ໄລ່ມາຮອດປະຈຸບັນ, ໃນທົ່ວປະເທດມີກວ່າ 1.760 ຕາແສງບັນລຸມາດຖານຊົນນະບົດໃໝ່ ພ້ອມກັບ 17 ເມືອງໄດ້ຮັບການຮັບຮອງວ່າ ບັນລຸມາດຖານຊົນນະບົດໃໝ່. ໃນຄວາມຈິງໄດ້ຊີ້ໃຫ້ເຫັນວ່າ, ບັ້ນຂົນຂວາຍກໍ່ສ້າງຊົນນະບົດໃໝ່ໄດ້ປະກອບສ່ວນຍົກສູງການຊີວິດດ້ານວັດຖຸ ແລ ຈິດໃຈຂອງປະຊາຊົນ, ປ່ຽນແປງໂສມໜ້າຂອງຊົນນະບົດ. ທ່ານ ຫງວຽນແອງກຽດ, ຜູ້ຕາງໜ້າໃຫ້ປະຊາຊົນແຂວງ ດົ່ງທາບ, ເຊິ່ງແມ່ນ 1 ໃນຈຳນວນແຂວງທີ່ນຳໜ້າໃນຂະບວນການກໍ່ສ້າງຊົນນະບົດໃໝ່ຢູ່ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ຫວຽດນາມ ຢືນຢັນວ່າ: ໂຄງການກໍ່ສ້າງຊົນນະບົດໃໝ່ແມ່ນແຜນນະໂຍບາຍທີ່ຖືກຕ້ອງຂອງພັກ ແລະ ລັດ, ຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງປະຊາຊົນເປັນຈຳນວນຫຼວງຫຼາຍ ແລະ ກໍ່ແມ່ນແຜນນະໂຍບາຍທີ່ເໝາະສົມກັບຈິດໃຈຂອງປະຊາຊົນນຳອີກ. ແຂວງໄດ້ມີ 27 ຕາແສງໄດ້ຮັບການຮັບຮອງວ່າບັນລຸມາດຖານຊົນນະບົດໃໝ່. ໃນໄລຍະ 5 ປີຜ່ານມາ, ແຂວງ ດົ່ງທາບ ລະດົມທຶນໄດ້ກວ່າ 33.500 ຕື້ດົງເພື່ອລົງທຶນປະຕິບັດໂຄງການ, ໃນນັ້ນກວ່າ 700 ຕື້ດົ່ງແມ່ນໂດຍປະຊາຊົນປະກອບສ່ວນດ້ວຍຄວາມສະໝັກໃຈ. ຜ່ານນັ້ນ, ໂສມໜ້າຊົນນະບົດໃນທົ່ວແຂວງໄດ້ຮັບການປ່ຽນແປງ ຢ່າງຕັ້ງໜ້າ. ທ່ານ ຫງວຽນແອງກຽດ, ປະຊາຊົນເມືອງ ແທງບິ່ງ ໃຫ້ຮູ້ວ່າ.
“ການກໍ່ສ້າງຊົນນະບົດໃໝ່ໄດ້ເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນມີການປ່ຽນແປງ. ການຜະລິດ, ພັດທະນາເສດຖະກິດມີການປ່ຽນແປງໃໝ່, ບັນດາລະບອບລະບຽບການ, ຊີວິດທາງດ້ານວັດທະນະທຳກໍມີຄວາມກ້າວໜ້າຫຼາຍຢ່າງ. ຜ່ານນັ້ນ, ປະຊາຊົນໄດ້ມີການພົບປະແລກປ່ຽນ, ຮ່ຳຮຽນ. ຈາກນັ້ນໄດ້ຊີ້ໃຫ້ເຫັນວ່າ, ປະຊາຊົນຕ້ອງມີຄວາມເຂົ້າໃຈ ແລະ ປະຕິບັດໜ້າທີ່ຂອງຕົນເພື່ອພ້ອມກັບອຳນາດການປົກຄອງກໍ່ສ້າງ”.
ທ່ານ ຫງວຽນມິງຕຽນ, ຫົວໜ້າກົມ, ຫົວໜ້າຫ້ອງການປະສານງານໂຄງການກໍ່ສ້າງຊົນນະບົດໃໝ່ສູນກາງ, ກະຊວງກະສີກຳ ແລະ ພັດທະນາຊົນນະບົດ ໃຫ້ຮູ້ວ່າ, ການຂົນຂວາຍບໍ່ພຽງແຕ່ບັນລຸໄດ້ຄາດໝາຍຂອງໂຄງການກ່ຽວກັບຈຳນວນຕາແສງບັນລຸໄດ້ມາດຖານໂດຍພື້ນຖານເທົ່ານັ້ນ ຫາກສິ່ງສຳຄັນກວ່າແມ່ນມັນໄດ້ກະກຽມໃຫ້ແກ່ບາດກ້າວພັດທະນາກະໂດດຂັ້ນກ່ຽວກັບຄຸນນະພາບ ດ້ວຍການປະກົດຮູບແບບຊົນນະບົດໃໝ່ຢູ່ຂັ້ນເມືອງ ໃນຫຼາຍທ້ອງຖິ່ນຂອງທົ່ວປະເທດອີກດ້ວຍ. ເພື່ອປະຕິບັດສິ່ງດັ່ງກ່າວໃຫ້ໄດ້, ອຳນາດການປົກຄ້ອງທ້ອງຖິ່ນທຸກຂັ້ນ ກໍຄືສູນກາງ ຕ້ອງຖອດຖອນບົດຮຽນໃນວິວັດການປະຕິບັດ ກໍຄືການປັບປຸງບັນດາມາດຖານກໍ່ສ້າງຊົນນະບົດໃໝ່ຢູ່ແຕ່ລະທ້ອງຖິ່ນ. ທ່ານ ຫງວຽນມິງຕຽນ ໃຫ້ຮູ້ວ່າ.
“ພວກເຮົາຍັງບໍ່ທັນເອົາໃຈໃສ່ຢ່າງເໝາະສົມ ແລະ ບໍ່ເປັນເຈົ້າການໃນການເປັນເສນາທິການຊີ້ນຳ ກໍຄືໃນການຈັດຕັ້ງຜັນຂະຫຍາຍບັນດາເນື້ອໃນສຳຄັນທີ່ສຸດ ຫຼື ບັນດາຮູບແບບພັດທະນາການຜະລິດຕາມທິດເຊື່ອມຕໍ່ລະບົບມູນຄ່າ. ພິເສດແມ່ນບັນຫາປົກປັກຮັກສາສິ່ງແວດລ້ອມ, ຈຳກັດສິ່ງເສດເຫຼືອ, ບຳບັດນ້ຳເສຍ”.
ເພື່ອຮັບປະກັນລັກສະນະເປັນໄປໄດ້ໃນການປະຕິບັດຄາດໝາຍຂອງໂຄງການນັ້ນ, ລັດຖະບານພວມສົ່ງເສີມທ້ອງຖິ່ນຕ່າງໆສູ້ຊົນບັນລຸມາດຕະຖານໃຫ້ເໝາະສົມກັບຄວາມສາມາດ ແລະ ເງື່ອນໄຂເສດຖະກິດ. ຄະນະຊີ້ນຳສູນກາງກ່ຽວກັບການກໍ່ສ້າງຊົນນະບົດໃໝ່ ກໍໄດ້ສະເໜີຄາດໝາຍສູ້ຊົນບັນລຸມາດຕະຖານເຖິງປີ 2020 ຢ່າງລະອຽດໃຫ້ບັນດາທ້ອງຖິ່ນ. ໃນນັ້ນ, ຍູ້ແຮງບັນດາມາດຕະການແກ້ໄຂເພື່ອສ້າງກຳລັງໜູນໃຫ້ບັນດາຕາແສງປະສົບກັບຄວາມຫຍຸ້ງຍາກເປັນພິເສດບືນຕົວຂຶ້ນ, ຮັດແຄບຊ່ອງຫວ່າງລະຫວ່າງບັນດາເຂດ, ພາກ; ສຸມໃສ່ພັດທະນາຕາມລະບົບມີກົນໄກຈັດແບ່ງ, ກວດກາ ແລະ ຕິດຕາມບັນດາແຫຼ່ງທຶນໃນການປະຕິບັດໂຄງການ. ທ່ານ ຫງວຽນມິງຕຽນ, ຫົວໜ້າກົມ, ຫົວໜ້າຫ້ອງການປະສານງານໂຄງການກໍ່ສ້າງຊົນນະບົດໃໝ່ສູນກາງ, ກະຊວງກະສີກຳ ແລະ ພັດທະນາຊົນນະບົດ ຖືວ່າ: ຕ້ອງຍົກສູງກຳລັງຄວາມສາມາດກ່ຽວກັບການກໍ່ສ້າງຊົນນະບົດໃໝ່ຢູ່ອຳນາດການປົກຄອງທຸກຂັ້ນ ກໍຄືໃນໝູ່ປະຊາຊົນກວ່າອີກ.
“ໃນໄລຍະຈະມາເຖິງ, ລັດຖະບານໃຫ້ບຸລະມະສິດເພີ່ມທະວີກຳລັງຄວາມສາມາດໃນການກໍ່ສ້າງຊົນນະບົດໃໝ່ທຸກຂັ້ນ, ພິເສດແມ່ນຂັ້ນເມືອງ, ຂັ້ນຕາແສງ ແລະ ບ້ານ. ມຸ່ງໄປເຖິງເລື່ອງບໍ່ພຽງແຕ່ເພີ່ມທະວີກຳລັງຄວາມສາມາດໃນລະບົບອຳນາດການປົກຄອງເທົ່ານັ້ນ, ຫາກຍັງເປີດກວ້າງການສຶກສາອົບຮົມກ່ຽວກັບຊົນນະບົດໃໝ່ເຖິງບັນດາຫົວໜ້າສະຫະກອນ, ເຈົ້າຂອງຟາມ, ເຈົ້າກົກເຂົ້າເຫຼົ່າ, ນາຍບ້ານ, ບັນດາຜູ້ມີອິດທິພົນຊື່ສຽງອີກດ້ວຍ. ນັ້ນຈຶ່ງແມ່ນຖັັນແຖວເຂົ້າຮ່ວມການກໍ່ສ້າງຊົນນະບົດໃໝ່ຢ່າງແທ້ຈິງ. ປະຈຸບັນ, ພວກຂ້າພະເຈົ້າພວມຂໍຄຳເຫັນຂອງຄະນະປະຈຳພາແຫ່ງຊາດ ເພືຶ່ອເປີດກວ້າງການກໍ່ສ້າງກຸ່ມເປົ້າໝາຍນີ້”.
ໃນໄລຍະ 2016 – 2020, ຄາດໝາຍລະອຽດແມ່ນສູ້ຊົນເພື່ອໃຫ້ 50% ຈຳນວນຕາແສງໃນທົ່ວປະເທດບັນລຸມາດຖານຊົນນະບົດໃໝ່; ແຕ່ລະແຂວງ, ນະຄອນຂຶ້ນກັບສູນກາງ ຢ່າງໜ້ອຍສຸດມີເມືອງໜຶ່ງບັນລຸມາດຖານຊົນນະບົດໃໝ່. ພ້ອມກັບເລື່ອງສືບຕໍ່ປັບປຸງບັນດາກົນໄກ, ນະໂຍບາຍໃຫ້ສຳເລັດ, ລັດຖະບານຈະສືບຕໍ່ຍູ້ແຮງວຽກງານໂຄສະນາ, ຍົກສູງຄວາມຮັບຮູ້ໃຫ້ພະນັກງານ ແລະ ຊາວກະສິກອນ; ຍົກສູງຄຸນນະພາບບັນດາຂະບວນການແຂ່ງຂັນກໍ່ສ້າງຊົນນະບົດໃໝ່ ເພື່ອໃຫ້ບັ້ນຂົນຂວາຍນີ້ຮັບໃຊ້ປະຊາຊົນ, ໂດຍປະຊາຊົນ ແລະ ເພື່ອປະຊາຊົນຢ່າງແທ້ຈິງ.