ຕາແສງຊອງເຟື້ອງ, ເມືອງດານເຟື້ອງ ແມ່ນໜຶ່ງໃນບັນດາຕາແສງນຳໜ້າໃນການກໍ່ສ້າງຊົນນະບົດໃໝ່ຢູ່ຊານນະຄອນຮ່າໂນ້ຍ. ຈຸດພົ້ນເດັ່ນທີ່ສຸດຢູ່ຊອງເຟື້ອງ ນັ້ນແມ່ນເສັ້ນທາງໃນຕາແສງ, ໃນຮ່ອມບ້ານລ້ວນແຕ່ໄດ້ຮັບການກໍ່ສ້າງດ້ວຍເບຕົງ, ທັງກວ້າງຂວາງ, ສະອາດ ແລະ ສວຍງາມ. ແຕ່ສິ່ງທີ່ສ້າງຄວາມປະທັບໃຈກວ່ານັ້ນແມ່ນພື້ນຖານກະສີກຳເຕັກໂນໂລຢີສູງທີ່ພວມໄດ້ຮັບການສ້າງຂຶ້ນຢູ່ທີ່ນີ້. ທົ່ງດອກໄມ້ບ້ານທາບ ແລະ ບ້ານທູເກວ໋ ແມ່ນກວ້າງໃຫຍ່ທີ່ສຸດ. ປ້າ Ta Thi Hai, ຮອງຫົວໜ້າສະຫະກອນກະສີກຳຊອງເຟື້ອງ ໃຫ້ຮູ້ວ່າ: ທາງຕາແສງໄດ້ປະຕິບັດສຳເລັດການລວມດິນປູກຝັງ, ປ່ຽນໃໝ່ຜົນລະປູກກ່ອນນີ້ຫຼາຍປີແລ້ວ. ປະຈຸບັນ, ແຕ່ລະຄອບຄົວມີທົ່ງດິນກວ້າງນັບພັນຕາລາງແມັດພຽງໜຶ່ງ, ສອງພັ້ນເທົ່ານັ້ນ. ນີ້ແມ່ນເງື່ອນໄຂສະດວກເພື່ອກໍ່ສ້າງຮູບແບບປູກດອກໄມ້ບັນລຸມາດຖານສູງ. ແລະ ຮູບແບບປູກດອກໄມ້ນີ້ໄດ້ສ້າງມູນຄ່າຫຼາຍທົບຮ້ອຍເທົ່າ ເມື່ອທຽບໃສ່ການປູກເຂົ້າ, ເມື່ອຫັນເນື້ອທີ່ປູກເຂົ້າທີ່ໃຫ້ສະມັດຕະພາບຕຳ່ໄປສູ່ການປູກຜັກສະອາດກໍ່ສາມາດສ້າງລາຍຮັບສູງທົບ 7, 8 ເທົ່າ ເມື່ອທຽບໃສ່ການປູກເຂົ້າ. ເພື່ອໄດ້ຮັບໝາກຜົນຄືດັ່ງກ່າວ, ແມ່ນຕ້ອງມີຂະບວນການຂົນຂວາຍ, ເພາະວ່າຊາວກະສີກອນໄດ້ມີຄວາມຊິນເຄີຍກັບວິທີການປູກຝັງເດີມ.. ດັ່ງນັ້ນການຂົນຂວາຍບໍ່ແມ່ນເລື່ອງງ່າຍ. ທ່ານ Chu Duc Tri ເລຂາຄະນະພັກເມືອງຮ່ວາຍດຶກ, ໃຫ້ຮູ້ວ່າ:
”ຄວາມຫຍຸ້ງຍາກທີ່ສຸດສຳຫຼັບພວກຂ້າພະເຈົ້ານັ້ນແມ່ນເລື່ອງລວມດິນປູກຝັງ, ປ່ຽນໃໝ່ຜົນລະປູກໄດ້ກະທົບໂດຍກົງເຖິງສິດຜົນປະໂຫຍດ ຂອງຊາວກະສີກອນ, ໂດຍສະເພາະແມ່ນບັນດາຄອບຄົວທີ່ມີທົ່ງນາທັງງາມ, ທັງຢູ່ໃກ້ໆ. ດັ່ງນັ້ນການຂົນຂວາຍເຂົາເຈົ້າຈຶ່ງແມ່ນຂະບວນວິວັດທີ່ຫຍຸ້ງຍາກ”.
ເພື່ອປະຕິບັດໂຄງການຈຸດໝາຍແຫ່ງຊາດກ່ຽວກັບການກໍ່ສ້າງຊົນນະບົດໃໝ່ນັ້ນ, ແມ່ນຕ້ອງວາງແຜນກຳນົດກ່ອນ ແລະ ນີ້ແມ່ນເງື່ອນໄຂທຳອິດເພື່ອກໍ່ສ້າງຊົນນະບົດໃໝ່. ໃນນັ້ນເລື່ອງຂົນຂວາຍປະຊາຊົນພ້ອມກັນປຶກສາຫາລືກ່ຽວກັບການລວມດິນປູກຝັງ, ປ່ຽນໃໝ່ຜົນລະປູກ, ສ້າງເງື່ອນໄຂໃຫ້ແກ່ການນຳໃຊ້ວິທະຍາສາດ, ເຕັກນິກທີ່ກ້າວໜ້າ, ກ້າວໄປເຖິງພື້ນຖານກະສີກຳຜະລິດເປັນສິນຄ້າທີ່ມີມູນຄ່າເສດຖະກິດສູງ, ປະກອບ ສ່ວນປົກປັກຮັກສາສິ່ງແວດລ້ອມ ແລະ ພັດທະນາແບບຍືນຍົງ. ຄວາມຈິງໄດ້ສະແດງໃຫ້ເຫັນວ່າ, ບັນຫາສຳຄັນກວ່າໝູ່ໃນການລວມດິນປູກຝັງ, ປ່ຽນໃໝ່ຜົນລະປູກ, ກໍ່ສ້າງຊົນນະບົດໃໝ່ນັ້ນ ຍັງຄົງແມ່ນສະຕິຄວາມຮັບຮູ້ຂອງປະຊາຊົນ. ຊາວກະສີກອນເອງແມ່ນຜູ້ທີ່ຍົກອອກການເລືອກເຟັ້ນດີທີ່ສຸດ, ມີປະສິດທິຜົນທີ່ສຸດຢູ່ເຂດດິນຂອງຕົນ. ແຕ່ຢາກເຮັດໄດ້ຄືແນວນັ້ນ, ລັດຕ້ອງກຳນົດທິດ ແລະ ຊີ້ນຳນຳພາຂັ້ນເມືອງ, ຕາແສງເປັນແບບຢ່າງນຳໜ້າໃນການຂົນຂວາຍ. ທ່ານ Le Thiet Cuong, ຫົວໜ້າກົມພັດທະນາຊົນນະບົດຮ່າໂນ້ຍ, ຖືວ່າ:
”ໃນການລວມດິນປູກຝັງ, ປ່ຽນໃໝ່ຜົນລະປູກນັ້ນ, ເມື່ອແບ່ງດິນປູກຝັງຄືນໃໝ່ອາດຈະມີບາງຄອບຄົວຕ້ອງຮັບດິນປູກຝັງຢູ່ເຂດຫ່າງໄກສອກຫຼີກ, ເວລານັ້ນຈະເກີດການໂຕ້ຖຽງກັນໃນໝູ່ປະຊາຊົນ. ຖ້າຫາກພະນັກງານເປັນແບບຢ່າງບໍ່ເຫັນແກ່ຜົນປະໂຫຍດສ່ວນຕົວແມ່ນຈະປະຕິບັດໄດ້”.
ຄວາມຈິງຢູ່ຕາແສງເຮີບແທງ, ເມືອງມີ້ດຶກ ກໍ່ສະແດງໃຫ້ເຫັນວ່າ, ເມື່ອມີແຜນນະໂຍບາຍຖືກຕ້ອງ, ປະຊາຊົນເຫັນດີເຫັນພ້ອມນັ້ນ, ບັນດາວຽກງານທີ່ຫຍຸ້ງຍາກຄືການແບ່ງດິນປູກຝັງກໍ່ກາຍເປັນວຽກງານທີ່ງ່າຍດາຍ.
ໃນ 2 ກວ່າປີທີ່ຜ່ານມາ, ນະຄອນຮ່າໂນ້ຍ ໄດ້ຕັ້ງໜ້າຜັນຂະຫຍາຍການກໍ່ສ້າງຮູບແບບຊົນນະບົດໃໝ່ຢູ່ບັນດາເມືອງຊານກຳແພງນະຄອນ. ພ້ອມກັບຕາແສງຖູ້ຍເຮືອງ (ເມືອງເຈືອງມີ້) ເຊິ່ງແມ່ນຕາແສງທີ່ຄະນະຊີ້ນຳການກໍ່ສ້າງຊົນນະບົດໃໝ່ສູນກາງເລືອກເປັນຕາແສງປະຕິບັດທົດລອງນັ້ນ, ບັນດາຕາແສງຄື: ດ້າຍອ໋າງ (ເມືອງແທງຈີ່), ຊອງເຟື້ອງ (ເມືອງດ້າຍເຟື້ອງ) ແລະ ມາຍດິ່ງ (ເມືອງຊອກເຊີນ) ກໍ່ແມ່ນບັນດາຕາແສງປະຕິບັດທົດລອງຂອງນະຄອນ, ພ້ອມກັນນັ້ນ, ບັນດາເມືອງອື່ນໆກໍ່ລ້ວນແຕ່ຕັ້ງໜ້າຜັນຂະຫຍາຍການກໍ່ສ້າງຊົນນະບົດໃໝ່. ມາຮອດປະຈຸບັນ, ເມືອງຖູ້ຍເຮືອງ ໄດ້ປະຕິບັດສຳເລັດ 18/19 ມາດຖານກ່ຽວກັບການກໍ່ສ້າງຊົນນະບົດໃໝ່ແລ້ວ, ໃນນັ້ນການເຕີບໂຕທາງດ້ານເສດຖະກິດບັນລຸ 23%, ລາຍຮັບສະເລ່ຍໃສ່ຫົວຄົນບັນລຸ 21 ລ້ານດົ່ງ/ຄົນ/ປີ (ເພີ່ມຂຶ້ນທົບ 2 ເທົ່າເມື່ອທຽບໃສ່ປີ 2009). ໂຄງປະກອບເສດຖະກິດຫັນປ່ຽນຕາມທິດຕັ້ງໜ້າ, ເພີ່ມທະວີດ້ານການຄ້າ, ການບໍລິການ, ອຸດສາຫະກຳ, ການກໍ່ສ້າງ, ຫຼຸດຜ່ອນດ້ານກະສີກຳ, ປ່າໄມ້, ການຫາປາ. ດ້ວຍບັນດາໝາກຜົນທີ່ບັນລຸໄດ້ໃນເບື້ອງຕົ້ນນັ້ນ, ຮ່າໂນ້ຍ ສູ້ຊົນເຖິງປີ 2012 ຈະປະຕິບັດສຳເລັດການລວມດິນປູກຝັງ, ປ່ຽນໃໝ່ຜົນລະປູກ, ເພື່ອເປັນພື້ນຖານໃຫ້ແກ່ການຍົກສູງຄຸນຄ່າຂອງເນື້ອທີ່ດິນປູກຝັງ. ພ້ອມກັບບັນດາທ້ອງຖີ່ນອື່ນໆໃນທົ່ວປະເທດ, ຂະບວນການລວມດິນປູກຝັງ, ປ່ຽນໃໝ່ຜົນລະປູກຢູ່ຮ່າໂນ້ຍ ພວມແມ່ນຂະບວນການທີ່ສຳຄັນ, ແລະ ໝາກຜົນໃນເບື້ອງຕົ້ນຈະແມ່ນກຳລັງໜູນເພື່ອແຜ່ຂະຫຍາຍໄປຍັງຫຼາຍທ້ອງຖີ່ນໃນທົ່ວປະເທດ.