(vovworld) – ໝູ່ບ້ານຢູ່ເຂດທົ່ງພຽງທາງພາກເໜືອ ແມ່ນບ່ອນເຕົ້າໂຮມບັນດາຜູ້ມີເລືອດເນື້ອດຽວກັນ ຫຼື ເຮັດອາຊີບດຽວກັນ. ຄວາມສະໜິດຕິດພັນລະຫວ່າງປະຊາຊົນເຂດບ້ານນາ, ບໍ່ພຽງແຕ່ແມ່ນການພົວພັນກຳມະສິດທີ່ດິນ, ບັນດາມໍລະດົກສະຖາປັດຕະຍາກຳລວມຂອງໝູ່ບ້ານເທົ່ານັ້ນ, ຫາກຍັງແມ່ນການສະໜິດຕິດພັນວົງຄະນະຍາດໃນຊີວິດທາງຈິດວີນຍານ, ການຮັກສາແບບແຜນການດຳລົງຊີວິດພ້ອມກັບບັນດາມາດຖານຂອງສັງຄົມອີກດ້ວຍ. ບົດຂຽນ “ບັນດາຈຸດທີ່ເປັນເອກະລັກສະເພາະຂອງບ້ານນາທາງພາກເໜືອ” ຂອງ ໂຕຕ໋ວນ, ນັກຂ່າວ VOV.
ປະຕູໂຂງຢູ່ໝູ່ບ້ານ ເດືອງເລີມ
|
ເຂດທົ່ງພຽງພາກເໜືອແມ່ນເຂດດິນແດນປະຫວັດສາດທີ່ມີມາແຕ່ດົນນານ, ແມ່ນອູສ້າງເປັນວັດທະນະທຳ, ຄວາມອະລິຍະທຳຂອງຊາວ ຫວຽດນາມ. ນີ້ກໍ່ແມ່ນບ່ອນຮັກສາບັນດາຄຸນຄ່າວັດທະນະທຳທີ່ເປັນມູນເຊື້ອ. ປະຊາຊົນຢູ່ເຂດທົ່ງພຽງພາກເໜືອ ທຳມາຫາກິນ ດ້ວຍອາຊີບປູກເຂົ້ານາທາມເປັນຕົ້ນ, ປະຊາຊົນດຳລົງຊີວີດຢ່າງປອງດອງກັບທຳມະຊາດ, ຖືກຜົນສະທ້ອນຈາກແນວຄິດສາສະໜາພຸດ, ສາສະໜາຂົງຈື, ມີຄວາມຮັກແພງກັບ, ມີຄວາມເຊື່ອໝັ້ນຕໍ່ເຫດ ແລະ ຜົນ ແລະ ເຄົາລົບຊັ້ນລຳດັບໃນຄອບຄົວ ແລະ ສັງຄົມ… ບົນພື້ນຖານເງື່ອນໄຂທຳມະຊາດ ແລະ ສັງຄົມນັ້ນ, ສະພາບແວດລ້ອມ, ແບບແຜນການດຳລົງຊີວິດຂອງປະຊາຊົນຢູ່ບັນດາເຂດບ້ານນາທາງພາກເໜືອຄ່ອຍໆໄດ້ຮັບການສ້າງຕັ້ງຂຶ້ນ. ທິວທັດທຳມະຊາດຂອງໝູ່ບ້ານທາງພາກເໜືອເຄີຍໄດ້ມີສຸມໄມ້ໄຜ່, ປະຕູໂຂງ, ທາງບ້ານ, ເຮືອນຢູ່ ແລະ ບັນດາກິດຈະກຳສາສະໜາຄື: ສາລາ, ວັດ, ຫໍບູຊາ…
ຢູ່ບັນດາໝູ່ບ້ານທາງພາກເໜືອ, ຮູບພາບຕົ້ນໄຮຕົ້ນໂພໄດ້ເປັນສັນຍາລັກແຫ່ງການຍື່ນຍົງຄົງຕົວຂອງການເວລາ, ເປັນພະຍານຫຼັກຖານແຫ່ງການປ່ຽນແປງຂອງມະນຸດ, ຂອງດິນຟ້າອາກາດ. ຕົ້ນໄຮເຄີຍໄດ້ຮັບການປູກຢູ່ປະຕູໂຂງໝູ່ບ້ານ, ທາງຫຼັງໝູ່ບ້ານ, ໃຈກາງໝູ່ບ້ານ ຫຼື ຢູ່ອ້ອມແອ້ມບັນດາປູຊະນີຍະສະຖານຄື: ສາລາ, ວິຫານ, ວັດ. ບ້ານນາທາງພາກເໜືອມີຫຼາຍສະຖາປັດຕະຍາກຳທີ່ເປັນເອກະລັກສະເພາະຄື: ບັນດາຂົວດິນຈີ່, ຂົວເຮັດດ້ວຍຫີນ… ຢູ່ຫົວໝູ່ບ້ານ. ເຖິງຢ່າງໃດກໍ່ຕາມ, ຮູບພາບທີ່ສ້າງຄວາມປະທັບໃຈທີ່ສຸດແມ່ນປະຕູໂຂງ. ປະຕູໂຂງແມ່ນພາກສ່ວນທີ່ຂາດບໍ່ໄດ້ຂອງໝູ່ບ້ານຢູ່ພາກເໜືອ. ປອ ເຈີນຫຶວເຊີນ, ສະມາຄົມວັນນະສິນພື້ນເມືອງ ຫວຽດນາມ, ໃຫ້ຮູ້ວ່າ:
“ປະຕູໂຂງໄດ້ຮັບການກຳເນີດຕິດພັນກັບການກຳເນີດຂອງໝູ່ບ້ານ. ໄລຍະຕົ້ນ, ປະຕູໂຂງພຽງແຕ່ມີລັກສະນະເປັນບ່ອນຂີດຂັ້ນເທົ່ານັ້ນ. ຫຼັງຈາກນັ້ນ, ເມື່ອເສດຖະກິດຂອງໝູ່ບ້ານພັດທະນາ, ໃນໝູ່ບ້ານໄດ້ມີບັນດາວົງຕະກຸນມີຜູ້ທີ່ມີຊື່ສຽງ, ຈຶ່ງປະກົດມີບັນດາປະຕູໂຂງໃຫຍ່ ແລະ ສວຍງາມ.”
ສາລາບ້ານແມ່ນຈຸດທີ່ເປັນເອກະລັກສະເພາະທີ່ສຸດຂອງບ້ານນາທາງພາກເໜືອ. ສາລາບ້ານແມ່ນເຮືອນຫຼັງໃຫຍ່, ມີສະຖາປັດຕະຍາກຳທີ່ສວຍງາມ ແລະ ສົມກຽດທີ່ສຸດ. ສາລາບ້ານບູຊາພະອໍລະຫັນຂອງໝູ່ບ້ານ, ເຊິ່ງເປັນຜູ້ມີຄຸນງາມຄວາມດີໃນການກໍ່ຕັ້ງໝູ່ບ້ານ, ແລະ ອາຊີບໃຫ້ແກ່ປະຊາຊົນໃນບ້ານ ຫຼື ເປັນຜູ້ທີ່ມີຄຸນງາມຄວາມດີໃນການຕີສັດຕູຮັກສາປະເທດ. ໃນໂອກາດງານບຸນໝູ່ບ້ານ, ປະຊາຊົນໃນໝູ່ບ້ານເຄີຍຈັດຕັ້ງພິທີແຮ່ວໍ. ພິທີແຫ່ວໍນີ້ຍາມໃດກໍ່ສ້າງຄວາມສັກສິດກະລະບູຊາ, ຄວາມສາມັກຄີໃນວົງຄະນະຍາດທີ່ສຸດ. ສາລາບ້ານຍັງເປັນສັກຂີພິຍານບັນດາການດຳເນີນຊີວິດ, ປະເພນີ ແລະ ການປ່ຽນແປງໃນຊີວິດສັງຄົມຂອງບ້ານນາ.
ທາງບ້ານຢູ່ໝູ່ບ້ານທີ່ ຮ່າໄຕ
|
ຄຽງຄູ່ກັບສາລາບ້ານ, ເກືອບຄືວ່າໝູ່ບ້ານແຫ່ງໃດກໍ່ວັດເພື່ອບູຊາພະພຸດທະເຈົ້າ. ແຕ່ດົນນານມາແລ້ວ, ວັດມີຄວາມສະໜິດຕິດພັນໃນຊີວິດທາງດ້ານຈິດວີນຍານຂອງຊາວບ້ານ. ວັດແມ່ນບ່ອນເພື່ອໃຫ້ປະຊາຊົນຖະຫວາຍທູບທຽນ, ບູຊາ, ຖືສີນກິນບວດຫຼໍ່ຫຼອມຄຸມສົມບັດ, ສ້າງບຸນທຳໃຫ້ລູກຫຼານ. ພະມະຫາອາຈານ ທີກຕ໋ຽນດາດ, ເຈົ້າອະທິການວັດ ກືດາ, ຊານນະຄອນ ຮ່າໂນ້ຍ, ຖືວ່າ:
“ສາສະໜາພຸດໄດ້ເຂົ້າມາ ຫວຽດນາມ ນັບແຕ່ດົນແລ້ວ, ດັ່ງນັ້ນ, ຢູ່ບ່ອນໃດມີປະຊາຊົນ, ມີໝູ່ບ້ານ, ຢູ່ບ່ອນນັ້ນຈະມີວັດ, ມີສາລາ, ຫໍບູຊາ ແລະ ກາຍເປັນວັດທະນະທຳທີ່ຂາດບໍ່ໄດ້ຂອງເຂດທົ່ງພຽງທາງພາກເໜືອ ຫວຽດນາມ. ວັດແມ່ນບ່ອນດຳເນີນຊີວີດທາງດ້ານຈີດວິນຍານ, ການເຫຼື້ອມໃສ, ແມ່ນບ່ອນຝາກຝັງຄວາມເຊື່ອໝັ້ນ, ຄວາມມຸ່ງຫວັງຂອງປະຊາຊົນໃນການດຳລົງຊີວິດ. ສາສະໜາພູດໄດ້ຊີ້ທິດໃຫ້ແກ່ມະນຸດມຸ່ງໄປເຖິງບັນດາສິ່ງທີ່ດີງາມ, ດັ່ງນັ້ນວັດແມ່ນບ່ອນອີງທາງດ້ານຈິດໃຈວັດທະນະທຳຂອງປະຊາຊົນ.”
ໃນສະຖາປັດຕະຍາກຳຂອງໝູ່ບ້ານ, ນ້ຳສ້າງຍາມໃດກໍ່ໄດ້ຮັບຖືວ່າແມ່ນບ່ອນສັກສິດທີ່ສຸດ. ຢູ່ຂ້າງນ້ຳສ້າງເຄີຍມີຫໍບູຊາຜີສາງ. ໃນວັນເພັງ ຫຼື ງານບຸນຕ່າງໆ, ປະຊາຊົນເຄີຍມາຈູດທູບທຽນຢູ່ອ່າງນ້ຳສ້າງ ແລະ ເອົານ້ຳໃນຍາມເຊົ້າໆເພື່ອບູຊາ.
ແຕ່ລະໝູ່ບ້ານລ້ວນແຕ່ມີເຂດສຸສານສະເພາະຂອງຕົນ. ບາງໝູ່ບ້ານມີປະເພນີຝັງສົບໃນເຂດທົ່ງນາຂອງຄອບຄົວ, ວົງຕະກຸນ. ປະຊາຊົນຖືເຂດນີ້ເປັນສຳຄັນ ແລະ ເອົາໃຈໃສ່ເຖິງຫຼັກຫວາງຈຸ້ຍຂອງສຸສານ.
ເຮືອນຢູ່ທີ່ເປັນມູນເຊື້ອມີຫຼາຍຄຸນຄ່າກ່ຽວກັບດ້ານສະຖາປັດຕະຍາກຳ ແລະ ການຈັດຕັ້ງ. ຢູ່ອ້ອມຂ້າງເຮືອມີຮົ້ວດ້ວຍຕົ້ນຊະບາ, ຕໍ່ໜ້າບ້ານມີແຖວຕົ້ນໝາກ ແລະ ທາງຫຼັງບ້ານປູກຕົ້ນກ້ວຍ. ເຮືອນຢູ່ຂອງປະຊາຊົນໃນໝູ່ບ້ານໄດ້ຮັບການກໍ່ສ້າງດ້ວຍຂະໜາດທີ່ແຕກຕ່າງກັນ. ຄອບຄົວໃດຮັ່ງມີຈະສ້າງເຮືອນໃຫຍ່ມີ 5, 7 ຫ້ອງ, ຄອບຄົວໃດທຸກຍາກຈະສ້າງເຮືອນມີ 3 ຫ້ອງ ແລະ 2 ຫ້ອງນ້ອຍຢູ່ຂ້າງເຮືອນ. ບັນດາເຮືອນຢູ່ໄດ້ເຕົ້າໂຮມກັນສ້າງເປັນເຂດຊຸມຊົນ, ມີປະຕູໂຂງຕິດກັນສ້າງຄວາມສະໜິດຕິດພັນນຳກັນ.
ນັບແຕ່ດົນນານມາແລ້ວ, ຮູບພາບໝູ່ບ້ານທີ່ເປັນມູນເຊື້ອໄດ້ຝັງເລິກໃນຈິດໃຈ, ຕິດພັນກັບຊາວ ຫວຽດນາມ ຫຼາຍລຸ້ນຄົນ. ເຖິງວ່າປະຈຸບັນ, ໄດ້ມີການປ່ຽນແປງຫຼາຍຢ່າງໃນຊີວິດສັງຄົມແລ້ວກໍ່ຕາມ, ແຕ່ມີຫຼາຍໝູ່ບ້ານຍັງຄົງຮັກສາບັນດາຈຸດທີ່ເປັນເອກະລັກສະເພາະຂອງໝູ່ບ້ານທາງພາກເໜືອໄວ້ຢູ່.