ບຳລຸງສ້າງວິຊາຊີບຕິດພັນກັບການກໍ່ສ້າງຊົນນະບົດໃໝ່


(vovworld) - ຍອດ​ຈຳນວນ​ຄົນ​ງານ​ໃນ​ຂົງ​ເຂດ​ກະ​ສີ​ກຳທີ່​ໄດ້​ຮັບ​ການບຳລຸງ​ສ້າງ​ວິຊາ​ຊີບ​ໃນ​​ໄລຍະ 2010 – 2013 ​ແມ່ນ​ 660.000 ກວ່າຄົນ. ​ສ່ວນ​ຫຼາ​ຍແມ່ນ​ສຸມ​ໃສ່​ບັນດາ​ຂົງ​ເຂດ​ລ້ຽງສັດ, ປູກຝັງ ​ແລະ ສິນ​ໃນ​ນຳ້ຕາມ​ຄວາມ​ຕ້ອງການ​ຂອງ​ທ້ອງ​ຖີ່​ນ, ທີ່ຕິດ​ພັນ​ກັບ​ໂຄງການ​ກໍ່ສ້າງ​ຊົນນະບົດ​ໃໝ່. ຈາກ​ບັນດາ​ຜົນງານ​ໃນ​ເບື້ອງ​ຕົ້ນ. ວຽກ​ງານບຳລຸງ​ສ້າງ​ວິຊາ​ຊີບ​ສາມາດ​ຕອບ​ສະໜອງ​ຄວາມ​ຮຽກຮ້ອງ​ຕ້ອງການ​ຫັນ​ກະ​ສີ​ກຳ - ຊົນນະບົດ​ເປັນ​ທັນ​ສະ​ໄໝ, ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ເຂົ້າ​ໃນ​ໂຄງການ​ກໍ່ສ້າງ​ຊົນນບົດ​ໃໝ່.

ບຳລຸງສ້າງວິຊາຊີບຕິດພັນກັບການກໍ່ສ້າງຊົນນະບົດໃໝ່ - ảnh 1

        ປະຈຸ​ບັນ, ທົ່ວ​ປະ​ເທດ​ມີ​ຄົນ​ງານ​ໃນ​ຂົງ​ເຂດ​ກະ​ສີ​ກຳ​ທີ່​ເຮັດ​ວຽກ​ໂດຍ​ກົງ​ຢູ່​ເຂດຊົນນະບົດ​ເກືອບ 25 ລ້ານ​ຄົນ. ​ໃນ​ນັ້ນ​ມີພຽງ 5 ລ້ານ​ຄົນ​ໄດ້​ຮັບ​ການ​ບຳລຸງ​ສ້າງ​ເທົ່າ​ນັ້ນ. ​ໃນ​ເງື່ອນ​ໄຂ​ເນື້ອ​ທີ່​ດິນ​ຜະລິດ​ກະ​ສີ​ກຳ​ນັບ​ມື້​ນັບ​​ຮັດ​ແຄບ​ລົງ​, ຈຳນວນ​ຄົນ​ງານ​ຊົນນະບົດ​ນັບ​ມື້​ນັບ​ລຸດລົງນັ້ນ, ​ເພື່ອ​ສ້າງ​ວຽກ​ເຮັດ​ງານ​ທຳ ​ແລະ ຍົກ​ສູງ​ລາຍ​ຮັບ​ໃຫ້​ຊາວ​ກະ​ສີກ​ອນ, ວຽກ​ງານ​ສອນ​ວິຊາ​ຊີບ​ແມ່ນ​ມີ​ບົດບາດ​ສຳຄັນ​ພິ​ເສດ. ທ່ານ ຫງວຽນ​ມິ​ງຍ້ານ, ຫົວໜ້າ​ກົມ​ຈັດ​ຕັ້ງ​ພະນັກງານ, ກະຊວງ​ກະ​ສີ​ກຳ ​ແລະ ພັດທະນາ​ຊົນນະບົດ, ​ໃຫ້​ຮູ້​ວ່າ ກະຊວງ​ກະ​ສີ​ກຳ ​ແລະ ພັດທະນາ​ຊົນນະບົດ​ໄດ້​ສ້າງ​ບັນດາ​ລາຍການ​ຊົນນະບົດ​, ​ຕິດ​ພັນການ​ເຄື່ອນ​ໄຫວ​ສົ່ງ​ເສີມ​ກະ​ສີ​ກຳ ​ກັບການ​ເຄື່ອນ​ໄຫວ​ບຳລຸງ​ສ້າງ​ວິຊາ​ຊີບ​ໃຫ້​ແກ່​ຄົນ​ງານ​ຊົນນະບົດ. ພ້ອມ​ກັນ​ນັ້ນ​ກໍ່​ໜູນ​ຊ່ວຍ​ໃຫ້ວຽກ​ງານ​ຈຳ​ໜ່າຍ​ຜະລິດ​ຕະພັນ​ກະ​ເສດ, ການ​ບໍລິການ​ຊົນນະບົດ​ນັບ​ແຕ່ຂັ້ນ​ຕາ​ແສງຂຶ້ນ​ໄປ. ທ່ານ ຫງວຽນ​ມິ​ງຍ້ານ, ​ແບ່ງປັນ​ວ່າ:

        “ປະຈຸ​ບັນ, ຄົນງານ​​ຊົນນະບົດ​ຍັງ​ຄົງຜະລິດ​ດ້ວຍ​ຂອບຂະໜາດ​ນ້ອຍ​ໃນ​ຄອບຄົວ. ນັ້ນ​ແມ່ນ​ຈຸດ​ພິ​ເສດ​ຂອງ​ຂະ​ແໜງ​ຊົນນະບົດ​ຫວຽດນາມ​ໃນ​ປະຈຸ​ບັນ. ດັ່ງ​ນັ້ນ​ເຂົາ​ເຈົ້າ​ຕ້ອງ​ໄດ້​ຮັບ​ການ​ບຳລຸງ​ສ້າງ​ກ່ຽວ​ກັບ​ອາຊີບ​ກະ​ສີ​ກຳ​. ​ໃນ​ໄລຍະ​ຈະ​ມາ​ເຖິງ, ​ເມື່ອ​ຕິດ​ພັນ​ກັບ​ໂຄງ​ປະກອບ​ຂະ​ແໜງ ​ແລະ ​ແຜນ​ກຳນົດ​ກ່ຽວ​ກັບ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່, ຕ້ອງ​ເອົາ​ໃຈ​ໃສ່​ເຖິງວຽກ​ງານ​ບຳລຸງ​ສ້າງ​ວິຊາ​ຊີບກວ່າ ​ເພື່ອ​ສ້າງ​ເງື່ອນ​ໄຂ​ໃຫ້​ຊາວ​ກະ​ສີກ​ອນ​ສາມາດ​ຫັນປ່ຽນ​ຈາກ​ຂົງ​ເຂດ​ນີ້​ໄປ​ຍັງ​ຂົງ​ເຂດ​ອື່ນ“.

ບຳລຸງສ້າງວິຊາຊີບຕິດພັນກັບການກໍ່ສ້າງຊົນນະບົດໃໝ່ - ảnh 2

        ນັບ​ແຕ່​ປີ 2010 ມາ​ຮອດ​ປະຈຸ​ບັນ, ຈຳນວນ​ຄົນ​ງານ​ຊົນນະບົດ​ໄດ້​ຮັບ​ການ​ບຳລຸງ​ສ້າງ​ບັນລຸ​ຄາດໝາຍ​​ແຜນການ​ທີ່​ໄດ້​ວາງ​ອອກ. ຈຳນວນ​ຄົນ​ງານ​ນີ້​ໄດ້​ຮັບ​ການ​ບຳລຸງ​ສ້າງ​ຢູ່ຮາກ​ຖານ​ບຳລຸງ​ສ້າງ​ວິຊາ​ຊີບ 760 ກວ່າ​ແຫ່ງ​ໃນ​ທົ່ວ​ປະ​ເທດ. ຜູ້​ທີ່​ໄດ້​ຮັບ​ການ​ບຳລຸງ​ສ້າງ​ສ່ວນ​ຫຼາຍ​​ແມ່ນໄດ້ສຳ​ພັດ​ກັບ​ເຕັກນິກ​ໃໝ່ເພື່ອ​ນຳ​ໃຊ້​ໃນ​ການ​ຜະລິດ​ກະ​ສີ​ກຳ.ດ່ັງ​ນັ້ນ​ສະມັດ​ຕະພາບການ​ອອກ​ແຮງ​ງານ​ຈຶ່ງ​ໄດ້​ຮັບ​ການຍົກ​ສູງ​ຂຶ້ນ, ປະຢັດ​ຄ່າ​ຜະລິດ, ​ເຮັດ​ໃຫ້​ລາຍ​ຮັບ​ຂອງ​ຊາວ​ກະ​ສີກ​ອນ​ເພີ່ມ​ຂຶ້ນ. ທ່ານ ​ເລ​ຈ້ອງ​ກວາງ, ຮອງ​ປະທານ​ຄະນະ​ກຳມະການ​ປະຊາຊົນ​ແຂວງ​ລາຍ​ເຈົາ​ໃຫ້​ຮູ້​ວ່າ: ພາຍຫຼັງບຳລຸງ​ສ້າງ​ວິຊາ​ຊີບ​​ໃຫ້​ຄົນ​ງານ​ຊົນນະບົດ, ຕ້ອງ​ມອບ​ໜັງສື​ຢັ້ງຢືນ​ໃຫ້​ເຂົາ​ເຈົ້າ. ​ເພາະ​ນີ້​ກໍ່​ແມ່ນ​ເງື່ອນ​ໄຂ​ເພື່ອ​ເຊັນ​ສັນຍາ​ກັບ​ບັນດາ​ວິ​ສາ​ຫະກິດ​ທີ່​ເຄື່ອນ​ໄຫວ​ໃນ​ຂົງ​ເຂດ​ກະ​ສີ​ກຳ ​ແລະ ພັດທະນາ​ຊົນນະບົດ:

        “ຂ້າພະ​ເຈົ້າ​ຖື​ວ່າ​ ທີ​ໜຶ່ງ​​ແມ່ນຕ້ອງ​ບຳລຸງ​ສ້າ​ງຕາມຄວາມ​ຮຽກຮ້ອງ​ຕ້ອງການ​ຂອງ​ຄົນ​ງານ​​​ເອງ ຫຼື​ບັນດາວິ​ສາ​ຫະກິດຈັດ​ຕັ້ງ​ການ​ບຳລຸງ​ສ້າງ​ວິຊາ​ຊີບ​​ໃຫ້​​ຄົນ​ງານ​ຕາມ​ຄວາມ​ຮຽກຮ້ອງ​ຕ້ອງການ​ຂອງ​ຕົນ, ຫຼັງ​ຈາກ​ນັ້ນ​ຈາກຜູ້​ທີ່​ໄດ້​ຮັບ​ການ​ບຳລຸງ​ສ້າງ​ວິຊາ​ຊີບ​ເຂົ້າ​ເປັນ​ກຳມະກອນ​ຂອງ​ວິ​ສາ​ຫະກິດ​​ເລີຍ, ຫາກ​ບໍ່​ບຳລຸງ​ສ້າງ​ຕາມ​ຂະ​ບວນການ​ໂດຍ​ບໍ່​ມີ​ຈຸດ​ສຸມ“.

ບຳລຸງສ້າງວິຊາຊີບຕິດພັນກັບການກໍ່ສ້າງຊົນນະບົດໃໝ່ - ảnh 3

        ຈຸດໝາຍຂອງການບຳລຸງສ້າງວິຊາຊີບແມ່ນເພື່ອໃຫ້ປະຊາຊົນສາມາດຜະລິດກະສີກຳແບບທັນສະໄໝໄດ້. ເພື່ອບຳລຸງສ້າງອາຊີບກະສີກຳໃຫ້ແກ່ຄົນງານ ຊົນນະບົດຢ່າງ​ມີ​ປະສິດທິ​ຜົນ, ​ແມ່ນ​ຕ້ອງ​ອີງ​ຕາມຄວາມ​ຮຽກຮ້ອງ​ຕ້ອງການ​ຢ່າງ​ແທດ​ຈິງ​ຂອງ​ຊາວ​ກະ​ສີກ​ອນ; ຕິດ​ພັນ​ກັບ​ການວາງ​ແຜນ​ຜະລິດ​ກະ​ສີ​ກຳ, ຫັນປ່ຽນ​ໂຄງ​ປະກອບ​ຜົນລະປູກ, ສັດລ້ຽງ. ດ້ານ​ອື່ນ, ຈຸດໝາຍ​ບຳລຸງ​ສ້າງ​ວິຊາຊີບ​ຕ້ອງ​ມຸ່ງ​ໄປ​ເຖິງ​ການ​ແກ້​ໄຂ​ວຽກ​ເຮັດ​ງານ​ທຳ, ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ສົ້ນ​ອອກ ​ເພື່ອ​ເພີ່ມ​ລາຍ​ຮັບ​ໃຫ້​ແກ່​ຊາວ​ກະ​ສີກ​ອນ ​ແລະ ປະກອບສ່ວນ​ກໍ່ສ້າງ​ຊົນນະບົດ​ໃໝ່, ພ້ອມ​ທັງ​ເໝາະ​ສົມ​ກັບ​ຈຸດ​ພິ​ເສດ​ກ່ຽວ​ກັບ​ລະດັບ, ຈີນ​ຕະນາ​ການ​ຂອງ​ຄົນ​ງານ​ຊົນນະບົດ. ​ໃນ​ໄລຍະ 2014 – 2015, ກະຊວງ​ກະ​ສີ​ກຳ ​ແລະ ພັດທະນາ​ຊົນນະບົດ​ສືບ​ຕໍ່​ສົມທົບ​ກັບ​ທ້ອງ​ຖີ່​ນຕ່າງໆ​ສຸມ​ໃສ່​ຜັນ​ຂະຫຍາຍ​ບັນດາ​ລາຍການ​ບຳ​ລຸງ​ສ້າງວິຊາ​ຊີບ​ໃຫ້​ແກ່​ຄົນ​ງານ​ຊົນນະບົດ. ​ໃນ​ນັ້ນ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ຖັນ​ແຖວ​ນັກ​ເຕັກນິກ​ຂະ​ແໜງ​ກະ​ສີ​ກຳ, ຕ້ອງ​ມີ​ໜັງສື​ຢັ້ງຢືນ​ອາຊີບ, ​ເພື່ອ​ປະຕິບັດ​ແຜນ​ນະ​ໂຍບາຍ​ເພີ່ມ​ທະວີ​ກຳລັງ​ຄວາມ​ສາມາດ​ໃຫ້​ສູນ​ສົ່ງ​ເສີມ​ກະ​ສີ​ກຳ​ຢູ່​ທ້ອງ​ຖີ່​ນຕ່າງໆ.

ຕອບກັບ

ຂ່າວ/ບົດ​ອື່ນ