ປ່ຽນໃໝ່ວິທີສຳພັດໃນມາດຖານກໍ່ສ້າງຊົນນະບົດໃໝ່

(vovworld) - ​ການ​ກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່ ແມ່ນ​ແຜນ​ນະ​ໂຍ​ບາຍ​ໃຫ​ຍ່​ຂອງ​ລັດ​ຫວຽດ​ນາມ. ຜ່ານ​ການ​ຜັນ​ຂະ​ຫ​ຍາຍ​ເປັນ​ເວ​ລາ 3 ກວ່າ​ປີ, ໂຄງ​ການ​ສາ​ມາດ​ບັນ​ລຸ​ໄດ້​ຜົນ​ງານ​ສຳ​ຄັນຫຼາຍ​ຢ່າງ. ເຖິງ​ຢ່າງ​ໃດ​ກໍ່​ຕາມ, ໃນ​ວິ​ວັດ​ແຫ່ງ​ການ​ປະ​ຕິ​ບັດ​ຍັງ​ປະ​ສົບ​ກັບ​ຄວາມ​ຫ​ຍຸ້ງ​ຍາກ​ບໍ່​ແມ່ນ​ໜ້ອຍ, ພິ​ເສດ​ແມ່ນ​ຈີນ​ຕະ​ນາ​ການ ແລະ ວິ​ທີ​ເຮັດ​ແບບ​ເກົ່າ. ເພື່ອ​ແກ້​ໄຂ​ການ​ທ້າ​ທາຍ​ເຫຼົ່າ​ນັ້ນ​ ​ຈຳ​ເປັນ​ຕ້ອງ​ມີ​ການ​ປັບ​ປຸງ ແລະ ມີ​ວິ​ທີ​ສຳ​ຜັດ​​ກັບ​ຈຸດໝາຍ​ກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່​ຢ່າງຖືກ​ຕ້ອງ​.

ປ່ຽນໃໝ່ວິທີສຳພັດໃນມາດຖານກໍ່ສ້າງຊົນນະບົດໃໝ່ - ảnh 1

(ພາບປະກອບ ອິນເຕີແນດ)

        ໂຄງ​ການ​ຈຸດ​ໝາຍ​ແຫ່ງ​ຊາດ​ກ່ຽວ​ກັບ​ການ​ກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່​ຂອງ​ລັດ​ຫວຽດ​ນາມ ແມ່ນ​ແຜນ​ນະ​ໂຍ​ບາຍ​ໃຫ​ຍ່ ແລະ ເໝາະ​ສົມ​ກັບ​ຈິດ​ໃຈ​ຂອງ​ປະ​ຊາ​ຊົນ, ດັ່ງ​ນັ້ນ​ຈຶ່ງ​ແຜ່​ຂະ​ຫ​ຍາຍ​ໄປ​ທົ່ວ​ປະ​ເທດ ແລະ ໄດ້​ຮັບ​ການ​ເຂົ້າ​ຮ່ວມ​ຢ່າງ​ຕັ້ງ​ໜ້າ​ຈາກ​ປະ​ຊາ​ຊົນ​ເປັນ​ຈຳ​ນວນຫຼວງຫຼາຍ. ພາຍຫຼັງ​ຜັນ​ຂະ​ຫ​ຍາຍ​ມາ​ເປັນ​ເວ​ລາ 3 ປີ, ໂຄງ​ການ​ກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່ ດ້ວຍ 19 ມາດ​ຖານ​ທີ່​ເປັນ​ພື້ນ​ຖານ ໄດ້​ສ້າງບ​າດກ້າວ​ບຸກ​ທະ​ລຸ​ໃນ​ຂົງ​ເຂດ​ກະ​ສີ​ກຳ, ຊາວ​ກະ​ສີ​ກອນ, ຊົນ​ນະ​ບົດ​ຢູ່​ຫວຽດ​ນາມ. ມີຫຼາຍ​ທ້ອງ​ຖີ່ນ​ໄດ້​ພັດ​ທະ​ນາ​ຕາມ​ແຜນ​ກຳ​ນົດ, ມີ​ອົງ​ປະ​ກອບ​ໂຄງ​ລ່າງ​ທັນ​ສະ​ໄໝ, ການ​ຜະ​ລິດ​ພັດ​ທະ​ນາ, ຊີ​ວິດ​ທາງ​ດ້ານ​ວັດ​ຖຸ ແລະ ຈິດ​ໃຈ​ຂອງ​ປະ​ຊາ​ຊົນ​ນັບ​ມື້​ນັບ​ໄດ້​ຮັບ​ການ​ປັບ​ປຸງ ແລະ ຍົກ​ສູງ​ເທື່ອ​ລະ​ກ້າວ. ແຕ່​ໃນ​ວິ​ວັດ​ແຫ່ງ​ການ​ປະ​ຕິ​ບັດ​ຍັງ​ຄົງ​ຄ້າງຫຼາຍ​ບັນ​ຫາ, ທີ່​ຮຽກ​ຮ້ອງ​ຕ້ອງ​ມີ​ການ​ປັບ​ປຸງ​ໃຫ້​ເໝາະ​ສົມ, ພິ​ເສດ​ແມ່ນ​ວິ​ທີ​ການ​ສຳ​ຜັດ​ກັບ​ຈຸດ​ໝາຍ​ກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່. ທ່ານ ຕັງ​ມິງ​ໂລກ, ຫົວ​ໜ້າ​ຫ້ອງ​ການ​ຄະ​ນະ​ຊ​ີ້​ນຳ ໂຄງ​ການ​ຈຸດ​ໝາຍ​ແຫ່ງ​ຊາດ​ກ່ຽວ​ກັບ​ການກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່, ໃຫ້​ຮູ້​ວ່າ:

        “ປະ​ຈຸ​ບັນ, ເບິ່ງ​ລວມ​ແລ້ວ​ຄວາມ​ຮູ້​ຂອງ​ພະ​ນັກ​ງານ​ຮາກ​ຖານ​ກ່ຽວ​ກັບ​ການ​ກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່​ຍັງ​ຈຳ​ກັດ​ຢູ່. ໃນ​ໄລ​ຍະ​ຜ່ານ​ມາ​ສ່ວນຫຼາຍ​ພຽງ​ແຕ່​ສຸມ​ໃສ່​ກໍ່​ສ້າງ​ພື້ນ​ຖານ​ໂຄງ​ລ່າງ, ຍົກ​ສູງ​ຄວາມ​ສາ​ມາດ​ຜະ​ລິດ, ຫາກ​ຍັງ​ບໍ່​ທັນ​ເອົາ​ໃຈ​ໃສ່​ພິ​ເສດ​ເຖິງ​ບັນ​ຫາ​ອື່ນໆ​ເຊັ່ນ: ກໍ່​ສ້າງ​ບັນ​ດາ​ກິດ​ຈະ​ກຳ​ໃນ​ໂຄງ​ການ, ຮັກ​ສາສິ່ງ​ແວດ​ລ້ອມ, ເສີມ​ຂະ​ຫ​ຍາຍ​ມູນ​ເຊື້ອ​ສີ​ສັນ​ວັດ​ທະ​ນະ​ທຳ​ທ້ອງ​ຖີ່ນ…”.

        ຈາກ​ຄວາມ​ຫ​ຍຸ້ງ​ຍາກ, ສິ່ງ​ທີ່​ຄົງຄ້າງ​ໃນ​ເບື້ອງ​ຕົ້ນ​ແຫ່ງ​ການ​ປະ​ຕິ​ບັດ​ບັນ​ດາ​ມາດ​ຖານ​ກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່, ມີຫຼາຍ​ທ້ອງ​ຖີ່ນ​ໄດ້​ຖອດ​ຖອດ​ບົດ​ຮຽນ​ໃນ​ການ​ປະ​ຕິ​ບັດ. ຕາ​ແສງ​ຕານ​ຮົ່ງ, ເມືອງ​ບາ​ວີ່, ຮ່​າໂນ້ຍ ແມ່ນ​ໜຶ່ງ​ໃນ​ບັນ​ດາ​ທ້ອງ​ຖີ່ນ​ຄື​ດັ່ງ​ກ່າວ. ບົດ​ຮຽນ​ໃຫ​ຍ່ກວ່າ​ໝູ່​ເຊິ່ງ​ອຳ​ນາດ​ການ​ປົກ​ຄອງ ແລະ ປະ​ຊາ​ຊົນ​ຕາ​ແສງ​ຕານ​ຮົ່ງ​ ຖອດ​ຖອນ​ມາ​ໄດ້ ນັ້ນ​ແມ່ນ​ຊ່ວຍ​ໃຫ້​ປະ​ຊາ​ຊົນ​ເຂົ້າ​ໃຈ​ຢ່າງ​ຖືກ​ຕ້ອງ​ກ່ຽວ​ກັບ​ຈຸດ​ໝາຍ​ຂອງ​ບັນ​ດາ​ມາດ​ຖານ​ກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່, ໃນ​ນັ້ນ​ສິ່ງ​ສຳ​ຄັນ​ກວ່າ​ໝູ່​ແມ່ນ​ລະ​ດົມ​ກຳ​ລັງ​ແຮງ​ຂອງ​ປະ​ຊາ​ຊົນ. ນັບ​ແຕ່​ມີ ໂຄງ​ການ​ກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່, ຕາ​ແສງ​ໄດ້​ປະ​ຕິ​ບັດ​ມາດ​ຖານ​ທ້ອນ​ໂຮມ​ເນື້ອ​ທີ່​ດິນ​ໃຫ້​ເປັນ​ທົ່ງ​ນາ​ໃຫ​ຍ່, ສ້າງ​ເງື່ອນ​ໄຂ​ນຳ​ໃຊ້​ກົນ​ຈັກ​ໃນ​ການ​ຜະ​ລິດ​ເຂົ້າ. ປະ​ຊາ​ຊົນ​ໄດ້​ປະ​ກອບ​ທີ່​ດິນ 13.000 ຕາ​ລາງ​ແມັດ ເພື່ອ​ເປີດກວ​້າງ​ລະ​ບົບ​ທາງຄົມ​ມະ​ນາ​ຄົມ​​ໃນ​ເຂດ​ທົ່ງ​ນາ ແລະ ເຂດ​ຊົນ​ນະ​ບົດ. ມີຫຼາຍ​ກິດ​ຈະ​ກຳ​ໂຄງ​ລ່າງ​ໄດ້​ຮັບ​ການ​ລົງ​ທຶນ, ເຮັດ​ໃຫ້​ໂສມ​ໜ້າ​ຕາ​ແສງ​ໄດ້​ຮັບ​ການ​ປ່ຽນ​ໃໝ່. ພິ​ເສດ​, ຕາ​ແສງ​ໄດ້​ມີ​ກິດ​ຈະ​ກຳ​ບຳ​ບັດ​ນ້ຳ​ເປື້ອນ​ໃນ​ການ​ຜະ​ລິດ​ກະ​ສີ​ກຳ, ປະ​ຊາ​ຊົນ​ມີ​ສະ​ຕິ​ເກັບ​ຂີ້​ເຫ​ຍື່ອ, ຕັ້ງ​ໜ້າ​ເຂົ້າ​ຮ່ວມ​ຂະ​ບວນ​ການ​ເຮັດ​ອະ​ນາ​ໄມສິ່ງ​ແວດ​ລ້ອມ​ໃນ​ບ້ານ​ຕາ​ແສງ.

ປ່ຽນໃໝ່ວິທີສຳພັດໃນມາດຖານກໍ່ສ້າງຊົນນະບົດໃໝ່ - ảnh 2

(ພາບປະກອບ ອິນເຕີແນດ)

        ໃນໂຄງ​ການ​ກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່, ມີຫຼາຍ​ທ້ອງ​ຖີ່ນ​ໄດ້​ໝູນ​ໃຊ້​ມາດ​ຖານ​ຕ່າງໆ​ຢ່າງ​ມີ​ໄຫວ​ພິບ, ມີ​ວິ​ທີ​ເຮັດ​ຢ່າງ​ມີ​ຫົວ​ຄິດ​ປະ​ດິດ​ສ້າງ, ດັ່ງ​ນັ້ນ​ຈຶ່ງ​ເສີມ​ຂະ​ຫ​ຍາຍ​ກຳ​ລັງ​ພາຍ​ໃນ​ຂອງ​ທ້ອງ​ຖີ່ນ​ໃນ​ການ​ກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່​ຄື: ມີ​ນະ​ໂຍ​ບາຍ​ລະ​ດົມ​ປະ​ຊາ​ຊົນ​ກໍ່​ສ້າງ​ໂຄງ​ລ່າງ​ຊົນ​ນະ​ບົດ, ນຳ​ໃຊ້​ວິ​ທະ​ຍາ​ສາດ, ເຕັກ​ນິກ, ກົນ​ຈັກ​ເຂົ້າ​ໃນ​ການ​ຜະ​ລິດ​ເຂົ້າ, ມີ​ນະ​ໂຍ​ບາຍ​​ຂະ​ຫ​ຍາຍຕະຫຼາດ, ຊອກ​ຫາ​ສົ້ນ​ອອກ​ໃຫ້​ແກ່​ຜະ​ລິດ​ຕະ​ພັນ​ກະ​ເສດ… ເລື່ອງ​ປັບ​ປຸງ​ຈຸດ​ໝາຍ​ກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່​ຢ່າງ​ທັນ​ການ ແລະ​ ຖືກ​ທິດໄດ້​ຊ່ວຍ​ໃຫ້​ຫຼາຍທ້ອງ​ຖີ່ນ​ບັນ​ລຸ​ໄດ້​ຜົນ​ງານ​ສູງ​ໃນ​ການ​ກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່. ທ່ານ ຕັງ​ມິງ​ໂລກ, ຫົວ​ໜ້າ​ຫ້ອງ​ການ​ຄະ​ນະ​ຊ​ີ້​ນຳ ໂຄງ​ການ​ຈຸດ​ໝາຍ​ແຫ່ງ​ຊາດ​ກ່ຽວ​ກັບ​ການກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່, ໃຫ້​ຮູ້​ວ່າ:

        “ຈຸດ​ພົ້ນ​ເດັ່ນ​ຂອງ​ໂຄງ​ການ​ແມ່ນ​ໃນ​ປີ 2009 ມີ 82% ຈຳ​ນວນ​ຕາ​ແສງ​ບັນ​ລຸ​ໄດ້ 5/19 ມາດ​ຖານ​ກ່ຽວ​ກັບ​ການ​ກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່, ແຕ່​ຮອດ​ປີ 2013 ນີ້, ຄິດ​ສະ​ເລ່ຍແຕ່​ລະ​ຕາ​ແສງ​ບັນ​ລຸ​ໄດ້ 8/19 ມາດ​ຖານ.ຄາດ​ວ່າ​ຮອດ​ທ້າຍ​ປີ 2013 ຈະ​ມີ​ປະ​ມານ 300 ຕາ​ແສງ​ບັນ​ລຸ​ໄດ້ 19 ມາດ​ຖານ​​ກ່ຽວ​ກັບ​ການ​ກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່ ໂດຍ​ພື້ນ​ຖານ .

        ໜຶ່ງ​ໃນ​ບັນ​ດາ​ຜົນ​ງານ​​ສຳ​ຄັນ​ໃນ​ການ​ໝູນ​ໃຊ້​ມາດ​ຖານ​ກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່​ຢ່າງ​ມີ​ໄຫວ​ພິບ ໄດ້​ສ້າງ​ການ​ປ່ຽນ​ແປງ​​ວິ​ທີການຜະ​ລິດ​ຢູ່​ເຂດ​ຊົນ​ນະ​ບົດໂດຍ​ພື້ນ​ຖານ​. ໂຄງ​ການ​ກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່​ພຽງ​ແຕ່ໄດ້​ຮັບ​ຜົນ​ສຳ​ເລັດ​, ເມື່ອ​ຊາວ​ກະ​ສີ​ກອນ​ເປັນ​ເຈົ້າ​ຂອງ​ຊີ​ວິດ ແລະ ເຂົ້າ​ຮ່ວມ​ຂະ​ບວນ​ວິ​ວັດ​ແຫ່ງ​ການ​ພັດ​ທະ​ນາ​ຊົນ​ນະ​ບົດ, ດ້ວຍ​ວິ​ຖີ​ຊີ​ວິດ​ໃໝ່, ກຳ​ລັງ​ການ​ຜະ​ລິດ​ກະ​ສີ​ກຳ​ໃຫມ່ ແລະ ​ວັດ​ທະ​ນະ​ທຳ​ທີ່​ເຂັ້ມ​ຄົ້ນ​ໄປ​ດ້ວຍ​ສີ​ສັນ​ຊາດເທົ່າ​ນັ້ນ.

       

ຕອບກັບ

ຂ່າວ/ບົດ​ອື່ນ