ໃນລະດູຮ້ອນຕໍ່ລະດູໃບໄມ້ຫຼົ່ນປີ 2016, ແທນທີ່ຈະປູກເຂົ້າ, ທ່ານ ເລຕັງ, ຢູ່ຕາແສງ ບິ່ງຟຸ໋, ເມືອງເຕີນຮົ່ງ, ແຂວງ ດົ່ງທາບ ໄດ້ຫັນມາປູກໝາກຖົ່ວດິນ. ຍ້ອນເຂດດິນປົນຊາຍເໝາະສົມກັບການປູກຕົ້ນໝາກຖົ່ວດິນທີ່ສຸດ. ທ່ານ ຕັງ ໃຫ້ຮູ້ວ່າ, ຕໍ່ໜ້າສະພາບອາກາດນັບມື້ນັບແຫ້ງແລ້ງຄືປະຈຸບັນ, ການຫັນປ່ຽນຜົນລະປູກແມ່ນເໝາະສົມ ເພື່ອປະຢັດນ້ຳຈືດ ເຊິ່ງແມ່ນມາດຕະການທີ່ເໝາະສົມກັບສະພາບການໃນປະຈຸບັນ. ໝາກຖົ່ວດິນປູກງ່າຍ ແລະ ການບົວລະບັດຮັກສາກໍ່ງ່າຍກວ່າ, ພຽງແຕ່ ເອົາໃຈໃສ່ເຖິງໄລຍະເລີ່ມຕົ້ນຄືເອົາແກ່ນລົງປູກໃສ່ດິນເຖິງໄລຍະແກ່ນແຕກໜໍ່ເທົ່ານັ້ນຕົ້ນໝາກຖົ່ວດິນກໍ່ຈະເຕີບໂຕດີ.
“ໄລຍະພາຍຫຼັງບຸນເຕັດ 2 – 3 ເດືອນ ເມື່ອປະລິມານນຳ້ຫົດບໍ່ພໍແລ້ວ. ປະຊາຊົນພວກຂ້າພະເຈົ້າໄດ້ຫັນປ່ຽນຈາກການປູກເຂົ້າມາປູກພືດຕາມລະດູ. ປະຈຸບັນ, ແມ່ນປູກໝາກຖົ່ວດິນທັງຊ່ວຍຫຼຸດຜ່ອນລາຍຈາຍກວ່າ, ທັງປະຢັດປະລິມານນຳ້ຫົດກວ່າເມື່ອທຽບໃສ່ການປູກເຂົ້າ”.
ພ້ອມກັບການຫັນປ່ຽນເນື້ອທິ່ດິນປູກເຂົ້າ ມາປູກໝາກຖົ່ວດິນ, ຢູ່ຫຼາຍແຂວງຄື ກ່າເມົາ, ເຮົ້າຢາງ ແລະ ບາງເຂດອື່ນ, ພໍແມ່ປະຊາຊາຊົນກໍໄດ້ປູກໝາກຖົ່ວຂຽວ, ໝາກນັດ ແທນໃຫ້ການປູກເຂົ້າ ແລະ ຈະເປີດກວ້າງການປູກຕົ້ນໄມ້ຊະນິດນີ້ໃນໄລຍະລະດູແລ້ງຈະມາເຖິງ. ທ່ານຮອງສາດສະດາຈານ, ດ.ຣ ເຈົ້າມິງຄອຍ, ຫົວໜ້າວິຊາວິທະຍາສາດດິນ, ພະແນກກະສິກຳ ແລະ ຊີວະສາດນຳໃຊ້ ສັງກັດມະຫາວິທະຍາໄລເກີນເທີ ຖືວ່າ: ໃນສະພາບແຫ້ງແລ້ງ, ນຳ້ເຄັມຊຶມເຂົ້າຄືປະຈຸບັນ, ອາດຈະເລືອກເອົາພືດບາງຊະນິດທີ່ມີຄວາມຕ້ອງການນ້ຳໜ້ອຍມາປູກກໍ່ໄດ້. ເຖິງຢ່າງໃດກໍ່ຕາມ, ສຳລັບບັນດາເຂດປູກເຂົ້າ ອາດຈະນຳໃຊ້ວິທີຜັດປ່ຽນກັນຫົດນ້ຳໃຫ້ຖ້ວມ. ນີ້ແມ່ນວິທີປະຢັດນ້ຳໃນການປູກເຂົ້າເມື່ອນຳ້ຢູ່ໃນນາຖືກບົກແຫ້ງ. ວິທີເຮັດຄືແບບນີ້ໄດ້ບັນລຸຜົນສຳເລັດຢູ່ບາງເຂດຂອງແຂວງອານຢາງ, ບາກລ້ຽວແລ້ວ. ເມື່ອນຳໃຊ້ວິທີນີ້ຈະປະຢັດນຳ້ໄດ້ປະມານ 10% ເຖິງກວ່າ 20% ປະລິມານນ້ຳຫົດ.
“ອີງຕາມດິນແຕ່ລະຊະນິດ, ຄວາມສາມາດສະສົມນ້ຳຂອງດິນແມ່ນແຕກຕ່າງກັນ ພວກເຮົາຈະນຳໃຊ້ເຕັກນິກຫົດນຳ້ໃຫ້ຖ້ວມ, ແຫ້ງສະຫຼັບກັນ. ໝາຍຄວາມວ່າ, ຫົດນ້ຳໃຫ້ຖ້ວມ ຫຼັງຈາກນັ້ນປະໃຫ້ນຳ້ຊຶມເອງແບບທຳມະຊາດ ເມື່ອເຫັນວ່ານຳຊຶມລົງໜ້າດິນອາດຈະຫົດນ້ຳຄືນໃໝ່. ເຮັດຄືແນວນັ້ນຈຶ່ງຮັບປະກັນນຳ້ໃຫ້ຕົ້ນເຂົ້າໄດ້”.
ໃນເງື່ອນໄຂທີ່ບໍ່ອຳນວຍຄວາມສະດວກຍ້ອນດິນຟ້າອາກາດຄືໃນປະຈຸບັນ, ເລື່ອງນຳໃຊ້ແຫຼ່ງນຳ້ເພື່ອຫົດນ້ຳໃຫ້ຜົນລະປູກຕ້ອງມີການຄິດໄລ່ຢ່າງລະອຽດ, ຫຼີິກລ້ຽງບໍ່ໃຫ້ຟຸມເຟືອຍແຫຼ່ງນ້ຳຈືດ. ທ່ານຮອງສາດສະດາຈານ, ດ.ຣ ເລແອງຕ໋ວນ, ຮອງຫົວໜ້າສະຖາບັນຄົ້ນຄວ້າການປ່ຽນແປງຂອງດິນຟ້າອາກາດ, ມະຫາວິທະຍາໄລເກີນເທີ ຖືວ່າ, ການປະຢັດນຳ້ໃນການຜະລິດກະສິກຳຈະປະກອບສ່ວນເຂົ້າໃນການນຳໃຊ້ແຫຼ່ງນຳ້ຢ່າງມີປະສິດທິຜົນ. ຈຸດເວລາຫົດນຳ້ໃຫ້ຜົນລະປູກ, ປ່ອຍນຳ້ເຂົ້າທົ່ງນາຕ້ອງໄດ້ຮັບການຄິດໄລ່ໃຫ້ຖືກກັບຈຸດເວລາທີ່ຜົນລະປູກຕ້ອງການນຳ້. ຄຽງຂ້າງນັ້ນ, ປະລິມານນຳ້ຫົດຕ້ອງເໝາະສົມ, ຫຼຸດຜ່ອນສະພາບເສຍນຳ້, ສິ້ນເປືອງພະລັງງານ; ພ້ອມກັນນັ້ນ, ການຫົດນ້ຳອາດຈະສົມທົບກັບການສະໜອງນ້ຳໃນການດຳເນີນຊີວິດ, ລ້ຽງປາ. ທ່ານຮອງສາດສະດາຈານ, ດ.ຣ ເລແອງຕ໋ວນ ກໍຊີ້ແຈ້ງວ່າ, ເລື່ອງຫົດນຳ້ໃນຂົງເຂດກະສິກຳ ແມ່ນຕ້ອງຫົດນຳ້ໃຫ້ຜົນລະປູກ ຫາກບໍ່ແມ່ນຫົດນ້ຳໃຫ້ດິນ.
“ພວກຂ້າພະເຈົ້າໄດ້ມີການຄົ້ນຄວ້າຫຼາຍຢ່າງທີ່ກ່ຽວຂ້ອງເຖິງການປະຢັດນ້ຳ. ພວກເຮົາສາມາດຫົດນຳ້ດ້ວຍຫຼາຍວິທີເຊັ່ນ ພົ່ນນ້ຳອອກ ຫຼືຫົດນ້ຳຢອດລົງໃນເຂດປູກພືດທີ່ແຕກຕ່າງກັນ, ໂດຍສະເພາະແມ່ນເຂດດິນປົນຂີ້ຊາຍ. ເພາະວ່າ, ວິທີຫົດນຳ້ຄືໃນປະຈຸບັນໄດ້ເຮັດໃຫ້ນຳ້ຊຶມລົງດິນຫຼາຍສົມຄວນ ແລະ ລະເຫີຍເປັນອາຍ ຫຼາຍທີ່ສຸດ. ໃນຂະນະນັ້ນ, ບັນດາວິທີການຫົດນຳ້ຢ່າງມີວິທະຍາສາດສາມາດປະຢັດນ້ຳໄດ້ແຕ່ 30 – 40% ເມື່ອທຽບໃສ່ການຫົດນຳ້ແບບທຳມະດາ. ອີງຕາມວິທີຈັດວາງລະບົບຫົດນ້ຳ ປະສິດທິຜົນຂອງການຫົດນຳ້ຈະເພີ່ມຂຶ້ນແຕ່ 80 – 90%”.
ເພື່ອຮັບມືກັບສະພາບການປ່ຽນແປງຂອງດິນຟ້າອາກາດຄືໃນປະຈຸບັນ, ບັນດາທ້ອງຖິ່ນຢູ່ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ຫວຽດນາມ ພວມຜັນຂະຫຍາຍມາດຕະການຫົດນ້ຳຢ່າງປະຢັດ ແລະ ຮັກສາແຫຼ່ງນ້ຳເພື່ອຮັບມືກັບໄພແຫ້ງແລ້ງ, ນ້ຳເຄັມຊຶມເຂົ້າ. ຊັບຊ້ອນໂຄງປະກອບຜົນລະປູກໃຫ້ເໝາະສົມ, ຫັນເປັນຫຼາຍຮູບຫຼາຍແບບ, ຄົ້ນຄວ້າຄັດເລືອກແນວພັນປູກທີ່ມີຄວາມສາມາດທົນທານກັບໄພແຫ້ງແລ້ງ, ນຳ້ເຄັມໄດ້ດີໃຫ້ປະສິດທິຜົນດ້ານເສດຖະກິດສູງ, ເໝາະສົມກັບເງື່ອນໄຂປ່ຽນແປງຂອງດິນຟ້າອາກາດ ແລະ ຫັນປ່ຽນໂຄງປະກອບຜົນລະປູກ ກໍແມ່ນມາດຕະການແກ້ໄຂເຊິ່ງໄດ້ຮັບການໃຫ້ບຸລິມະສິດແຖວໜ້າຂອງບັນດາທ້ອງຖິ່ນ. ບັນດາແຂວງກໍ່ປັບປຸງລະບົບຄັນຄູກັນນຳ້ເຄັມຢູ່ລຽບຕາມແມ່ນຳ້ໃຫຍ່, ກໍ່ສ້າງບັນດາຝາຍກັນນຳ້ເຄັມ ຢູ່ບັນດາເຂດປູກຕົ້ນໄມ້ກິນໝາກສະເພາະ ເພື່ອແນໃສ່ຮັບມືກັບໄພແຫ້ງແລ້ງ ແລະ ນຳ້ເຄັມຊຶມເຂົ້າໃນທົ່ວເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ຫວຽດນາມ.