(VOVWORLD) -ຢູ່ເຂດບ້ານນາຫວຽດນາມ, ໝູ້ບ້ານແຫ່ງໃດກໍ່ເກືອບຄືວ່າມີນ້ຳສ້າງບໍ່ໜຶ່ງ. ນ້ຳສ້າງແມ່ນພາກສ່ວນທີ່ຂາດບໍ່ໄດ້ ໄດ້ສ້າງເປັນຮູບພາບ “ຕົ້ນໄຮ, ນ້ຳສ້າງ, ເດີ່ນສາລາບ້ານ” ຂອງໝູ່ບ້ານນັ້ນ. ນ້ຳສ້າງບໍ່ພຽງແຕ່ແມ່ນແຫຼ່ງນ້ຳໃຊ້ເທົ່ານັ້ນ ຫາກຍັງມີຄວາມໝາຍດ້ານຈິດວິນຍານ ໄດ້ສ້າງເປັນວັດທະນະທຳຂອງໝູ່ບ້ານອີກດ້ວຍ. ເຊີນບັນດາທ່ານໄປຊອກຮູ້ກ່ຽວກັບນ້ຳສ້າງແຫ່ງຕ່າງໆໃນເຂດບ້ານນາຫວຽດນາມ ຜ່ານພາບຖ່າຍຂອງນັກຖ່າຍຮູບ ເລບິກ ດ້ວຍພາບຖ່າຍນ້ຳສ້າງບູຮານ 300 ບໍ່ໃນທົ່ວປະເທດ.
ນັກຖ່າຍຮູບເລບິກ (ພາບ:qdnd)
|
ນັກຖ່າຍຮູບ ເລບິກ ເກີດປີ 1972 ຢູ່ຮ່າໂນ້ຍ, ເປັນນັກຖ່າຍຮູບມັກຖ່າຍກ່ຽວກັບຫົວເລື່ອງໝູ່ບ້ານອາຊີບ, ທ່ານເຄີຍໄປເຂດບ້ານນາທາງພາກເໜືອຫວຽດນາມ ເພື່ອຊອກຮູ້ ແລະ ຖ່າຍເອົາບັນດາໝູ່ບ້ານອາຊີບທີ່ເປັນມູນເຊື້ອ. ໃນການໄປຖ່າຍຮູບຄັ້ງຕ່າງໆນັ້ນ, ທ່ານໄດ້ພົບເຫັນນ້ຳສ້າງຢູ່ເຂດບ້ານນາທີ່ສວຍງາມຫຼາຍບໍ່. ທ່ານເຫັນສິ່ງທີ່ຈັບໃຈ ນັ້ນແມ່ນນ້ຳສ້າງມີຫຼາຍຮູບແບບທີ່ແຕກຕ່າງກັນຄື: ຮູບວົງມົນ, ຮູບສີ່ແຈສາກ, ຮູບຈະຕຸລັດ, ຮູບເຄິ່ງວົງມົນ….ມີນ້ຳສ້າງໄດ້ຂຸດກ້ວາງຄືໜອງນ້ອຍ, ຢູ່ອ້ອມຂ້າງ ແລະ ຄູສ້າງຖືກກໍ່ດ້ວຍດິນຈີ່ ຫລືຫີນ, ຫີນໜາມໜໍ່. ນີ້ບໍ່ພຽງແຕ່ແມ່ນແຫ່ງສະໜອງແຫຼ່ງນ້ຳໃຊ້ເທົ່ານັ້ນ, ຫາກຍັງແມ່ນແຫ່ງເພື່ອພົບປະ, ໂອ້ລົມຂອງຊາວບ້ານອີກດ້ວຍ. ສຳລັບນ້ຳສ້າງພິເສດບາງບໍ່, ຊາວບ້ານຍັງໄດ້ເອົານ້ຳໄປຖະຫວາຍຜູ້ກໍ່ຕັ້ງໝູ່ບ້ານ.
ນ້ຳສ້າງເກົ່າ-ດຽວນີ້ເປັນອ່າງລອຍນນ້ຳຢູ່ງຽມຊວັນ-ເທື່ອງຕິນ-ຮ່ໂນ້ຍ (ພາບ: ເລບິກ)
|
ນັກຖ່າຍຮູບ ເລບິກ ຮັກມັກເຂດບ້ານນາ ທີ່ມີຮູບພາບ ຕົ້ນໄຮ, ນ້ຳສ້າງ, ເດີ່ນສາລາບ້ານທີ່ສຸດ ຊື່ງແມ່ນຈຸດທີ່ເປັນເອກະລັກສະເພາະໃນສະຖາປັດຕະຍາກຳຂອງເຂດບ້ານນາຫວຽດນາມ. ໃນນັ້ນ, ນ້ຳສ້າງເຂດໝູ່ບ້ານ ໄດ້ຄົງຕົວໃນແບບແຜນການດຳລົງຊີວິດທີ່ມີມາແຕ່ດົນນານ. ຍ້ອນເຫດນັ້ນ, ທ່ານ ຈຶ່ງໄດ້ຕັ້ງເປົ້າໝາຍໃຫ້ແກ່ຕົນເອງ ເປັນນັກຖ່າຍຮູບກ່ຽວກັບ ນ້ຳສ້າງທີ່ສວຍງາມ ແລະ ສ່ອງແສງເຖິງການດຳເນີນຊີວິດວົງຄະນະຍາດ. ທ່ານຍັງໄດ້ຈົດກ່າຍໄວ້ບັນດາເລື່ອງລາວກ່ຽວກັບນ້ຳສ້າງເຫຼົ່ານັ້ນ. ທ່ານ ເລບິກ ເວົ້າວ່າ:
ມີນ້ຳສ້ງບໍ່ໜຶ່ງຢູ່ນະຄອນຫຼວງຊື່ວ່າ: ນ້ຳສ້າງຢານ ຢູ່ບ້ານ ແກວດິນ-ຊວັນດິງ. ເມື່ອຂ້າພະເຈົ້າໄປໝູ່ບ້ານແຫ່ງນີ້ໃນໂອກາດງານບຸນເດືອນ 2 ໄລ່ຕາມຈັນທະປະຕິທິນ ເຫັນເຂົາເຈົ້າຈັດພິທີຢູ່ຂ້າງນ້ຳສ້າງ ຊື່ງມີການເຂົ້າຮ່ວມຂອງຊາວບ້ານນັບຮ້ອຍຄົນ. ພາຍຫຼັງເຮັດພິສຳເລັດແລ້ວ ກໍ່ຕັກເອົານ້ຳມາຖອກໃສ່ອຸ່ມ ມີຊາວໜຸ່ມສອງຄົນຈະຫາບນ້ຳເຂົ້າໄປໃນໝູ່ບ້ານ, ແຫ່ນ້ຳ ຈາກນ້ຳສ້າງໄປຫາສາລາບ້ານ. ຊາວໜຸ່ມສອງຄົນນັ້ນໄດ້ແລ່ນໄວທີ່ສຸດ ແລະ ແວ່ເຂົ້າເຮືອນນັ້ນເຮືອນນີ້. ຊາວບ້ານຢາກໃຫ້ເຂົາເຈົ້າແວ່ຢາມເຮືອນຂອງຕົນ ຍ້ອນເຂົາເຈົ້າຖືວ່າມີນ້ຳສັກສິດເຂົ້າມາເຮືອນຈຶ່ງຈະມີໂຊກມີລາບ.
ນ້ຳສ້າງຢູ່ເດື່ອງເລິມ (ພາບ: ເລບິກ)
|
ໂດຍໄດ້ຖ່າຍຮູບນ້ຳສ້າງມາແຕ່ປີ 2010, ມາຮອດປະຈຸບັນ, ທ່ານ ເລບິກ ໄດ້ໄປເຖິງໝູ່ບ້ານປະມານ 200 ແຫ່ງແລ້ວ ແລະ ຖ່າຍນ້ຳສ້າງບູຮານໄດ້ 300 ບໍ່ໃນທົ່ວປະເທດ, ຈາກເຂດທົ່ງພຽງ ຕະຫຼອດຮອດເຂດພູສູງ ແລະ ເຂດແຄມທະເລ. ສິ່ງທີ່ເຮັດໃຫ້ທ່ານ ເລບິກ ມີຄວາມດູດດື່ມໃຈທີ່ສຸດ ນັ້ນແມ່ນບັນດາຄຸນຄ່າດ້ານຈິດວິນຍານຂອງນ້ຳສ້າງບູຮານ. ທ່ານ ບິກ ເວົ້າຕໍ່ໄປວ່າ:
ນ້ຳສ້າງມີບັນດາຊັ້ນວັດທະນະທຳທີ່ແຕກຕ່າງກັນ. ໃນ 5 ປີຕົ້ນ, ຂ້າພະເຈົ້າພຽງແຕ່ໄດ້ຄົ້ນຄ້ວານ້ຳສ້າງຢູ່ພາກເໜືອເທົ່ານັ້ນ. ແຕ່ເມື່ອໄປພາກກາງກໍ່ເຫັນວ່າ ເຂົາເຈົ້າມີທັດສະນະກ່ຽວກັບນ້ຳສ້າງແຕກຕ່າງກັນຫຼາຍ. ບໍ່ແມ່ນເອົານ້ຳທີ່ຂຸດມາຈາກດິນ, ຫາກເອົານ້ຳທີ່ໄຫຼມາແຕ່ເນີນພູ. ມີນ້ຳບໍ່ໜຶ່ງຢູ່ແຂວງ ກວາງຈິ ທີ່ມີລັກສະນະພິເສດສະເພາະຍ້ອນມີການແບ່ງຊັ້ນ: ນ້ຳຢູ່ຊັ້ນສູງສຸດແມ່ນໃຊ້ເພື່ອຖະຫວາຍເທວະດາ ບັນພະບູລຸດ, ປະຊາຊົນບໍ່ໄດ້ໃຊ້, ເມື່ອນ້ຳໄຫຼລົງຊັ້ນທີ 2 ປະຊາຊົນຈຶ່ງໄດ້ໃຊ້; ໄຫຼລົງຮອດຊັ້ນທີ 3, ເດັກນ້ອຍກໍ່ສາມາດອາບນ້ຳໄດ້ ຫລືໃຫ້ງົວ, ຄວາຍກິນ, ຫຼັງຈາກນັ້ນ ນ້ຳຈະໄຫຼໄປຜ່ານລະບົບຫົດນ້ຳ.
ໃນການໄປຖ່າຍຮູບ, ນັກຖ່າຍຮູບ ເລບິກ ກໍ່ມີຄວາມເປັນຫວ່ງຕໍ່ບັນດານ້ຳສ້າງທີ່ຕົນໄດ້ຖ່າຍມານັ້ນ ທ່ານເວົ້າວ່າ:
ຢູ່ຫຼາຍແຫ່ງທີ່ຂ້າພະເຈົ້າໄດ້ໄປມານັ້ນ, ເຂົາເຈົ້າບໍ່ເອົາໃຈໃສ່ຕໍ່ນ້ຳສ້າງ, ມີຫລາຍບໍ່ຖືກຖົມ ເພື່ອກໍ່ສ້າງເສັ້ນທາງ, ມີຫຼາຍບໍ່ ກໍ່ຖືກປະໄວ້ເຮັດໃຫ້ນ້ຳເປື້ອນ. ແຕ່ເປັນໜ້າພາກພູມໃຈແມ່ນ ຍັງມີໝູ່ບ້ານຫຼາຍແຫ່ງກໍ່ມີຄວາມເອົາໃຈໃສ່ຕໍ່ກັບນ້ຳສ້າງ, ບໍລິຈາກເງິນເພື່ອກໍ່ສ້າງນ້ຳສ້າງ, ມີບາງໝູ່ບ້ານ ກໍ່ຈັດໃຫ້ມີຜູ້ເວນຍາມ, ໄປຈູດທູບຢູ່ຫໍບູຊານ້ຳສ້າງ. ອາດເວົ້າໄດ້ວ່າ ໃນດວງໃຈຂອງຊາວຫວຽດນາມ ຍັງມີຄວາມເຄົາລົບນັບຖືນ້ຳສ້າງເຂດບ້ານນາຢູ່.
ດ້ວຍບັນດາພາບຖ່າຍນ້ຳສ້າງຂອງຕົນ, ນັກຖ່າຍຮູບ ເລບິກ ຢາກໃຫ້ປະຊາຊົນຫຼາຍຄົນຮູ້ຈັກໄດ້ວ່າ ມີນ້ຳສ້າງເຂດບ້ານນາຫຼາຍບໍ່ຍັງຄົງຕົວຢູ່, ແຕ່ມາໃນປະຈຸບັນ ພັດຕ້ອງປະເຊີນໜ້າກັບການປ່ຽນແປງຂອງຍຸກສະໄໝ, ເພື່ອໃຫ້ເຂົາເຈົ້າຕ້ອງມີສະຕິໃນການປົກປັກຮັກສາ ແລະ ພັດທະນານ້ຳສ້າງ.