(vovworld) - ຄວາມຈິງສະແດງໃຫ້ເຫັນວ່າ, ໃນຈຳນວນ 19 ຈຸດໝາຍ ໃນໂຄງການຈຸດໝາຍແຫ່ງຊາດ ກ່ຽວກັບການກໍ່ສ້າງຊົນນະບົດໃໝ່ຢູ່ຫວຽດນາມ, ຈຸດໝາຍຫັນປ່ຽນອົງປະກອບແຮງງານ, ຍົກສູງລາຍຮັບໃຫ້ແກ່ປະຊາຊົນແມ່ນໜ້າທີ່ຫຍຸ້ງຍາກທີ່ສຸດ, ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການດັ່ງກ່າວໃຫ້ໄດ້, ແມ່ນຕ້ອງຖືການເພີ່ມທະວີການບຳລຸງສ້າງໃຫ້ແກ່ຊາວກະສີກອນເປັນສຳຄັນ. ນີ້ກໍ່ແມ່ນເນື້ອໃນຕົ້ນຕໍຂອງແຜນຮ່າງບຳລຸງສ້າງວິຊາຊີບໃຫ່ແກ່ຊາວກະສີກອນເຖິງປີ 2020 (ຫຼືເອີ້ນວ່າແຜນຮ່າງ1956 ຂອງລັດຖະບານ ເຊິ່ງໄດ້ຮັບການຜັນຂະຫຍາຍຢູ່ຫຼາຍທ້ອງຖີ່ນໃນ 2 ກວ່າປີທີ່ຜ່ານມາ.
ບຳລຸງສ້າງວິຊາຊີບສ້າງວຽກເຮັດງານທຳໃຫ້ຜູ້ອອກແຮງງານ
(ພາບ:google.com.vn)
ມະຕິກອງປະຊຸມໃຫຍ່ພັກກອມມູນິດຫວຽດນາມ ຄັ້ງທີ 11 ໄດ້ກຳນົດວ່າ: ຮອດປີ 2020, ຫວຽດນາມ ຈະກາຍເປັນປະເທດອຸດສາຫະກຳ ແລະ ທັນສະໄໝ, ໃນນັ້ນກ່ອນອື່ນໝົດແມ່ນຕ້ອງປະຕິບັດການຫັນຊົນະບົດເປັນເຂດອຸດສາຫະກຳ ແລະ ທັນສະໄໝ. ເພື່ອຕອບສະໜອງຈຸດໝາຍຍຸດທະສາດດັ່ງກ່າວ, ມະນຸດແມ່ນປັດໃຈສຳຄັນ ແລະ ມີຄວາມໝາຍຕັດສິນການພັດທະນາຂອງປະເທດຊາດ. ດັ່ງນັ້ນເລື່ອງເພີ່ມທະວີການບຳລຸງສ້າງວິຊາຊີບໃຫ້ແກ່ຊາວກະສີກອນ ແມ່ນມີຄວາມໝາຍຕັດສິນໃນການຫັນຊົນນະບົດເປັນເຂດອຸດສາຫະກຳ ແລະ ທັນສະໄໝ. ໃນເວທີປາໃສສະພາແຫ່ງຊາດ, ທ່ານນາຍົກລັດຖະມົນຕີ Nguyen Tan Dung ໄດ້ຊີ້ແຈ້ງວ່າ: ”ຖ້າຫາກບໍ່ຫັນກະສີກຳ ແລະ ຊົນນະບົດເປັນອຸດສາຫະກຳ ແລະ ທັນສະໄໝ, ແມ່ນບໍ່ສາມາດຫັນປະເທດຊາດເປັນປະເທດອຸດສາຫະກຳ ແລະ ທັນສະໄໝໄດ້. ປະຈຸບັນ, ຊາວກະສີກອນກວມກວ່າ 73% ຈຳນວນພົນລະເມືອງ ແລະ ກວມ 50% ກຳລັງແຮງງານໃນທົ່ວປະເທດ, ແຕ່ພັດມີເຂດຊົນນະບົດຫຼາຍແຫ່ງຍັງປະສົບກັບຄວາມຫຍຸ້ງຍາກຢູ່, ດັ່ງນັ້ນການເພີ່ມທະວີການບຳລຸງສ້າງວິຊາຊີບ, ສູ້ຊົນຍົກສູງລາຍຮັບໃຫ້ແກ່ຊາວກະສີກອນຢູ່ເຂດຊົນນະບົດນັ້ນ, ທັງແມ່ນຄວາມຮຽກຮ້ອງຕ້ອງການອັນຮີບດ່ວນ, ທັງແມ່ນຈຸດໝາຍພັດທະນາເສດຖະກິດຢ່າງໝັ້ນຄົງ ແລະ ຍາວນານ. ດ້ວຍສະພາບຕົວຈິງຄືດັ່ງກ່າວ, ລັດຖະບານໄດ້ຮັບຮອງເອົາແຜນຮ່າງກ່ຽວກັບການບຳລຸງສ້າງວິຊາຊີບໃຫ້ແກ່ຊາວກະສີກອນໄລຍະ 2009 - 2015 ແລະ ທິດທາງເຖິງປີ 2020. ປະຈຸບັນກະຊວງ, ຂະແໜງການຕ່າງໆພວມຜັນຂະຫຍາຍແຜນຮ່າງນີ້. ທ່ານ Nguyen Tri Ngoc, ຫົວໜ້າກົມປູກຝັງ, ສັງກັດກະຊວງກະສີກຳ ແລະພັດທະນາຊົນນະບົດຫວຽດນາມ ໃຫ້ຮູ້ວ່າ:
”ປະຈຸບັນ, ຈຳນວນຜູ້ອອກແຮງງານຢູ່ເຂດຊົນນະບົດແມ່ນປະມານ 22 ລ້ານຄົນ, ດັ່ງນັ້ນຈຸດໝາຍຂອງຫວຽດນາມ ເຖິງປີ 2020 ແມ່ນຕ້ອງກາຍເປັນປະເທດອຸດສາຫະກຳ ແລະ ທັນສະໄໝ, ຕາມນັ້ນແລ້ວ ຈະຕ້ອງບຳລຸງສ້າງວິຊາຊີບໃຫ້ຜູ້ອອກແຮງງານຢູ່ເຂດຊົນນະບົດປະມານ 11 ລ້ານຄົນ, ເປັນອັນວ່າແຕ່ລະປີຕ້ອງບຳລຸງສ້າງວິຊາຊີບໃຫ້ຄົນງານຢູ່ເຂດຊົນນະບົດປະມານ 300.000 ຄົນ”
ບຳລຸງສ້າງວິຊາຊີບຢູ່ນະຄອນໂຮ່ຈີມິນ
(ພາບ:google.com.vn)
ໃນທ່າອ່ຽງພັດທະນາຂອງພື້ນຖານເສດຖະກິດການຕະຫຼາດ, ມຸ່ງໄປເຖິງພື້ນຖານການຜະລິດເປັນສິນຄ້າດ້ວຍຂອບຂະໜາດໃຫຍ່, ນຳມາເຊິ່ງປະສິດທິຜົນທາງດ້ານເສດຖະກິດສູງນັ້ນ, ບັນຫາບຳລຸງສ້າງວິຊາຊີບທີ່ມີຄຸນນະພາບໃຫ້ແກ່ຊົນນະບົດແມ່ນມີຄວາມຈຳເປັນທີ່ສຸດ. ເຖິງຢ່າງໃດກໍ່ຕາມ, ຄຽງຂ້າງແຜນຮ່າງເພີ່ມທະວີການບຳລຸງສ້າງໃຫ້ແກ່ຊາວກະສີກອນກໍ່ຕ້ອງມີນະໂຍບາຍຄົບຊຸດ ເພື່ອສ້າງບາດກ້າວບຸກທະລຸ, ຊ່ວຍໃຫ້ຊາວກະສີກອນສຳພັດກັບພື້ນຖານເສດຖະກິດໃຫຍ່. ສາສະດາຈານ ຫງວຽນເລິນຢູງ (Nguyen Lan Dung) ນັກຊ່ຽວຊານທີ່ສຸດຈິດສຸດໃຈກັບພື້ນຖານກະສີກຳຫວຽດນາມ, ຖືວ່າ:
”ຮອດປີ 2020, ຫວຽດນາມຈະກາຍເປັນປະເທດອຸດສາຫະກຳ ແລະ ທັນສະໄໝ, ດັ່ງນັ້ນວິທີເຮັດກະສີກຳກໍ່ຕ້ອງມີການປ່ຽນແປງໄປນຳ, ຈຳເປັນຕ້ອງມີບັນດາຟາມໃຫຍ່, ດັ່ງນັ້ນຕາມຂ້າພະເຈົ້າແລ້ວ, ພວກເຮົາຄວນລວມດິນປູກຝັງ, ປ່ຽນໃໝ່ຜົນລະປູກ ເພື່ອໃຫ້ປະຊາຊົນມີເງື່ອນໄຂເປີດກວ້າງການຜະລິດ. ໃນການບຳລຸງສ້າງໃຫ້ແກ່ຊາວກະສີກອນ, ກໍ່ຕ້ອງອີງໃສ່ຈຸດພິເສດຂອງແຕ່ລະທ້ອງຖີ່ນ, ຈາກນັ້ນແນະນຳໃຫ້ປະຊາຊົນຜະລິດອັນໃດ, ເຮັດຜະລິດຕະພັນໃດ ເພື່ອບັນລຸປະສິດທິຜົນສູງ”..
ສອນອາຊີບສ້ອມແປງໂທລະສັບມືຖືດ້ວຍເຕັກໂນໂລຢີໃໝ່
(ພາບ:google.com.vn)
ພາຍຫຼັງກວ່າ 2 ປີ ແຫ່ງການຜັນຂະຫຍາຍແຜນຮ່າງບຳລຸງສ້າງວິຊາຊີບໃຫ້ແກ່ຜູ້ອອກແຮງງານຢູ່ເຂດຊົນນະບົດ, ທົ່ວປະເທດມີຜູ້ອອກແຮງງານຢູ່ເຂດຊົນນະບົດເກືອບ 800.000 ຄົນ ໄດ້ຮັບການບຳລຸງສ້າງວິຊາຊີບ. ອັດຕາສ່ວນຜູ້ອອກແຮງງານຢູ່ເຂດຊົນນະບົດທີ່ມີວຽກເຮັດງານທຳພາຍຫຼັງໄດ້ຮັບການບຳລຸງສ້າງວິຊາຊີບແມ່ນ 70%, ເຂົາເຈົ້າໄດ້ນຳໃຊ້ຄວາມຮູ້, ເຕັກນິກ, ຄວາມສາມາດຂອງຕົນເຂົ້າໃນການຜະລິດ, ປະກອບສ່ວນເພີ່ມສະມັດຕະພາບຜົນລະປູກ, ສັດລ້ຽງ, ເພີ່ມລາຍຮັບ, ລົບລ້າງຄວາມອຶດຫີວ, ຫຼຸດຜ່ອນຄວາມທຸກຍາກ. ອ້າຍ ຫງວຽນຈ້ອງແທ່ງ (Nguyen Trong Thanh) ຢູ່ຕາແສງວີ້ງເຕື່ອງ, ແຂວງ ວິ້ງຟຸກ. ພາຍຫຼັງນຳໃຊ້ບັນດາຄວາມຮູ້ທີ່ຮ່ຳຮຽນມາໄດ້ຈາກໂຮງຮຽນວິທະຍາໄລເຕັກນິກກະສີກຳ ວິ້ງຟຸກ, ຝູງງົວພັນນົມຂອງຄອບຄົວອ້າຍໄດ້ໃຫ້ນ້ຳນົມທີ່ມີຄຸນນະພາບສູງສຸດໃນຕາແສງ. ອ້າຍ ຫງວຽນຈ້ອງແທ່ງ (Nguyen Trong Thanh), ໃຫ້ຮູ້ວ່າ:
”ລ້ຽງງົວພັນນົມແມ່ນວຽກງານທີ່ຕ້ອງການມີຄວາມຮູ້. ລ້ຽງງົວນົມບໍ່ງ່າຍດາຍຄືລ້ຽງງົວທຳມະດາ, ນອກນັ້ນ, ຍັງຕ້ອງມີຄວາມເອົາໃຈໃສ່ເຖິງບັນດາຜະລິດຕະພັນທີ່ສະໜອງໃຫ້ແກ່ສັງຄົມອີກ, ດັ່ງນັ້ນຂ້າພະເຈົ້າໄດ້ເຂົ້າຮ່ວມຊຸດບຳລຸງດ້ານເຕັກນິກໃນການລ້ຽງສັດ”.
ບັນດາຜົນງານໃນເບື້ອງຕົ້ນຂອງແຜນຮ່າງໄດ້ປະກອບສ່ວນສ້າງການປ່ຽນໃໝ່ໂສມໜ້າຢູ່ເຂດຊົນນະບົດ. ຢູ່ຫຼາຍທ້ອງຖີ່ນໄດ້ສ້າງໃຫ້ມີຟາມໃຫຍ່ຜະລິດສິນຄ້າທີ່ມີລັກສະນະວິຊາສະເພາະ, ນຳມາເຊິ່ງປະສິດທິຜົນ ກໍ່ຄືມູນຄ່າຜະລິດສູງ… ແຜນຮ່າງບຳລຸງສ້າງວິຊາຊີບ ໄດ້ຊ່ວຍໃຫ້ຜູ້ອອກແຮງງານຢູ່ເຂດຊົນນະບົດສາມາດຮູ້ໄດ້ວ່າຕົນເອງຈະເຮັດອັນໃດ, ລ້ຽງສັດປະເພດໃດ, ແລະ ຂາຍຢູ່ບ່ອນໃສ… ຈຸດໝາຍຂອງໂຄງການສ້າງວິຊາຊີບໃຫ້ແກ່ຊາວກະສີກອນ 11 ລ້ານຄົນໃນປີ 2020, ຖ້າບັນລຸໄດ້ໝາກຜົນ, ມັນຈະສ້າງປະຖົມປັດໃຈ, ບາດລ້ຽວໃນການຮັດແຄບຊ່ອງວ່າງລະຫວ່າງຄົນຮັ່ງມີກັບຄົນທຸກຍາກ ກໍ່ຄືປ່ຽນໃໝ່ໂສມໜ້າຢູ່ເຂດຊົນນະບົດຫວຽດນາມ.