(vovworld) - ເຂດທົ່ງພຽງແມ່ນ້ຳຂອງ ແມ່ນເຂດລ້ຽງກຸ້ງໃຫຍ່ທີ່ສຸດໃນທົ່ວປະເທດ, ກວມ 94% ຍອດເນື້ອທີ່ລ້ຽງ ແລະ 81% ປະລິມານການຜະລິດກຸ້ງໃນທົ່ວປະເທດ. ປະຈຸບັນ, ອາຊີບລ້ຽງກຸ້ງຢູ່ເຂດທົ່ງພຽງແມ່ນ້ຳຂອງພວມປະສົບກັບຄວາມຫຍຸ້ງຍາກຍ້ອນຖືກກະທົບຈາກຂອງການປ່ຽນແປງຂອງດິນຟ້າອາກາດ ແລະ ນ້ຳທະເລຊຶມເຂົ້າ. ບົດຂຽນ “ພັດທະນາອາຊີບລ້ຽງກຸ້ງໃນເງື່ອນໄຂການປ່ຽນແປງຂອງດິນຟ້າອາກາດ” ຂອງນັກຂ່າວ ງອກແອງ.
ພາບປະກອບ
|
ກຸ້ງແມ່ນຜະລິດຕະພັນຕົ້ນຕໍຂອງຂະແໜງສິນໃນນ້ຳ ຫວຽດນາມ, ກວມເຖິງເຄິ່ງໜຶ່ງຂອງອັດຕາສ່ວນວົງເງິນສົ່ງອອກສິນໃນນ້ຳ, ໃນເນື້ອທີ່ລ້ຽງກຸ້ງປະມານ 700.000 ເຮັກຕາ. ປີ 2016, ຄາດວ່າວົງເງິນສົ່ງອອກກຸ້ງຈະບັນລຸ 3,2 ຕື້ USD. ຄາດຄະເນວ່າ, ຮອດປີ 2025 ວົງເງິນສົ່ງອອກກຸ້ງຂອງ ຫວຽດນາມ ອາດຈະບັນລຸເຖິງ 8 ຕື້USD.
ຫວຽດນາມ ມີກຸ້ງຕົ້ນຕໍ 2 ປະເພດ. ເຂດທົ່ງພຽງແມ່ນຳ້ຂອງໄດ້ມີຮູບແບບລ້ຽງກຸ້ງແດງ (nenaeus monodon), ກຸ້ງ semisu catus, ລ້ວນແຕ່ແມ່ນບັນດາປະເພດກຸ້ງທີ່ເໝາະສົມໃນເງື່ອນໄຂນ້ຳທະເລຊຶມ. ປອ ຫງວຽນວັນຊ໋າງ, ຫົວໜ້າສະຖາບັນຄົ້ນຄ້ວາລ້ຽງປູກສິນໃນນຳ້ 2, ໃຫ້ຮູ້ວ່າ:
“ວຽກງານສຳຄັນທີ່ສຸດແມ່ນການວາງແຜນຜັງ, ຊົນລະປະທານ ກໍ່ຄືວິທີການຈັດຕັ້ງການຜະລິດໃຫ້ແກ່ເຂດລ້ຽງກຸ້ງ. ດ້ວຍເງື່ອນໄຂນ້ຳທະເລຊຶມເຂົ້າໃນລະດັບສູງຢູ່ເຂດລ້ຽງກຸ້ງ, ປູກເຂົ້າ ອາດຈະຫັນປ່ຽນຕາມ 2 ທິດທີ່ແຕກຕ່າງກັນ. ທີ່ໜຶ່ງແມ່ນສືບຕໍ່ຮັກສາຮູບແບບລ້ຽງກຸ້ງສົມທົບກັນປູກເຂົ້າ, ທີສອງແມ່ນອາດສາມາດລ້ຽງກຸ້ງແບບທຳມະຊາດ, ທັງປູກແບບທຳມະຊາດ ທັງເພີ່ມອາຫານ ແລະ ແນວພັນຕື່ມອີກ ຫຼືລ້ຽງກຸ້ງແບບເຄິ່ງກະເສດສຸມ ແລະ ກະເສດສຸມ. ພ້ອມທັງຕ້ອງການມີບັນດາມາດຕະການຄືປັບປຸງເຕັກໂນໂລຢີການລ້ຽງ, ສ້າງແຫຼ່ງອາຫານທຳມະຊາດໃນຮູບແບບລ້ຽງແລ້ວ ຄວບຄຸມສິ່ງແວດລ້ອມ, ໂລກລະບາດ.”
ບັນດາທ້ອງຖິ່ນກໍ່ໄດ້ຍູ້ແຮງການໝູນໃຊ້ວິທະຍາສາດເຕັກໂນໂລຢີເຂົ້າໃນການລ້ຽງກຸ້ງເພື່ອບັນລຸປະສິດທິຜົນດ້ານເສດຖະກິດສູງ. ກະຊວງວິທະຍາສາດ ແລະ ເຕັກໂນໂລຢີ ຈະປະກາດໃຊ້ໂຄງການວິທະຍາສາດເຕັກໂນໂລຢີສະເພາະໃຫ້ແກ່ການລ້ຽງກຸ້ງໂດຍໄວ. ລ້ຽງກຸ້ງຕ້ອງປົກປັກຮັກສາສິ່ງແວດລ້ອມ, ເພື່ອຮັບປະກັນຜະລິດຕະພັນທີ່ໄດ້ຜະລິດອອກມາປອດສານພິດ. ທ່ານ ດັ້ງກວກຕ໋ວນ, ຮອງຜູ້ອຳນວຍການກຸ່ມບໍລິສັດ ຫວຽດນາມ - ອົດສະຕາລີ, ເຊິ່ງແມ່ນໜຶ່ງໃນບັນດາກຸ່ມບໍລິສັດລ້ຽງກຸ້ງພັນໃຫຍ່ສຸດໃນທົ່ວປະເທດ, ໃຫ້ຮູ້ວ່າ:
“ປະຈຸບັນ, ກຸ່ມບໍລິສັດ ຫວຽດນາມ - ອົດສະຕາລີ ໄດ້ເປັນກຳມະສິດບາງເຕັກໂນໃນການລ້ຽງກຸ້ງ. ນັບແຕ່ແນວພັນກຸ້ງ, ຫົວອາຫານ, ການລ້ຽງປູກ, ການປຸງແຕ່ງເພື່ອມີຜະລິດຕະພັນສຸດທ້າຍ, ຮັບປະກັນພັດທະນາຂະແໜງລ້ຽງກຸ້ງຍືນຍົງ. ພວກຂ້າພະເຈົ້າພວມໝູນໃຊ້ເຕັກໂນໂລຢີລ້ຽງກຸ້ງຂອງ ອິດສະຣາແອນ.ເຕັກໂນໂລຢີນີ້ຮັບປະກັນຄວບຄຸມໄດ້ສິ່ງແວດລ້ອມກ່ຽວກັບອຸນຫະພູມ, ລະດັບນ້ຳເຄັມ, ນ້ຳຈືດ ແລະ ຄວາມປອດໄພຊີວະພາບ”
ມີຫຼາຍຮູບແບບລ້ຽງກຸ້ງທະເລ, ກຸ້ງນ້ຳຈືດເພື່ອຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ແລະ ສະພາບນ້ຳທະເລຊຶມເຂົ້າຢູ່ເຂດທົ່ງພຽງແມ່ນ້ຳຂອງພວມໄດ້ຮັບການຜັນຂະຫຍາຍ ແລະ ໃນເບື້ອງຕົ້ນໄດ້ຮັບການເສີມຂະຫຍາຍຢ່າງມີປະສິດທິຜົນ. ບັນດາຮູບແບບການລ້ຽງກຸ້ງທຳມະຊາດ ມີຄວາມໝາຍສຳຄັນທີ່ສຸດຍ້ອນເຕັກນິກງ່າຍດາຍ, ລາຍຈ່າຍການຜະລິດຕ່ຳ, ຄວາມສ່ຽງໜ້ອຍ, ຮັບປະກັນຮັກສາສິ່ງແວດລ້ອມ, ຄຸນນະພາບຜະລິດຕະພັນສູງ. ຮູບແບບການລ້ຽງກຸ້ງສົມທົບກັບການປູກເຂົ້າ ພວມແມ່ນຮູບແບບຈຸດສຸມໃນເງື່ອນໄຂສະພາບນ້ຳທະເລຊຶມເຂົ້າ. ພິເສດ, ຮູບແບບລ້ຽງກຸ້ງສົມທົບກັບການກະເສດສຸມໃນຮົ່ມໃນບ່ອນຖືກປິດອ້ອມ ພວມໄດ້ຮັບການນຳໃຊ້ຢ່າງກ້ວາງຂວາງ, ໃຫ້ສະມັດຕະພາບສູງແຕ່ 20 – 40 ໂຕນ/ເຮັກຕາ. ບາງຮູບແບບການລ້ຽງກຸ້ງສົມທົບກັບການປູກຝັງກໍ່ພວມໄດ້ຮັບການນຳໃຊ້, ນຳມາເຊິ່ງປະສິດທິຜົນດ້ານເສດຖະກິດ. ໝາຍຄວາມວ່າລ້ຽງກຸ້ງໃນສະ, ນາ, ປ່າ… ສົມທົບກັບການລ້ຽງປາຫຼາຍປະເພດສາມາດທົນທານກັບນ້ຳເຄັມ ຫຼື ພືດນ້ຳບາງປະເພດອື່ນໆອີກ. ປອ ຍືວັນເກີ໋ນ, ຫົວໜ້າກົມລ້ຽງປູກສິນໃນນ້ຳ, ກົມໃຫຍ່ສິນໃນນ້ຳ, ໃຫ້ຮູ້ວ່າ:
“ບັນດາຮູບແບບເຕັກໂນໂລຢີເພື່ອໃຫ້ພວກເຮົາລ້ຽງກຸ້ງຮັບມືກັບການປ່ຽນແປງຂອງດິນຟ້າອາກາດນັ້ນແມ່ນບັນດາມາດຕະການຮັບປະກັນຮັກສາສິ່ງແວດລ້ອມ. ກົມໃຫຍ່ສິນໃນນ້ຳເອົາໃຈໃສ່ເຖິງ 2 ມາດຕະການ. ກ່ຽວກັບແນວພັນ, ໄປຄຽງຄູ່ກັບແນວພັນມີການເຕີບໃຫຍ່ ແລະ ບໍ່ຕິດພະຍາດ ພວກຂ້າພະເຈົ້າຫວັງວ່າຈະມີບັນດາແນວພັນກຸ້ງສາມາດປ້ອງກັນກັບພະຍາດໄດ້. ຂອດທີສອງແມ່ນການລ້ຽງກຸ້ງເຊິ່ງລວມມີເຕັກໂນໂລຢີ, ຫົວອາການມີທາດບຳລຸງ.”
ປະຈຸບັນ, ຫວຽດນາມ ມີເຕັກໂນໂລຢີກ້າວໜ້າໃນການຜະລິດຫົວອາຫານໃຫ້ກຸ້ງ. ເປັນໜ້າສົນໃຈແມ່ນມີເຕັກໂນໂລຢີນຳໃຊ້ຈຸລະຊີບທະເລເປັນອາຫານເພື່ອລ້ຽງກຸ້ງແທນທີແປ້ງປາ. ອາຫານນີ້ຊ່ວຍໃຫ້ກຸ້ງຈະເລີນໄດ້ດີກ່ວາ, ປະຢັດ, ຫລຸດຜ່ອນຄ່າອາຫານລ້ຽງກຸ້ງ ແລະ ຫລຸດຜ່ອນອາການກຸ້ງຖືກຕິດພະຍາດ. ປະຈຸບັນ, ຢູ່ໃນໂລກມີພຽງ 3 ປະເທດມີເຕັກໂນໂລຢີນີ້ນັ້ນແມ່ນ ຫວຽດນາມ, ອົດສະຕາລີ ແລະ ຈີນ.
ໃນເງື່ອນໄຂນ້ຳທະເລຊຶມເຂົ້າ, ບັນດາທ້ອງຖິ່ນລ້ຽງກຸ້ງພວມຍູ້ແຮງການຄົ້ນຄ້ວາຜະລິດແນວພັນ, ຫັນເປົ້າໝາຍລ້ຽງກຸ້ງ ແລະ ຮູບແບບການລ້ຽງກຸ້ງເປັນຫຼາຍຮູບແບບ, ເໝາະສົມກັບເງື່ອນໄຂປ່ຽນແປງຂອງດິນຟ້າອາກາດ, ນ້ຳທະເລຊຶມເຂົ້າ. ໄປຄຽງຄູ່ກັນນັ້ນ, ເລື່ອງໂຄສະນາ, ຝຶກອົບຮົມໃຫ້ຊາວກະສິກອນຜູ້ລ້ຽງກຸ້ງກໍ່ໄດ້ຮັບຄວາມເອົາໃຈໃສ່ເພື່ອໃຫ້ຜູ້ລ້ຽງກຸ້ງເປັນເຈົ້າການໃນການລ້ຽງປູກສິນໃນນ້ຳ. ກະຊວງກະສິກຳ ແລະ ພັດທະນາຊົນນະບົດໄດ້ກໍ່ສ້າງຍຸດທະສາດເພື່ອໃຫ້ກຸ້ງຂອງ ຫວຽດນາມ ມີເຄື່ອງໝາຍການຄ້າ, ເໝາະສົມກັບຄວາມສາມາດບົ່ມຊ້ອນ. ບັນດາມາດຕະການລ້ຽງກຸ້ງໄດ້ສົມທົບກັນປະຕິບັດເປັນຢ່າງດີ ນຳມາເຊິ່ງປະສິດທິຜົນເທື່ອໃຫ້ຜູ້ລ້ຽງກຸ້ງຜ່ານຜ່າຄວາມຫຍຸ້ງຍາກ, ສິ່ງທ້າທາຍຈາກການປ່ຽນແປງຂອງດິນຟ້າອາກາດ, ນ້ຳທະເລຊຶມເຂົ້າ.