ສະຫະກອນຄຽດເຕິມ-ຮູບແບບເສດຖະກິດລວມໝູ່ທີ່ດີເດັ່ນຢູ່ແຂວງເກິ່ນເທີ

(vovworld) - ພ້ອມ​ກັບ​ໂຄງການ​ກໍ່ສ້າງ​ຊົນນະບົດ​ໃໝ່​ຢູ່ 4 ​ເມືອງ​ຂອງ​ແຂວ​ງ ເກິ່ນ​ເທີ, ສະມາຄົມ​ຊາວ​ກະສິກອນ​ພວມ​ໜູນ​ຊ່ວຍ​ບາງ​ສະ​ໂມ​ສອນ, ໜ່ວຍ​ຜະລິດ ​ແລະ​ປະຊາຊົນ​ໃຫ້​ຫຼຸດ​ພົ້ນ​ອອກ​ຈາກ​ຄວາມທຸກ​ຍາກ, ບືນ​ຕົວ​ຂຶ້ນ​ສ້າງ​ຄວາມ​ຮັ່ງມີ​​ແບບ​ຍືນ​ຍົງ. ​ໃນ​ນັ້ນ​ພົ້ນ​ເດັ່ນ​ແມ່ນ​ສະຫະກອນ ຄຽດ​ເຕິ​ມຢູ່​ບ້ານ D2, ຕາ​ແສງ​ ​ແທກ​ເລີ້​ຍ, ​ເຊິ່ງ​ແມ່ນ​ຕາ​ແສງ​ຊົນນະບົດ​ໃໝ່​ຂອງ​ເມືອງ ວິ້ງ​ແທ້ງ.

​ເສະຫະກອນຄຽດເຕິມ-ຮູບແບບເສດຖະກິດລວມໝູ່ທີ່ດີເດັ່ນຢູ່ແຂວງເກິ່ນເທີ - ảnh 1

ການນຳແຂວງເກິ່ນເທີຢ້ຽມຢາມຮາກຖານໂຄງລ່າງຂອງໜ່ວຍສະຫະກອນຄຽດເຕິມ
(ພາບ: ອິນເຕີແນດ)

        ບົນ​ທົ່ງ​ນາ​​ຂະໜາດ​ໃຫຍ່​ຂອງ​ໜ່ວຍ​ສະຫະກອນຜະລິດ​ເຂົ້າ​ແນວ​ພັນ ຄຽດ​ເຕິ​ມ, ​​ແນວ​ພັນ​ຫອມ​ພິ​ເສດທີ່​ມີ​ຊື່ວ່າ Jasmine 85, ບັນດາ​ນັກວິທະຍາສາດ ​ແລະ ຊາວ​ກະສິກອນ​ພວມ​ສົມທົບ​ກັນ​ປະຕິບັດ​ລາຍການ​ຄົ້ນ​ຄ້ວາ​ເພື່ອ​ຫຼຸດຜ່ອນ​ຜົນ​ຮ້າຍ​ຈາກ​ສິ່ງ​ແວດ​ລ້ອ​ມ. ທ່ານ ຫງວຽນ​ຮ່ວາງ​ຂາຍ, ພະນັກງານ​ສະ​ຖາ​ບັນ​ຄົ້ນ​ຄ້ວາ​ພັດທະນາ​ເຂດ​ທົ່ງ​ພຽງ​ແມ່​ນຳ້ຂອງ, ພວມ​ຊີ້​ນຳ​ລາຍການ​ຄົ້ນ​ຄ້ວາ​ຢູ່​ທີ່​ນີ້, ​ໃຫ້​ຮູ້​ວ່າ: ຢູ່​ທົ່ງ​ນາ​​ແຫ່ງນີ້, ​ໃນ​ຫຼາຍ​ປີຜ່ານມາ​ໄດ້​ຜະລິດ​ເຂົ້າ​ຕາມ​ໂຄງການ​ຜະລິດ​ກະສິກຳ​ທີ່​ດີຂອງ​ໂລກ (Global GAP), ນຳ​ໃຊ້​ບັນດາ​ມາດ​ຕະການ​ດ້ານ​ເຕັກນິກ ​ແລະກົນ​ຈັກ, ພິ​ເສດ​ແມ່ນ​ມາດ​ຕະການ “1 ຕ້ອງການ, 5 ຫຼຸດຜ່ອນ“ (ຕ້ອງ​ນຳ​ໃຊ້​ແນວ​ພັນ​ເຂົ້າ​ທີ່​ໄດ້​ຮັບ​ການ​ກຳນົດ - ຫຼຸດຜ່ອນ​ປະລິມານ​ນ້ຳ, ຫຼຸດຜ່ອນ​ການຮົ່ວ​ໄຫຼພາຍຫຼັງ​ເກັບ​ກ່ຽວ, ຫຼຸດຜ່ອນ​ປະລິມານ​ແນວ​ພັນ, ຫຼຸດຜ່ອນ​ການ​ນຳ​ໃຊ້​ຢາ​ປ້ອງ​ກັນ​ພືດ, ຫຼຸດຜ່ອນ​ການ​ໃຊ້​ຝຸ່ນ. ຊາວ​ກະສິກອນ​ຍັງ​ໄດ້​ຮັບ​ການ​ແນະນຳ​ດ້ານ​ເຕັກນິກ​ດັດ​ແປງ “1 ຕ້ອງການ 6 ຫຼຸດຜ່ອນ“ (ຫຼຸດຜ່ອນ​ການ​ປ່ອຍອາຍ​ແກ​ສ​ເຮືອນ​ແກ້ວ), ທັງ​ເພີ່ມ​ປະສິດທິ​ຜົນ​ແຫ່ງການ​ຜະລິດ, ຫຼຸດຜ່ອນ​ຄ່າ​ໃຊ້​ຈ່າຍ, ທັງ​ປັບປຸງສະພາບ​ແວດ​ລ້ອມ​ຢູ່​ເຂດ​ທົ່ງ​ນາ​ໃຫ້​ດີ​ຂຶ້ນ. ທ່ານ ຫງວຽນຮ່ວາງ​ຂາຍ, ​ໃຫ້​ຮູ້​ວ່າ:

        “ປະຊາຊົນ​ຢູ່​ທີ່​ນີ້​ມີ​ຄວາມ​ສຸດ​ຈິດ​ສຸດ​ໃຈ​ໃນ​ການ​ນຳ​ໃຊ້​ຄວາມ​ກ້າວໜ້າ​ດ້ານ​ວິທະຍາສາດ ກໍ່​ຄື​ໜູນ​ຊ່ວຍ​ໃຫ້​ພວກ​ຂ້າພະ​ເຈົ້າ​ໃນ​ການ​ຄົ້ນ​ຄ້ວາ. ຜ່ານຕີ​ລາຄາ​ໃນ​ເບື້ອງ​ຕົ້ນ​ກໍ່​ເຫັນ​ວ່າ, ມັນ​ໄດ້​ຫຼຸດຜ່ອນ​ການ​ປ່ອຍ​ອາຍແກ​ສຫຼາຍ​ພໍ​ສົມ​ຄວນ. ທີ​ສອງ​ແມ່ນ​ເມື່ອ​ນຳ​ໃຊ້ຄວາມ​ກ້າວໜ້າ​​​ໃນ​ການ​ຜະລິດ​ກໍ່​ເຮັດ​ໃຫ້​ຕົ້ນ​ເຂົ້າ​ແຂງ​ກວ່າ, ຮັບ​ມື​ກັບ​ພາຍຸ​ຝົນຕົກ​ໄດ້, ​ກໍ່​ຄື​ຫຼຸດຜ່ອນ​ລາຍ​ຈ່າຍ​​ໃນ​ການ​ເກັບ​ກ່ຽວຍ້ອນ​ນຳ​ໃຊ້ເຄື່ອງ​ຈັກ​​ເຂົ້າ​ໃນ​ການຜະລິດ“.

        ​ເລື່ອງ​ສົມທົບ​ກັບ​ບັນດາ​ນັກວິທະຍາສາດ​ໃນ​ການ​ຄົ້ນ​ຄ້ວາ, ​ຍົກ​ອອກ​ບັນດາ​ວິທີ​ການ​ປູກຝັງ​ທີ່ມີ​ປະສິດທິ​ຜົນນັ້ນ, ພຽງ​ແຕ່​ແມ່ນ​ໜຶ່ງ​ໃນ​ບັນດາ​ການ​ເຄື່ອນ​ໄຫວ​ຮ່ວມ​ສຳພັນ​ຂອງ​ຊາວ​ກະສິກອນ​ໃນ​ໜ່ວຍ​ສະຫະກອນ​ເຂົ້າ​ແນວ​ພັນ ຄຽດ​ເຕິ​ມ​ເທົ່າ​ນັ້ນ. ​ໃນ​ລະ​ດູໜາວຕໍ່​ລະດູບານ​ໃໝ່​ ປີ 2011 – 2012. ໜ່ວຍ​ສະຫະກອນ​ໄດ້​ຫັນປ່ຽນ​ໂຄງ​ປະກອບ​​ແນວ​ພັນ​ເຂົ້າ ​ແລະ ປະຕິບັດ​ການ​ຜະລິດ​ຕາມ​ໂຄງການ Global Gap, ​ເຊັນ​ສັນຍາ​ຈຳໜ່າຍ​ຜະລິດ​ຕະພັນ​ກັບ​ບໍລິສັດ Gentraco. ທ່ານ ຫງວຽນ​ງອກ​ຮ໋ວນ, ຮອງ​ຫົວໜ້າ​ໜ່ວຍ​ສະຫະກອນ ຄຽດ​ເຕິ​ມ, ​ໃຫ້​ຮູ້​ວ່າ:

        “​ເມື່ອ​ສ້າງ​ຕັ້ງ​ໜ່ວຍ​ສະຫະກອນ ​ແລະ ທົ່ງ​ນາ​ຂະໜາດ​ໃຫຍ່, ມັນ​ໄດ້​ສ້າງ​ຄວາມ​ສະດວກ​ກວ່າ​ຍ້ອນ​ໃຊ້​ແນວ​ພັນ​ດ່ຽວ ​ແລະ ຕົກກ້າ​ໃນ​ພາບ​ດ່ຽວ, ​ຍາມເກັບ​ກ່ຽວ​ກໍ່​ສາມາດ​ຈຳ​ໜ່າຍ​ໃຫ້​ບໍລິສັດ​ຕ່າງໆ​ໄດ້. ຂະ​ແໜງ​ກະສິກຳ​ໜູນ​ຊ່ວຍ​ດ້ານ​ເຕັກນິກ​ດີ​ທີ່​ສຸດ. ດັ່ງ​ນັ້ນ​ສະມັດ​ຕະພາບການ​ຜະລິດ​ເຂົ້າສະ​ເລ່ຍ​ໃນ​ຍາມ​ລະດູ​ໜາວ-ລະດູບານ​ໃໝ່​ແມ່ນ 7,5 ​ໂຕນ, ຍາມ​ລະດູ​ຮ້ອນ-ລະດູ​ໃບ​ໄມ້ຫຼົ່ນ ​ແລະ ລະດູ​ໃບ​ໄມ້​ຫຼົ່ນ-ລະ​ດູໜາວ​ແມ່ນ​ປະມານ 5,5 ​ໂຕນ/​ເຮັກຕາ“.

        ພ້ອມ​ກັບ​ໂຄງການ​ກໍ່ສ້າງ​ຊົນນະບົດ​ໃໝ່​ຢູ່​ ແທກ​ເລີ້​ຍ, ໜ່ວຍ​ສະຫະກອນ​ຜະລິດ​ເຂົ້າ​ແນວ​ພັນ ຄຽດ​ເຕິ​ມຍັງ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ຢ່າງ​ຕັ້ງໜ້າ​ຈາກ​ຂະ​ແໜງ​ກະສິກຳ,ອຳນາດ​ການ​ປົກຄອງ​ທຸກ​ຂັ້ນ ​ແລະ ສະ​ມາ​ຄົມ​ຊາວ​ກະສິກອນ​ນະຄອນ ​ເກິ່ນ​ເທີ​, ​ເຊ່ັນ: ບຸລິມະສິດ​ນຳ​​ເຂົ້າ​ບັນດາ​ໂຄງການ​ພັດທະນາ​ກະສິກຳທີ່​ມີ​ປະ​ໂຫຍ​ດ; ​ແນະນຳ, ສ້າງ​ເງື່ອນ​ໄຂ​ເພື່ອລົງ​ນາມ, ​ຮ່ວມ​ມື​ກັບ​ວິ​ສາ​ຫະກິດ, ​ໃຫ້​ບັນດາ​ຄອບຄົວ​ສະມາຊິກ​ທີ່​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ກູ້​ຢືມ​ທຶນ​ຈາກ​ກອງ​ທຶນ​ໜູນ​ຊ່ວຍຊາວ​ກະສິກອນ​ເພື່ອ​ທຳ​ການ​ຜະລິດ. ຍ້ອນ​ການ​ຜະລິດ​ໄດ້​ຮັບ​ຜົນ​ມາ​ຫຼາຍ​ປີ​ຢ່າງ​ລຽນຕິດ, ມາ​ຮອດ​ປະຈຸ​ບັນ, ໜ່ວຍ​ສະຫະກອນ​ຈຶ່ງມີ​ເງື່ອນ​ໄຂ​ຢ່າງ​ພຽງພໍ​ເພື່ອ​ໄດ້​ຮັບ​ການ​ຮັບຮອງ​ວ່າ​ເປັນ​ສະຫະກອນ​ຜະລິດ, ດຳ​ເນີນ​ທຸລະ​ກິດ​ເຂົ້າ​ແນວ​ພັນ​ທີ່​ມີ​ຄຸນ​ນະພາ​ບສູງ ​ແລະ ​ເປີດ​ກວ້າງ​ການ​ລົງ​ນາມ​ກັບ​ຄູ່​ຮ່ວມ​ມື​ຢູ່​ພາກ​ເໜືອ.

        ​ໃນ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່, ສະມາຄົມ​ຊາວ​ກະສິກອນນະຄອນ ​ເກິ່ນ​ເທີ​ທຸກ​ຂັ້ນ​ໄດ້​ຈັດ​ຕັ້ງ​ການ​ຂົນຂວາຍ, ສົ່ງ​ເສີມ​ບັນດາ​ຄອບຄົວ​ຊາວ​ກະສິກອນ​ຮ່ວມ​ສຳພັນ​ນຳ​ກັນ​ໃນ​ການ​ຜະລິດ ​ເພື່ອ​ສ້າງ​ເປັນ​ຫຼາຍ​ຮູບ​ແບບ​ຜະລິດ​ເສດຖະກິດ​ລວມໝູ່. ຜົນສຳ​ເລັດ​ຂອງ​ຮູບ​ແບບ​ສະຫະກອນ ​ໄດ້​ຊ່ວຍ​ໃຫ້​ຊີວິດ​ຂອງ​ປະຊາຊົນ​ທ້ອງ​ຖີ່​ນນັບ​ມື້​ນັບ​ພັດທະນາ, ​ແລະ​​ເຂົາ​ເຈົ້າ​ກໍ່ເຂົ້າ​ຮ່ວມການ​ຂົນຂວາຍ​ກໍ່ສ້າງ​ຊົນນະບົດ​ໃໝ່​ໃນ​ທ້ອງ​ຖີ່​ນຢ່າງ​ຕັ້ງໜ້າ. ທ່ານ​ນາງ ​ເຈິ່ນທິທຽນ​ທື, ຮອງ​ປະທານ​ສະມາຄົມ​ຊາວ​ກະສິກອນ​ນະຄອນ ​ເກິ່ນ​ເທີ, ​ໃຫ້​ຮູ້​ວ່າ:

        “​ປະຈຸ​ບັນ, ​ເມື່ອ​ ຫວຽດນາມ​ເຂົ້າ​ເປັນ​ສະມາຊິກ​ສັນຍາ​ຄູ່​ຮ່ວມ​ມື​ຂ້າມ​ປາຊິ​ຝິກ -TPP, ບັນຫາ​ແກ່ງ​ແຍ້​ງດ້ານ​ລາຄາ, ຄຸນ​ນະພາ​ບນັບ​ມື້​ນັບ​ຂ້ຽວຂາດ, ຮຽກຮ້ອງ​ໃຫ້​ມີ​ການ​ຮ່ວມ​ສຳພັນ​ໃນ​ການ​ຜະລິດ. ດັ່ງ​ນັ້ນ, ສະມາຄົມ​ຊາວ​ກະສິກອນ​ນະຄອນ​ໄດ້​ຊີ້​ນຳ​ໃຫ້​ຂັ້ນ​ເມືອງ, ຂັ້ນ​ຮາກ​ຖານ, ​ແຕ່ລະ​ປີ​ຕ້ອງ​ສ້າງ​ຕັ້ງ​ໜ່ວຍສະຫະກອນ​ຜະລິດໃໝ່​ໃຫ້​ໄດ້​ແຕ່ 2 ໜ່ວຍ​ຂຶ້ນ​ໄປ, ສຳລັບ​ໜ່ວຍ​ສະຫະກອນ​ໃດ​​ເຄື່ອນ​ໄຫວຢ່າງ​ມີ​ປະສິດທິ​ຜົນ​ຈະ​ສະ​ເໜີ​ໃຫ້​ພັດທະນາ​ຕາມ​ທິດ​ເປັນ​ສະຫະກອນ - ​ເຊິ່ງ​ແມ່ນ​ຮູບ​ແບບ​ການຜະລິດ​ທີ່​ສູງ​ກວ່າ“.

        ນະຄອນ ​ເກິ່ນ​ເທີພວມ​ສຸມ​ໃສ່​ຕີ​ລາຄາ​ສະພາບ​ຕົວ​ຈິງ​ຂອງບັນດາ​ໜ່ວຍສະຫະກອນ, ສະຫະກອນ ​ແລະ ບັນດາ​ຮູບ​ແບບ​ຮ່ວມ​ສຳພັນ​ເພື່ອ​ເປັນ​ເສນາ​ທິກ​ານ, ສະ​ເໜີ​ກ່ຽວ​ກັບ​ກົນ​ໄກ​ນະ​ໂຍບາຍ​ໃຫ້​ວຽກ​ງານ​ຂະຫຍາຍ ​ແລະ ພັດທະນາ​ບັນດາ​ຮູບ​ແບບ​ເສດຖະກິດ​ທີ່​ເໝາະ​ສົມ, ຕອບ​ສະໜອງ​ຄວາມ​ຮຽກຮ້ອງ​ຕ້ອງການ​ພັດທະນາ ກໍ່​ຄື​ຍົກ​ສູງ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ໃນ​ທ້ອງ​ຖີ່​ນ. ພິ​ເສດ​ແມ່ນ​ຮັບປະກັນ​ວ່າ​ທຸກ​ຕາ​ແສງ​ທີ່ບັນລຸ​ມາດຖານ​ຊົນນະບົດ​ໃໝ່ລ້ວນ​ແຕ່​ມີ​ຮູບ​ແບບ​​ເສດຖະກິດ​ສະຫະກອນ.

ຕອບກັບ

ຂ່າວ/ບົດ​ອື່ນ