນ​ການ​ເຮັດ​ວຽກກັບ​ການ​ນຳ​ສະມາຄົມ​ຊາວ​ກະ​ສິກ​ອນຫວຽດນາມ, ທ່ານ​ເລຂາທິການ​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ Nguyen Phu Trong ​ໄດ້​ຕີ​ລາຄາ​ສູງ​ບົດບາດ​ຂອງ​ສະມາຄົມ​ຊາວ​ກະ​ສິກ​ອນທຸກ​ຂັ້ນ ​ທີ່​ໄດ້ເປັນ​ເສນາ​ທິການ​ໃຫ້​ພັກ, ລັດ ​​ໃນ​ການກໍ່ສ້າງ​ຊົນນະບົ​ດ​ໃໝ່​ ຕາມ​ທິດ​ທີ່​ທັນ​ສະ​ໄໝ​​ເທື່ອ​ລະ​ກ້າວ, ທ່ານ​ເລຂາທິການ​ໃຫຍ່​ Nguyen Phu Trong, ຊີ້​ແຈ້ງວ່າ:

        ”ກະ​ສິກຳ, ຊາວ​ກະ​ສິກ​ອນ ​ແລະ ຊົນນະບົດ ​ແມ່ນ​ຂົງ​ເຂດ​ສຳຄັນ​ທີ່​ສຸດ, ​ແມ່ນຍຸດ​ທະ​ສາດ​ໃນ​ພາລະກິດ​ຫັນ​ເປັນ​ປະ​ເທດອຸດສາຫະກຳ ​ແລະ ທັນ​ສະ​ໄໝ. ນີ້​ແມ່ນ​ພື້ນຖານ ​ແລະ ກຳລັງ​ທີ່​ສຳຄັນ​ເພື່ອ​ພັດທະນາ​ເສດຖະກິດ​ສັງຄົມ​ຢ່າງ​ໝັ້ນຄົງ, ຮັກສາ​ຄວາມ​ໝັ້ນຄົງ, ຮັບປະກັນ​ການປ້ອງ​ກັນຊາ​ດ, ປ້ອງ​ກັນ​ຄວາມ​ສະຫງົບ, ພິ​ເສດ​ແມ່ນການຄຳ້ປະກັນ​ດ້ານ​ສະບຽງ​ອາຫານ, ຮັກສາ​ສິ່ງ​ແວດ​ລ້ອມ​ຊີວະ​ພາບ​ຂອງ​ປະ​ເທດ​ຊາດ.. ​ ”.

ບົດບາດຂອງສະມາຄົມຊາວກະສິກອນໃນການເຂົ້າຮ່ວມການກໍ່ສ້າງຊົນນະບົດໃໝ່ - ảnh 2

ທ່ານເລຂາທິການໃຫຍ່ Nguyễn Phú Trọng ພົບປະກັບຜູ້ແທນຊາວກະສີກອນທີ່ການເຮັດວຽກ

(ພາບ: dantri.com.vn)

        ປະຈຸ​ບັນ, ສະມາຄົມ​ຊາວ​ກະ​ສິກ​ອນຫວຽດນາມ​ມີ​ສະມາຊິກ​ກວ່າ 10 ລ້ານ​ຄົນ, ນີ້​ແມ່ນ​ກຳລັງ​ແກ່ນສານ​ໃນ​ຂະ​ບວນການ​ກໍ່ສ້າງ​ຊົນນະບົດ​ໃໝ່, ດ້ວຍ​ບັນດາ​ມາດຕະຖານ​ອັນ​ລະອຽດ. ຕາມ​ນັ້ນ​ແລ້ວ, ​ເສດຖະກິດ​ຊົນນະບົດ​ພວມ​ຫັນປ່ຽນ​ຕາມ​ທິດ​ອຸດສາຫະກຳ, ການ​ບໍລິການ, ຂະ​ແໜງ​ອາຊີບ, ບັນດາ​ຮູບ​ການຈັດ​ຕັ້ງ​ການ​ຜະລິດ​ສືບ​ຕໍ່​ໄດ້​ຮັບ​ການ​ປ່ຽນ​ໃໝ່; ພື້ນຖານ​ໂຄງ​ລ່າງ​ເສດຖະກິດ - ສັງຄົມ​ໄດ້​ຮັບ​ການ​ເພີ່ມ​ທະວີ. ສະມາຄົມ​ຊາວ​ກະ​ສິກ​ອນທ້ອງ​ຖີ່​ນທຸກ​ຂັ້ນ ​ໄດ້​ມີ​ມາດ​ຕະການ​ຫຼາຍ​ຢ່າງເພື່ອ​ໜູນ​ຊ່ວຍ​ຊາວ​ກະ​ສິກ​ອນພັດທະນາ​ເສດຖະກິດ, ຮັກສາ​ຊີວິດ​​ໃຫ້ເປັນ​ປົກກະຕິ… ຂະ​ບວນການ​ຊາວ​ກະ​ສິກ​ອນ​ແຂ່ງຂັນ​ກັນ​ຜະລິດ, ດຳ​ເນີນ​ທຸລະ​ກິດ, ສາມັກ​ຄື​ຊ່ວຍ​ເຫຼືອ​ກັນ​ລົບ​ລ້າງ​ຄວາມ​ອຶດ​ຫີ​ວ ຫຼຸ​ດຜ່ອນ​ຄວາມ​ທຸກຍາກ ​ແລະ ສ້າງ​ຄວາມ​ຮັ່ງມີ​ຢ່າງ​ຊອບ​ທຳຕິດ​ພັນ​ກັບ​ບັ້ນ​ຂົນຂວາຍ ”ທົ່ວ​ປວງ​ຊົນ​ສາມັກຄີ​ກັນ​ສ້າງ​ຊີວິດ​ວັດທະນະທຳ”…ໄດ້​​ເຮັດ​ໃຫ້​ບັນດາ​ເຂດ​ຊົນນະບົດ​ມີ​ການ​ຫັນປ່ຽນຢ່າງ​ແຮງ. ປະຈຸ​ບັນ, ລັດ ​ແລະ ສະມາຄົມ​ຊາວ​ກະ​ສິກ​ອນທຸກ​ຂັ້ນ​ພວມ​ເອົາ​ໃຈ​ໃສ່​​ເຖິງຄວາມ​ສຳພັນ​ລະຫວ່າງ​ລັດ, ຊາວ​ກະ​ສິກ​ອນ, ນັກວິທະ ຍາສາດ, ນັກ​ທຸລະກິດ ​ເພື່ອ​ແນ​ໃສ່​ຍົກ​ສູງ​ປະສິດທິ​ຜົນ​ການ​ຜະລິດ​ກະ​ສິ​ກຳ. ທ່ານ​ນາງ Nguyen Thi Anh Tuyet, ປະທານ​ສະມາຄົມ​ຊາວ​ກະ​ສິກ​ອນ​ແຂວງ ຮ່າ​ຕິ້ງ, ​ເວົ້າ​ວ່າ:

        ”ຢູ່​ບາງ​ແຫ່ງ, ການ​ນຳ​ທ້ອງ​ຖີ່​ນຖື​ວ່າ, ການ​ກໍ່ສ້າງ​ຊົນນະບົດ​ໃໝ່​ແມ່ນ​ໂຄງການ​ໃຫຍ່, ​​ແຕ່ເຂົາ​ເຈົ້າ​ພຽງ​ແຕ່​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ການ​ລົງທຶນ​ກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ​ເທົ່າ​ນັ້ນ, ຫາກ​ບໍ່ເອົາ​ໃສ່​ໃສ່​ເຖິງ​ການ​ເພີ່ມ​ທະວີ​ກຳລັງ​ຄວາມ​ສາມາດ​ໃຫ້​ແກ່​ຊາວ​ກະ​ສິກ​ອນ, ​ເພື່ອ​ສ້າງ​ເງື່ອນ​ໄຂ​ເພີ່ມ​ລາຍ​ຮັບ​ໃຫ້​ແກ່​​ເຂົາ​ເຈົ້າ”.

        ພາຍຫຼັງ 3 ປີ ​ແຫ່ງ​ການ​ປະຕິບັດ​ມະຕິ​ຂອງພັກ​ກອມ​ມູນິດ​ຫວຽດນາມ​ກ່ຽວ​ກັບ​ກະ​ສິ​ກຳ, ຊົນນະບົດ ​ແລະ ຊາວ​ກະ​ສິກ​ອນ ​ແລະ ການ​ກໍ່ສ້າງ​ຊົນນະບົດ​ໃໝ່, ດ້ວຍ​ການ​ເຄື່ອນ​ໄຫວ​ອັນ​ລະອຽດ ​ແລະ ​ແທດ​ຈິງ, ສະມາຄົມ​ຊາວ​ກະ​ສິກ​ອນຫວຽດນາມ​ທຸກ​ຂັ້ນ ພວມ​ສ້າງ​ການ​ຫັນປ່ຽນຢ່າງ​ຈະ​ແຈ້ງ ກ່ຽວ​ກັບ​ສະຕິ​ຄວາມ​ຮັບ​ຮູ້​ໃນ​ໝູ່​ພະນັກງານ, ໜ້າ​ທີ່​ຂອງ​ອົງການ​ຈັດ​ຕັ້ງ​ສະມາຄົມ​ຊາວ​ກະ​ສິກ​ອນ​ໃນ​ການ​ພັດທະນາ​ການ​ກໍ່ສ້າງ​ຊົນ​ນະ​ບົດ​ໃໝ່​ທີ່​ທັນ​ສະ​ໄໝ​ເທື່ອ​ລະ​ກ້າວ. ບັນດາ​ຜົນງານ​ເບື້ອງ​ຕົ້ນ​ໃນ​ວຽກ​ງານ​ກໍ່ສ້າງ​ຊົນນະບົດ​ໃໝ່ຢູ່​ບາງ​ທ້ອງ​ຖີ່​ນ​ໄດ້​ເປັນ​ການ​ຢືນຢັນ​​ໃຫ້​ເຫັນ​ວ່າ: ນີ້​ແມ່ນ​ແຜນ​ນະ​ໂຍບາຍ​ທີ່​ຖືກຕ້ອງ, ສ້າງ​ກຳລັງ​ໜູນ​ຢ່າງ​ແຮງ​​ເພື່ອໃຫ້​ກະ​ສິ​ກຳ, ຊົນນະບົດ, ຊາວ​ກະ​ສິກ​ອນຫວຽດນາມ ພັດທະນາ​ຢ່າງຮອບ​ດ້ານ ​ແລະ ໝັ້ນຄົງ​ໃນ​ໄລຍະ​ຍູ້​ແຮງ​ການ​ຫັນ​ເປັນ​ປະ​ເທດ​ອຸດສາ​ຫະກຳ ​ແລະ ທັນ​ສະ​ໄໝ.

ຕອບກັບ

ຂ່າວ/ບົດ​ອື່ນ