(VOVWORLD) -ວົງຕະກຸນ ລ່າ, ຢູ່ຕາແສງ ຈ່ຽງບັ່ງ, ເມືອງ ກີນຍາຍ, ແຕ່ດົນນານມາແລ້ວໄດ້ຮັບການຮູ້ຈັກແມ່ນວົງຕະກຸນມັກຮ່ຳມັກຮຽນຂອງແຂວງເຊີນລາ.
ປະຈຸບັນ, ວົງຕະກຸນຂອງຊາວຊົນເຜົ່າຜູ້ໄທ ມີລູກຫຼານຫຼາຍກວ່າ 30 ຄົນທີ່ຮຽນຈົບຊັ້ນມະຫາວິທະຍາໄລ, ວິທະຍາໄລ, ລູກຫຼານກວ່າ 20 ຄົນ ພວມຮຽນຢູ່ມະຫາວິທະຍາໄລ, ວິທະຍາໄລ; ແຕ່ລະປີມີກວ່າ 80% ຈຳນວນຄອບຄົວໃນວົງຕະກຸນໄດ້ຮັບການຢັ້ງຢືນວ່າແມ່ນຄອບຄົວມັກຮ່ຳມັກຮຽນ; ມີລູກ, ຫຼານຫຼາຍຄົນໃນວົງຕະກຸນພວມເຮັດວຽກຢູ່ບັນດາ ສຳນັກງານຂອງເມືອງ, ຕາແສງ ຫຼື ເປັນຫົວໜ້າວິສາຫະກິດທີ່ພວມສ້າງຄວາມຮັ່ງມີຢູ່ເຂດດິນແດນແຫ່ງບ້ານເກີດເມືອງນອນຂອງຕົນ… ນີ້ແມ່ນແບບຢ່າງເພື່ອໃຫ້ບັນດາຄອບຄົວ ແລະ ບັນດາວົງຕະກຸນອື່ນໆຮ່ຳຮຽນຕາມ ຢ່າງແທດຈິງ, ທະວີຄູນຂະບວນການມັກຮ່ຳມັກຮຽນຢູ່ແຂວງເຊີນລາ.
ລຸງ ລ່າວັນຂັ້ນ, ຫົວໜ້າວົງຕະກຸນ ລ່າ
(ພາບ: quochoitv.vn)
|
ໃນເຮືອນຮ້ານຂອງຄອບຄົວຕັ້ງຢູ່ຂ້າງໂຮງຮຽນປະຖົມ ຈ່ຽງບັ່ງ, ລຸງ ລ່າວັນຂັ້ນ, ຫົວໜ້າວົງຕະກຸນ ລ່າ ແບ່ງປັນວ່າ: ໂດຍເກີດມາໃນຄອບຄົວທີ່ມີລູກ 5 ຄົນ, ແຕ່ບໍ່ມີຜູ້ໃດໄດ້ໄປຮຽນ. ລຸງ ຂັ້ນ ເອງເມື່ອອາຍຸ 11 ປີກໍ່ຍັງບໍ່ທັນຮູ້ໜັງສື. ພາຍຫຼັງທີ່ເຫັນເດັກນ້ອຍບາງຄົນໃນຕາແສງໄປຮຽນໜັງສື, ລຸງກໍ່ໄປຕາມ. ບໍ່ມີປື້ມ, ບໍ່ມີບິກ, ລຸງຂໍໄປຮຽນ ແລະ ຕົວໜັງສືມີຄວາມດູດດື່ມສຳລັບລຸງ ເຮັດໃຫ້ລຸງມີຄວາມພະຍາຍາມຜ່ານຜ່າຄວາມອຶດຫິວ, ຮ່ຳຮຽນຈົນຈົບໂຮງຮຽນສ້າງຄູຊັ້ນກາງແລ້ວກໍ່ກັບເມືອບ້ານເກີດເມືອງນອນເພື່ອສິດສອນ.
“ໃນຫ້ອງຮຽນຂອງຂ້າພະເຈົ້າມີ 6 ຄົນ, ແຕ່ເຂົາເຈົ້າອົດບໍ່ໄດ້ ແລ້ວກໍ່ກັບເມືອບ້ານໝົດ, ຍ້ອນເວລານັ້ນເລື່ອງອາຫານການກິນຍັງຂາດເຂີນຢູ່. ມີພຽງແຕ່ຂ້າພະເຈົ້າເອງອົດທົນພະຍາຍາມຮຽນໃຫ້ຈົບ”.
ໃນເມື່ອກ່ອນ, ຢູ່ບ້ານ ບໍ໊ບານ, ເອື້ອຍນ້ອງໃນບ້ານລ້ວນແຕ່ບໍ່ຮູ້ໜັງສື ຍ້ອນປະຊາຊົນໃນເຂດຖືວ່າ, ເມື່ອເຕີບໃຫຍ່ແລ້ວ ພຽງແຕ່ຮູ້ເຮັດໄຮ່ໄຖນາ, ແລ້ວກໍ່ສ້າງຄອບຄົວ. ແຕ່ທ່ານ ຂັ້ນ ໄດ້ຂົນຂວາຍລູກຫຼານໝົດທຸກຄົນໃນຄອບຄົວໄປຮຽນ. ຈຳນວນນັກຮຽນຍິງໃນໝູ່ບ້ານໄດ້ຄ່ອຍໆເພີ່ມຂຶ້ນ, ປະຈຸບັນມີຫຼາຍຄົນໃນວົງຕະກຸນໄດ້ເປັນພະນັກງານຂັ້ນບ້ານ, ຕາແສງ. ທ່ານນາງ ລ່າທິໄຮ໊, ກໍ່ແມ່ນໜຶ່ງໃນຈຳນວນພະນັກງານນັ້ນ. ທ່ານນາງກ່າວວ່າ.
“ໃນເມື່ອກ່ອນຂ້າພະເຈົ້າບໍ່ໄດ້ຮ່ຳຮຽນຫຍັງເລີຍ, ເມື່ອໄປເຮັດວຽກໃຫ້ສະຫະກອນ, ເຂົາເຈົ້າຄິດໄລ່ຄ່າເຮັດວຽກໃຫ້ໄດ້ເທົ່າໃດ ກໍ່ເອົາເທົ່ານັ້ນ, ຂ້າພະເຈົ້າຮູ້ວ່າມັນບໍ່ຖືກຕ້ອງແຕ່ກໍ່ຕ້ອງຍອມຮັບ, ເຮັດຫຍັງບໍ່ໄດ້. ຫຼັງຈາກນັ້ນ, ຂ້າພະເຈົ້າໄດ້ລະດົມບັນດາຫຼານຍິງຕ້ອງໄປຮຽນ, ຕ້ອງຮູ້ໜັງສື, ຖ້າບໍ່ຮູ້ໜັງສືຈະບໍ່ສາມາດຄິດໄລ່ຫຍັງໄດ້ເລີຍ. ຊີວິດການເປັນຢູ່ຂອງລຸ້ນປູ່ຍ່າຕາຍາຍກໍ່ປະສົບກັບຄວາມລຳບາກກາກກຳແລ້ວ, ຕົນເອງຕ້ອງໃຫ້ບັນດາລູກຫຼານໄປຮຽນເພື່ອຮູ້ໜັງສືຈຶ່ງຫຼຸດຜ່ອນຈາກຄວາມລຳບາກໄດ້”.
ໃນວົງຕະກຸນມີຜູ້ຊາຍຄົນໜຶ່ງດີເດັ່ນ, ມີຈິດໃຈມັກຮ່ຳມັກຮຽນ ລາວເກີດປີ 90 ປາຍ, ນັ້ນແມ່ນລ່າວັນຟອງ. ປີ 2014, ພາຍຫຼັງຮຽນຈົບຈາກຂະແໜງບໍລິຫານທຸລະກິດ, ພະແນກເສດຖະກິດຂອງມະຫາວິທະຍາໄລ ໄຕບັ໊ກ, ດ້ວຍຄວາມຮູ້ທີ່ໄດ້ຮຽນມາ ແລະ ພ້ອມກັບຄວາມເມົາມົວກັບການດຳເນີນທຸລະກິດ, ຟອງ ໄດ້ເລີ່ມສ້າງອາຊີບໃນເຂດດິນແດນແຫ່ງບ້ານເກີດເມືອງຂອງຕົນ. ຟອງ ໄດ້ພ້ອມກັບບັນດາເພື່ອນຂອງຕົນສ້າງກຸ່ມ ທ່ອງທ່ຽວຊີວະພາບ ກີນຍາຍ ໃນທ້າຍປີ 2015. ດ້ວຍຄາດໝາຍພັດທະນາຢ່າງໝັ້ນຄົງ, ຍາວນານ, ຕົ້ນປີ 2017, ກຸ່ມໄດ້ຈົດທະບຽນສ້າງຕັ້ງສະຫະກອນສິນໃນນ້ຳ ແລະ ທ່ອງທ່ຽວຊີວະພາບ ກີນຍາຍ. ລ່າວັນຟອງ, ໃຫ້ຮູ້ວ່າ.
“ພໍ່ເຖົ້າ ແລະ ບັນດາອ້າຍ, ເອື້ອຍ, ນ້ອງໃນຄອບຄົວລ້ວນແຕ່ໄດ້ຮ່ຳໄດ້ຮຽນ ແລະ ໂດຍສືບທອດມູນເຊື້ອຂອງຄອບຄົວ, ຂ້າພະເຈົ້າເອງຈະມານະພະຍາຍາມໃຫ້ຫຼາຍກວ່າ ເພື່ອບໍ່ໃຫ້ພໍ່ເຖົ້າແມ່ເຖົ້າ, ພໍ່ແມ່ຜິດຫວັງ. ຂ້າພະເຈົ້າຈະສືບຕໍ່ນຳສະຫະກອນໃຫ້ພັດທະນາ ແລະ ແນະນຳເລື່ອງລາວການທ່ອງທ່ຽວ ກີນຍາຍ ໃຫ້ນັກທ່ອງທ່ຽວຫຼາຍຄົນໄດ້ຮູ້ຈັກເຖິງ”.
ກໍ່ຍ້ອນມີຄວາມເອົາໃຈໃສ່ເຖິງການຮ່ຳຮຽນ, ສະນັ້ນລະດັບຄວາມຮູ້ຂອງວົງຕະກຸນລ່າ ຈຶ່ງນັບມື້ນັບໄດ້ຮັບການຍົກສູງ, ຊີວິດການເປັນຢູ່ນັບມື້ນັບອີ່ມໜຳສຳລານ. ມາຮອດປະຈຸບັນ, ກວ່າ 100 ຄອບຄົວມີພຽງແຕ່ຄອບຄົວດຽວເທົ່ານັ້ນທີ່ຍັງທຸກຍາກ, ປະຈຸບັນກໍ່ໄດ້ຮັບການຊ່ວຍເຫຼືອ, ໜູນຊ່ວຍເພື່ອສູ້ຊົນໃຫ້ຫຼຸດພົ້ນອອກຈາກຄວາມທຸກຍາກໃນປີນີ້. ນຳໃຊ້ເນື້ອທີ່ໜ້ານ້ຳຈາກໜອງເຂື່ອນໄຟຟ້ານ້ຳຕົກເຊີນລາ, ມີຫຼາຍຄອບຄົວໃນວົງຕະກຸນ ລ່າ ໄດ້ສຸມໃສ່ພັດທະນາການລ້ຽງປາກະຊັງກວ່າ 100 ກະຊັງ, ນຳມາເຊິ່ງລາຍຮັບສູງ; ມີຫຼາຍຄອບຄົວໄດ້ເປັນແບບຢ່າງໃນການຜະລິດ, ດຳເນີນທຸລະກິດເກັ່ງ, ສ້າງລາຍຮັບໄດ້ແຕ່ 200 – 300 ລ້ານດົ່ງ/ປີ ຂຶ້ນໄປ, ມີເງື່ອນໄຂເບິ່ງແຍງດູແລໃຫ້ລູກຫຼານໄດ້ໄປຮ່ຳໄປຮຽນໝົດທຸກຄົນ, ເຂົ້າຮ່ວມບັນດາການເຄື່ອນໄຫວຂອງວົງຕະກຸນ, ຂອງບ້ານ ແລະ ຕາແສງ.
ໃນເຂດທີ່ມີແມ່ນ້ຳກວ້າງໃຫຍ່ໄພສານຂອງ ຈ່ຽງບັ່ງ, ເລື່ອງລາວກ່ຽວກັບວົງຕະກຸນ ລ່າ ທີ່ມັກຮ່ຳມັກຮຽນສືບຕໍ່ໄດ້ເລົ່າຂານກັນມາ, ປະກອບສ່ວນເປັນແຮງບັນດານໃຈໃນການມັກຮໍ່າມັກຮຽນຂອງປະຊາຊົນຊາວເຜົ່າໄທ ຢູ່ເຂດພູສູງ ໄຕບັ໊ກ.