(vovworld) - ເຂດພູພຽງ Langbiang ບໍ່ພຽງແຕ່ມີຊື່ສຽງດ້ວຍສະຖານທີ່ທ່ອງທ່ຽວທີ່ມີຊື່ສຽງເທົ່ານັ້ນ, ຫາກຍັງແມ່ນແຫ່ງໄດ້ຮັບການຮູ້ຈັກດ້ວຍຮູບແບບກະສີກຳເຕັກໂນໂລຢີສູງ ແລະ ເປັນແບບຢ່າງກ່ຽວກັບການກໍ່ສ້າງຊົນນະບົດໃໝ່ຂອງແຂວງເລິມດົ່ງ ອີກດ້ວຍ. ຍ້ອນມີການນຳໃຊ້ເຕັກໂນໂລຢີໃໝ່ໃນການຜະລິດກະສີກຳ, ຊີວິດທາງດ້ານວັດຖຸ, ວັດທະນະທຳ, ຈິດໃຈຂອງຊາວເຜົ່າຢູ່ທີ່ນີ້ໄດ້ຮັບການປັບປຸງຢ່າງບໍ່ຢຸດຢັ້ງ, ໂສມໜ້າຊົນນະບົດໄດ້ຮັບການປ່ຽນແປງປະຈຳວັນ.
ພາບປະກອບ
ເມື່ອເຫັນເຮືອນຫຼັງໃຫຍ່ໂຕໂອໂຖງ, ດ້ວຍເຄື່ອງໃຊ້ໄມ້ສອຍຢ່າງຄົບຖ້ວນຂອງຄອບຄົວທ່ານ Cill Nom, ຊາວເຜົ່າ ກຮໍ ຢູ່ບ້ານບອນດຶງ 1, ເທດສະບານລາກເຢືອງ, ເມືອງລາກເຢືອງ, ແຂວງເລິມດົ່ງ ນັ້ນ, ຍາກທີ່ຈະເຊື່ອໄດ້ວ່າ, ກ່ອນນີ້ 7 ປີ, ຄອບຄົວທ່ານແມ່ນຄອບຄົວທີ່ທຸກຍາກ. ທ່ານ Cill Nom ເລົ່າສູ່ຟັງວ່າ: ເວລານັ້ນດ້ວຍເນື້ອທີ່ປູກເຂົ້ານາທາມ 1ເຮັກຕາ, ປູກ 1 ລະດູ/ປີ ແມ່ນບໍ່ສາມາດຮັບປະກັນຊີວິດໃຫ້ຄອບຄົວໄດ້. ໂດຍໄດ້ຮັບການຊ່ວຍເຫຼືອຈາກອຳນາດການປົກຄອງທ້ອງຖີ່ນໃນການຫັນປ່ຽນໂຄງປະກອບຜົນລະປູກ, ຖ່າຍທອດເຕັກນິກການປູກຝັງຕາມເຕັກໂນໂລຢີສູງ, ຄອບຄົວທ່ານໄດ້ຫັນປ່ຽນເນື້ອທີ່ປູກເຂົ້ານາທາມທັງໝົດມາປູກຜັກ, ດອກໄມ້ຫຼາຍປະເພດ… ຈາກນັ້ນ, ແຕ່ລະປີ, ຄອບຄົວທ່ານ Cill Nom ສ້າງລາຍຮັບໄດ້ 300 ລ້ານດົ່ງ/ປີ. ສະເພາະໃນ 2 ປີຜ່ານມາ, ຍ້ອນລົງທຶນປະກອບລະບົບຫົດນຳ້ແບບອັດຕະໂນມັດ ແລະ ເຮືອນແກ້ວປູກດອກໄມ້ຄຸນນະພາບສູງ 500 ຕາແມັດ. ລາຍຮັບຂອງຄອບຄົວໄດ້ຍົກຂຶ້ນເຖິງ 500 ລ້ານດົ່ງ/ປີ. ທ່ານ Cill Nom. ໃຫ້ຮູ້ດ້ວຍຄວາມພາກພູມໃຈວ່າ:
“ກ່ອນນີ້ເຮັດນາ 1 ລະດູການ/ປີ, ບໍ່ພໍຢູ່ພໍກິນ, ຕ້ອງໄປຮັບຈ້າງຕະຫຼອດ. ນັບແຕ່ຫັນເນື້ອທີ່ປູກນາທາມມາປູກຜັກ ແລະ ດອກໄມ້ປະເພດຕ່າງໆແມ່ນສາມາດກຸ້ມກິນໄດ້. ລາຍຮັບເພີ່ມຂຶ້ນສູງ, ມີເງິນຊື້ເຄື່ອງໃຊ້ໄມ້ສອຍໃນຄອບຄົວຢ່າງຄົບຖ້ວນ“.
ບໍ່ພຽງແຕ່ເປັນເຈົ້າດ້ານເຕັກໂນໂລຢີຜະລິດຕາມແບບວິທີທັນສະໄໝເພື່ອບັນລຸປະລິມານການຜະລິດ, ຄຸນນະພາບສູງເທົ່ານັ້ນ, ມີຫຼາຍຄອບຄົວຊາວເຜົ່າສ່ວນໜ້ອຍຢູ່ທ້ອງຖີ່ນຍັງປ່ຽນໃໝ່ແບບວິທີປູກຝັງຕາມຮູບແບບຮ່ວມສຳພັນລະຫວ່າງການຜະລິດ ແລະ ຈຳໜ່າຍຜະລິດຕະພັນ. ນຳຫນ້າໃນການຫັນປ່ຽນນີ້ແມ່ນທ່ານ Pang ting sin, ຢູ່ບ້ານດານເກຍ, ເທດສະບານລາກເຢືອງ. ພາຍຫຼັງເຊັນສັນຍາກັບວິສາຫະກິດຈຳໜ່າຍດອກໄມ້ແລ້ວ, ທ່ານໄດ້ຫັນ 5/8 ເນື້ອທີ່ດິນປູກຜັກຂອງຄອບຄົວມາປູກດອກກຸຫຼາບ. ດ້ວຍລາຄາເກັບຊື້ເປັນປົກກະຕິແມ່ນ 1.000 ດົ່ງ/ດອກ. ປະຈຸບັນ, ແຕ່ລະເດືອນຄອບຄົວທ່ານຫາກຳໄລໄດ້ກວ່າ 50 ລ້ານດົ່ງ. ທ່ານ Pang ting sin, ໃຫ້ຮູ້ວ່າ:
“ປູກດອກໄມ້ຕ້ອງລົງທຶນຫຼາຍກວ່າປູກຜັກ ແລະ ຕ້ອງມີຄວາມຮູ້ດ້ານເຕັກນິກຫຼາຍກວ່າເພື່ອນຳໃຊ້ເຕັກນິກ, ເຕັກໂນໂລຢີສູງກວ່າ. ທີສອງແມ່ນລາຍຮັບຈາກການປູກຜັກກໍ່ຕຳ່ກວ່າປູກດອກໄມ້“.
ພາບປະກອບ
ມາຮອດປະຈຸບັນ, ໄດ້ມີກວ່າ 70% ເນື້ອທີ່ດິນຜະລິດກະສີກຳ 1.500 ເຮັກຕາ ຂອງເທດສະບານລາກເຢືອງແມ່ນນຳໃຊ້ເຕັກໂນໂລຢີສູງເຂົ້າໃນການຜະລິດ, ໃນນັ້ນສ່ວນຫຼາຍແມ່ນຜະລິດຜັກຂຽວ, ດອກໄມ້, ອາຕີໂຊ…, ດ້ວຍປະລິມານການຜະລິດ ແລະ ຄຸນນະພາບຜະລິດຕະພັນນັບມື້ນັບເພີ່ມຂຶ້ນສູງ. ຕາມທ່ານ ຫງວຽນຢູຍຫາຍ, ປະທານຄະນະກຳມະການປະຊາຊົນເມືອງລາກເຢືອງ ແລ້ວ, ບັນດາຜົນງານໃນເບື້ອງຕົ້ນສະແດງໃຫ້ເຫັນວ່າ, ຄວາມຮູ້, ວິທີເຮັດຂອງຊາວຊົນເຜົ່າສ່ວນໜ້ອຍໄດ້ມີການຫັນປ່ຽນຢ່າງຕັ້ງໜ້າ. ໃນຕໍ່ໜ້າທາງທ້ອງຖີ່ນຈະມີບັນດານະໂຍບາຍລະອຽດ ເພື່ອໃຫ້ການຜະລິດກະສີກຳດ້ວຍເຕັກໂນໂລຢີສູງຂະຫຍາຍອອກສູ່ບັນດາເຂດຊົນເຜົ່າສ່ວນໜ້ອຍຂອງທ້ອງຖີ່ນ. ທ່ານ ຫງວຽນຢູຍຫາຍ, ໃຫ້ຮູ້ວ່າ:
“ປະຈຸບັນ, ທ້ອງຖີ່ນໄດ້ມີບັນດາຮູບແບບຜະລິດຢ່າງຈະແຈ້ງ, ສາມາດສ້າງລາຍຮັບສູງພໍສົມຄວນ, ເຮັດໃຫ້ຊີວິດຂອງຊາວຊົນເຜົ່າຢູ່ທີ່ນີ້ມີການປ່ຽນແປງ. ດັ່ງນັ້ນພວກຂ້າພະເຈົ້າກຳນົດວ່າ, ໃນຕໍ່ໜ້າຈະມີບັນດາລາຍການລະອຽດ ເພື່ອຂະຫຍາຍຮູບແບບ, ແບບຢ່າງທີ່ດີເດັ່ນຕື່ມອີກ. ເພາະວ່າສຳລັບຊາວເຜົ່າສ່ວນໜ້ອຍ, ການຫັນປ່ຽນຜົນລະປູກແມ່ນວິວັດການທີ່ຈຳເປັນຕ້ອງມີເວລາ“.
ປະຈຸບັນ, ການພັດທະນາກະສີກຳຕາມທິດເຕັກໂນໂລຢີສູງຂອງຊາວເຜົ່າສ່ວນໜ້ອຍໃນເຂດພູພຽງ Lang Biang ພວມນັບມື້ນັບເສີມຂະຫຍາຍປະສິດທິຜົນ, ຊີວິດຂອງປະຊາຊົນນັບມື້ນັບໄດ້ຮັບຍົກສູງຂຶ້ນ. ຈາກນັ້ນ, ກິດຈະກຳກໍ່ສ້າງຊົນນະບົດໃໝ່ໃນທ້ອງຖີ່ນຈະປະຕິບັດສຳເລັດຄາດໝາຍທີ່ໄດ້ວາງອອກ, ເພື່ອເຮັດໃຫ້ແຕ່ລະປີ, ເມື່ອລະດູບານໃໝ່ວຽນມາປະຊາຊົນຢູ່ເຂດນີ້ຍິ່ງມີຄວາມອິ່ມໜຳສຳລານ ແລະ ມີຄວາມຜາສຸກ.