ພະນັກງານແນວໂຮມຊ່ວຍເຫລືອຜູ້ທຸກຍາກ

(VOVWORLD) -ຢູ່ເທດສະບານ ນາມເຟືອກ ເມືອງ ຢູຍອຽນ ແຂວງ ກວ໋າງນາມ ຜູ້ໃດກໍ່ຮູ້ຈັກເຖິງ ທ່ານ ຫງວຽນງອກເຊົາ ແມ່ນຜູ້ມີໃຈເມດຕາປານີ ຊ່ວຍເຫລືອຜູ້ທຸກຍາກເປັນປະຈຳ. ທ່ານເຊົາ ໄດ້ບໍລິຈາກເງິນນັບຮ້ອຍໆດົງໃຫ້ແກ່ວຽກງານການກຸສົນສັງຄົມ. ທ່ານໄດ້ຊ່ວຍທຶນຮອນໃຫ້ບັນດາຄອບຄົວທຸກຍາກພັດທະນາການຜະລິດ, ມີວຽກເຮັດງານທຳເປັນປົກກະຕິ.
ພະນັກງານແນວໂຮມຊ່ວຍເຫລືອຜູ້ທຸກຍາກ - ảnh 1ທ່ານ ຫງວຽນງອກເຊົາ  ພະນັກງານແນວໂຮມຊ່ວຍເຫລືອຜູ້ທຸກຍາກ

ທ່ານ ຫງວຽນງອກເຊົາແມ່ນນັກຮົບເກົ່າ ມີໄລຍະເວລາໄດ້ເຂົ້າຮ່ວມສະຫນາມຮົບເຂດຊາຍແດນທາງທິດຕາເວັນຕົກສ່ຽງໃຕ້. ພາຍຫລັງສຳເລັດຫນ້າທີ່ການທະຫານ, ທ່ານໄດ້ກັບຄືນເມືອບ້ານເກີດເມືອງນອນເພື່ອສ້າງອາຊີບ. ເບື້ອງຕົ້ນ ທ່ານ ເຊົາໄດ້ເປີດໂຮງງານຜະລິດເຄື່ອງເຟນີເຈີ. ວຽກງານນີ້ໄດ້ນຳມາເຊິ່ງລາຍຮັບໃຫ້ທ່ານຫລາຍພໍສົມຄວນ. ເມື່ອມີທຶນຮອນຈາກການຜະລິດເຄື່ອງເຟີນີເຈີ, ທ່ານເຊົາສືບຕໍ່ສ້າງຕັ້ງໂຮງງານຜະລິດດິນຈີ tuynel ຢາຟູ ຢູ່ ກຸ່ມອຸດສາຫະກຳ ໄຕອານ ຕາແສງ ຢູຍຈູງ ເມືອງ ຢູຍອຽນ. ແຕ່ລະປີ ໂຮງງານແຫ່ງນີ້ຜະລິດດິນຈີ ໄດ້ 7 ລ້ານກ້ອນ, ສ້າງລາຍຮັບໄດ້ກວ່າ 7 ຕື້ດົງ. ຮາກຖານນີ້ໄດ້ສ້າງວຽກເຮັດງານທຳໃຫ້ຄົນງານທ້ອງຖິ່ນເກືອບ 70 ຄົນ ດ້ວຍລາຍຮັບແມ່ນ 4 – 6 ລ້ານດົງ/ຄົນ/ເດືອນ. ທ່ານ ຫງວຽນງອກເຊົາ ຍາມໃດກໍ່ມີຄວາມເອົາໃຈໃສ່ຊ່ວຍເຫລືອຜູ້ທຸກຍາກ, ຫນູນຊ່ວຍກໍ່ສ້າງເຮືອນແຫ່ງສາຍຈິດມິດໃຈໃຫ້ຄອບຄົວທຸກຍາກ. ທ່ານ ເຊົາໃຫ້ຮູ້ວ່າ:

“ຂ້າພະເຈົ້າພະຍາຍາມເຮັດແນວໃດເພື່ອສ້າງວຽກເຮັດງານທຳໃຫ້ແກ່ພໍ່ແມ່ປະຊາຊົນຢູ່ທ້ອງຖິ່ນ. ພະຍາຍາມນຳມາເຊິ່ງປະສິດທິຜົນສູງໃຫ້ເຂົາເຈົ້າຕິດພັນກັບວຽກງານນີ້ຍາວນານ. ກ່ຽວກັບວຽກງານສັງຄົມ ຂ້າພະເຈົ້າຍາມໃດກໍ່ຊ່ວຍເຫລືອຄອບຄົວທຸກຍາກກໍ່ສ້າງເຮືອນແຫ່ງສາຍຈິດມິດໃຈ ແລະ ຫນູນຊ່ວຍໃຫ້ເຂົາເຈົ້າກູ້ຢືມທຶນໂດຍບໍ່ເກັບດອກເບ້ຍ.”

         ປ້າ ຫງວຽນທິໂຕເຕີມ ຢູ່ ຕາແສງ ເກວຊວນ ເມືອງ ເກວເຊີນ ແຂວງ ກວ໋າງນາມ ເວົ້າຄວາມໃນໃຈສູ່ຟັງວ່າ ກ່ອນນີ້ ຄອບຄົວປ້າປະສົບກັບຄວາມຫຍຸ້ງຍາກຫລາຍ ຊີວິດຂອງທັງຄອບຄົວແມ່ນອີງໃສ່ເນື້ອທີ່ດິນປູກເຂົ້າ, ສາລີ 3 ໄລ່ ສະນັ້ນຊີວິດການເປັນຢູ່ແມ່ນຂາດເຂີນຫລາຍ. ແຕ່ເມື່ອໄດ້ຮັບການຊ່ວຍເຫລືອຈາກ ທ່ານເຊົາ ສະນັ້ນ ຄອບຄົວປ້າໄດ້ຫລຸດພົ້ນອອກຈາກຄວາມທຸກຍາກແລ້ວ. ປ້າເຕີມໃຫ້ຮູ້ວ່າ

“ຂ້າພະເຈົ້າເຮັດວຽກຢູ່ທີ່ນີ້ ມາເປັນເວລາ 10 ປີແລ້ວ, ທ່ານເຊົາ ໄດ້ສ້າງວຽກເຮັດງານທຳໃຫ້ຂ້າພະເຈົ້າເປັນປົກກະຕິ, ມີລາຍຮັບເພື່ອລ້ຽງຊີບຊ່ວຍເຫລືອຄອບຄົວ, ໃຫ້ລູກໄປຮຽນ ແລະ ເມື່ອມີງານບຸນ ພວກຂ້າພະເຈົ້າລ້ວນແຕ່ໄດ້ຮັບເງິນບຳເນັດ ແລະ ຂອງຂວັນອີກ.”

ບໍ່ພຽງແຕ່ຊ່ວຍເຫລືອຜູ້ທຸກຍາກມີວຽກເຮັດງານທຳ ສ້າງລາຍຮັບເປັນປົກກະຕິເທົ່ານັ້ນ ຫາກຄອບຄົວທ່ານເຊົາ ຍັງຕັ້ງຫນ້າເຂົ້າຮ່ວມວຽກງານການກຸສົນສັງຄົມອີກດ້ວຍ. ແຕ່ລະເດືອນ ຜົວເມຍ ທ່ານເຊົາ ໄດ້ປຸງແຕ່ງເຂົ້າ ແລະ ອາຫານ 400 ໂດຍບໍ່ເສຍຄ່າເພື່ອຊ່ວຍຄົນເຈັບທຸກຍາກຢູ່ສູນສາທາລະນະສຸກ ເມືອງ ຢູຍອຽນ. ທ່ານ ໂດ໋ແທງມີງ ຮອງປະທານຄະນະກຳມະການແນວໂຮມປະເທດຊາດຫວຽດນາມ ເທດສະບານ ນາມເຟືອກ ເມືອງ ຢູຍອຽນ ແຂວງ ກວ໋າງນາມ ໃຫ້ຮູ້ວ່າ:

“ເມື່ອກັບຄືນເມືອບ້ານເກີດເມືອງນອນ ທ່ານ ເຊົາຮັບຕຳແຫນ່ງເປັນຫົວຫນ້າຄະນະວຽກງານແນວໂຮມ ແລະ ທ່ານເປັນແບບຢ່າງ ໄດ້ຮັບການຍ້ອງຍໍຈາກຄະນະກຳມະການແນວໂຮມເທດສະບານເປັນຫລາຍຄັ້ງ. ແຕ່ລະປີ ທ່ານ ລ້ວນແຕ່ມີການປະກອບສ່ວນຫລາຍຢ່າງໃຫ້ແກ່ທ້ອງຖິ່ນ. ເມື່ອປະຊາຊົນໃນທ້ອງຖິ່ນປະສົບກັບໄພທຳມະຊາດ ທ່ານ ລ້ວນແຕ່ສົ່ງເຄື່ອງຂອງມາຊ່ວຍເຫລືອພໍ່ແມ່ປະຊາຊົນ”

ໃນຖານະເປັນຫົວຫນ້າຄະນະວຽກງານແນວໂຮມ ບ້ານ ຊວຽນໄຕ 1 ເທດສະບານ ນາມເຟືອກ, ທ່ານ ເຊົາຍັງຕັ້ງຫນ້າຂົນຂວາຍສັງຄົມຮ່ວມແຮງຮ່ວມໃຈກໍ່ສ້າງເຮືອນແຫ່ງສາຍຈິດມິດໃຈໃຫ້ແກ່ບັນດາຄອບຄົວປະສົບກັບຄວາມຫຍຸ້ງຍາກໃນບໍລິເວນ. ໃນຊີວິດກໍ່ຄືໃນການເຄື່ອນໄຫວກຸສົນສັງຄົມ, ທ່ານ ຫງວຽນງອກເຊົາ ແມ່ນແບບຢ່າງດີເດັ່ນ ແລະ ໄດ້ຮັບການຍ້ອງຍໍຈາກຄະນະກຳມະການແນວໂຮມເທດສະບານເປັນຫລາຍຄັ້ງ ຍ້ອນທ່ານມີຄວາມຕັ້ງຫນ້າໃນການເຄື່ອນໄຫວກຸສົນສັງຄົມ, ຫນູນຊ່ວຍໃຫ້ບັນດາຄອບຄົວທຸກຍາກບືນຂຶ້ນໃນການຜະລິດ, ສ້າງວຽກເຮັດງານທຳ ແລະ ສ້າງລາຍຮັບໃຫ້ປະຊາຊົນ ປະກອບສ່ວນໃຫ້ແກ່ເສດຖະກິດທ້ອງຖິ່ນນັບມື້ນັບຫລາຍ. ເມື່ອປະຊາຊົນປະສົບກັບຄວາມຫຍຸ້ງຍາກ, ໄພນ້ຳຖ້ວມ ທ່ານເຊົາລ້ວນແຕ່ສົ່ງເຄື່ອງຂອງມາຊ່ວຍເຫລືອ, ຊ່ວຍໃຫ້ຫລາຍຄອບຄົວທຸກຍາກບືນຕົວຂຶ້ນໃນຊີວິດ. ທ່ານຫງວຽນງອກເຊົາແມ່ນແບບຢ່າງດີເດັ່ນຢູ່ເຂດຊຸມຊົນ ແລະໄດ້ຮັບຄວາມເຄົາລົບນັບຖືຈາກປະຊາຊົນຫລາຍຄົນ.

ຕອບກັບ

ຂ່າວ/ບົດ​ອື່ນ