(VOVWORLD) - ຕາແສງດົງເທີ໊ຍ, ເມືອງກ໊າຍເນືອກ ແມ່ນຕາແສງຢູ່ເຂດຫ່າງໄກສອກຫລີກຂອງແຂວງກ່າເມົາ ທີ່ມີເງື່ອນໄຂພັດທະນາຍັງປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ. ແຕ່ເຖິງແນວນັ້ນກໍ່ຕາມ, ເມື່ອຮູບແບບການລ້ຽງຫອຍແຄງ ໄດ້ປະຕິບັດຢູ່ທ້ອງຖິ່ນ, ກໍ່ໄດ້ສ້າງແຮງກະຕຸ້ນຕໍ່ການການປ່ຽນແປງ. ບໍ່ພຽງແຕ່ຊີວິດການເປັນຢູ່ຂອງ ປຊຊ ມີການປ່ຽນແປງເທົ່ານັ້ນ, ຫາກໂສມໜ້າຊົນນະບົດກໍ່ໄດ້ຮັບການປ່ຽນແປງໃໝ່,ໃຫ່ຍໂຕ ແລະ ສວຍງາມຢ່າງເຫັນໄດ້ຊັດ.
ປຊຊ ຕາແສງດົງເທີ໊ຍ, ເມືອງກ໊າຍເນືອກ ມີລາຍຮັບດີຍ້ອນການປູກຫອຍແຄງ (ພາບ: VOV)
ປະມານປີ 2010, ຮູບແບບການລ້ຽງຫອຍແຄງໄດ້ເລີ່ມຂຶ້ນໃນກະຊັງລ້ຽງກຸ້ງ ຢູ່ຕາແສງດົງເທີ໊ຍ, ເມືອງກ໊າຍເນືອກ. ໃນເວລານັ້ນ, ຊາວທ້ອງຖິ່ນຈຳນວນໜຶ່ງທີ່ປະສົບກັບຄວາມຫຍຸ້ງຍາກ ໄດ້ໄປຫາຫອຍແຄງຢູ່ແຄມຝັ່ງທະເລ ເພື່ອຫາເງິນລ້ຽງຊີບ ແລະໄດ້ເອົາແນວພັນມາລ້ຽງທົດລອງ. ຫອຍແຄງເຕີບໂຕໄວ, ຫຼັງຈາກນັ້ນ, ປຊຊ ກໍ່ບອກກັນລ້ຽງຫອຍແຄງໃສ່ກະຊັງລ້ຽງກຸ້ງຕື່ມອີກ ເພື່ອພັດທະນາເສດຖະກິດ.
ປະຈຸບັນນີ້, ຍ້ອນມີລາຍຮັບຈາກການລ້ຽງຫອຍແຄງ, ຢູ່ລຽບຕາມເສັ້ນທາງກິງ1, ກິງ 2 ຂອງບ້ານກິງໃຫ່ຍ, ຕາແສງດົງເທີ໊ຍ, ປຊຊ ກໍ່ແຂ່ງຂັນກັນກໍ່ສ້າງເຮືອນຢູ່ໃຫ້ແໜ້ນຖາວອນ, ໃຫ່ຍໂຕ ແລະ ສວຍງາມ. ທ່ານມາຍວັນເທາະ, ຜູ້ທີ່ລ້ຽງຫອຍແຄງມາເປັນເວລາ 2 ປີກໍ່ພໍມີເງິນກໍ່ສ້າງເຮືອນ ໃຫ້ຮູ້ວ່າ: ເມື່ອຮູບແບບການລ້ຽງຫອຍແຄງພັດທະນາຢ່າງແຮງ, ຄອບຄົວທ່ານໄດ້ລ້ຽງຫອຍແຄງໃນເນື້ອທີ່ 0,7ha. ສະເພາະແຕ່ປີ 2017 ຄອບຄົວທ່ານກໍ່ມີກຳໄລເກືອບ 200 ລ້ານດົ່ງ. ໃນເວລາພຽງ 2,3 ປີ, ຄອບຄົວທ່ານກໍ່ປະຢັດເງິນໄດ້ຈາກການລ້ຽງຫອຍແຄງ ເພື່ອມາປຸກສ້າງເຮືອນຢູ່ແບບຖາວອນ ແລະ ໃຫ່ຍໂຕ:
ຄອບຄົວຂ້າພະເຈົ້າໄດ້ລ້ຽງກຸ້ງ, ກະປູ ແລະ ຫອຍແຄງ ແຕ່ຈະລ້ຽງຫອຍແຄງຫຼາຍກ່ວາ ຍ້ອນວ່າມັນມີປະສິດທິຜົນສູງທີ່ສຸດ, ຊີວິດການເປັນຢູ່ຂອງຄອບຄົວກໍ່ເປັນປົກກະຕິ. ລ້ຽງຫອຍແຄງສະບາຍກ່ວາລ້ຽງກະປູ ແລະ ກໍ່ມີປະສິດທິຜົນສູງກ່ວາອີກ.
ບັນດາເສັ້ນທາງທີ່ສວຍງາມຢູ່ຕາແສງດົງເທີ໊ຍ, (ພາບ: VOV)
ເມື່ອຮູບແບບການລ້ຽງຫອຍແຄງເລີ່ມພັດທະນາ, ກໍ່ແມ່ນຈຸດເວລາທີ່ຕາແສງດົງເທີ໊ຍ ເລີ່ມກໍ່ສ້າງຊົນນະບົດໃໝ່. ອຳນາດການປົກຄອງທ້ອງຖິ່ນ ໄດ້ຖືເອົາການລ້ຽງຫອຍແຄງເປັນວຽກງານຕົ້ນຕໍ. ຈາກນັ້ນ ໄດ້ທະວີຄູນຮູບແບບນີ້ໄປໃຫ້ຫຼາຍຄອບຄົວ ເພື່ອພັດທະນາການຜະລິດ, ເພີ່ມລາຍຮັບ. ດ້ວຍກຳໄລບັນລຸໄດ້ປະມານ 100 ລ້ານດົ່ງ/ເຮັກຕາ/ປີ, ຫຼາຍຄອບຄົວຢູ່ຕາແສງດົງເທີ໊ຍ ໄດ້ຫລຸດພົ້ນອອກຈາກຄວາມທຸກຍາກ, ແລ້ວກາຍເປັນຄອບຄົວຮັ່ງມີຈາກການລ້ຽງຫອຍແຄງ. ລາຍຮັບສະເລ່ຍຂອງ ປຊຊ ໃນທ້ອງຖິ່ນບັນລຸກ່ວາ 50 ລ້ານດົ່ງ/ຄົນ/ປີ, ເພີ່ມຂຶ້ນທົບ 2 ເທົ່າເມື່ອທຽບໃສ່ເວລາເລີ່ມກໍ່ສ້າງຊົນນະບົດໃໝ່.
ເມື່ອຊີວິດການເປັນຢູ່ໄດ້ຮັບການຍົກສູງຂຶ້ນນັ້ນ, ປຊຊ ກໍ່ພ້ອມແລ້ວທີ່ຈະປະກອບເຫື່ອແຮງ ແລະ ວັດຖຸສິ່ງຂອງເພື່ອກໍ່ສ້າງຊົນນະບົດໃໝ່. ເມື່ອລັດໄດ້ຂົນຂວາຍ “ພ້ອມກັນສ້າງເສັ້ນທາງ”, ປຊຊ ໄດ້ສະໜັບສະໜູນຢ່າງສຸດໃຈ. ມີເສັ້ນທາງຫຼາຍສາຍໄດ້ກໍ່ສ້າງສຳເລັດແມ່ນຍ້ອນມີກຳລັງເຫື່ອແຮງຂອງ ປຊຊ. ຫວ່າງມໍ່ໆມານີ້, ໃນຈຸດເວລາປະຕິບັດການແຍກຫ່າງສັງຄົມ, ປຊຊ ຍັງໄດ້ປະຕິບັດຕາມຂໍ້ກຳນົດ ແລະ ປະຕິບັດວຽກງານຂອງຕົນໃຫ້ສຳເລັດ. ທ່ານຫງວຽນວັນເຢີດ, ຊາວທ້ອງຖິ່ນ ແບ່ງປັນວ່າ:
ພວກຂ້າພະເຈົ້າຍັງໄດ້ເຮັດວຽກຢູ່ທົ່ງນາ, ແລ້ວກໍ່ເຮັດວຽກເພີ່ມເຕີ່ມຢູ່ບ້ານ. ໄດ້ຍິນຂ່າວວ່າໃນເດືອນພະຈິກປີນີ້ ຕາແສງຈະໄດ້ຮັບການຮັບຮອງວ່າແມ່ນຊົນນະບົດໃໝ່, ຖ້າບໍ່ພາກັນກໍ່ສ້າງນັ້ນ ເຮັດແນວໃດຕາແສງຊິໄດ້ຮັບຮອງ. ພະນັກງານມາລະດົມກຳລັງໃຈ, ພວກເຮົາຕ້ອງມີສະຕິປະຕິບັດຕາມ. ເມື່ອອອກໄປນອກທາງ ຫຼືໄປເຮັດນາກໍ່ຕ້ອງໃສ່ຜ້າອັດປາກ ແລະ ປະຕິບັດຕາມຂໍ້ກຳນົດ 5 ຂໍ້ຂອງກະຊວງສາທາລະນະສຸກຢ່າງເຂັ້ມງວດ.
ເມື່ອໄດ້ເລີ່ມປະຕິບັດການກໍ່ສ້າງຊົນນະບົດໃໝ່ໃນປີ 2010, ຕາແສງດົງເທີ໊ຍ ບັນລຸໄດ້ພຽງແຕ່ 3 ຄາດໝາຍ, ປະຈຸບັນຍັງແຕ່ 3 ຄາດໝາຍເທົ່ານັ້ນ ຈຶ່ງຈະບັນລຸຜົນສຳເລັດ. ໃນສະພາບເກີດໂລກລະບາດ, ຍັງປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ ແຕ່ອົງຄະນະພັກ, ອຳນາດການປົກຄອງທ້ອງຖິ່ນ ກໍ່ຍັງມານະພະຍາຍາມເພື່ອທ້າຍປີນີ້ ໃຫ້ໄດ້ຮັບຮອງແມ່ນຕາແສງຊົນນະບົດໃໝ່. ທ່ານ ຫວໍ້ວັນຈ້ຽວ, ປະທານຄະນະກຳມະການ ປຊຊ ຕາແສງດົງເທີ໊ຍ ໃຫ້ຮູ້ວ່າ:
ໃນສະພາບເກີດໂລກລະບາດຄືໃນປະຈຸບັນນີ້, ກໍ່ປະສົບກັບຄວາມຫຍຸ້ງຍາກໃດໜື່ງແລ້ວ ແຕ່ທາງຕາແສງຍັງສຸມໃສ່ປະຕິບັດຢ່າງຂ້ຽວຂາດ, ຈັດແບ່ງແຕ່ລະຄະນະລົງໄປແຕ່ລະຄອບຄົວ ເພື່ອຂົນຂວາຍປະຕິບັດສ່ວນວຽກ ໃນວິວັດການກໍ່ສ້າງຊົນນະບົດໃໝ່ໃຫ້ສຳເລັດ.
ໃນການກໍ່ສ້າງຊົນນະບົດໃໝ່, ໜຶ່ງໃນບັນດາຄາດໝາຍສຳຄັນແມ່ນການພັດທະນາການຜະລິດ, ຍົກສູງລາຍຮັບ, ຍົກສູງຊີວິດການເປັນຢູ່ຂອງ ປຊຊ. ເຖິງວ່າຕາແສງເຂດຫ່າງໄກສອກຫລີກດົງເທີ໊ຍ ຍັງປະສົບກັບຄວາມຫຍຸ້ງຍາກກໍ່ຕາມ ແຕ່ກໍ່ໄດ້ໝູນໃຊ້ການປະຕິບັດສຳເລັດຄາດໝາຍນີ້ໄດ້ເປັນຢ່າງດີທີ່ສຸດ, ຫຼັງຈາກນັ້ນໄດ້ລະດົມກຳລັງຂອງ ປຊຊ ເພື່ອປະກອບສ່ວນເຂົ້າໃນວິວັດທະນາການກໍ່ສ້າງຊົນນະບົດໃໝ່ຢູ່ທ້ອງຖິ່ນ.