ລະດູການລ້ຽງປາໃສ່ທົ່ງນາຍາມນ້ຳຂຶ້ນຢູ່ແຂວງເຮົ້າຢາງ

(VOVWORLD) -ໃນຊຸມປີມໍ່ໆມານີ້, ໄປພ້ອມກັບການພັດທະນາຕົ້ນເຂົ້າແລ້ວ, ຊາວກະສິກອນຢູ່ເມືອງຝຸ້ງຮຽບ, ແຂວງເຮົ້າຢາງ ຍັງໄດ້ຫັນໄປລ້ຽງປາໃສ່ທົ່ງນາໃນຍາມນ້ຳຂຶ້ນອີກດ້ວຍ. ນອກຈາກບັນລຸປະສິດທິຜົນດ້ານເສດຖະກິດແລ້ວ, ຮູບແບບນີ້ ຍັງປະກອບສ່ວນປັບປຸງດິນໃຫ້ແກ່ການປູກເຂົ້າໃນລະດູໜາວຕໍ່ລະດູບານໃໝ່ປີຕໍ່ໄປອີກດ້ວຍ. ໃນຈຸດເວລານີ້, ແມ່ນລະດູນ້ຳມາ, ສະນັ້ນຊາວກະສິກອນຈຶ່ງເລີ່ມປ່ອຍປາໃສ່ທົ່ງນາ.
ລະດູການລ້ຽງປາໃສ່ທົ່ງນາຍາມນ້ຳຂຶ້ນຢູ່ແຂວງເຮົ້າຢາງ - ảnh 1(ລ້ຽງປາໃສ່ທົ່ງນາໃນຍາມນ້ຳຂຶ້ນ)

ກ່ອນຈຸດເວລານີ້ປະມານ 1 ເດືອນ, ທ່ານ ເຈິ່ນວັນບິ່ງ, ຢູ່ບ້ານມີ້ແຈັງ, ຕາແສງ ຮຽບຮຶງ, ເມືອງຝຸ້ງຮຽບ, ແຂວງເຮົ້າຢາງ ໄດ້ຊື້ແນວພັນປາມາລ້ຽງ 20 ໂລ. ຫຼັງຈາກເກັບກ່ຽວເຂົ້າໃນລະດູແລ້ງຕໍ່ລະດູໃບໄມ້ຫຼົ່ນສຳເລັດ, ໃນຊຸມວັນທີ່ຜ່ານມາ, ເມື່ອເຫັນວ່າ ທົ່ງນາມີນ້ຳໄຫຼເຂົ້າມາ, ທ່ານກໍ່ເລີຍປ່ອຍໃສ່. ຕາມທ່ານ ບິ່ງ ແລ້ວ, ໃນຫຼາຍປີຜ່ານມາ, ໃນຍາມນ້ຳຂຶ້ນ, ຊາວກະສິກອນຢູ່ແຫ່ງນີ້ ບໍ່ໄດ້ປູກເຂົ້າໃນລະດູໃບໄມ້ຫຼົ່ນຕໍ່ລະດູໜາວ (ເຂົ້າລະດູ 3) ແຕ່ຈະຊື້ແນວພັນປາມາປ່ອຍໃສ່ແທນ. ຮອດທ້າຍເດືອນ 10 ໄລ່ຕາມຈັນທະປະຕິທິນ, ເມື່ອນ້ຳລົງ, ທຸກຄົນກໍ່ພ້ອມກັນເກັບປາໃນທົ່ງນາ ເພື່ອກະກຽມຫວ່ານກ້າ ປູກເຂົ້າລະດູໜາວຕໍ່ລະດູບານໃໝ່. ໃນເນື້ອທີ່ທົ່ງນາ 1 ເຮັກຕາທີ່ປ່ອຍປາໃສ່ໃນຍາມນ້ຳຂຶ້ນນັ້ນ, ພຽງແຕ່ 2, 3 ເດືອນຕໍ່ມາ ທ່ານ ບິ່ງ ກໍ່ມີລາຍຮັບກ່ວາ 10 ລ້ານດົ່ງ:

“ປູກເຂົ້າລະດູ 3 ບັນລຸສະມັດຕະພາບຕ່ຳ, ສະນັ້ນ ຕ້ອງລ້ຽງປາເພື່ອເອົາເງິນມາໃຊ້ຈ່າຍ. ຖ້າປ່ອຍແນວພັນປາ 25 ກິໂລ ກໍ່ຂາຍໄດ້ປະມານ 13-14 ລ້ານດົ່ງ. ປາບາງໂຕ ກໍ່ມີນ້ຳເຖິງ 1 ໂລຂຶ້ນໄປ. ປາເກັດແລບ ກໍ່ໄດ້ປະມານ 1.2-1.3 ໂລ, ສ່ວນປາໄນແມ່ນໄດ້ແຕ່ 800 ກຼາມ-1 ໂລ.”

ແຕ່ລະປີ, ໃນຍາມນ້ຳຂຶ້ນຢູ່ເມືອງຝຸ້ງຮຽບ, ແຂວງເຮົ້າຢາງ, ນ້ຳເຄີຍມາໄວແຕ່ລົງຊ້າກ່ວາ ເມື່ອທຽບກັບບ່ອນອື່ນໆ ຍ້ອນວ່າແຫ່ງນີ້ຖືກຖືວ່າ ແມ່ນເຂດດິນຕ່ຳກ່ວາໝູ່ຢູ່ເຂດທົ່ງພຽງແມ່ນ້ຳຂອງ. ສະນັ້ນ, ເມື່ອກ່ອນນີ້ ຊາວກະສິກອນເມືອງຝຸ້ງຮຽບ ໄດ້ປູກເຂົ້າລະດູໃບໄມ້ຫຼົ່ນຕໍ່ລະດູໜາວ ແມ່ນບໍ່ມີກຳໄລ, ສະມັດຕະພາບບໍ່ສູງ ຍ້ອນຖືກນ້ຳຖ້ວມ. ແຕ່ເຖິງຢ່າງໃດກໍ່ຕາມ, ນັບແຕ່ໄດ້ຫັນມາລ້ຽງປາກໍ່ເຫັນວ່າ ບັນລຸປະສິດທິຜົນ ຍ້ອນຄ່າໃຊ້ຈ່າຍໃນການລົງທຶນໜ້ອຍ, ຄວາມສ່ຽງກໍ່ມີໜ້ອຍ. ພາຍຫຼັງລ້ຽງປາໃສ່ທົ່ງນາໄດ້ 3 ເດືອນ, ຊາວກະສິກອນ ກໍ່ເລີ່ມເກັບປາໄດ້ແລ້ວ. ທ່ານຫງວຽນວັນມິງ, ບ້ານເຟືອງຮ່ວາ, ຕາແສງເຟືອງບິງ, ເມືອງຝຸ້ງຮຽບ ໃຫ້ຮູ້ວ່າ:

“ປີນີ້, ໃນເນື້ອທີ່ 2 ເຮັກຕາ, ຂ້າພະເຈົ້າໄດ້ປ່ອຍແນວພັນປາເກັດແລບ 10 ໂລ, ປາໄນ 9 ໂລ, ດຽວນີ້ກໍ່ໃຫ່ຍກ່ວາກ້າມແຂນແລ້ວ. ຍາມນ້ຳຂຶ້ນ, ຍ້ອນໄດ້ກິນອາຫານແມ່ນຕົ້ນເຂົ້າຕາຍ ປາກໍ່ໃຫ່ຍໄວທີ່ສຸດ. ຕາມປົກກະຕິແລ້ວ, ຮອດວັນທີ 30 ເດືອນ 10 ໄລ່ຕາມຈັນທະປະຕິທິນ ກໍ່ມີລູກຄ້າມາເກັບຊື້ແລ້ວ, ຮອດວັນທີ 10 ເດືອນ 11 ເຮົາຈຶ່ງຫວ່ານກ້າປູກເຂົ້າໃນລະດູໜາວຕໍ່ລະດູບານໃໝ່.”

ລະດູການລ້ຽງປາໃສ່ທົ່ງນາຍາມນ້ຳຂຶ້ນຢູ່ແຂວງເຮົ້າຢາງ - ảnh 2(ໃນຍາມນ້ຳຂຶ້ນ, ທົ່ວເມືອງຝຸ້ງຮຽບ ໄດ້ລ້ຽງປາໃສ່ທົ່ງນາທີ່ມີເນື້ອເກືອບ 300 ເຮັກຕາ)

ຖ້າຫາກກ່ອນນີ້ 5 ປີ, ໃນຍາມນ້ຳຂຶ້ນ, ທົ່ວເມືອງຝຸ້ງຮຽບ ໄດ້ລ້ຽງປາໃສ່ທົ່ງນາທີ່ມີເນື້ອເກືອບ 300 ເຮັກຕານັ້ນ ມາໃນປະຈຸບັນຊາວກະສິກອນກໍ່ມີລາຍຮັບເພີ່ມຂຶ້ນທົບ 10 ເທົ່າແລ້ວ. ທ່ານເຈິ່ນວັນຕວນ, ຫົວໜ້າຫ້ອງການກະສິກຳ ແລະ ພັດທະນາຊົນນະບົດເມືອງຝຸ້ງຮຽບ ໃຫ້ຮູ້ວ່າ: ນອກຈາກປະສິດທິຜົນດ້ານເສດຖະກິດແລ້ວ, ການລ້ຽງປາໃສ່ທົ່ງນາໃນຍາມນ້ຳຂຶ້ນ ຍັງປະກອບສ່ວນເພີ່ມທາດບຳລຸງໃຫ້ແກ່ດິນອີກດ້ວຍ, ປາປະເພດຕ່າງໆ ຍັງໄດ້ກິນເທົາ, ໄຄນ້ຳ, ເປັນການທຳຄວາມສະອາດໃຫ້ທົ່ງນາຕື່ມອີກ, ຈຳກັດຫຍ້າຮົກເຮື້ອທີ່ປົ່ງໃນຍາມນ້ຳຂຶ້ນ, ຫລຸດຜ່ອນຄ່າໃຊ້ຈ່າຍໃນການລົງທຶນໃຫ້ລະດູການປູກເຂົ້າຕໍ່ໄປ. ຊາວກະສິກອນລ້ຽງປາໃສ່ທົ່ງນາ ສາມາດປະຢັດເງິນປັບປຸງດິນໄດ້ກ່ວາ 1 ລ້ານດົ່ງຕໍ່ 1 ເຮັກຕາ:

 “ແຕ່ລະປີ, ເມືອງຝຸ້ງຮຽບ ໄດ້ລ້ຽງປາໃສ່ທົ່ງນາດ້ວຍເນື້ອທີ່ຫຼາຍທີ່ສຸດ ແລະ ພິເສດ, ຄາດວ່າປີນີ້ ເນື້ອທີ່ທົ່າງນາລ້ຽງປາ ຈະເພີ່ມຂຶ້ນປະມານ 4000 ເຮັກຕາ. ຊາວກະສິກອນໄດ້ກະກຽມແນວພັນປາລ້ຽງໃສ່ໜອງ, ຄອງເໝືອງກ່ອນ ແລ້ວຈຶ່ງປ່ອຍລ້ຽງໃສ່ທົ່ງນາ. ເມື່ອລ້ຽງປາໃສ່ທົ່ງນາ ຈະເຮັດໃຫ້ດິນຜົງ ແລະ ຈະມີຂີ້ປາຫຼາຍ, ເມື່ອປູກເຂົ້າໃນຍາມລະດູໜາວຕໍ່ລະດູບານໃໝ່ຕໍ່ໄປ ແມ່ນຈະບໍ່ໄດ້ໃສ່ຝຸ່ນຫຼາຍ.”

ການຜະລິດຕາມທິດໄປຄຽງຄູ່ກັບເງື່ອນໄຂທຳມະຊາດ ພວມແມ່ນທ່າອ່ຽງຜະລິດທົ່ວໄປຂອງ ປຊຊ ຢູ່ເຂດທົ່ງພຽງແມ່ນ້ຳຂອງ. ຕາມເງື່ອນໄຂທຳມະຊາດຂອງແຕ່ລະເຂດ, ປຊຊ ຈຶ່ງຈະມີຮູບແບບການຜະລິດທີ່ເໝາະສົມກັບທຳມະຊາດ, ຈາກນັ້ນ ຈະຫລຸດຄ່າໃຊ້ຈ່າຍໃນການຜະລິດລົງ, ຍົກສູງລາຍຮັບ. ດ້ວຍປະສິດທິຜົນທາງດ້ານເສດຖະກິດ, ການປົວແປງປັບປຸງດິນ ກໍ່ຄືການຫລຸດຜ່ອນຄວາມສ່ຽງຈາກປັດໄຈທຳມະຊາດ, ການລ້ຽງປາໃສ່ທົ່ງນາ ໃນຍາມນ້ຳຂຶ້ນຢູ່ເມືອງຝຸ້ງຮຽບ, ແຂວງເຮົ້າຢາງ ພວມໄດ້ຮັບການຢັ້ງຢືນວ່າ ແມ່ນຮູບແບບການຜະລິດທີ່ດີທີ່ສຸດ, ຮູ້ຈັກອີງໃສ່ເງື່ອນໄຂທຳມະຊາດເພື່ອສ້າງແຫຼ່ງລາຍຮັບເປັນປົກກະຕິ./.

ຕອບກັບ

ຂ່າວ/ບົດ​ອື່ນ