(vovworld) - ຂະບວນການ “ໜຶ່ງບ້ານໜຶ່ງຜະລິດຕະພັນ“ (OVOP) ໄດ້ປະກົດຢູ່ແຂວງ Oita, ປະເທດຍີ່ປຸ່ນ, ກ່ອນນີ້ 35 ປີ, ຕາມນັ້ນແລ້ວບ້ານໃດກໍ່ຕ້ອງເລືອກເຟັ້ນຜະລິດຕະພັນປະເພດໃດໜຶ່ງທີ່ມີມູນຄ່າເພີ່ມສູງເພື່ອຜະລິດ. ໜຶ່ງບ້ານໜຶ່ງຜະລິດຕະພັນ ມີລັກສະນະແກ່ງແຍ້ງຄືດັ່ງວີສາຫະກິດໜຶ່ງ ເພື່ອສ້າງລາຍຮັບເພີ່ມລະດັບຄອງຊີບໃຫ້ແກ່ປະຊາຊົນໃນບ້ານ. ເຖິງວ່າຫາກໍ່ປະກົດຢູ່ຫວຽດນາມກໍ່ຕາມ, ແຕ່ຫຼາຍທ້ອງຖີ່ນໃນທົ່ວປະເທດໄດ້ສະໜັບສະໜູນ, ໝູນໃຊ້ໃນພຶດຕິກຳຕົວຈິງ ແລະ ບັນລຸໄດ້ຜົນງານທີ່ໜ້າສົ່ງເສີມໃນການອະນຸລັກຮັກສາ ແລະ ພັດທະນາໝູ່ບ້ານອາຊີບ, ພ້ອມທັງກໍ່ສ້າງຊົນນະບົດໃໝ່ຢ່າງໝັ້ນຄົງ.
ໝູ່ບ້ານຜະລິດເຄື່ອງເຄືອງດິນເຜົາບາດຈ່າງ
ໂດຍແມ່ນໝູ່ບ້ານອາຊີບທີ່ມີມາກ່ອນນີ້ເກືອບ 1000 ປີ, ບາດຈ່າງ ມີຊື່ສຽງດ້ວຍເຄື່ອງເຄືອບດິນເຜົາຫຼາຍປະເພດທີ່ຮັບໃຊ້ທັງຕະຫຼາດພາຍໃນ ແລະ ຕ່າງປະເທດ. ໝູ່ບ້ານອາຊີບພັດທະນາໄດ້ນຳມາເຊິ່ງຊີວິດທີ່ອິ່ມໜຳສຳລານໃຫ້ຫຼາຍຄອບຄົວ ແລະ ສ້າງໂສມໜ້າໃໝ່ໃຫ້ໝູ່ບ້ານແຄມແມ່ນ້ຳແດງ. ບາດຈ່າງ ແມ່ນໜຶ່ງໃນຕາແສງທຳອິດຂອງຮ່າໂນ້ຍ ໄດ້ປະຕິບັດສຳເລັດຈຸດໝາຍແຫ່ງຊາດກ່ຽວກັບການກໍ່ສ້າງຊົນນະບົດໃໝ່. ໃນຈຸດໝາຍແຫ່ງຊາດກ່ຽວກັບການກໍ່ສ້າງຊົນນະບົດໃໝ່ລວມມີ 19 ມາດຖານ, ແຕ່ບາດຈ່າງພຽງແຕ່ຕ້ອງປະຕິບັດ 18 ມາດຖານເທົ່ານັ້ນ, ເພາະວ່າບາດຈ່າງພຽງແຕ່ເຮັດອາຊີບຜະລິດເຄື່ອງເຄືອບດິນເຜົາເທ່ົານັ້ນ, ຫາກບໍ່ຜະລິດກະສີກຳ, ດັ່ງນັ້ນບໍ່ຕ້ອງປະຕິບັດຄາດໝາຍກ່ຽວກັບທາງຄົມມະນາຄົມ, ຊົນລະປະທານພາຍໃນທົ່ງນາ. ປ້າ ຮ່າທິວິງ, ຮອງປະທານສະຫະສະມາຄົມເຄື່ອງເຄືອບດິນເຜົາບາດຈ່າງ, ໃຫ້ຮູ້ວ່າ: ຍ້ອນຈຳນວນຄອບຄົວດຳລົງຊີວິດດ້ວຍອາຊີບຜະລິດ ແລະ ຄ້າຂາຍເຄື່ອງເຄືອບດິນເຜົາກວມ 100%, ດັ່ງນັ້ນປະຊາຊົນພຽງແຕ່ສຸມໃສ່ອາຊີບນີ້ເທົ່ານັ້ນ, ຍ້ອນເຫດນັ້ນຊີວິດທາງດ້ານເສດຖະກິດຂອງປະຊາຊົນນັບມື້ນັບໄດ້ຮັບການຍົກສູງຂຶ້ນ. ນີ້ກໍ່ແມ່ນພື້ນຖານເພື່ອໃຫ້ບັນດາວິສາຫະກິດ, ບັນດາຄອບຄົວໃນໝູ່ບ້ານຮຳ່ຮຽນ ແລະ ປະຕິບັດຂະບວນການ ““ໜຶ່ງບ້ານໜຶ່ງຜະລິດຕະພັນ“.
“ເມື່ອນຳໃຊ້ຮູບແບບ OVOP ຈະມີປະໂຫຍດໃຫ້ບັນດາຄອບຄົວຜະລິດ, ໃຫ້ປະຊາຊົນໃນໝູ່ບ້ານ ແລະ ໃຫ້ແກ່ໂຄງການກໍ່ສ້າງຊົນນະບົດໃໝ່ ເພາະວ່າມັນສ້າງຄຸນຄ່າຕົ້ນຕໍໃຫ້ແກ່ໂຄງການນີ້. ບາດຈ່າງໄດ້ມີເຄື່ອງໝາຍການຄ້າທີ່ມີຊື່ສຽງບໍ່ພຽງແຕ່ພາຍໃນປະເທດເທົ່ານັ້ນ, ຫາກໃນທົ່ວໂລກອີກດ້ວຍ“.
ຜະລິດຕະພັນເຄື່ອງເຄືອບດິນເຜົາໝູ່ບ້ານບາດຈ່າງ
ໃນເຮືອນບູຮານທີ່ເປັນເອກະລັກສະເພາະຂອງເຂດທົ່ງພຽງພາກເໜືອ. ນັກສິລະປະການ ເຈິ່ນດຶກເຕີນ ໄດ້ວາງສະແດງເຄື່ອງເຄືອບດິນເຜົາທີ່ເປັນເອກະລັກສະເພາະ, ເຊິ່ງໄດ້ຮັບການປະດັບດ້ວຍຕົວໜັງສືຈີນ, ແລະ ຮູບພາບທີ່ສວຍງາມຂອງປະເທດ... ຮູບແບບ OVOP ເອົາໃຈໃສ່ເຖິງເລື່ອງຍົກສູງຄູນນະພາບ, ຫັນຜະລິດຕະພັນເປັນຫຼາຍຮູບຫຼາຍແບບ ແລະ ໂຄສະນາຜະລິດຕະພັນ, ດັ່ງນັ້ນບັນດາຜະລິດຕະພັນນີ້ ແມ່ນທິດເດີນໃໝ່ຂອງທ່ານ ກໍ່ຄືຂອງບັນດານັກສິລະປະການໃນໝູ່ບ້ານບາດຈ່າງ, ເພື່ອແນໃສ່ສຳພັດກັບຕະຫຼາດສົ່ງອອກ ແລະ ຜູ້ຊົມໃຊ້ທັງພາຍໃນ ແລະ ຕ່າງປະເທດ.
“ນີ້ກໍ່ແມ່ນບາດກ້າວພັດທະນາໃໝ່ໃນໝູ່ບ້ານຜະລິດເຄື່ອງເຄືອບດິນເຜົາ. ປະຈຸບັນບັນດານັກສິລະປະການໄດ້ດຳເນີນການຊອກຫາ ແລະ ປ່ຽນແປງ. ທຳອິດແມ່ນຕ້ອງອະນຸລັກຮັກສາຄຸນຄ່າວັດທະນະທຳ ແລະ ພັດທະນາເຄື່ອງເຄືອບດິນເຜົາອີງຕາມເງື່ອນໄຂທີ່ມີຢູ່ແລ້ວຂອງໝູ່ບ້ານ, ທັງເໝາະສົມກັບການປ່ຽນໃໝ່ປະເທດຊາດ. ພວກຂ້າພະເຈົ້າໄດ້ສ້າງຕັ້ງສະມາຄົມນັກສິລະປະການບາດຈ່າງລວມມີກວ່າ 100 ຄົນ, ເພື່ອຊຸກຍູ້ການພັດທະນາຜະລິດຕະພັນໃໝ່ ແລະ ພັດທະນາໝູ່ບ້ານອາຊີບ“.
ເຄື່ອງເຄືອບດິນເຜົາໄດ້ຮັບການປະດັບດ້ວຍຕົວໜັງສືຈີນ, ແລະ ຮູບພາບທີ່ສວຍງາມຂອງປະເທດ
ໜຶ່ງໃນບັນດາຈຸດໝາຍເຊິ່ງຮູບແບບ OVOP ມຸ່ງໄປເຖິງ ນັ້ນແມ່ນພັດທະນາການທ່ອງທ່ຽວໝູ່ບ້ານອາຊີບ. ບາດຈ່າງບໍ່ພຽງແຕ່ແມ່ນໝູ່ບ້ານບູຮານຂອງເຂດທົ່ງພຽງພາກເໜືອເທົ່ານັ້ນ, ຫາກຍັງນອນໃນບັນຊີລາຍຊື່ເຊິ່ງຄະນະກຳມະການປະຊາຊົນນະຄອນຮ່າໂນ້ຍລົງທຶນພັດທະນາໝູ່ບ້ານອາຊີບ, ອະນຸລັກຮັກສາໝູ່ບ້ານຜະລິດເຄື່ອງເຄືອບດິນເຜົາ ແລະ ສ້າງເງື່ອນໄຂເພື່ອພັດທະນາການທ່ອງທ່ຽວ. ເຖິງຢ່າງໃດກໍ່ຕາມ, ຊາວບາດຈ່າງບໍ່ທັນລຶ້ງເຄີຍກັບເລື່ອງພັດທະນາບໍລິການການຄ້າເພື່ອຮັບໃຊ້ການທ່ອງທ່ຽວ, ດັ່ງນັ້ນບໍ່ທັນຕອບສະໜອງຄວາມຕ້ອງການຂອງນັກທ່ອງທ່ຽວໄດ້ຫຼາຍປານໃດ. ປ້າ ຮ່າທິວິງ, ຮອງປະທານສະຫະສະມາຄົມເຄື່ອງເຄືອບດິນເຜົາບາດຈ່າງ, ຖືວ່າ:
“ຂ້າພະເຈົ້າເຫັນວ່າ, ສຳຄັນບາດຈ່າງ, ເລື່ອງພັດທະນາອາຊີບແມ່ນໜຶ່ງໃນບັນດາເນື້ອໃນສຳຄຳຂອງໂຄງການກໍ່ສ້າງຊົນນະບົດໃໝ່. ຖ້າອາຊີບພັດທະນາໄດ້ດີ, ການພັດທະນາຕະຫຼາດໄດ້ດີ, ຊີວິດຂອງປະຊາຊົນຈະເປັນປົກກະຕິ ແລະ ໂຄງການກໍ່ສ້າງຊົນນະບົດໃໝ່ຈຶ່ງພັດທະນາຢ່າງໝັ້ນຄົງ. ຄວາມສາມາດບົ່ມຊ້ອນດ້ານການທ່ອງທ່ຽວຂອງບາດຈ່າງ ແມ່ນຫຼາຍທີ່ສຸດ, ເພາະວ່າບາດຈ່າງຂຶ້ນກັບນະຄອນຮ່າໂນ້ຍ ແລະ ນີ້ແມ່ນໝູ່ບ້ານອາຊີບຫັດຖະກຳທີ່ມີມາແຕ່ດົນນານ. ເມື່ອນັກທ່ອງທ່ຽວມາຢ້ຽມຢາມບາດຈ່າງ, ພວກຂ້າພະເຈົ້າເອົາໃຈໃສ່ເປັນພິເສດເຖິງການທ່ອງທ່ຽວວັດທະນະທຳອາຊີບ, ເພື່ອແນະນຳໃຫ້ນັກທ່ອງທ່ຽວເຂົ້າໃຈກ່ຽວກັບອາຊີບທີ່ເປັນມູນເຊື້ອຂອງໝູ່ບ້ານ“.
ປ້າ ຮ່າທິວິງ, ຮອງປະທານສະຫະສະມາຄົມເຄື່ອງເຄືອບດິນເຜົາບາດຈ່າງ
ຮຳ່ຮຽນຮູບແບບ OVOP, ບາດຈ່າງເລີ່ມດຳເນີນການບໍລິການທ່ອງທ່ຽວຢ່າງເປັນລະບຽບຮຽບຮ້ອຍ, ມີຂັ້ນຕອນ ແລະ ມີການລົງທຶນ. ພິເສດ, ບາດຈ່າງຄວນມີທິດທາງສະເພາະໃນການພັດທະນາການທ່ອງທ່ຽວ, ພ້ອມທັງນຳເອົາບັນດາຄູນຄ່າວັດທະນະທຳ, ຈຸດຍອດຍິ່ງຂອງໝູ່ບ້ານອາຊີບທີ່ເປັນມູນເຊື້ອເຂົ້າໃນການທ່ອງທ່ຽວ. ນັກສິລະປະການ ເຈິ່ນດຶກເຕິນ, ຖືວ່າ:
“ໃນຊຸມປີມໍ່ໆມານີ້, ບາດຈ່າງໄດ້ພັດທະນາການທ່ອງທ່ຽວຢ່າງແຮງ. ນັ້ນແມ່ນບັນດາບາດກ້າວພັດທະນາທີ່ດີ ເພື່ອກໍ່ສ້າງຊົນນະບົດໃໝ່ ແລະ ແຕ່ລະປີບາດຈ່າງສາມາດຕ້ອນຮັບນັກທ່ອງທ່ຽວນັບລ້ານເທື່ອຄົນມາຢ້ຽມຢາມ. ພວກຂ້າພະເຈົ້າພວມມານະພະຍາຍາມເພື່ອສ້າງເປັນຮູບແບບໃໝ່, ມີມາດຖານຢ່າງພຽງພໍເພື່ອເຮັດການທ່ອງທ່ຽວ. ນອກນັ້ນສິ່ງສຳຄັນກວ່າແມ່ນປະຊາຊົນຕ້ອງມີຄວາມຮັບຮູ້ກ່ຽວກັບການທ່ອງທ່ຽວປະຊາຄົມ. ແຕ່ລະຮາກຖານ, ແຕ່ລະໂຮງງານຜະລິດຕ້ອງສ້າງສິ່ງແວດລ້ອມທີ່ດີເພື່ອຕ້ອນຮັບນັກທ່ອງທ່ຽວທັງຢູ່ພາຍໃນ ແລະ ຕ່າງປະເທດ“.
ນັກສິລະປະການ ເຈິ່ນດຶກເຕິນພ້ອມກັບຜະລິດຕະພັນຂອງຕົນ
ເພື່ອພັດທະນາຮູບແບບ OVOP ຢ່າງຮອບດ້ານ, ອຳນາດການປົກຄອງຕາແສງບາດຈ່າງ ແລະ ປະຊາຊົນພວມມານະພະຍາຍາມຮຳ່ຮຽນເອົາບົດຮຽນຈາກບັນດາໝູ່ບ້ານອາຊີບທີ່ໄດ້ປະສົບຜົນສຳເລັດໃນການນຳໃຊ້ຮູບແບບນີ້ຢູ່ 40 ກວ່າປະເທດ. ເພື່ອໃຫ້ບາດຈ່າງພັດທະນາກວ່າອີກ, ນອກຈາກຄວາມມານະພະຍາຍາມຂອງປະຊາຊົນແລ້ວ, ໃນວິວັດແຫ່ງການປະຕິບັດຄວນມີການລົງທຶນຂອງລັດເພື່ອຍົກລະດັບທາງຄົມມະນາຄົມ, ການບໍລິການ, ບ່ອນກິນບ່ອນຢູ່, ເປີດຊຸດບຳລຸງ ສ້າງດ້ານທັກສະເຮັດການບໍລິການອີກດ້ວຍ.