(vovworld) – ພາຍຫຼັງ 3 ປີແຫ່ງການປະຕິບັດໂຄງການກໍ່ສ້າງຊົນນະບົດໃໝ່, ໂສມໜ້າເຂດຊົນນະບົດຢູ່ຫວຽດນາມ ໄດ້ມີການປ່ຽນແປງຫຼາຍຢ່າງ. ສິ່ງດັ່ງກ່າວແມ່ນມີການປະກອບສ່ວນຢ່າງໃຫຍ່ຫຼວງຂອງສະມາຄົມຊາວກະສີກອນທຸກຂັ້ນ. ດ້ວຍການປະຕິບັດມະຕິສູນກາງຄັ້ງທີ 7 ຊຸດທີ 10 ກ່ຽວກັບກະສີກຳ, ຊາວກະສີກອນ, ຊົນນະບົດ, ສະມາຄົມຊາວກະສີກອນທຸກຂັ້ນສືບຕໍ່ປ່ຽນໃໝ່ເນື້ອໃນ, ຮູບການເຄື່ອນໄຫວ, ຍົກສູງບົດບາດ, ຄວາມຮັບຜິດຊອບຂອງສະມາຄົມໃນການພັດທະນາກະສີກຳ, ກໍ່ສ້າງຊົນນະບົດໃໝ່.
ຊາວກະສີກອນເຂົ້າຮ່ວມການກໍ່ສ້າງທາງເບຕົງ
(ພາບ: ອິນຕີແນດ)
ໂດຍຕອບສະໜອງຂະບວນການແຂ່ງຂັນທົ່ວປະເທດຮ່ວມແຮງຮ່ວມໃຈກໍ່ສ້າງຊົນນະບົດໃໝ່, ສະມາຄົມຊາວກະສີກອນຫວຽດນາມ ທຸກຂັ້ນໄດ້ຕັ້ງໜ້າໂຄສະນາຂົນຂວາຍສະມາຊິກສະມາຄົມ, ປະຊາຊົນສະຫງວນທີ່ດິນ, ປະກອບເງິນນັບຕື້ດົ່ງ, ແຮງງານນັບສິບລ້ານວັນ ເພື່ອກໍ່ສ້າງພື້ນຖານໂຄງລ່າງຊົນນະບົດຄື: ກໍ່ສ້າງທາງຄົມມະນາຄົມ, ຊົນລະປະທານ, ກໍ່ສ້າງໂຮງຮຽນຖາວອນ. ແຕ່ຄວາມຮັບຮູ້ກ່ຽວກັບການກໍ່ສ້າງຊົນນະບົດໃໝ່ຢູ່ບາງທ້ອງຖີ່ນ, ພິເສດແມ່ນຢູ່ເຂດຫ່າງໄກສອກຫຼີກ, ເຂດຊົນເຜົ່າສ່ວນໜ້ອຍ, ຍັງຈຳກັດຢູ່, ມີບາງແຫ່ງຍັງລໍຖ້າເອື່ອຍອີງການລົງທຶນຂອງລັດ, ບໍ່ທັນມີສະຕິກໍ່ສ້າງ ແລະ ຢັ້ງຢືນບົດບາດເປັນເຈົ້າຂອງຕົນໃນການກໍ່ສ້າງຊົນນະບົດໃໝ່. ທີ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ສະມາຄົມຊາວກະສີກອນຫວຽດນາມ ເຊິ່ງຫາກໍ່ຈັດຂຶ້ນຢູ່ຮ່າໂນ້ຍ ນັ້ນ, ບັນດາພະນັກງານສະມາຄົມຊາວກະສີກອນລ້ວນແຕ່ຖືວ່າ, ໃນໄລຍະຈະມາເຖິງ, ສູນກາງສະມາຄົມຊາວກະສີກອນຄວນເພີ່ມທະວີວຽກງານໂຄສະນາ, ອະທິບາຍ ເພື່ອໃຫ້ສະມາຊິກສະມາຄົມ ແລະ ປະຊາຊົນເຂົ້າໃຈຢ່າງຈະແຈ້ງ ກ່ຽວກັບຜົນປະໂຫຍດທີ່ເຂົາເຈົ້າໄດ້ຮັບຈາກການກໍ່ສ້າງຊົນນະບົດໃໝ່ … ທ່ານ ສຸ່ງຈິ໋ງວື່, ປະທານສະມາຄົມຊາວກະສີກອນຕາແສງສາຜິ່ນ, ເມືອງດົ່ງວັນ, ແຂວງຮ່າຢາງ, ຖືວ່າ:
“ການກໍ່ສ້າງຊົນນະບົດໃໝ່ປະສົບກັບຄວາມຫຍຸ້ງຍາກ, ດັ່ງນັ້ນພວກເຮົາຕ້ອງໂຄສະນາ ແລະ ເລືອກເຟັ້ນມາດຕະຖານໃດງ່າຍຈະປະຕິບັດກ່ອນ, ສ່ວນມາດຖານໃດຍາກຈະປະຕິບັດຕາມຫຼັງ. ເຮົາຕ້ອງເຮັດໃຫ້ພໍ່ແມ່ປະຊາຊົນເຂົ້າໃຈວ່າ, ການກໍ່ສ້າງຊົນນະບົດໃໝ່ ແມ່ນເພື່ອຮັບໃຊ້ຜົນປະໂຫຍດໃຫ້ແກ່ເຂົາເຈົ້າ.ເຮັດໄດ້ຄືແນວນັ້ນ, ເຂົາເຈົ້າຈຶ່ງປະຕິບັດຕາມ “.
(ພາບ: ອິນເຕີແນດ)
ປະຈຸບັນ, ອັດຕາຄອບຄົວສະມາຊິກສະມາຄົມຊາວກະສີກອນທີ່ທຸກຍາກຢູ່ທ້ອງຖີ່ນຕ່າງໆໃນເຂດພູດອຍ, ເຂດພູສູງຍັງຢູ່ໃນລະດັບສູງຢູ່. ຍ້ອນເຫດນັ້ນສະມາຄົມຊາວກະສີກອນຄວນພັດທະນາການເຄື່ອນໄຫວບໍລິການເຕັກນິກ, ວັດຖຸອຸປະກອນ, ການຄ້າ, ການບໍລິການຂົນສົ່ງຢ່າງແຮງ, ສ້າງເງື່ອນໄຂຫັນປ່ຽນອົງປະກອບແຮງງານ ແລະ ບຳລຸງສ້າງວິຊາຊີບໃນເຂດຊົນນະບົດ ເພື່ອແກ້ໄຂສະພາບການຂາດວຽກເຮັດງານທຳ. ທ່ານ ຫງວຽນຊວນກວາງ, ປະທານສະມາຄົມຊາວກະສີກອນເມືອງງີໂລກ, ແຂວງເງ້ອານ, ປະກອບຄຳເຫັນວ່າ:
“ການບຳລຸງສ້າງວິຊາຊີບ ແລະ ການປ່ຽນອາຊີບ ແມ່ນບັນຫາສຳຄັນ, ເພາະວ່າພາຍຫຼັງເຂົາເຈົ້າໄດ້ຮັບການບຳລຸງສ້າງວິຊາຊີບແມ່ນສາມາດຫາເງິນລ້ຽງຊີບດ້ວຍອາຊີບນັ້ນໄດ້. ກ່ອນອື່ນໝົດແມ່ນຕ້ອງສຸມໃສ່ອາຊີບລ້ຽງສັດ, ເຮັດຜະລິດຕະພັນກະເສດສຳຮອງ ຕິດພັນກັບຈຸດໝາຍ, ທິດທາງພັດທະນານາເສດຖະກິດສັງຄົມຂອງທ້ອງຖີ່ນ.“
(ພາບ: ອິນເຕີແນດ)
ເມື່ອປະຕິບັດໂຄງການກໍ່ສ້າງຊົນນະບົດໃໝ່, ສະມາຊິກສະມາຄົມຊາວກະສີກອນປະສົບກັບຄວາມຫຍຸ້ງຍາກໃນການພັດທະນາການຜະລິດ ຜະລິດຕະພັນກະເສດ, ຂາດການຮ່ວມສຳພັນລະຫວ່າງບັນດາວິສາຫະກິດກັບປະຊາຊົນ. ລັດຄວນມີນະໂຍບາຍບຸລິມາສິດ ເພື່ອດຶງດູດວິສາຫະກິດລົງທຶນພັດທະນາຢູ່ເຂດຊົນນະບົດ. ສະມາຄົມຊາວກະສີກອນຕ້ອງຖືນີ້ແມ່ນຂອດສຳຄັນ ເພື່ອແນະນຳຊາວກະສີກອນຈັດຕັ້ງການຜະລິດ, ປຸງແຕ່ງ ແລະ ຈຳໜ່າຍຜະລິດຕະພັນ. ທ່ານ ເລກວາງເວີນ, ປະທານສະມາຄົມຊາວກະສີກອນຕາແສງ ບິ່ງເອີນ, ເມືອງ ກໍ່ກົງດົງ, ແຂວງຕ່ຽນຢາງ, ຖືວ່າ:
“ສູນກາງສະມາຄົມຊາວກະສີກອນຄວນມີນະໂຍບາຍໜູນຊ່ວຍຢ່າງລະອຽດນັບແຕ່ຂັ້ນສູນກາງຕະຫຼອດຮອດຂັ້ນທ້ອງຖີ່ນ, ຕ້ອງເຮັດແນວໃດຊ່ວຍໃຫ້ສະມາຄົມຊາວກະສີກອນຂັ້ນຕາແສງມີມາດຕະການຕ່າງໆ ເພື່ອປະຕິບັດບັນດາແຜນນະໂຍບາຍ, ນະໂຍບາຍຂອງພັກ ແລະ ລັດ. ລັດຖະບານຄວນໃຫ້ບຸລິມາສິດແກ່ຊາວກະສີກອນ, ເພາະວ່າໃນໄລຍະປະຈຸບັນ, ບັນດາຜະລິດຕະພັນກະເສດຂອງຊາວກະສີກອນມີລາຄາຕຳ່ ແລະ ບໍ່ເປັນປົກກະຕິ, ດັ່ງນັ້ນຕ້ອງມີນະໂຍບາຍໜູນຊ່ວຍໃຫ້ຊາວກະສີກອນ ເພື່ອໃຫ້ເຂົາເຈົ້າອູ່ນອ່ຽນໃຈທຳການຜະລິດ“.
(ພາບ: ອິນເຕີແນດ)
ທ່ານ ຫງວຽນກວກເກື່ອງ, ປະທານສະມາຄົມຊາວກະສີກອນຫວຽດນາມ, ໃຫ້ຮູ້ວ່າ, ໃນໄລຍະຈະມາເຖິງ, ສະມາຄົມຊາວກະສີກອນ ຈະຕັ້ງໜ້າຂົນຂວາຍ, ໂຄສະນາ ເພື່ອໃຫ້ພະນັກງານສະມາຊິກສະມາຄົມແຕ່ລະຄົນ ປະຕິບັດໂຄງການຈຸດໝາຍແຫ່ງຊາດກ່ຽວກັບການກໍ່ສ້າງຊົນນະບົດໃໝ່ໃຫ້ດີທີ່ສຸດ.
“ພວກຂ້າພະເຈົ້າຈະສ້າງໂຄງການດຳເນີນງານ; ວາງແຜນການ, ສຸມໃສ່ບັນດາໜ້າທີ່ໃຫຍ່. ພິເສດແມ່ນສຸມໃສ່ໜ້າທີ່ກໍ່ສ້າງຊົນນະບົດໃໝ່ ແລະ ຢາກກໍ່ສ້າງຊົນນະບົດໃໝ່ໃຫ້ໄດ້, ກ່ອນອື່ນໝົດຕ້ອງເຮັດໃຫ້ລາຍຮັບຂອງຊາວກະສີກອນເພີ່ມຂຶ້ນ, ເຮັດໄດ້ຄືແນວນັ້ນ ເຂົາເຈົ້າຈຶ່ງມີເງື່ອນໄຂເຂົ້າຮ່ວມການກໍ່ສ້າງຊົນນະບົດໃໝ່“.
ໃນຕໍ່ໜ້າ, ໂດຍອີງໃສ່ສະພາບການລະອຽດຂອງແຕ່ລະທ້ອງຖີ່ນ. ສະມາຄົມຊາວກະສີກອນທຸກຂັ້ນ ຕ້ອງປະຕິບັດບາງວຽກງານລະອຽດໃນໂຄງການກໍ່ສ້າງຊົນນະບົດໃໝ່, ນຳແຜນນະໂຍບາຍ, ນະໂຍບາຍຂອງພັກ, ລັດເຂົ້າໃນຊີວິດຕົວຈິງ. ຕາມນັ້ນແລ້ວ, ສະມາຄົມຊາວກະສີກອນທຸກຂັ້ນ ທັງຕັ້ງໜ້າເຂົ້າຮ່ວມການປະຕິບັດ, ຕິດຕາມກວດກາບັນດາກິດຈະກຳກໍ່ສ້າງພື້ນຖານໂຄງລ່າງເສດຖະກິດຢູ່ເຂດຊົນນະບົດ… ທັງສະແດງໃຫ້ເຫັນບົດບາດ, ຄວາມຮັບຜິດຊອບໜ້າທີ່ຂອງສະມາຄົມຊາວກະສີກອນ ເພື່ອນຳມາເຊິ່ງຜົນປະໂຫຍດ ຢ່າງແທດຈິງໃຫ້ແກ່ສະມາຊິກສະມາຄົມຊາວກະສີກອນ ແລະ ຊາວກະສີກອນ.