(VOVWORLD) -ຂະບວນການ “ຫນຶ່ງບ້ານຫນຶ່ງຜະລິດຕະພັນ” ຫລື ເອີ້ນວ່າ OVOP ແມ່ນເລີ່ມມາຈາກ ໝູ່ບ້ານ Otia ຂອງຍີ່ປຸ່ນ ກ່ອນນີ້ກວ່າ 30 ປີ. ຂະບວນການນີ້ ບັນລຸໄດ້ບັນດາຜົນສຳເລັດອັນໃຫຍ່ຫລວງ ແລະ ແຜ່ຂະຫຍາຍໄປສູ່ຫລາຍປະເທດໃນໂລກ, ໃນນັ້ນມີຫວຽດນາມ. ເດືອນພຶດສະພາປີ 2018, ທ່ານນາຍົກລັດຖະມົນຕີ ໄດ້ເຊັນຂໍ້ຕົກລົງອະນຸມັດໂຄງການ “ຫນຶ່ງບ້ານຫນຶ່ງຜະລິດຕະພັນ” ໄລຍະ ແຕ່ປີ 2018 – 2020 (ຫລືເອີ້ນວ່າ OCOP) ແລະ ໄດ້ຜັນຂະຫຍາຍໃນທົ່ວປະເທດ. ບັນດາໝູ່ບ້ານຫັດຖະກຳ ຫວຽດນາມ ພວມພັດທະນາບັນດາຜະລິດຕະພັນຫລັກແຫລ່ງ ຕາມທິດ ຫນຶ່ງບ້ານ ຫນຶ່ງຜະລິດຕະພັນ.
ຕະຫລາດ ກຸບບ້ານຈວງ |
ປະຈຸບັນ ຢູ່ ຫວຽດນາມ ມີ ໝູ່ບ້ານຫັດຖະກຳ ກວ່າ 5400 ບ້ານ ດ້ວຍປະມານ 50 ຂະແຫນງອາຊີບ. ບັນດາຜະລິດຕະພັນໝູ່ບ້ານຫັດຖະກຳຫວຽດນາມ ໄດ້ສົ່ງອອກໄປຍັງ 160 ປະເທດ ແລະ ເຂດແຄ້ວນໃນໂລກ ດ້ວຍວົງເງິນສົ່ງອອກ 1,7 ຕື້ USD/ປີ.
ຈຸດສຸມຂອງໂຄງການ OCOP ແມ່ນພັດທະນາຜະລິດຕະພັນກະສິກຳ, ປອດກະສິກຳ, ບໍລິການມີທ່າໄດ້ປຽບຢູ່ແຕ່ລະທ້ອງຖິ່ນຕາມລະບົບມູນຄ່າ. ເຖິງວ່າ ໂຄງການ OCOP ຫາກໍ່ຜັນຂະຫຍາຍໃນຂອບເຂດທົ່ວປະເທດກໍຕາມ ແຕ່ຄວາມຈິງ ຢູ່ ຫລາຍທ້ອງຖິ່ນ ໄດ້ປະຕິບັດໃນຫລາຍປີກ່ອນນີ້ແລ້ວ. ທ່ານ ຫງວຽນມີງຕຽນ ຫົວຫນ້າຫ້ອງການປະສານງານເຂດຊົນນະບົດໃຫມ່ຂອງສູນກາງ ໃຫ້ຮູ້ວ່າ:
“ພວກເຮົາສູ້ຊົນ ໝົດປີ 2018 ທຸກແຂວງ, ນະຄອນໃນທົ່ວປະເທດ ຈະອະນຸມັດແຜນຮ່າງ OCOP ຂັ້ນແຂວງ. ເຖິງວ່າ ພວກເຮົາ ໄດ້ຜັນຂະຫຍາຍຢູ່ 63 ແຂວງ, ນະຄອນ ກໍຕາມ ແຕ່ຄະນະຊີ້ນຳສູນກາງ ຈະເລືອກເຟັ້ນບາງແຂວງ, ນະຄອນ ປະຕິບັດທົດລອງ, ຖອດຖອນບົດຮຽນ ເພື່ອຈາກນັ້ນຈະທະວີຄູນ. ນີ້ກໍ່ແມ່ນບົດຮຽນ ຊື່ງພວກເຮົາໄດ້ປະສົບຜົນສຳເລັດໃນໂຄງການກໍ່ສ້າງຊົນນະບົດໃຫມ່. ສ້າງເງື່ອນໄຂເພື່ອໃຫ້ບັນດາວິສາຫະກິດ, ຄອບຄົວຊາວກະສິກອນສາມາດເຂົ້າຮ່ວມການຈົດທະບຽນຜະລິດຕະພັນເພື່ອໃຫ້ໂຄງການ OCOP ເຂົ້າສູ່ລວງເລິກ. ປະຈຸບັນ ພວກເຮົາ ມີ 4823 ຜະລິດຕະພັນຈາກໝູ່ບ້ານຫັດຖະກຳ ມີຄວາມສາມາດບົ່ມຊ້ອນເພື່ອພັດທະນາ.”
ເລື່ອງກໍ່ສ້າງ ແລະ ປະຕິບັດໂຄງການ OVOP ແມ່ນວຽກງານທີ່ຈຳເປັນ ເພື່ອແນໃສ່ຊຸກຍູ້ການພັດທະນາບັນດາໝູ່ບ້ານຫັດຖະກຳຢູ່ຫວຽດນາມ ປະຈຸບັນ ໃຫ້ພັດທະນາຕາມທິດລົງເລິກເຂົ້າ ຫນຶ່ງ ຫລື ບາງຜະລິດຕະພັນທີ່ເປັນເອກະລັກສະເພາະຂອງທ້ອງຖິ່ນ. ຜ່ານນັ້ນ ສ້າງກຳລັງແກ້ງແຍ້ງສູງສຸດໃນຕະຫລາດ ແລະ ແນະນຳກັບໂລກ. ສິ່ງສຳຄັນທີ່ສຸດຂອງໂຄງການນີ້ ບໍ່ແມ່ນເລື່ອງສ້າງບັນດາຜະລິດຕະພັນເປັນເຄື່ອງທີ່ລະນຶກເພື່ອຂາຍໃຫ້ນັກທ່ອງທ່ຽວເທົ່ານັ້ນ ຫາກຄວນຜະລິດບັນດາຜະລິດຕະພັນເປັນເອກະລັກສະເພາະເພື່ອຈຳຫນ່າຍຢູ່ພາຍໃນປະເທດ ແລະ ມຸ່ງໄປເຖິງລະດັບສາກົນ, ສ້າງເຄື່ອງໝາຍໃຫ້ຜະລິດຕະພັນອີກດ້ວຍ. ທ່ານ ລືວຢູຍເຢີນ, ປະທານ ສະຫະສະມາຄົມໝູ່ບ້ານຫັດຖະກຳ ຫວຽດນາມ ຖືວ່າ:
“ຄວນມີບັນດາຕະຫລາດນັດຂອງໝູ່ບ້ານຫັດຖະກຳ. ແລະ ງານຕະຫລາດນັດນີ້ ອາດຈະລົງເລິກກ່ຽວກັບຜະລິດຕະພັນເຄືື່ອງປັ້ນດິນເຜົາ ບາດຈາງ, ມີງລອງ, ເບົາຈຸກ.. ແຕ່ຄຽງຄູ່ກັນນັ້ນ ນຳເອົາອາຫານການກິນຂອງບັນດາເຂດພາກມາແນະນຳໃນງານຕະຫລາດນັດ. ກໍ່ສ້າງບັນດາໝູ່ບ້ານຫັດຖະກຳ ແລະ ຍົກສູງຄຸນນະພາບວັດທະນະທຳໝູ່ບ້ານຫັດຖະກຳ. ໝູ່ບ້ານຫັດຖະກຳ ຕ້ອງແມ່ນໝູ່ບ້ານວັດທະນະທຳລະດັບສູງ ເພາະນີ້ແມ່ນບ່ອນກຳເນີດບັນດາມໍລະດົກວັດທະນະທຳ, ບ່ອນບຳລຸງ ຝຶກຝົນບັນດານັກສິລະປະການ ເຮັດໃຫ້ບັນດາຜະລິດຕະພັນຂອງໝູ່ບ້ານຫັດຖະກຳພົ້ນເດັ່ນຂຶ້ນ ສາມາດປຽບທຽບກັບບັນດາປະເທດໃນໂລກໄດ້.”
ຜະລິດແພໄຫມ ຫວ້ານຟຸກ |
ເພື່ອຜັນຂະຫຍາຍປະສິດທິຜົນຂອງໂຄງການ “ຫນຶ່ງບ້ານ ຫນຶ່ງຜະລິດຕະພັນ”, ກະຊວງ ກະສິກຳ ແລະ ພັດທະນາຊົນນະບົດຫວຽດນາມ ໄດ້ວາງອອກບັນດາມາດຕະການຫນູນຊ່ວຍເຊັ່ນ: ສ້າງຕັ້ງສູນພັດທະນາໝູ່ບ້ານຫັດຖະກຳຢູ່ບໍລິເວນ, ພັດທະນາບັນດາການເຄື່ອນໄຫວໃຫ້ຄຳປຶກສາກ່ຽວກັບທັກສະອາຊີບ ແລະ ຈັດຕັ້ງການຜະລິດຢູ່ບັນດາໝູ່ບ້ານຫັດຖະກຳ; ເປີດບັນດາຊຸດສອນອາຊີບຢູ່ໝູ່ບ້ານຫັດຖະກຳ; ຫລຸດຜ່ອນອັດຕາດອກເບ້ຍເງິນກູ້ເພື່ອພັດທະນາການຜະລິດ. ພິເສດ ເອົາໃຈໃສ່ເຖິງການສອນອາຊີບ, ຍົກສູງຄຸນນະພາບແຫລ່ງຊັບພະຍາກອນມະນຸດ. ມາຮອດປະຈຸບັນ, ໄດ້ມີກວ່າ 30 ແຂວງ, ນະຄອນ ໃນທົ່ວປະເທດ ຮ່ຳຮຽນ ແລະ ຜັນຂະຫຍາຍໂຄງການ OCOP ຕາມບັນດາຂອບຂະຫນາດທີ່ແຕກຕ່າງກັນ. ໃນໄລຍະສັ້ນ ໄດ້ຜະລິດອອກສິນຄ້າ ນັບພັນໆຢ່າງທີ່ມີຄຸນນະພາບ ແລະ ເປັນຫລາຍຮູບຫລາຍແບບ, ຫລາຍທ້ອງຖິ່ນມີບັນດາຂໍ້ລິເລີ່ມ, ຮູບແບບ, ວິທີເຮັດດີ. ບັນດາໝູ່ບ້ານຫັດຖະກຳ, ຜະລິດຕະພັນມີເຄື່ອງໝາຍຢູ່ຕະຫລາດເຊັ່ນ: ໝູ່ບ້ານແພໄຫມ ຫວ້ານຟຸກ, ໝູ່ບ້ານຫັດຖະກຳເຄື່ອງຈັກສານ ຟູວີງ, ໝູ່ບ້ານຫັດຖະກຳ ວີ ຈ່າງເຊີນ ຢູ່ ຮ່າໂນ້ຍ, ໝູ່ບ້ານຕີເງິນ ດົງເຊີມ (ແຂວງ ທາຍບີງ), ໝູ່ບ້ານພາບພື້ນເມືອງ ດົງໂຮ່ (ແຂວງ ບັກນີງ).. ທ່ານ ຫງວຽນຫືວຢຶກ, ຫົວຫນ້າກຸ່ມ OCOP ແຂວງ ຮ່າຕີ໋ງ ໃຫ້ຮູ້ວ່າ:
“ໃນການປະຕິບັດໂຄງການ ຫນຶ່ງຕາແສງ ຫນຶ່ງຜະລິດຕະພັນ, ພວກຂ້າພະເຈົ້າ ໄດ້ແຕ່ງຕັ້ງບັນດາຄະນະໄປທັດສະນະສຶກສາຢູ່ແຂວງ ກວ໋າງນີງ ແລະ ຕ່າງປະເທດ. ພວກຂ້າພະເຈົ້າສ້າງອຸປະກອນກ່ຽວກັບເຄື່ອງໝາຍການຄ້າ ແລະ ຈັດຕັ້ງການສ້າງກົດລະບຽບຄຸ້ມຄອງຜະລິດຕະພັນ OCOP. ຜະລິດຕະພັນທີ່ສົ່ງໄປຂາຍຢູ່ຕະຫລາດ ຕ້ອງແມ່ນຜະລິດຕະພັນຮັບປະກັນມາດຕະຖານແທ້ຈິງ ແລະ ມີຄວາມປອດໄພ, ສ້າງຄວາມໄວ້ເນື້ອເຊື່ອໃຈກັບຜູ້ບໍລິໂພກອຸປະໂພກ. ເຮັດໄດ້ຄືແນວນັ້ນ ຈຶ່ງສ້າງໄດ້ເຄື່ອງໝາຍ OCOP ຂອງແຕ່ລະທ້ອງຖິ່ນ ກໍຄື OCOP ຂອງຫວຽດນາມ.”
ໂຄງການ “ຫນຶ່ງບ້ານຫນຶ່ງຜະລິດຕະພັນ” ບໍ່ພຽງແຕ່ຊ່ວຍສ້າງວຽກເຮັດງານທຳໃຫ້ຜູ້ອອກແຮງງານຢູ່ເຂດຊົນນະບົດ, ປະກອບສ່ວນສຳຄັນເຂົ້າໃນກິດຈະການກໍ່ສ້າງຊົນນະບົດໃຫມ່ເທົ່ານັ້ນ ຫາກຍັງປະກອບສ່ວນອະນຸລັກຮັກສາຫລາຍຄຸນຄ່າວັດທະນະທຳພື້ນເມືອງແມ່ນວັດຖຸ ແລະ ບໍ່ແມ່ນວັດຖຸຢູ່ບັນດາໝູ່ບ້ານຫັດຖະກຳອີກດ້ວຍ. ທົ່ວປະເທດ ພວມດຳເນີນຂະບວນການກ່ຽວກັບການພັດທະນາເສດຖະກິດຢູ່ເຂດຊົນນະບົດຕາມຮູບແບບ ຫນຶ່ງບ້ານຫນຶ່ງຜະລິດຕະພັນ.