ລະບອບວັດທະນະທຳປະກອບສ່ວນກໍ່ສ້າງຊົນນະບົດໃໝ່ຢູ່ເມ້ເສີ, ຮຶງອຽນ


(vovworld) - ໃນ​ວິວັດ​ແຫ່ງ​ການ​ກໍ່ສ້າງ​ຊົນນະບົ​ດ​ໃໝ່, ວັດທະນະທຳ​ມີ​ບົດບາດ​ສຳຄັນ, ທັງ​ແມ່ນ​ຈຸດໝາຍ, ທັງ​ແມ່ນ​ກຳລັງ​ໜູນ​ຂອງ​ການ​ພັດທະນາ. ການ​ຊອກ​ຫາ​ຮູບ​ແບບ​ຊົນນະບົດ​ໃໝ່​ຕາມ​ທິດ​ໝັ້ນຄົງ, ທັງ​ພັດທະນາເສດຖະກິດ ທັງ​ຕອບ​ສະໜອງ​ຄວາມ​ຕ້ອງການ​ດ້ານ​ວັດທະນະທຳ, ການບັນ​ເທິງ​ຂອງ​ປະຊາ ຊົນພຽງ​ແຕ່​ປະຕິບັດ​ໄດ້ເມື່ອມີວິທີເຮັດຢ່າງມີຫົວຄິດປະດິດສ້າງຂອງຊາວທ້ອງຖີ່ນ ເທົ່ານັ້ນ. ການກໍ່ສ້າງຊີວິດທາງດ້ານວັດທະນະທຳຢູ່ຕາແສງເມ້​ເສີ, ແຂວງຮຶງອຽນ, ເຊິ່ງແມ່ນທ້ອງຖີ່ນຕິດກັບຮ່າໂນ້ຍ ແມ່ນ​ແບບຢ່າງທີ່ດີໃນການກໍ່ສ້າງຊີວິດທາງ ດ້ານວັດທະນະທຳຢູ່​ເຂດຊົນນະບົດ.

ລະບອບວັດທະນະທຳປະກອບສ່ວນກໍ່ສ້າງຊົນນະບົດໃໝ່ຢູ່ເມ້ເສີ, ຮຶງອຽນ - ảnh 1

ຕາແສງເມ້ເສີໃນປະຈຸບັນ

(ພາບອິນເຕີແນດ)

        ​ຕາ​ແສງເມ້​ເສີ ລວມມີ 6 ບ້ານ​ຄື: ​ເມ້​ເສີ, ຟູ໋ທິ, ຍ້ານທາ​ບ, ຟູ໋​ແຈກ, ຮ່ວາງ​ແຈກ ​ແລະ ດົ່ງ​ເກ​ວ, ດ້ວຍ​ເນື້ອ​ທີ່ດິນ​ທຳ​ມະ​ຊາດ​ແມ່ນ 664 ​ເຮັກຕາ, ​ໃນ​ນັ້ນ​ເນື້ອ​ທີ່​ດິນ​ປູກຝັງ​ແມ່ນ 388 ​ເຮັກຕາ. ແທນ​ທີການ​ປູກ​ເຂົ້າ, ຢູ່ທີ່​ນີ້​​ໄດ້​ປູກ​ຕົ້ນ​ໄມ້​ໃຫ້​ໝາກ​, ຕົ້ນ​ໄມ້​ປະດັບ. ດ້ວຍ​ການ​ຫັນປ່ຽນ​ຜົນລະປູກ​​ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້ ​ໄດ້​ຊ່ວຍ​ໃຫ້ຊາວ​ເມ້​ເສີ​ ສ້າງ​ລາຍ​ຮັບ​ໄດ້​​ແຕ່ 50 ​ເຖິງ 100 ລ້ານ​ດົ່ງ/​ເຮັກຕາ, ຊຳ້​ບໍ່​ໜຳ​ສາມາດ​ສ້າງ​ລາຍ​ຮັບ​ໄດ້​ແຕ່  150 ​ເຖິງ 250 ລ້ານ​ດົ່ງ/​ເຮັກຕາ. ນອກ​ນັ້ນ, ຢູ່​ເມ້​ເສີ ຍັງ​ພັດທະນາ​ຫຼາຍ​ຂະ​ແໜງ​ອາຊີບ​ໃໝ່​ອີກ​ຄີ: ອາຊີບກໍ່ສ້າງ, ກົນ​ຈັກ, ປຸງ​ແຕ່ງ​ຜະລິດ​ຕະພັນ​ກະ​ເສດ, ຜະລິດ​ເຂົ້າ​ປຸ້ນ... ອັນ​ໄດ້ສ້າງ​ວຽກ​ເຮັດ​ງານ​ທຳ​ໃຫ້​ຄົນ​ງານ​ນັບ​ພັນ​ຄົນ. ​ແລະ ນຳ​ມາ​ເຊິ່ງລາຍ​ຮັບ​ສູງ​ພໍ​ສົມຄວນ​ໃຫ້​ແກ່​ປະຊາຊົນ​ຢູ່​ທີ່​ນີ້. ມາ​ຮອດ​ປະຈຸ​ບັນ, ຕາ​ແສງ​ເມ້​ເສີ​ບັນລຸ​ໄດ້ 16/19 ມາດຖານ​ກ່ຽວ​ກັບ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່, ຍັງ​ມີ 3 ມາດຖານ​ຄື: ທາງ​ຄົມມະນາຄົມ, ຊົນລະປະທານ ​ແລະ ສິ່ງ​ແວດ​ລ້ອມ ຄາດ​ວ່າ​ຈະ​ສູ້​ຊົນ​ປະຕິບັດ​ໃຫ້​ສຳ​ເລັດ​ໃນ​ປີ 2014 ນີ້. ​ໃນ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່, ​ເລື່ອງ​ຫັນປ່ຽນ​ຜົນລະປູກ​ທີ່​ມີ​ປະສິດທິ​ຜົນ​ດ້ານ​ເສດຖະກິດ​ສູງ, ​ເຮັດ​ໃຫ້​ຊີວິດ​ຂອງ​ຊາວ​ເມ້​ເສີ ​ໄດ້​ຮັບ​ການ​ປ່ຽນ​ໃໝ່​ຢ່າງ​ໄວວາ. ພິ​ເສດ, ຢູ່​ເມ້​ເສີ, ມາດຖານ​ວັດທະນະທຳ​ໃນ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່​ໄດ້​ຮັບ​ຖື​ວ່າເປັນ​ສຳຄັນ​ທີ່​ສຸດ. ມາ​ຮອດ​ປະຈຸ​ບັນ, ຕາ​ແສງ​ໄດ້​ລົງທຶນ​ເກືອບ 1 ຕຶ້ດົ່ງ​ເພື່ອ​ກໍ່ສ້າງ​ໂຮງຮຽນ​ມັດທະຍົມ​ຕອນຕົ້ນ​, ໂຮງຮຽນ​ອະນຸບານ ​ແລະ ​ໂຮງຮຽນປະຖົມ​ຂອງ​ຕາ​ແສງ​ໃຫ້​ບັນລຸ​ມາດຖານ​ແຫ່ງ​ຊາດ. ຫໍສະໝຸດ ​ແລະ ສູນວັດທະນະທຳ​ຕາ​ແສງ​ກໍ່​ໄດ້​ຮັບ​ການ​ລົງທຶນ​ກໍ່ສ້າງ​ໃໝ່. ທ່ານ ​ເຈິ່ນວັນ​ບິ໋ງ, ຮອງ​ເລຂາ​ປະຈຳ​ຄະນະ​ພັກ​ຕາ​ແສງ, ​ໃຫ້​ຮູ້​ວ່າ:

        ”ນັບ​ແຕ່​ເລີ່​ມຜັນ​ຂະຫຍາຍ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່, ພວກ​ຂ້າພະ​ເຈົ້າ​ໄດ້​ຜັນ​ຂະຫຍາຍ​ການ​ກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ​ພ້ອມ​ກັບ​ການ​ສ້າງ​ແບບ​ແຜນ​ວັດທະນະທຳ​ຢູ່​ເຂດ​ຊຸມ​ຊົນ. ບັນດາ​ອົງການ​ຈັດ​ຕັ້ງ​ມະຫາຊົນ​ໄດ້​ປຸກລະດົມ​ຂະ​ບວນການ​ຕ່າງໆ​ເຊັ່ນ: ຂະ​ບວນການກໍ່ສ້າງ​ຊີວິດ​ດ້ານວັດທະນະທຳ​ຢູ່​ເຂດ​ຊຸມ​ຊົນ, ຂະ​ບວນການ​ຕ້ານ​ໄພ​ສັງຄົມ, ຊາວ​ກະ​ສີກ​ອນຜະລິດ​ດຳ​ເນີນ​ທຸລະ​ກິດ​ເກັ່ງ, ຂະ​ບວນການ​ເຮັດອະນາ​ໄມ​ຮັກສາ​ຄວາມ​ສະອາດ​ສວຍ​ງາມ, ສ້າງ​ຂະ​ບວນການ​ຄອບຄົວ​ບໍ່​ມີ​ໄພ​ສັງຄົມ, ຂະ​ບວນການ​ຊາວ​ໜຸ່ມ​ກໍ່​ຮ່າງ​ສ້າງ​ຕົວ... ບັນດາ​ຂະ​ບວນການ​ເຫຼົ່າ​ນັ້ນ​ໄດ້​ປະກອບສ່ວນ​ຮັບປະກັນ​ຊີວິດ​ວັດທະນະທຳ​ໃນ​ມາດຖານ​ກໍ່ສ້າງ​ຊົນນະບົດ​ໃໝ່​ຢ່າງ​ມີ​ປະສິດທິ​ຜົນ”.

ລະບອບວັດທະນະທຳປະກອບສ່ວນກໍ່ສ້າງຊົນນະບົດໃໝ່ຢູ່ເມ້ເສີ, ຮຶງອຽນ - ảnh 2


ການເຄື່ອນໄຫວວັດທະນະທຳຢູ່ຕາແສງເມ້ເສີ, ແຂວງຮຶງອຽນ

(ພາບອິນເຕີແນດ)

        ​ເພື່ອ​ບັນລຸ​ໄດ້ຜົນ​ງານ​ດັ່ງກ່າວ, ການ​ນຳ​ຕາ​ແສງ​ເມ້​ເສີ ​ໄດ້​ກຳນົດ​ຢ່າງ​ຈະ​ແຈ້ງວ່າ: ການ​ກໍ່ສ້າງ​ຊົນນະບົດ​ໃໝ່​ໂດຍ​ປະຊາຊົນ​ເປັນ​ເຈົ້າ. ​ເພື່ອ​ມີ​ເງິນ​ລົງທຶນ​ກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ, ຕາ​ແສງ​ໄດ້​ຂົນຂວາຍ​ປະຊາຊົນ​ປະກອບ​ທີ່​ດິນ. ດ້ວຍ​ບັນດາ​ວຽກ​ງານ​ທີ່​ແທດ​ຈິງ, ​ເໝາະ​ສົມ​ກັບ​ຈິດ​ໃຈ​ປະຊາຊົນ, ມີ​ຫຼາຍ​ຄອບຄົວ​ໄດ້​ປະກອບ​ທີ່​ດິນ​ດ້ວຍ​ຄວາມ​ສະໝັກ​ໃຈ​ເພື່ອ​ກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ​ຄື: ທາງ​ຄົມມະນາຄົມ, ຫໍ​ວັດທະນະທຳ, ​ໂຮງຮຽນ​ອະນຸບານ. ທ່ານ ຫງວຽນ​ກົງ​ບິ່ງ, ປະຊາຊົນ​ໃນ​ບ້ານ​ຮ່ວາງ​ແຈກ, ຕາ​ແສງ​ເມ້​ເສີ, ​ໃຫ້​ຮູ້​ວ່າ:

        ”​ແຕ່ລະ​ເທື່ອ​ເມື່ອ​ມີ​ການ​ຂົນຂວາຍ ຕາ​ແສງລ້ວນ​ແຕ່​ແຈ້ງ​ໃຫ້​ປະຊາຊົນ​ໄດ້​ຮັບຊາບ. ​ເມື່ອ​ນຳ​ໃຊ້ກອງ​ທຶນ​ໂດຍ​ປະຊາຊົນ​ປະກອບ​, ທາງ​ຕາ​ແສງກໍ່​ເປີດ​ເຜີຍ​ຢ່າງຈະ​ແຈ້ງ, ປະຊາທິປະ​ໄຕ, ດັ່ງ​ນັ້ນ​ປະຊາຊົນ​ຍິ່ງ​ເຊື່ອ​ໝັ້ນ ​ແລະ ປະກອບ​ທຶນ​ຫຼາຍ​ພໍ​ສົມຄວນ ”.

        ດ້ວຍ​ນະ​ໂຍບາຍ​ຫັນ​ເປັນ​ສັງຄົມ ​ແລະ ວິທີ​ເຮັດ​ທີ່ເໝາະ​ສົມກັບ​ຈິດ​ໃຈ​ປະຊາຊົນ, ຕາ​ແສງ​ຍັງ​ຂົນຂວາຍ​ປະຊາຊົນ​ປະກອບ​ແຮງ​ງານ, ວັດຖຸ​ເພື່ອ​ກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ​ວັດທະນະທຳ. ນອກຈາກ​ບັນດາ​ສະຖານ​ທີ່​ລະ​ຫຼິ້ນ. ປະຈຸ​ບັນ, ຕາ​ແສງ​ຍັງ​ມີ​ສູນ​ກິລາກາ​ຍະ​ກຳ 2 ​ແຫ່ງ ​ໂດຍ​ປະຊາຊົນ​ລົງທຶນ​ກໍ່ສ້າງ. ບ້ານ​ໃດ​ກໍ່​ມີ​ສະໜາມກິລາ​ໃຫ້​ປະຊາຊົນ​ແອບ​ກາຍ​ຫຼໍ່​ຫຼອມ​ສຸຂະພາບ. ​ໃນ​ຊີວິດ​ປະຊາ​ຄົມ, ບ້ານ​ໃດ​ກໍ່​ມີ​ໜ່ວຍ​ໄກ່​ເກ່ຍປອງ​ດອງ. ໜຶ່ງ​ໃນ​ບັນດາ​ຈຸດ​ວັດທະນະທຳ​ທີ່​ດີງາມ​ຢູ່​ຕາ​ແສງ​ເມ້​ເສີ ນັ້ນ​ແມ່ນ​ສະຕິ​ປະຊາ​ຄົມ​ໄດ້​ຮັບ​ການສະ​ແດງ​ອອກ​ຜ່ານ​ຄວາມ​ສາມັກຄີ, ຄວາມ​ຮັກ​ແພງຊ່ວຍ​ເຫຼືອ​ເຊິ່ງກັນ ​ແລະ ກັນ.

        ຢູ່​ເມ້​ເສີ, ສະຕິປະຊາ​ຄົມ​ບ້ານ​ຕາ​ແສງ ​ໄດ້​ປະກອບສ່ວນ​ສ້າງ​ຄວາມ​ເອກອ້າງ​ທະ​ນົງ​ໃຈ​ຕໍ່​ມູນ​ເຊື້ອ​ບ້ານ​ເກີດ​ເມືອງ​ນອນ, ດ້ວຍ​ວິທີ​ເຮັດ​ຢ່າງ​ມີ​ຫົວຄິດ​ປະດິດ​ສ້າງ, ຕາ​ແສງ​ເມ້​ເສີ ​ໄດ້​ສ້າງ​ບາດກ້າວ​ຫັນປ່ຽນ​ຢ່າງ​ຈະ​ແຈ້ງ​ໃນ​ການ​ພັດທະນາ​ເສດຖະກິດ ​ແລະ ວັດທະນະທຳ, ປະກອບສ່ວນ​ຍົກ​ສູງ​ຊີວິດ​ທາງ​ດ້ານ​ວັດຖຸ​, ຈິດ​ໃຈ​ຂອງ​ປະຊາຊົນ​ໃນ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່.

ຕອບກັບ

ຂ່າວ/ບົດ​ອື່ນ