(vovworld) - ແຫຼ່ງຊັບພະຍາກອນມະນຸດ ແມ່ນປັດໃຈສຳຄັນທີ່ສຸດ ເພື່ອແນໃສ່ຕອບສະໜອງວິວັດການກໍ່ສ້າງຊົນນະບົດໃໝ່ພວມໄດ້ຮັບການຜັນຂະຫຍາຍຢູ່ຫວຽດນາມ. ເມື່ອກຳນົດໄດ້ບັນຫານີ້, ຄະນະຊີ້ນຳໂຄງການຈຸດໝາຍແຫ່ງຊາດກໍ່ສ້າງຊົນນະບົດໃໝ່ ແລະ ຫຼາຍທ້ອງຖີ່ນໄດ້ຜັນຂະຫຍາຍມາດຕະການສຳຄັນຫຼາຍຢ່າງ ເພື່ອຍູ້ແຮງການບຳລຸງສ້າງແຫຼ່ງ ຊັບພະຍາກອນມະນຸດ ແນໃສ່ຮັບໃຊ້ໂຄງການກໍ່ສ້າງຊົນນະບົດໃໝ່ໃຫ້ດີ. ນີ້ແມ່ນແຜນນະໂຍບາຍທີ່ຖືກຕ້ອງ, ຕອບສະໜອງຄວາມມຸງມາດປາຖະໜາຂອງຊາວກະສີກອນ, ເພາະວ່າຜ່ານການບຳລຸງສ້າງຈະຊ່ວຍໃຫ້ຜູ້ອອກແຮງງານມີຄວາມຮູ້, ປະກອບສ່ວນເພີ່ມສະມັດຕະພາບແຮງງານ ແລະ ປະສິດທິຜົນການຜະລິດ.
(ພາບປະກອບ)
ມະຕິຄັ້ງທີ 7, ຊຸດທີ 10 ຂອງພັກກອມມູນິດຫວຽດນາມ ໄດ້ຢືນຢັນວ່າ ການພັດທະນາກະສີກຳ, ຊົນນະບົດ ແລະ ຊາວກະສີກອນ ແມ່ນພື້ນຖານເພື່ອຮັກປະກັນຄວາມໝັ້ນຄົງດ້ານການເມືອງໃຫ້ແກ່ປະເທດຊາດໃນໄລຍະຍູ້ແຮງການຫັນເປັນປະເທດອຸດສາຫະກຳ, ທັນສະໄໝ ແລະ ເຊື່ອມໂຍງກັບສາກົນ. ມະຕິກຳນົດວ່າຮອດປີ 2020, ຫວຽດນາມ ກາຍເປັນປະເທດອຸດສາຫະກຳໂດຍພື້ນຖານ, ດັ່ງນັ້ນບັນຫາຫັນປ່ຽນໂຄງປະກອບແຮງງານ, ຍູ້ແຮງການຫັນປ່ຽນໂຄງປະກອບຂະແໜງກະສີກຳ ແມ່ນມີບົດບາດສຳຄັນທີ່ສຸດ, ສ້າງບາດກ້າວບຸກທະລຸໃນການພັດທະນາກະສີກຳ, ຊົນນະບົດຢູ່ຫວຽດນາມ.
ບົນພື້ນຖານການກຳນົດທິດຄືດັ່ງກ່າວ, ລັດຖະບານໄດ້ວາງອອກຈຸດ ໝາຍນັບແຕ່ນີ້ເຖິງປີ 2020, ແຕ່ລະປີບຳລຸງສ້າງຜູ້ແຮງງານຊົນນະບົດໃຫ້ໄດ້ 1 ລ້ານຄົນ. ເພື່ອເຮັດໃຫ້ຈຸດໝາຍນີ້ປະກົດຜົນເປັນຈິງ, ລັດຖະບານໄດ້ປະກາດໃຊ້ແຜນນະໂຍບາຍ, ນະໂຍບາຍຫຼາຍຢ່າງ ກ່ຽວກັບການສອນວິຊາຊີບໃຫ້ແກ່ຊາວກະສີກອນ ແລະ ຖືວ່ານີ້ແມ່ນບັນຫາແກ່ນສານເພື່ອສ້າງການຫັນປ່ຽນໃນຂົງເຂດກະສີກຳ, ຊົນນະບົດ ແລະ ຊາວກະສີກອນ ຫວຽດນາມ. ທ່ານນາງ Pham Thi Hai Chuyen, ລັດຖະມົນຕີກະຊວງແຮງງານທະຫານເສຍອົງຄະ ແລະ ສັງຄົມຫວຽດນາມ, ໃຫ້ຮູ້ວ່າ:
”ປະຈຸບັນ, ຫວຽດນາມມີຜູ້ອອກແຮງງານ 51 ລ້ານຄົນ, ໃນນັ້ນຜູ້ອອກແຮງງານຢູ່ເຂດຊົນນະບົດມີ 36 ລ້ານຄົນ. ແຕ່ຜູ້ອອກແຮງງານຢູ່ເຂດຊົນນະບົດສ່ວນຫຼາຍພັດບໍ່ທັນໄດ້ຮັບການບຳລຸງສ້າງ, ຍ້ອນເຫດນັ້ນ, ຢາກຫັນປ່ຽນໂຄງປະກອບເສດຖະກິດ ແມ່ນຕ້ອງຫັນປ່ຽນໂຄງປະກອຍແຮງງານຢ່າງແນ່ນອນ.”
(ພາບປະກອບ)
ລັດຖະບານຫວຽດນາມກໍ່ກຳນົດວ່າ, ຄວາມເປັນຕາຍຂອງໂຄງການແຫ່ງຊາດກໍ່ສ້າງຊົນນະບົດໃໝ່ນັ້ນແມ່ນ ແຫຼ່ງແຮງງານທີ່ໄດ້ຜ່ານການບຳລຸງສ້າງ, ຜູ້ອອກແຮງງານທີ່ມີອາຊີບ. ການກໍ່ສ້າງຊົນນະບົດໃໝ່ກໍ່ແມ່ນການຫັນກະສີກຳ, ຊົນນະບົດເປັນອຸດສາຫະກຳ ແລະ ທັນສະໄໝ, ໃນນັ້ນຜູ້ອອກແຮງງານຢູ່ເຂດຊົນນະບົດຕ້ອງກາຍເປັນກຳມະກອນຢູ່ໃນບ້ານຂອງຕົນ. ໃນໂຄງການຈຸດໝາຍແຫ່ງຊາດ ກ່ຽວກັບການກໍ່ສ້າງຊົນນະບົດໃໝ່ປີ 2010-2020, ລັດຖະບານໄດ້ວາງຈຸດໝາຍເພີ່ມທະວີການບຳລຸງສ້າງ ເພື່ອແນໃສ່ສ້າງວິຊາຊີບ, ສ້າງວຽກເຮັດງານທຳເປັນປົກກະຕິໃຫ້ແກ່ຊາວກະສີ ກອນແຕ່ 70% - 80%, ຈັດຕັ້ງການຜະລິດເທື່ອລະກ້າວ, ກ້າວໄປເຖິງການຜະລິດເປັນສິນຄ້າ, ຫັນປ່ຽນໂຄງປະກອບແຮງງານໃນເຂດຊົນນະບົດ. ດ້ວຍຈຸດໝາຍນັ້ນ, ລັດຖະບານຫວຽດນາມ ໄດ້ສະຫງວນແຫຼ່ງເງິນຈາກງົບປະມານທີ່ມີມູນຄ່າ 26.000 ຕຶ້ດັ່ງ ເພື່ອໜູນຊ່ວຍໃຫ້ແກ່ໂຄງການບຳລຸງສ້າງວິຊາຊີບໃຫ້ແກ່ຊົນນະບົດ.ສະເພາະໃນປີ 2012 ນີ້, ລັດຖະບານກໍ່ສະຫງວນເງິນກວ່າ 1000 ຕື້ດົ່ງ ໃຫ້ແກ່ວຽກງານບຳລຸງສ້າງ, ໃນນັ້ນສະຫງວນ 56 ຕື້ດົ່ງໃຫ້ແກ່ການບຳລຸງສ້າງພະນັກງານຕາແສງ, 300 ຕື້ດົ່ງແມ່ນໜູນຊ່ວຍຊາວກະສີກອນຮຽນວິຊາຊີບ ແລະ 500 ຕຶ້ດົ່ງ ເພື່ອໜູນຊ່ວຍປັບປຸງບັນດາສຸນສອນວິຊາຊີບ, ສະໜອງບັນດາອຸປະກອນຮັບໃຊ້ໃຫ້ແກ່ການສອນວິຊາຊີບ. ພ້ອມກັບການບຳລຸງສ້າງດ້ານວິຊາຊີບ, ບັນດາມາດຕະຖານອື່ນໆໃນໂຄງການກໍ່ສ້າງຊົນນະບົດໃໝ່ກໍ່ໄດ້ປະກອບສ່ວນໜູນຊ່ວຍຢ່າງຕັ້ງໜ້າ ເຮັດໃຫ້ການບຳລຸງສ້າງວິຊາຊີບບັນລຸໝາກຜົນ. ພ້ອມກັບການບຳລຸງສ້າງວິຊາຊີບ, ກໍ່ຕ້ອງເອົາໃຈໃສ່ເຖິງບັນດາປັດໃຈທີ່ກະທົບເຖິງຕະຫຼາດ. ພິເສດແມ່ນຕ້ອງຊອກຫາສົ້ນອອກໃຫ້ແກ່ຜະລິດຕະພັນ.
(ພາບປະກອບ)
ພາຍຫຼັງ 2 ປີ ແຫ່ງການຜັນຂະຫຍາຍໂຄງການກໍ່ສ້າງຊົນນະບົດໃໝ່. ຫວ່າງແລ້ວນີ້, ຄະນະຊີ້ນຳແຫ່ງຊາດກ່ຽວກັບການກໍ່ສ້າງຊົນນະບົດໃໝ່ ໄດ້ສຸມໃສ່ຕີລາຄາຄືນປະສິດທິຜົນ, ໃນນັ້ນເນັ້ນໜັກວ່າ ວຽກງານບຳລຸງສ້າງຕ້ອງຖືຄຸນນະພາບເປັນສຳຄັນ, ຫາກບໍ່ແມ່ນດ້ານຈຳນວນ. ທ່ານລັດຖະ ມົນຕີກະຊວງກະສີກຳ ແລະ ພັດທະນາຊົນນະບົດ Cao Duc Phat, ຊີ້ແຈ້ງວ່າ:
”ຕ້ອງກຳນົດລະອຽດຜູ້ໃດໄດ້ຮັບບຸລິມາສິດ, ບໍ່ແມ່ນວ່າຜູ້ໃດຈົດທະບຽນກໍ່ໄດ້ໄປຮຽນໝົດ. ຜູ້ໄດ້ໄປຮຳ່ຮຽນຕ້ອງຕ່າງກັບຜູ້ບໍ່ໄດ້ໄປຮຽນໃນການນຳໃຊ້ຂັ້ນຕອນການຜະລິດທີ່ກ້າວໜ້າທີ່ສຸດ ແລະ ມີປະສິດທິຜົນທີ່ສຸດ”.
ສິ່ງທີ່ຖອດຖອນມາໄດ້ຈາກການຜັນຂະຫຍາຍວຽກງານບຳລຸງສ້າງວິຊາຊີບໃຫ້ແກ່ຊາວກະສີກອນໃນໂຄງການກໍ່ສ້າງຊົນນະບົດໃໝ່ໄລຍະຜ່ານມາ, ນັ້ນແມ່ນຕ້ອງສອນອາຊີບຕົວຈິງໃນເຂດທົ່ງນາ ແລະ ອິງໃສ່ຈຸດພິເສດສະເພາະຂອງແຕ່ລະທ້ອງຖີ່ນ. ເຮັດໄດ້ຄືດັ່ງກ່າວ, ແຜນນະໂຍບາຍ, ນະໂຍບາຍຂອງພັກ, ລັດ ກ່ຽວກັບການກໍ່ສ້າງຊົນນະບົດໃໝ່ຈຶ່ງບັນລຸປະສິດທິຜົນຢ່າງແທດຈິງ, ປະກອບສ່ວນຍົກສູງລະດັບຄອງຊີບຂອງປະຊາຊົນ, ຮັບປະກັນຄວາມໝັ້ນຄົງໃຫ້ພື້ນຖານກະສີກຳໃນຈຸດໝາຍລວມພັດທະນາເສດຖະກິດສັງຄົມຂອງປະເທດຊາດ.