ມາຢ້ຽມຢາມໝູ່ບ້ານປູກຕົ້ນມາຍກຽງຢູ່ແຄມ ຟ໋າຕາມຢາງເຫວ໋


ມາຢ້ຽມຢາມໝູ່ບ້ານປູກຕົ້ນມາຍກຽງຢູ່ແຄມ ຟ໋າຕາມຢາງເຫວ໋ - ảnh 1
(ພາບgoogle.com.vn)
ບ້ານມາຍກຽງຢູ່ແຄມຟ໋າຕາມຢາງ ຟອງດ່ຽນ

ນັບ​​ແຕ່ຮ້ອຍ​ປີມາ​ນີ້, ໝູ່ບ້ານ​ປູກ​ຕົ້ນເໝີຍ (​ເຊິ່ງ​ແມ່ນ​ຕົ້ນ​ໄມ້​​ທີ່ມີດ​ອກສີ​ເຫຼືອງຄ້າຍຄື​ກັນກັບ​ດອກ​ຄາຍ​) ຢູ່​ທາງ​ທິດຕາ​ເວັນ​ຕົກຕາ​ແສງ ດ່ຽນຮ່ວາ ​ໃນແຂວງ​ ​ເທື່ອ​ທຽນ​ເຫ໋ວ ​ແມ່ນ​ໜຶ່ງ​ໃນ​ບັນດາ​ໝູ່​ບ້ານ​ປູກ​ ຕົ້ນເໝີຍ ທີ່​ມີ​ຊື່​ສຽງ​ຢູ່​ພາກ​ກາງ​ຫວຽດນາມ. ນອກຈາກ​ສະໜອງ​ ຕົ້ນເໝີຍ ​ກຽງ​ ໃນ​ໂອກາດ​ບຸນປີ​ໃໝ່​ແລ້ວ, ອາຊີບ​ປູກ​ ຕົ້ນເໝີຍ ​ຢູ່ ດ່ຽນຮ່ວາ ກໍ່​ແມ່ນຄວາມ​ນິຍົມຊົມ​ຊອບ, ​ແມ່ນ​ຈຸດ​ວັດທະນະທຳ​ທີ່​ເປັນ​ເອກະລັກ​ສະ​ເພາະ​ຢູ່​ເຂດ​ບ້ານ​ນາ​ທີ່ສັນຕິ​ສຸກ​​ແຫ່ງ​ນີ້ອີກ​ດ້ວຍ.

ໝູ່​ບ້ານ ດ່ຽນຮ່ວາ ຕັ້ງ​ຢູ່​​ແຄມ ຟ໋າຕາມ​ຢາງ ທີ່​ຂຶ້ນ​ກັບ​ເມືອງ ຟອງ​ດ່ຽນ, ​ແຂວງ ​​ເທື່ອ​ທຽນ​ເຫວ໋. ຢູ່​ບ້ານ ດ່ຽນຮ່ວາ, ນອກຈາກການ​ປູກ​ເຂົ້າ​ແລ້ວ, ປະຊາຊົນ​ແຫ່ງ​ນີ້​ຍັງ​ປູກ​ ຕົ້ນເໝີຍກຽງ​ເພື່ອ​ປະດັບ​ປະດາ​ໃນ​​ໂອກາດ​ບຸນປີ​ໃໝ່​ປະຈຳ​ຊາດ​ອີກ. ​ເມື່ອ​ມາ​ຢາມ​ໝູ່​ບ້ານ ດ່ຽນຮ່ວາ​ໃນ​​ໂອກາດ​ກ່ອນ​ບຸນປີ​ໃໝ່ 2, 3 ສັບປະດາ, ທ່ານ​ຈະ​ພົບເຫັນ​ຂະ​ບວນຄົນທີ່​ມາ​ດ້ວຍ​ທາງ​ນ້ຳ ​ແລະ​ ທາງບົກ​ເພື່ອມາ​ຢ້ຽມຢາມ ​ແລະ ຊື້ ຕົ້ນເໝີຍ ກຽງ ຢູ່​ທີ່​ນີ້​ຢ່າງຄຶກ​ໂຄມ​ໜາ​ແໜ້ນ. ຢູ່ ດ່ຽນຮ່ວາ ​ເກືອບ​ຄື​ວ່າ​ຄອບຄົວ​ໃດ​ກໍ່​ປູກ​ ຕົ້ນເໝີຍ, ນີ້​ກໍ່​ແມ່ນ​ຄວາມ​ນິຍົມ​ຊົມ​ຊອບ​ຂອງ​ປະຊາຊົນ​​ແຫ່ງ​ນີ້. ຕົ້ນເໝີຍ ​ຢູ່ ດ່ຽນຮ່ວາ​ມີ​ຫຼາຍ​ຊະນິດ, ​ໃນ​ນັ້ນ​ມີ ຮ່ວາງ​ຈຸກ​ມາຍ ​ແມ່ນ​ປະ​ເພດ​ຫາ​ຍາກ​ທີ່​ສຸດ, ​ເພາະວ່າ​ດອກ​ເໝີຍ​ສີ​ເຫຼືອງ, ມີ​ຫຼາຍ​ກີບ, ​ກິ່ນ​ຫອມຫວນ ​ແລະ ຫ່ຽວ​ໂຮຍ​ນານ. ອາຊີບ​ປູ​ກ ຕົ້ນເໝີຍ ຢູ່​ດ່ຽນຮ່ວມ ບໍ່​ພຽງ​ແຕ່​ຊ່ວຍ​ໃຫ້​ຊາວ​ກະ​ສິກ​ອນສ້າງ​ຄວາມ​ຮັ່ງມີ​ເທົ່າ​ນັ້ນ, ຫາກ​ຍັງ​ສ້າງ​ເປັນ​ຈຸດ​ວັດທະນະທຳ​ທີ່​ດີງາມ​ອີກ​ດ້ວຍ. ​ເມື່ອ​ລະດູບານ​ໃໝ່​ວຽນມາ, ທັງ​ໝູ່ບ້ານ​ກໍ່​ເຂົ້າ​ຮ່ວມ​ງານ​ບຸນ​ປະ​ກວດ ຕົ້ນເໝີຍຢ່າງ​ຟົດ​ຟື້ນ​ມ່ວນ​ຊື່ນ. ຕາ​ແສງ​ ດ່ຽນຮ່ວາ ​ໄດ້​ຈັດ​ຕັ້ງງານ​ບຸນດັ່ງກ່າວ​ມາ​ເປັນ 5 ຄັ້ງ​ແລ້ວ, ​ແລະ ​ປີ​ໃດ​ງານ​ບຸນປະ​ກວດ​ ຕົ້ນເໝີຍ ຍາມລະດູບານ​ໃໝ່​ກໍ່​ດຶງ​ດູດປະຊາຊົນ​ໃນ​ໝູ່​ບ້ານ ດ່ຽນຮ່ວາ​ ​ນັບ​ຮ້ອຍ​ຄອບຄົວ​​ເຂົ້າ​ຮ່ວມ. ທ່ານ ຫງວຽນ​ວັນ​ຕ້າວ ພະນັກງານ​ຕາ​ແສງ ດ່ຽນຮ່ວາ, ​ໃຫ້​ຮູ້​ວ່າ:

”ປີ​ນີ້ ຄະນະ​ກຳມະການ​ປະຊາຊົນ​ຕາ​ແສງ​ຈັດ​ຕັ້ງ​ງານ​ບຸນປະ​ກວດ ຕົ້ນເໝີຍ ​ຍາມ​ລະດູບານ​ໃໝ່ ​ແຕ່​ວັນ​ທີ 20 ​ເດືອນ 12 ​ເຖິງ​ວັນ​ທີ 6 ​ເດືອນ​ຈຽງ​ໄລ່​ຕາມ​ຈັນທະ​ປະຕິ​ທິນ. ຜ່ານ​ງານ​ບຸນ​ຈະຕີ​ລາຄາ​​ ຕົ້ນເໝີຍ ​ໃດ​ງາມ ​ເພື່ອ​ມອບ​ລາງວັນ​ໃຫ້​ບັນດາ​ນັກສິລະ​ປະກຳ, ຄອບຄົວ​ຜູ້​ປູກ​ ຕົ້ນເໝີຍ, ນີ້​ກໍ່​ແມ່ນ​ງານ​ຕະຫຼາດນັດ ​ເພື່ອ​ໃຫ້​ທຸກ​ຄົນ​ມາ​ຊື້. ຕົ້ນເໝີຍ ຊະນິດ​ຕ່າງໆ​ສ່ວນ​ຫຼາຍ​ແມ່ນ​ດ​ອກເໝີຍສີ​ເຫຼືອງ ”.

ມາຢ້ຽມຢາມໝູ່ບ້ານປູກຕົ້ນມາຍກຽງຢູ່ແຄມ ຟ໋າຕາມຢາງເຫວ໋ - ảnh 2
(ພາບgoogle.com.vn)
ດອກເໝີຍສີເຫຼືອງ

ຄວາມ​ນິຍົມ​ຫຼິ້ນ ຕົ້ນເໝີຍ ​ຂອງ​ຊາວ ດ່ຽນຮ່ວາ​ກໍ່​ຕ່າງ​ກັບ​ຢູ່​ເຂດ​ອື່ນໆ​ ຕົ້ນເໝີຍຕ້ອງ​ປູກ​ໃນ​​ໂຖ ​ແລະ ດັດ​ຂົດກົ່ງຕາມທ່າ​ຕ່າງໆ​ຂອງຕົວມັງກອນ. ຜ່ານ​ການ​ເວລາ, ຢູ່ ດ່ຽນຮ່ວາ ​ໄດ້​ມີ​ບັນດາ​ນັກ​ສິລະ​ປະກຳ​ທີ່​ມີ​ຊື່​ສຽງ​ຄື: ພໍ່​ເຖົ້າ ຫງວຽນ​ວັນ​ເດ, ​ໂດ​ຂາ, ດັ້ງ​ເທິ​ນ.. ບັນດາ​ນັກ​ສິລິ​ປະກຳ​ຫຼິ້ນ​ເໝີຍ​ຢູ່​ທີ່​ນີ້ ​ໄດ້​ຮູ້​ວິທີ​ດັດ​​​ຂົດກົ່ງ​ຕົ້ນເໝີຍ​​ເປັນ​ຮູບ​ທີ່​ເໝາະ​ສົມ​ກັບ​​ເຂດ​ບ້ານ​ນາ​ຢູ່​ແຄມ ຟ໋າ ຕາມ​ຢາງ​ທີ່​ເຕັມ​ໄປ​ດ້ວຍ​ງານ​ບຸນ.. ຕາມ​ທຳ​ມະ​ດາ​ແລ້ວ, ປະຊາຊົນ​ມັກ​​ດັດ​​​ຂົດກົ່ງ​ຕົ້ນເໝີຍ​ຕາມ​ຮູບ​ມັງກອນ, ສິງ​ໂຕ, ​ເຕົ່າ ​ແລະ ຫົງ​ຄຳ. ​ແຕ່​ຢູ່ ດ່ຽນຮ່ວາ, ​ເຂົາ​ເຈົ້າ​ມັກ​ດັດ​​​ຂົດກົ່ງ​ຕົ້ນເໝີຍ​​ເປັນ​ຮູບ​ມັງກອນ​ເທົ່າ​ນັ້ນ… ​ເພື່ອ​ມີ​​ໂຖ​ ຕົ້ນ​ເໝີຍກຽງ​ທີ່​ສວຍ​ງາມ, ນອກຈາກ​ບົວລະບັດ​ມາ​ເປັນ​ເວລາ​ນັບ​ສິບ​ປີ​ແລ້ວ, ຜູ້​ຫຼິ້ນ​ເໝີຍຍັງ​ຕ້ອງ​ເອົາ​ໃຈ​ໃສ່​ເຖິງ​ເລື່ອງ​ດັດ​​​ຂົດກົ່ງ​ຕົ້ນເໝີຍ​ອີກ. ​ແຕ່​ສຳຄັນ​ທີ່​ສຸດ​ແມ່ນ​ຕ້ອງ​ມີ​ແນວ​ພັນ​ທີ່​ສວຍ​ງາມ. ຕົ້ນ​ເໝີຍ ງາມ​ແມ່ນຕົ້ນ​ເໝີຍ​ທີ່​ສັງ​ເກດ​ຈາກ​ດ້ານ​ໃດ​ກໍ່​​​ເໝືອນຮູບ​ຕົວມັງກອນ.

ປະຈຸ​ບັນ​ຢູ່ ດ່ຽນຮ່ວາ​ຍັງ​ຄົງ​ຮັກສາ​​ໂຖ​ ຕົ້ນເໝີຍ ​ທີ່​ມີ​ອາຍຸ 100 ກວ່າປີ​ໄວ້ ​ແລະ​ໃນ​ແຕ່ລະ​ປີ​ຍັງ​​ແຕກ​ໜໍ່​ຈໍ່ດອກ​​ເປັນ​ປົກກະຕິ ​ຢູ່. ຕາມ​ບັນດາ​ຜູ້​​ມີ​ອາຍຸ​ສູງໃນ​ໝູ່ບ້ານ​ແລ້ວ. ບັນດາ ຕົ້ນເໝີຍໃຫຍ່​ຢູ່​ແຂວງ ​ເທື່ອ​ທຽນ​ເຫວ໋ລ້ວນ​ແຕ່​ມີ​ນຳ​ມາ​ຈາກ​ໝູ່​ບ້ານ ດ່ຽນຮ່ວາ. ຕົວຢ່າງ​ຄື​ຢູ່​ສວນ ຕິ້ງ​ຢາ​ວຽນ (ນະຄອນ ​ເຫວ໋) ​ໄດ້​ມີ ຕົ້ນເໝີຍ​ແຕ່ 5-7 ຕົ້ນ ທີ່​ມີ​ອາຍຸ 100 ກວ່າ​ປີ ລ້ວນ​ແຕ່​ຊື້​ມາ​ຈາກ​ບ້ານ ດ່ຽນຮ່ວາ. ປະຈຸ​ບັນ, ​ຢູ່ ດ່ຽນຮ່ວາ​ບໍ່​ພຽງ​ແຕ່ມີ​ຜູ້​ເຖົ້າ​ຜູ້​ແກ່​ນິຍົມຫຼິ້ນ​ ຕົ້ນເໝີຍ ​ເທົ່າ​ນັ້ນ, ຫາກ​​ຜູ້​ໜຸ່ມກໍ່​ມັກ​ຫຼິ້ນ ຕົ້ນເໝີຍ ອີກ​ດ້ວຍ. ທົ່ວ​ຕາ​ແສງ​ດ່ຽນຮ່ວາ​ມີ​ກວ່າ 300 ຄອບຄົວ, ​​ຄອບຄົວ​ໃດ​ກໍ່​ປູກ​ ຕົ້ນເໝີຍ ຢ່າງ​ໜ້ອຍ​ສຸດ​ກໍ່​ມີ​ແຕ່ 5-7 ຕົ້ນ ​ແລະ​ ຫຼາຍ​ສຸດ​ແມ່ນ​ປູກ ​ແຕ່ 50-70 ຕົ້ນ. ​ແຕ່​ລະ​ຕົ້ນ​ມີ​ລາຄາ​ແຕ່ 3 ລ້ານດົ່ງ​ຂຶ້ນ​ໄປ. ​ບາງ​ຕົ້ນມີ​ລາຄາ​​ແຕ່ 40-50  ​ແລະ 100 ລ້ານ​ດົ່ງ… ຍ້ອນ​ເຫດ​ນັ້ນ, ຢູ່ ດ່ຽນຮ່ວາ ຈຶ່ງ​ມີ​ຫຼາຍ​ຄອບຄົວ​ຮັ່ງມີ…​ ຕົ້ນເໝີຍ ຢູ່ ດ່ຽນຮ່ວາ​ມີ​ມູນ​ຄ່າ​ສູງ​ແມ່ນ​ຍ້ອນ ມັນມີ​ກິ່ນ​ຫອມ ກີບ​ດອກ​ເໝີຍໜາ, ມີສີ​ເຫຼືອງ​ສົດ​ໃສ, ຕົ້ນເໝີຍ​ຢູ່ ດ່ຽນຮ່ວາ ກໍ່​ຖືກ​ດັດແບບ​ທຳ​ມະ​ຊາດຕາມ​ແບບ​ພະລາດ​ຊະ​ວັງ​ເກົ່າ, ຫາກ​ບໍ່​ນຳ​ໃຊ້​ວິທີແບບ​ທັນ​ສະ​ໄໝ. ທ່ານ ຮວີ່ງວິ໋ງ​ແທ່ງ, ຜູ້​ຊື້​ ຕົ້ນເໝີຍ ​ຢູ່​ດ່ຽນຮ່ວາ, ​ໃຫ້​ຮູ້​ວ່າ:

”ຕົ້ນ​ເໝີຍ ດ່ຽນຮ່ວາ ມີ​ຄວາມ​ງາມ​ພິ​ເສດ, ດັ່ງ​ນັ້ນ​ໃນ​ບຸນປີ​ໃໝ່​ປະຈຳ​ຊາດ​ຈຶ່ງ​ມີ​ຫຼາຍ​ຄົນ​ມາ​ຊື້. ນອກຈາກ​ຄວາມ​ງາມ​​ແບບທຳ​ມະ​ຊາດ​ຂອງ​ ຕົ້ນເໝີຍແລ້ວ, ຍັງ​ສາມາດ​ດັດ​ເປັນ​ຮູບຫັຍ​ງກໍ​​ໄດ້​ອີກ. ດັ່ງ​ນັ້ນ​ເຂົາ​ເຈົ້າ​ຈຶ່ງ​ນິຍົມ​ຕົ້ນ​ເໝີຍຢູ່​ທີ່​ນີ້”

ລະດູບານ​ໃໝ່​ໄດ້​ວຽນມາ​ອີກ​ວາລະ​ໜຶ່ງ, ຕົ້ນເໝີຍດ່ຽນຮ່ວາ ຍິ່ງ​ມີ​ເງື່ອນ​ໄຂສະ​ແດງ​ຄວາມ​ງາມ​ຢູ່ຫຼາຍແຫ່ງຫົນ ໃນນະຄອນ ເຫວ໋ ແລະທ້ອງຖີ່ນຕ່າງໆໃນທົ່ວປະເທດ, ອັນ​​ເປັນສັນຍານທີ່​ບົ່ງ​ບອກ​ເຖິງ ລະດູບານ​ໃໝ່​​ໄດ້​ວຽນມາ​ແລ້ວ.

                                                               ​ໂຕ​ຕ໋ວນ




ຕອບກັບ

ຂ່າວ/ບົດ​ອື່ນ