ວົງຕະກຸນເຕົ້າໂຮມກັນໃນໂອກາດບຸນເຕັດເພື່ອປຸກສະຕິກ່ຽວກັບກົກເຄົ້າເຫງົ້າກໍ

(vovworld) –​ ໂດຍ​​ໄດ້​ຮັບ​ການ​ກຳ​ເນີ​ດຢູ່ເຂດ​ບ້ານ​ນາ, ເມື່ອ​ເຕີບ​ໃຫຍ່​ແລ້ວກໍ່​ໄດ້ໄ​ປ​ເຮັດ​ວຽກ​ຢູ່​ເຂດ​​ທີ່ຫ່າງ​ໄກ, ​ແຕ​່​​ເມື່ອຮອດ​ໂອ​ກາດ​​ງານບຸນ, ບຸນ​ປີ​ໃໝ່​ປະ​ຈ​ຳ​ຊາດ (ບຸນ​ເຕັດ) ກໍ​ກັບ​ເມືອ​ບ້ານ, ນັ້ນ​ແມ່ນ​ຈຸດ​ພິ​ເສດສະ​ເພາະ​ຂອງ​ຫຼາຍ​ຄົນ​ທີ່​ພວມ​ດຳ​ລົງ​ຊີ​ວິດ​ຢູ່​ນະ​ຄອນ​ຕ່າງໆ. ​ສຳລັບ​ເຂົາ​ເຈົ້າ​ແລ້ວ, ​ເມື່ອ​ເຕີບ​ໃຫຍ່ເຖິງວ່າ​​ຈະ​ຢູ່​ແຫ່ງ​​ໃດ, ດຳ​ລົງ​ຕຳ​ແໜ່ງ​​ໃດກໍ່ຕາມ, ມູນ​ເຊື້ອ​ຂອງຄອບ​ຄົວ, ວົງ​ຕະ​ກຸນ ແລະ ວັດ​ທະ​ນະ​ທຳ​ໝູ່ບ້ານ, ຕາ​ແສງ​ຍາມ​ໃດ​ກໍ່​ແມ່ນ​ບ່ອນ​ອີງ​ທາງ​ດ້ານ​ຈິດ​ໃຈ​​ໃຫ້​ແກ່​ເຂົາ​ເຈົ້າ​. ​ເມື່ອກັບ​ເມືອ​ບ້ານ​ເກີດ​ເມືອງນອນ ແມ່ນ​ກັບ​​ເມືອຫາ​ກົກ​ເຄົ້າ​ເຫງົ້າກໍ ເພື່ອ​ມີ​ກຳ​ລັງ​ໜູນ ແລະ ເຈດ​ຈຳ​ນົງ​​ຕື່ມ​ອີກ​ແນ​ໃສ່​ພັດ​ທະ​ນາ​ພາ​ລະ​ກິດ​ຂອງ​ຕົນ. ໃນ​ໂອ​ກາດ​ບຸນ​ປີ​ໃໝ່ປະຈຳ​ຊາດ ປີວອກນີ້, ບັນ​ດາ​ຫໍບູ​ຊາ​ວົງ​ຕະ​ກຸນ​ຢູ່​ເຂດ​ບ້ານ​ນາ​ຍິ່ງມີ​ຄວາມ​ອົບ​ອຸ່ນ​​ຂຶ້ນ​ຕື່ມ ຍ້ອນ​ບັນດາສະ​ມາ​ຊິກ​ໃນວົງ​ຕະກຸນທີ່​ດຳລົງ​ຊີວິດ​​ຢູ່​ເຂດ​ຫ່າງ​ໄກ​ໄດ້​ກັບ​ເມືອ​ຕ້ອນ​ຮັບ​ບຸນ​ປີ​ໃໝ່ພ້ອມ​ກັບ​ຄອບຄົວ.

 ວົງຕະກຸນເຕົ້າໂຮມກັນໃນໂອກາດບຸນເຕັດເພື່ອປຸກສະຕິກ່ຽວກັບກົກເຄົ້າເຫງົ້າກໍ - ảnh 1
(ພາບ​ປະ​ກອບ)

ຄື​ດັ່ງ​ປະ​ເພ​ນີ​ທີ່​ໄດ້​ສືບ​ທອດ​ກັນ​ມາ, ເມື່ອຮອດ​​ບຸນ​ປີ​ໃໝ່ ຄອບ​ຄົວ​ອ້າຍ ຫງວຽນ​ວັນ​ຫອກ, ​ທີ່ດຳ​ລົງ​ຊີ​ວິດ​ຢູ່​ຮ່າ​ໂນ້ຍ ​ກໍພາ​ກັນກັບ​​​ເມືອບ້ານ​ເພື່ອ​ອວຍ​ພອນ​​ພໍ່​ແມ່, ຍາດ​ຕິ​ພີ​ນ້ອງ, ກ່ອນ​ອື່ນ​ໝົດ​ແມ່ນ​ຕ້ອງ​​ເຂົ້າ​ຫໍ​ບູ​ຊາ​ວົງ​ຕະ​ກຸນ ຫງວຽນ ຂອງ​ຕົນ​ເສຍ​ກ່ອນ​ເພື່ອຈູດ​ທູບ​ທຽນ​ຖະຫວາຍ​ເຄື່ອງ​ຂອງບ​ູ​ຊາບັນພະ​ບຸລຸດ​ໃນ​ຊຸ​ມມື້​ຕົ້ນ​ລະ​ດ​ູ​ບານ​ໃໝ່. ​ສຳ​ລັບ​ອ້າຍ​ແລ້ວ, ນີ້ແມ່ນ​ການ​ຕອບ​ບຸນ​ແທນ​ຄຸນ ແລະ ກໍ​ແມ່ນ​ວິ​ທີ​ເພື່ອຕັກ​ເຕືອນຕົນ​ເອງ ແລະ ບອກ​ສອນລູກ​ຫຼ​ານບໍ່​ໄດ້ລືມ​​ປະ​ເພ​ນີ ແລະ ຍາມ​ໃດ​ກໍ​ຕ້ອງ​ອວາຍ​ເມືອ​ຫາກົກ​ເຄົ້າ​ເຫງົ້​າກໍ. ເຖິງວ່າ​​​ຈະຄ້າງ​​ຄາ​ກັບວຽກ​ງານ ແລະ ການ​ພົວ​ພັນ​ໃນ​ສັງ​ຄົມຄື​ແນວ​​ໃດກໍ​ຕາມ, ປີ​ໃດ​ອ້າຍ ຫງວຽນ​ວັນ​ຫອກ ກໍ່ດຳ​ເນີນ​ພິ​ທີດັ່ງກ່າວ. ຕາມ​ອ້າຍ​ແລ້ວ, ມູນ​ເຊື້ອ​ຂອງ​ຄອບ​ຄົວ ແລະ ວົງ​ຕະ​ກຸນ​ແມ່ນ​ພື້ນ​ຖານ​​ເພື່ອສ້າງ​​ເປັນມູນ​ເຊື້ອ​ປະ​ເພ​ນີ​ຂອງ​ທ້ອງ​ຖິ່ນ, ບ້ານ, ຕາ​ແສງ. ຖ້າ​ວົງ​ຕະ​ກຸນ​ມີ​ຄວາມ​ເຕີບໃຫຍ່​ເຂັ້ມ​ແຂງ, ​ບ້ານ, ຕາ​ແສງ​ຈຶ່ງເຕີບ​ໃຫຍ່​ເຂັ້ມ​ແຂງ​ໄດ້. ສະ​ນັ້ນ, ແຕ່​ລະ​ຄົນ​ຄວນ​ມ​ີ​ສະ​ຕິ ແລະ ກັບ​ເມືອ​ບ້ານ​ເກີດ​ເມືອງນອນ ແລະ ຄອບ​ຄົວ, ວົງ​ຕະ​ກຸນ ເມື່ອ​ມີ​​ໂອກາດ, ພິ​ເສດ​ແມ່ນ​ໃນ​ໂອ​ກາດ​ບຸນ​ປີ​ໃໝ່​ປະ​ຈຳ​ຊາດ.

“​ຂ້າ​ພະ​ເຈົ້າ​ຄິດ​ວ່າ, ບຸນ​ເຕັດ​ແມ່ນ​ໂອ​ກາດ​ດີ​ທີ່​ສຸດເພື່​ອ​ໃຫ້​ພວກ​ເຮົາ​ກັບ​ຄືນ​​ເມືອ​ຢາມປູ່​ຍ່າ​ຕາ​ຍາຍ, ກົກ​ເຄົ້າ​​ເຫງົ້າກໍ. ນັ້ນ​ແມ່ນ​ໂອ​ກາດ​ເພື່ອ​ໃຫ້​ພວກ​ເຮົາ​ຮູ້ ແລະ ເຂົ້າ​ໃຈ​ກ່ຽວ​ກັບ​ມູນ​ເຊື້ອ​ປ​ະ​ເພນ​ີ​ຂອງ​ວົງ​ຕະ​ກຸນ ກ​ໍ່​ຄື​ວັດ​ທະ​ນະ​ທຳທ້ອງຖິ່ນ​ບ່ອ​ນ​ທີ່​ຕົນ​ກຳ​ເນ​ີດ. ປະ​ຈຸ​ບັນ, ມີ​ເງື່ອນ​ໄຂ​​ທາງ​ດ້ານເສດ​ຖະ​ກິດ​ກວ່າ, ​ໃນ​ໂອກາດ​ບຸນ​ເຕັດຊາວ​ຫວຽດ​ນາມ ບໍ່​ພຽງ​ແຕ່​​​ກິນ​ດື່ມ​ເທົ່າ​ນັ້ນ ຫາກ​​ຍັງ​ລະ​ຫຼິ້ນ​​ອີດ​ດ້ວຍ. ຂ້າ​ພະ​ເຈົ້າ​ຍັງ​ເວົ້າ​ກັບ​ເມຍ, ລູກ​ຂອງ​ຕົນ​ວ່າ ພວກ​ເຮົາ​ຄວນ​ສະຫງວນເວ​ລາກັບ​ເມືອ​ບ້ານ​ເກີດ​ເມືອງ​ນອນ, ຈູດ​ທູບ​ທຽນ​ຢູ່ຫໍ​ບູ​ຊ​າ​ຂອງວົງ​ຕະ​ກຸນ ​​ເພື່ອທັງ​ຂໍ​ໂຊກ​ລາບ ທັງ​ໃຫ້​ລູກ​ຫຼານ​ມີ​ສະ​ຕິ​ ​ມີ​ຄວາມ​ຮູ້​ກ່ຽວ​ກັບ​ວົງ​ຕະ​ກຸນ ແລະ ຄອບ​ຄົວ​​ກວ່າ. ​ ຢາກ​ເຊື່ອມ​ໂຍງ​ເຂົ້າ​ກ​ັບ​ຊີ​ວິດ​ຕົວ​ຈິງນັ້ນ, ກ່ອ​ນ​ອື່ນ​ໝົດ​ຕ້ອງ​ຮູ້​ວ່າ​ເຮົາ​ແມ່ນ​ໃຜ ແລະ ເຮົາ​ກຳ​ເນີດ​ມາ​ຈາກ​ໃສ”.

ໃນ 2 ທົດ​ສະ​ວັດ​ມໍ່ໆ​ມານີ້, ທ່າ​ອ່​ຽງ​ກັບ​ເມືອ​ຫາກ​ົກ​ເຄົ້າ​ເງົ້າ​ກໍ, ບັນ​ດາ​ການ​ເຄື່ອນ​ໄຫວ​ໃນ​ວົງ​ຕະ​ກຸ​ນ​ພວມ​ໄດ້​ຮັບ​ການ​ຟື້ນ​ຟູ. ມີ​ຫໍບູ​ຊາວົງ​ຕະກຸນ​ຫຼາຍ​ຫຼັງ​ໄດ້​ຮັບ​ການ​ບູ​ລະ​ນະ​ປະ​ຕິ​ສັງ​ຂອນ ຫຼື ກໍ່​ສ້າງ​ໃໝ່; ບັນ​ດາ​ບັນ​ຊີ​ວົງ​ຕະ​ກຸ​ນ​ໄດ້​ຮັບ​ການ​ສະ​ສົມ, ຮຽບຮຽງ, ແລະ ​ເຜີຍ​ແຜ່​ໃຫ້​ບັນ​ດາ​ສະ​ມາ​ຊິກ​ໃນ​ວົງ​ຕະ​ກຸນ​ຮັບ​ຮູ້​ຢ່າງກວ້າງ​ຂວາງ; ບັນ​ດາ​ພິທີການບູ​ຊາ​ບັນ​ພະ​ບຸ​ລຸດ​ໄດ້ຮັບ​ການ​ປະ​ຕິ​ບັດ​ຖືກ​ຕາມ​​ປະ​ເພ​ນີ. ພິ​ເສດ​ແມ່ນ​ການ​ສ້າງ​ຕັ້ງ​ຄະ​ນະ​ບໍ​ລິ​ຫານ​ວົງ​ຕະ​ກຸນ ເພື່ອ​ເບິ່ງ​ແຍງ​ເຖິງ​ການ​ຮໍ່​າ​ຮຽນ, ສົ່ງ​ເສີິມ​ການ​ຮ່ຳ​ຮຽນ, ສຶກ​ສາ​​ອົບ​ຮົມມູນ​ເຊື້ອ​ປະ​ເພ​ນີໃ​ຫ້​ລ​ູ​ກ​ຫຼານ. ສິ່ງ​ດັ່ງກ່າວ​ໄດ້​ສ້າງ​ເປັນ​​ຄຸນ​ຄ່າ​ທາງ​ດ້ານ​ຈິດ​ໃຈ ແລະ ວັດ​ຖຸ​ໃຫ້​ບັນ​ດາ​ສະ​ມາ​ຊ​ິກ​​ໃນ​ວົງ​ຕະ​ກຸນ, ກາຍ​ເປັນ​ການ​​ເຄື່ອນ​ໄຫວ​ເພື່ອ​ຜົນ​ປະ​ໂຫຍດ​ລວມ​ໃຫ້​ແກ່​ວົງ​ຕະ​ກຸນ. ຕາ​ມ​ທ່ານ ຫງວຽນ​ວັນ​ຖ​ື, ​ເຈົ້າວົງ​ຕະ​ກຸນ ຫງວຽນ ຢູ່​ແຂວງ ຟຸ໋​ທໍ້ ແລ້ວ, ​ໃນການ​ດຳ​ລົງ​ຊີ​ວິດ​​ປະ​ຈຸ​ບັນ​ຍັງ​ມີ​ຄວາມ​ເປັນ​ຫ່ວງ​ເປັນ​ໄຍ​ຫຼາຍ​ຢ່າງ ແລະ ໃຜໆ​ກໍ່​ຕ້ອງ​ອອກ​ແຮ​ງ​ງານ​ຢ່າງ​ສຸດ​ຂີດ. ເພາະ​ສະ​ນັ້ນ, ແຕ່​ລະ​ຄົນ​ຕ້ອງ​​ເຮັດ​ແນວ​ໃດ​ເພື່ອ​ບັນ​ເທົາ​ຄວາມ​ອິດ​ເມື່ອຍ. ​ແລະ ບ້ານ​ເກີດ​ເມືອງ​ນອນ​, ຫໍ​ບູ​ຊ​າ​ວົງ​ຕະ​ກຸນຈະ​ເປັນ​ສະ​ຖານ​ທີ່​ແຫ່ງ​ຈິດ​ວິນ​ຍານ, ໃກ້​ຊິດ​ສະ​ໜິດ​ສະ​ໜົມ​ທີ່​ສຸດ​ເພື່ອ​​ໃຫ້ເຂົາ​ເຈົ້າ​ກັບ​ຄືນ​ເມືອ. ທ່ານ ຫງວຽນ​ວັນ​ຖື ໃຫ້​ຮູ້​ວ່າ.

“ຂ້າ​ພະ​ເຈົ້າ​ຢືນ​ຢັນ​ວ່າ, ສຳ​ລັບ​ຊາວ​ຫວຽດ​ນາມ, ສິ່ງ​ທີ່ເຮັດ​ໃຫ້​ເຂົາ​ເຈົ້າ​ມີ​ສະຕິ​ກຸສົນ ​ແລະ ຄິດ​ຫາ​ກົກ​ເຄົ້າ​​ເຫງົ້າກໍ​​ ນັ້ນ​ແມ່ນ​ການເຊື່ອ​ຖື​ບູ​ຊາ​ບັນ​ພະ​ບຸ​ລຸດ, ກໍ​ຄືວັດ​ທະ​ນ​ະ​ທຳ​ວົງ​ຕະ​ກຸນ. ເມື່ອບູ​ຊາ​ບັນພະບຸລຸດ ຫຼື ​​ເມື່ອບຸນ​ເຕັດວຽນ​ມາ, ​ເວລາຢືນ​ຢູ່​ຕໍ່​ໜ້າ​ແທ່ນບູ​ຊາ​ບັນ​ພະ​ບຸ​ລຸດ​​ໃນ​ຫໍ​ບູ​​ຊ​າ​ຂອງວົງ​ຕະ​ກຸນ, ໃຜໆ​ກໍ່​ຮູ້​ສຶກ​ໄດ້​ສິ່ງ​ທີ່ສັກ​ສິດ​ຂອງ​ການ​ພົວ​ພັນ​ໃນ​ວົງ​ຕະ​ກຸນ “ກິນ​ເຂົ້າ​ຄິດ​ຮອ​ດ​ຄຸນ​ນາ, ກິນ​ປາ​ຄິດ​ຮອດ​ຄຸນ​ນ້ຳ” ​ແລະເອກ​ອ້າງ​ຖະ​ນົງ​ໃຈ​ທີ່​ສຸດ. ດັ່ງ​ນັ້ນ​ມີ​ຫຼາຍ​ຄົນ​ໃນ​ວົງ​ຕະກຸນເມື່ອ​ໄປ​ປະຕິບັດ​ງານ​ຢູ່​ຫ່າງ​ໄກບໍ່​ສາ​ມາດ​ກັບ​​ເມືອບ້ານ​ເກີດ​ເມືອງ​ນອນ​ໄດ້ກໍ່​ສົ່ງ​ເຄື່ອງ​ຂອງ​ມາ​ເພື່ອບູ​ຊາ​ບັນພະ​ບຸລຸດ​ໃນ​ໂອກາດ​ບຸນ​ເຕັດ”.


 ວົງຕະກຸນເຕົ້າໂຮມກັນໃນໂອກາດບຸນເຕັດເພື່ອປຸກສະຕິກ່ຽວກັບກົກເຄົ້າເຫງົ້າກໍ - ảnh 2
(ພາບ​ປະ​ກອບ)

ໃນ​ສະ​ພາບ​ພົວພັນແລກປ່ຽນວັດ​ທະ​ນະ​ທຳ​ຄື​ປະ​ຈຸ​ບັນ, ທ່າ​ອ່​ຽງ​ຫຼົງ​ລືມກົກ​ເຄົ້າ​​ເຫງົ້າ​ກໍ​ພວມ​ແມ່ນ​ໄພ​ອັ​ນ​ຕະ​ລາຍ, ພິ​ເສດ​ແມ່ນສຳລັບ​ລຸ້ນ​ໜຸ່ມ, ເລ​ື່ອງ​ຟື້ນ​ຟູວັດ​ທະ​ນະ​ທຳ​ວົງ​ຕະ​ກ​ຸນ​ຄື​ນ​ໃໝ່​ແມ່ນ​ມີ​ຄວາມ​ໝາຍ​ທີ່​ສຸດ. ​​ແທ່ນບ​ູ​ຊ​າ​ໃນ​​ແຕລະຄອບ​ຄົວ, ວົງ​ຕະ​ກຸນ​ແມ່ນ​ບ່ອນສຶກ​ສາ​, ສັ່ງສອນໃຫ້​ລູກ​ຫຼານ​ໃນ​ວົງ​ຕະ​ກຸນ, ໃນ​​ບ້ານ​​​​​ໃຫ້ເປັນ​ຄົນ​ດີ​ໃນ​ສັງ​ຄົມ​. ​ຕາມ​ອ້າຍ ຫງວຽນ​ວັນ​ຫອກ ແລ້ວ, ​ການ​​ເຄື່ອນ​ໄຫວ​ທັງ​ໝົດ​ໃນ​ວົງ​ຕະກຸນຈະ​ເປັນ​ການ​ເຊື່ອມ​ຕໍ່ ​ບັນ​ດາ​ສະ​ມາ​ຊິກ​​ໃນ​​ວົງ​ຕະ​ກຸນ​​​ໃຫ້ມ​ີ​ຄວາມສາ​ມັກ​ຄີ​, ຊ່ວຍ​ເຫຼືອ​ເຊິ່ງ​ກັນ ແລະ ກັນ ນັບ​ທັງ​ທາງ​ດ້ານ​ວັດ​ຖຸ ແລະ ຈິດ​ໃ​ຈ ເພື່ອ​ຮັບ​ປະ​ກັນ​ສະ​ຖຽນ​ລະ​ພາບ ແລະ ​ ພັດ​ທະ​ນາ​ຊີ​ວິດ​ການ​ເປັນ​ຢູ່.

“ປະ​ຊາ​ຊົນ​ຮັ່ງ​ມີ​ປະ​ເທດ​ຊາດ​ຈ​ຶ່ງ​ເຂັ້ມ​ແຂງ​ໄດ້. ສະ​ນັ້ນ, ປະ​ຊາ​ຊົນ​ແຕ່​ລະ​ຄົນ​ຄວນ​ມີ​​ສະ​ຕິທີ່​ດີກ່ຽວ​ກັບ​ວົງ​ຕະ​ກຸນ​ຂອງ​ຕົນ​, ຖ້າ​ປະ​ຕ​ິ​ບັດ​ໄດ້​ຄື​ແນວນັ້ນຈຶ່ງ​ມີສະ​ຕິ​​ທີ່ດີ​ກ່​ຽ​ວ​ກັບ​ປະ​ເທ​ດ​ຊາດ. ສະ​ນັ້ນ, ​ເມື່ອ​​ເປັນ​ສະມາຊິກໃນ​ວົງ​ຕະ​ກຸນ, ເຮົາ​ຕ້ອງ​ມີຄວາມຮັບ​ຜິດ​ຊອບ​ຕໍ່ວົງ​ຕະ​ກຸນ​ຂອງ​ຕົນ​, ຕ້ອງ​ຮູ້​ບັນ​ພະ​ບຸ​ລຸດ​ຂອງ​ຕົນແມ່ນ​ໃຜ, ຕ້ອງ​ເຄົາ​ລົບ​ບູ​ຊາ​ໃນ​ມື້​ໃດ, ວັນ​ໃດ. ພິ​ເສດ, ວັດທະນະທຳ​ວົງ​ຕະກຸນ, ການ​ເຕົ້າ​ໂຮມ​ລູກ​ຫຼານ​ທຸກ​ຄົນໃນ​ບຸນ​ເຕັດຈະ​ແມ່​ນ​ພື້ນ​ຖານ​ເພື່ອ​ໃຫ້​ເຂົາ​ເຈົ້​າ​ມີ​ສະ​ຕ​ິ​ກ່ຽວ​ກັບ​ປະ​ເທດ​ຊາດກວ່າ”.

ວັດ​ທະ​ນະ​ທຳ​ວົງ​ຕະ​ກຸນ​​ແມ່ນພື້ນຖານ​ຂອງວັດ​ທະ​ນະ​​ທຳ​ຊົນ​ນະ​ບົດ​ຫວຽດ​ນາມ. ບຸນ​ເຕັດ​ແມ່ນ​ໂອ​ກາດ​ເຕົ້າ​ໂຮມ​ກັນ, ເຊີດ​ຊູ ແລະ ສຶກ​ສາ​ອົບ​​ໂຮມ​ວັດ​ທະ​ນະ​ທຳ​ວົງ​ຕະ​ກຸນ​ໃນ​ປະ​ຊາ​ຄົມ. ວັດ​ທະ​ນະ​ທຳ​ວົງ​ຕະ​ກຸນ​ມີ​ຜົນ​ສະ​ທ້ອນ​​ຢ່າງໃຫຍ່​ຫຼວງ​ເຖິງ​ການ​ດຳ​ລົງ​ຊີ​ວິດ ເມື່ອ​ມັນ​ເປັນບ່ອນ​ອີງ​ທາງ​ດ້ານ​ຈິດ​ໃຈ​ທີ່​ຂາດບໍ່​ໄດ້​ໃນ​ແນວ​ຄິດ​ຂອງ​ແຕ່​ລະ​ຄົນ. ນັບ​ພັນ​ປີ​ມານີ້, ວັດ​ທ​ະ​ນະ​ທຳ​ວົງ​ຕະ​ກຸນ​ແມ່ນ​ປັດ​ໃຈ​ສ້າງ​ເປັນວັດ​ທະ​ນະ​ທຳ​ໝູ່​ບ້ານ, ​ປະ​ກອບ​ສ່ວນ​ເຮັດ​ໃຫ້​ບັນ​ດາ​ຄຸນ​ຄ່າ​ວັດ​ທະ​ນະ​ທຳ​ຫວຽດ​ນາມ ອຸ​ດົມ​ສົມ​ບູນ​ຂຶ້ນ​ຕື່ມ.

​​ການຖະ​ຫວາຍທູບ​ທຽນ​ຢູ່​ຫໍບູ​ຊາ​ວົງ​ຕະ​ກຸນ​ໃນ​ໂອ​ກາດ​ບຸນ​ປີ​ໃໝ່ ແມ່ນ​ສານ​ວັດ​ທະ​ນະ​ທຳ​ຂອງ​ບັນ​ດາ​ລູກ​ຫຼານ​ທີ່​ຢູ່​ຫ່າງ​ໄກ​ຈາກ​ບ້ານ​ເກີດ​ເມືອງນອນ​ເວົ້າ​ສະ​ເພາະ, ​ແລະຊາວ​ຫວຽດ​ນາມ ເວົ້າ​ລວ​ມ; ​ບ້ານຄົງ​ຕົວ​ປະ​ເທດ​ຊາດກໍ່​ຄົງ​ຕົວ​ເຊັ່ນ​ກັນ. ສະ​ຕິ​​ກ່ຽວ​ກັບ​ກົກ​ເຄົ້າ​​ເຫງົ້າ​ກໍ, ​ແລະກວ້າງ​ໄ​ປກວ່ານັ້ນ​ແມ່ນ​ສະ​ຕິ​ກ່ຽວ​ກັບ​ປະ​ເທດ​ຊາດ ຍາມ​ໃດ​ກໍ່​ຝັງ​ເລິກ​ໃນ​​ຈິດໃຈ​ຂອງ​ຊາວ​ຫວຽດ​ນາມ ແຕ່​ລະ​ຄົນ ໃນ​ທຸກ​ວັນ​ນີ້.

ຂ່າວ/ບົດ​ອື່ນ