(vovworld) - ແຂວງກວາງນິງ ໄດ້ຜັນຂະຫຍາຍການປະຕິບັດໂຄງການຈຸດໝາຍແຫ່ງຊາດ ກ່ຽວກັບການກໍ່ສ້າງຊົນນະບົດໃໝ່ຢ່າງກວ້າງຂວາງໃນທຸກຕາແສງ. ທາງແຂວງໄດ້ສຸມໃສ່ພັດທະນາການຜະລິດ, ສ້າງເຄື່ອງໝາຍການຄ້າ ແລະ ຈຳໜ່າຍຜະລິດຕະພັນ. ມາຮອດປະຈຸບັນ, ວຽກງານດັ່ງກ່າວໄດ້ຮັບການຕີລາຄາວ່າປະສົບຜົນສຳເລັດ ດ້ວຍຫຼາຍຮູບແບບພັດທະນາຢ່າງມີປະສິດທິຜົນ ສ້າງເປັນເຂດຜະລິດສິນຄ້າ, ປັບປຸງຊີວິດການເປັນຢູ່ຂອງປະຊາຊົນ.
ຊາວກະສີກອນພວມຂະຫຍຍເນື້ອທີ່ຜະລິດພັກຮັບປະກັນຫຼັກອະນາໄມ
(ພາບອິນເຕີແນດ)
ມາຮອດປະຈຸບັນ, ງົບປະມານໜູນຊ່ວຍທັງໝົດໃຫ້ແກ່ໂຄງການກໍ່ສ້າງຊົນນະບົດໃໝ່ຂອງແຂວງກວາງນິງ ໄດ້ຂຶ້ນເຖິງກວ່າ 2000 ຕື້ດົ່ງ. ໃນນັ້ນບັນດາທ້ອງຖີ່ນຕ້ອງສະຫງວນ 15% ຈຳນວນທຶນທັງໝົດທີ່ໄດ້ຮັບການໜູນຊ່ວຍ ເພື່ອຜັນຂະຫຍາຍໂຄງການພັດທະນາການຜະລິດ ແລະ ຂະແໜງອາຊີບກະສີກຳ. ຕາມນັ້ນແລ້ວ, 225 ຮູບແບບ, ໂຄງການພັດທະນາການຜະລິດໃນບັນດາຂົງເຂດປູກຝັງ, ລ້ຽງສັດ, ສິນໃນນ້ຳ, ອຸດສາຫະກຳນ້ອຍຫັດຖະກຳ ໄດ້ເສີມຂະຫຍາຍຜົນປະໂຫຍດຢ່າງແທ້ຈິງ, ຍົກສູງສະມັດຕະພາບ, ຄຸນນະພາບຜະລິດຕະພັນ ແລະ ລາຍຮັບໃຫ້ແກ່ປະຊາຊົນ. ທ່ານ ເຈືອງກົງງ່ານ, ຫົວໜ້າຄະນະກໍ່ສ້າງຊົນນະບົດໃໝ່ແຂວງ ກວາງນິງ, ໃຫ້ຮູ້ວ່າ:
“ພັດທະນາການຜະລິດແມ່ນໜ້າທີ່ສຳຄັນ, ແກ່ນສານຂອງວຽກງານກໍ່ສ້າງຊົນນະບົດໃໝ່ ເພື່ອແນໃສ່ຍົກສູງລາຍຮັບໃຫ້ແກ່ປະຊາຊົນ. ສຳຫຼັບເຂດທີ່ສາມາດພັດທະນາປ່າໄມ້ໄດ້ ຈະສຸມໃສ່ພັດທະນາເສດຖະກິດຟາມ, ສ່ວນເຂດທົ່ງພຽງຈະຂົນຂວາຍປະຊາຊົນທ້ອນໂຮມເນື້ອທີ່ດິນນາ ປ່ຽນໃໝ່ຜົນລະປູກ, ນຳໃຊ້ກົນຈັກໃນວຽກງານກະສີກຳ ເພື່ອຍົກສູງສະມັດຕະພາບ, ຄຸນນະພາບ ແລະ ປະສິດທິຜົນໃນເນື້ອທີ່ປູກຝັງ 1 ເຮັກຕາ. ສຳຫຼັບເຂດມີທະເລ ຈະສ້າງເງື່ອນໄຂເພື່ອໃຫ້ປະຊາຊົນລ້ຽງ ແລະ ປູກສິນໃນນ້ຳ ແລະ ເສີມຂະຫຍາຍທ່າແຮງຂອງຕົນ”
ຈາກທິດທາງດັ່ງກ່າວ, ມີຫຼາຍເມືອງ, ເທດສະບານໄດ້ຜັນຂະຫຍາຍການທ້ອນໂຮມເນື້ອທີ່ດິນນາ, ປ່ຽນໃໝ່ຜົນລະປູກ, ຊຸກຍູ້ການຜະລິດໃຫ້ພັດທະນາຕາມທິດ, ຜະລິດສິນຄ້າລວມສູນ, ເສີມຂະຫຍາຍທ່າແຮງຂອງແຕ່ລະທ້ອງຖີ່ນ, ປະກອບສ່ວນເພີ່ມປະສິດທິຜົນ, ມູນຄ່າການຜະລິດໃນເນື້ອທີ່ປູກຝັງ 1 ເຮັກຕາ. ຍ້ອນມີການປ່ຽນຮູບແບບການຜະລິດ, ຢູ່ບາງແຫ່ງໄດ້ບັນລຸມູນຄ່າການຜະລິດກວ່າ 100 ລ້ານດົ່ງ/ເຮັກຕາ/ປີ ຄື: ຫັນປ່ຽນຈາກການປູກຕົ້ນໄມ້ອຸດສາຫະກຳທີ່ໃຫ້ສະມັດຕະພາບຕ່ຳມາລ້ຽງ, ປູກສິນໃນນ້ຳຢູ່ ເມືອງ ອຽນຮຶງ, ດົງຈ່ຽວ, ນະຄອນ ອວງບີ໋ ແລະ ລ້ຽງໄກ່ຢູ່ເມືອງເລືອງເຟື້ອງ, ແຮ່ວງໂບ່, ກໍ່ຄືລ້ຽງໝູປ່າຢູ່ດົງຈ່ຽວ, ບາແຈ… ທ້ອງຖີ່ນຕ່າງໆຍັງຍູ້ແຮງການນຳໃຊ້ກົນຈັກເຂົ້າໃນການຜະລິດກະສີກຳ, ພິເສດແມ່ນໃນການເກັບກ່ຽວ, ປຸງແຕ່ງຜະລິດຕະພັນກະເສດ. ຈາກນັ້ນ, ມີຫຼາຍຮູບແບບທີ່ດີ, ວິທີການເຮັດວຽກທີ່ມີປະສິດທິຜົນໄດ້ຮັບການຄົ້ນຄ້ວາ, ນຳໃຊ້ ແລະ ຂະຫຍາຍຢ່າງກວ້າງຂວາງ, ປະກອບສ່ວນຫຼຸດຜ່ອນຄວາມທຸກຍາກ, ເພີ່ມລາຍຮັບໃຫ້ແກ່ຜູ້ອອກແຮງງານ, ຍົກສູງປະສິດທິຜົນໃນການຜະລິດກະສີກຳ. ທ່ານ ເລຕ໋ຽນຈົ້ງ, ປະທານຄະນະກຳມະການປະຊາຊົນເມືອງຕຽນອຽນ, ໄດ້ເວົ້າວ່າ:
“ຖ້າຫາກການຜະລິດບໍ່ໄດ້ຮັບການພັດທະນາ, ລາຍຮັບຂອງປະຊາຊົນບໍ່ເພີ່ມຂຶ້ນ, ໝາຍຄວາມວ່າປະສິດທິຜົນຂອງໂຄງການກໍ່ສ້າງຊົນນະບົດໃໝ່ຕ່ຳທີ່ສຸດ. ຍ້ອນເຫດນັ້ນ, ພວກຂ້າພະເຈົ້າໄດ້ສຸມໃສ່ກໍ່ສ້າງຮູບແບບຕ່າງໆ, ທີໜຶ່ງແມ່ນແນວພັນປູກ, ສັດລ້ຽງທີໃຫ້ສະມັດຕະພາບສູງ, ຮູບແບບແນວພັນເຂົ້າ, ສາລີປະສົມພັນ, ຮູບແບບປູກ, ລ້ຽງສິນໃນນ້ຳທີ່ໃຫ້ມູນຄ່າສູງ, ຈາກນັ້ນຍົກສູງລາຍຮັບໃຫ້ແກ່ປະຊາຊົນ”
ພາບປະກອບ
ດ້ວຍການພັດທະນາດີພໍສົມຄວນຂອງບັນດາຮູບແບບຜະລິດໃໝ່ຕາມຂອບຂະໜາດສິນຄ້າ, ແຂວງກວາງນິງ ໄດ້ສຸງໃສ່ເຂົ້າໃນການກໍ່ສ້າງໂຄງການພັດທະນາ 24 ເຄື່ອງໝາຍການຄ້າ, ເຄື່ອງໝາຍຜະລິດຕະພັນກະເສດ, ສະບຽງອາຫານ, ສະເພາະປີ 2012 ໄດ້ເຊັນອະນຸມັດ 12 ເຄື່ອງໝາຍການຄ້າ. ຄຽງຂ້າງນັ້ນ, ບັນດາທ້ອງຖີ່ນສືບຕໍ່ຜັນຂະຫຍາຍການກໍ່ສ້າງແຜນກຳນົດພັດທະນາເຂດຜະລິດວັດຖຸດິບຈຳນວນໜຶ່ງ. ປະຈຸບັນໄດ້ມີເຂດຜະລິດວັດຖຸດິບທີ່ມີລັກສະນະສິນຄ້າຈຳນວນໜຶ່ງເຊັ່ນ: ເຂດຜະລິດເຂົ້າໜຽວຢູ່ ດົງຈ່ຽວ, ເຂດຜະລິດຜັກຮັບປະກັນຫຼັກອະນາໄມຢູ່ ກວາງອຽນ, ເຂດຜະລິດຊາຢູ່ຫາຍຮ່າ… ທ່ານ ດັ້ງຮູຍເຫົ້າ, ຮອງປະທານຄະນະກຳມະການປະຊາຊົນແຂວງກວາງນິງ, ໃຫ້ຮູ້ວ່າ
“ສິ່ງທີ່ໜ້າຮັບຮູ້ນັ້ນແມ່ນການຈຳໜ່າຍຜະລິດຕະພັນ, ພວກຂ້າພະເຈົ້າເອົາໃຈໃສ່ທີ່ສຸດເຖິງໂຄງການນີ້, ນັບແຕ່ການສ້າງເຄື່ອງໝາຍການຄ້າ, ການນຳໃຊ້ວິທະຍາສາດເຂົ້າໃນການຜະລິດ. ຢູ່ກວາງນິງ ມີຫຼາຍຫຼາຍອົງການ, ຫົວໜ່ວຍຕ້ອງການຜະລິດຕະພັນຫຼາຍ. ຕົວຢ່າງຄືຂະແໜງຖ່ານຫີນມີກຳມະກອນ, ຜູ້ອອກແຮງງານກວ່າ ໜຶ່ງໝື່ນຄົນ, ຂະແໜງທ່ອງທ່ຽວໃນປີໜຶ່ງມີນັກທ່ອງທ່ຽວ 6 ລ້ານເທື່ອຄົນມາຢ້ຽມຢາມ, ນີ້ແມ່ນຕະຫຼາດໃຫຍ່ໃຫ້ແກ່ຜະລິດຕະພັນກະເສດ. ປະຈຸບັນເລີ່ມສ້າງຕັ້ງເຄືອຂ່າຍຈຳໜ່າຍຜະລິດຕະພັນແລ້ວ”.
ສຸມໃສ່ພັດທະນາການຜະລິດ, ສ້າງເຄື່ອງໝາຍການຄ້າຕິດພັນກັບການຈຳໜ່າຍຜະລິດຕະພັນ, ຍົກສູງລາຍຮັບໃຫ້ແກ່ປະຊາຊົນ. ນີ້ແມ່ນຜົນສຳເລັດໃນເບື້ອງຕົ້ນຂອງແຂວງກວາງນິງ ໃນການປະຕິບັດໂຄງການຈຸດໝາຍແຫ່ງຊາດກ່ຽວກັບການກໍ່ສ້າງຊນນະບົດໃໝ່.