(VOVWORLD) -ໝູ່ບ້ານ ເກ໊ໂມນ ເມື່ອກອ່ນນີ້ ແມ່ນຂຶ້ນກັບຕາແສງ ຟອງແທັກ ປັດຈຸບັນແມ່ນຂຶ້ນກັບຕາແສງ ດ່ຽນໂມນ, ເມືອງ ຟອງດ່ຽນ ແຂວງ ເທື່ອທຽນເຫວ້ ຢູ່ແຫ່ງນີ້ໄດ້ຮັບຖືວ່າເປັນອູ່ໃຫ້ກຳເນີດອາຊີບຕີເງິນຕີຄຳຂອງ ຫວຽດນາມ
ຫໍບູຊາຜູ້ກໍ່ຕັ້ງອາຊີບຕີເງິນຕີຄຳຢູ່ບ້ານເກ໊ໂມນ |
ຕາມປຶ້ມບັນທຶກປະຫວັດສາດແລ້ວ, ໝູ່ບ້ານ ເກ໊ໂມນ ໄດ້ຮັບການສ້າງຕັ້ງຂຶ້ນໃນສະຕະວັດທີ XIV ໃນສະໄໝເຈົ້າຊີວິດ ເຈິ່ນແອັງຕົງ. ໝູ່ບ້ານ ເກ໊ໂມນ ນອນຢູ່ແຄມບຶງ ຕາມຢາງ ພັດມີດິນກະສິກຳທີ່ກວ້າງໃຫຍ່ ດັ່ງນັ້ນຊາວປະມົງຢູ່ແຫ່ງນີ້ ອາໄສ ອາຊີບຜະລິດກະສິກຳ ແລະ ໄດ້ຈັບຫາປາເປັນຕົ້ນຕໍ, ປີ 1789, ພາຍຫຼັງໄດ້ຕີທັບມ້າງພວກທະຫານ ຊິງ ທີ່ເຂົ້າມາຮຸກຮານທາງພາກເໜືອ, ເຈົ້າຊີວິດ ກວາງຈຸງ ໄດ້ຕັ້ງກຸງເກົ່າຢູ່ ຝູຊວນ, ເຫວ້ ແລະ ໄດ້ຮຽກຮ້ອງໃຫ້ບັນດາຜູ້ທີ່ມີຄວາມເກັ່ງກ້າສາມາດມາຊ່ວຍເຈົ້າຊີວິດ ໃນການຄຸ້ມຄອງປະເທດຊາດ. ທ່ານ ກາວດິ່ງໂດະ ແມ່ນຊາວແທັງຮວ໊າ ໄດ້ຍົກຍ້າຍໄປ ເຫວ້ ເພື່ອຂໍເຮັດອາຊີບຕີເງິນຕີຄຳ, ເມື່ອຂ້າມແມ່ນ້ຳ ໂອເລົາ ທັງຄອບຄົວໄດ້ຖືກປະສົບເຄາະຮ້າຍ, ຊາວບ້ານ ເກ໊ໂມນ ໄດ້ເຫັນເຫດຮ້າຍນີ້ ແລະ ໄດ້ກອບກູ້ເອົາຊີວິດ, ຊ່ວຍທ່ານລອດຊີວິດມາໄດ້. ເພື່ອອາໄລຫາຄຸນງາມຄວາມດີ ໃນການກອບກູ້ເອົາຊີວິດຂອງປະຊາຊົນ ໃນໝູ່ບ້ານ ເກ້ໂມນ, ດັ່ງນັ້ນພາຍຫຼັງທີ່ໄດ້ເຂົ້າເຮັດວຽກໃນພະລາດຊະວັງ, ທ່ານ ໂດະ ໄດ້ກັບເມືອສອນວິຊາຊີບໃຫ້ແກ່ຊາວບ້ານແຫ່ງນີ້. ທ່ານ ບຸຍວັນເຢິຍ ຫົວໜ້າຄະນະບໍລິຫານໝູ່ບ້ານວັດທະນະທຳ ເກ້ໂມນ ແບ່ງປັນວ່າ :
“ເມື່ອທ່ານ ກາວດິ່ງໂດະ ມານີ້ກໍ່ໄດ້ລົງຂີ່ເຮືອແລ່ນຜ່ານ ເບົ່າເຫງອກ ແຕ່ໂຊກ ກໍ່ບໍ່ດີ, ໄດ້ປະສົບເຄາະຮ້າຍ. ໃນເວລານັ້ນ ກໍ່ມີສອງຄົນວົງຕະກຸນເຈິ່ນ ແລະ ວົງຕະກຸນຮວ່າງ ພວມເຮັດນາ ໄດ້ພົບເຫັນ, ດັ່ງນັ້ນກໍ່ໄດ້ກອບກູ້ເອົາທ່ານລອດຊີວິດມາໄດ້. ເມື່ອທ່ານ ກາວດິ່ງໂດະ ເຂົ້າໄປພະລາດຊະວັງ ເພື່ອເຮັດວຽກເປັນໄລຍະໜຶ່ງ, ລາວໄດ້ຄິດເຖິງບຸນຄຸນຂອງສອງຄົນທີ່ໄດ້ກອບກູ້ເອົາຊີວິດຕົນເອງ, ດັ່ງນັ້ນທ່ານໄດ້ຖ່າຍທອດ ອາຊີບຕີເງິນຕີຄຳໃຫ້ແກ່ເຂົາເຈົ້າ”.
ນັບແຕ່ນັ້ນມາຮອດປັດຈຸບັນ, ກໍ່ໄດ້ເປັນໄລຍະກວ່າ 200 ປີແລ້ວ, ແລະ ນັບແຕ່ນັ້ນມາ, ໝູ່ບ້ານ ເກ໊ໂມນ ໄດ້ກາຍເປັນອູ່ໃຫ້ກຳເນີດອາຊີບຕີເງິນຕີຄຳ ຂອງເຂດພາກກາງ. ບັນດາຜະລິດຕະພັນຈາກການຕີເງິນຕີຄຳຢູ່ທີ່ນີ້ ສາມາດຕອບສະໜອງຄວາມຕ້ອງການທາງດ້ານເຄື່ອງເອ້ຍ້ອງ, ປະດັບປະດາຂອງຊາວປະມົງ ແລະ ພວກເຈົ້າເສນາອາມາດຢູ່ເມືອງຫຼວງ ເຫວ້ ນັບແຕ່ທ້າຍສະຕະວັດທີ XVIII ໂດຍນາຍຊ່າງຕີເງິນຕີຄຳຫຼາຍຄົນ ໄດ້ມາຈາກພາກເໜືອ ເຊິ່ງພົ້ນເດັ່ນແມ່ນທ່ານ ກາວດິ່ງໂດະ, ບ້ານເກີດຢູ່ ແທັງຮວ໊າ ໄດ້ມາຕັ້ງຖິ່ນຖານຢູ່ໝູ່ບ້ານ ເກ໊ໂມນ ປະກອບອາຊີບຕີເງິນຕີຄຳ ແລະ ເປີດຊຸດຮຽນໃຫ້ແກ່ລຸ້ນລູກລຸ້ນຫຼານ. ຜະລິດຕະພັນຈາກການຕີເງິນຕີຄຳໃນໝູ່ບ້ານ ເກ໊ໂມນ ມີຊື່ສຽງ ແລະ ຄຸນນະພາບດີເມື່ອທຽບໃສ່ແຫ່ງອື່ນໆ ດ້ວຍເຕັກນິກສີມືການຊ່າງທີ່ລະອຽດອ່ອນ ແລະ ມີການແກະຄວັດສະຫຼັກທີ່ມີຄວາມປານີດສູງ ເຊິ່ງສະແດງໃຫ້ເຫັນຢ່າງຈະແຈ້ງທີ່ສຸດຜ່ານເຄື່ອງເອ້ຍ້ອງຄື ແຫວນ, ປະລັກແຂນ ສາຍຄໍ ຕຸ້ມຫູ ທີ່ເຮັດດ້ວຍຄຳ ຫຼື ເງິນ. ທ່ານ ເຈິ່ນດ້າຍວິງ ນັກຄວາມຄົ້ນຄວ້າປະຫວັດສາດວັດທະນະທຳ ຫວຽດນາມ ໃຫ້ຮູ້ວ່າ:
“ປະຊາຊົນຢູ່ແຫ່ງນີ້ກໍ່ໄດ້ຮຽນວິຊາຊີບຕີເງິນຕີຄຳ. ເຂົາເຈົ້າກໍ່ໄດ້ໃຊ້ສີມືອັນຄ່ອງແຄ້ວຂອງຕົນ ເພື່ອຜະລິດອອກບັນດາເຄື່ອງເອ້ຍ້ອງທີ່ລະອຽດອ່ອນ ເພື່ອຕອບສະໜອງຄວາມຕ້ອງການໃນການສົມລົດ, ການທຳພິທີບູຊາທີ່ເປັນປະເພນີ ແລະ ເກ໊ໂມນ ໄດ້ກາຍເປັນໝູ່ບ້ານທີ່ສວຍງາມ ດ້ວຍຜະລິດຕະພັນຈາກການຕີເງິນຕີຄຳ. ລາຍຮັບທີ່ໄດ້ຈາກອາຊີບນີ້ຂອງປະຊາຊົນ, ເຂົາເຈົ້າກໍ່ໄດ້ຫັກເອົາສ່ວນໜຶ່ງ ເພື່ອປະກອບສ່ວນເຂົ້າໃນການບູລະນະປະຕິສັງຂອນ ຫໍບູຊາຂອງຜູ້ກໍ່ຕັ້ງອາຊີບ ແລະ ສຸສານຂອງທ່ານ ກາວດິ່ງໂດະ”.
ຜ່ານໄລຍະເກືອບ 200 ປີທີ່ຜ່ານມາ, ຊາວບ້ານ ເກ໊ໂມນ ນັບພັນຄົນກໍ່ໄດ້ອອກຈາກໝູ່ບ້ານ ເພື່ອທຳອາຊີບຢູ່ແຫ່ງອື່ນໆ ກ່ອນອື່ນໝົດແມ່ນເມືອງຫຼວງ ເຫວ້, ຕໍ່ຈາກນັ້ນແມ່ນເຮັດຢູ່ບັນດາຕົວເມືອງ ຕະຫຼາດໃຫຍ່ໃນທົ່ວປະເທດ ແລະ ໄລຍະຕໍ່ມາກໍ່ໄດ້ອອກສູ່ຕ່າງປະເທດອີກດ້ວຍ. ໂດຍໄດ້ກຳເນີດ ແລະ ເຕີບໃຫຍ່ໃນຄອບຄົວທີ່ມີມູນເຊື້ອປະກອບອາຊີບຕີເງິນຕີຄຳ, ນັກສິລະປະການດີເດັ່ນ ເຈິ່ນຢຸຍມອງ ເຊິ່ງເປັນຜູ້ໄດ້ສືບທອດສິ່ງທີ່ຍອດຍິ່ງຈາກອາຊີບຂອງຂອງປູ່ຍ່າຕາຍາຍ ແລະ ຍາມໃດທ່ານກໍ່ສຸມຈິດສຸມໃຈກັບອາຊີບທີ່ມີມາແຕ່ດົນນານນີ້ ທ່ານ ເຈິ່ນຢຸຍມອງ ໄດ້ເວົ້າວ່າ:
“ຂ້າພະເຈົ້າໄດ້ກຳເນີດ ແລະ ເຕີບໃຫຍ່ຢູ່ໝູ່ບ້ານ ເກ໊ໂມນ, ຊາວບ້ານ ເກ໊ໂມນ ໄດ້ຮັບການຖ່າຍທອດອາຊີບຕີເງິນຕີຄຳຈາກທ່ານ ດິ່ງໂດະ ແລະ ກາວດິ່ງເຮືອງ ເຊິ່ງເປັນຜູ້ກໍ່ຕັ້ງອາຊີບນີ້. ຂ້າພະເຈົ້າໄດ້ປະກອບອາຊີບນີ້ມາແຕ່ເວລາດົນນານແລ້ວ, ຂ້າພະເຈົ້າຍາມໃດກໍ່ຫວັງຢາກຮັກສາອາຊີບ ຂອງປູ່ຍ່າຕາຍາຍໃຫ້ນັບມື້ນັບຂະຫຍາຍຕົວ”.
ໃນທຸກວັນນີ້, ເຖິງວ່າຊາວບ້ານ ເກ໊ໂມນ ມີຫຼາຍຄົນກໍ່ໄດ້ອອກໄປແດນໄກເພື່ອຫາເງິນລ້ຽງຊີບກໍ່ຕາມ, ແຕ່ ເຫວ້ ຈຶ່ງແມ່ນອູ່ໃຫ້ກຳເນີດອາຊີບຕີເງິນຕີຄຳຢ່າງແທ້ຈິງ, ຂະນະທີ່ຍັງຄົງຮັກສາຂີດໝາຍປະຫວັດສາດໄລຍະໜຶ່ງທີ່ຮຸ່ງເຮືອງ. ນອກຈາກສຸສານ ແລະ ຫໍບູຊາຜູ້ກໍ່ຕັ້ງອາຊີບຕີເງິນຕີຄຳ ທີ່ຍັງຖືກຮັກສາຢູ່ກຸງເກົ່າ ເຫວ້ ແລ້ວ, ກໍ່ມີພຽງແຕ່ມາຢ້ຽມຢາມ ເຫວ້, ແຂກທ່ອງທ່ຽວຈຶ່ງມີໂອກາດເຫັນປະຈັກຕາ ຫຼື ໄດ້ເຂົ້າຮ່ວມບັນດາຂັ້ນຕອນຜະລິດອາຊີບຕີເງິນຕີຄຳ ທີ່ໄດ້ມີມາແຕ່ດົນນານເທົ່ານັ້ນ