ຫວຽດນາມຮັກສາແຫຼ່ງນຳ້ເພື່ອພັດທະນາກະສີກຳຢ່າງໝັ້ນຄົງ


(vovworld) - ພ້ອມ​ກັບ​ລະບົບ​ແມ່​ນຳ້​ລຳ​ເຊ​ຫຼາຍ​ພໍ​ສົມຄວນ ​ແລະ ນອນ​ໃນ​ເຂດ​​ຮ້ອນ​ມໍ​ລະ​ສຸມ, ຫວຽດນາມ​ ແມ່ນ​ໜຶ່ງ​ໃນ​ບັນດາ​ປະ​ເທດ​ທີ່​ມີ​ແຫຼ່ງຊັບພະຍາກອນ​ນ້ຳ​ອຸດົມ​ສົມ​ບຸນພໍ​ສົມຄວນ. ​ໂດຍ​ກຳນົດ​ວ່າ​ນຳ້​ແມ່ນ​ຊັບພະຍາກອນ​ສຳຄັນ, ພິ​ເສດ​ແມ່ນ​ສຳລັບການ​ພັດທະນາ​ຊົນນະບົດ, ລັດຖະບານ​ຫວຽດນາມ ​ຍາມ​ໃດ​ກໍ່​ມານະ​ພະຍາຍາມ​ເພີ່ມ​ທະວີ ​ແລະ ປັບປຸງ​ລະບອບ, ນະ​ໂຍບາຍ​ເພື່ອ​ແນ​ໃສ່​ຮັກສາ​ຊັບພະຍາກອນ​ນຳ້.

ຫວຽດນາມຮັກສາແຫຼ່ງນຳ້ເພື່ອພັດທະນາກະສີກຳຢ່າງໝັ້ນຄົງ - ảnh 1

ຊາວຟອງໂຖ, ແຂວງລາຍເຈົາຂາດນຳ້ສະອາດເປັນປະຈຳໃນຍາມແຫ້ງ

(ພາບ: Trọng Hải)

        ຫວຽດນາມ​ ມີ​ແມ່​ນຳ້, ຫ້ວຍທີ່​ມີ​ຄວາມ​ຍາວ​​ແຕ່ 10 ກມຂຶ້ນ​ໄປ​ແມ່ນ​ເກືອບ 3.500 ລຳ, ​ໃນ​ນັ້ນ​ມີ​ແມ່​ນຳ້​ໃຫຍ່ 13 ລຳ, ດ້ວຍ 108 ​ລົ່ງ​ແມ່​ນຳ້. ຈາກ​ພຶດຕິ​ກຳ​ຕົວ​ຈິງ​ແຫ່ງ​ການ​ພັດທະນາ​ປະ​ເທດ​ໃຫ້​ເຫັນ​ວ່າ, ຊັບພະຍາກອນ​ນຳ້​ໄດ້​ກາຍ​ເປັນ​ປັດ​ໃຈ​ສຳຄັນ​ໃນ​ການ​ຮັບປະກັນ​ຄວາມ​ປອດ​ໄພ​ດ້ານ​ທັນ​ຍາ​ຫານ, ພະລັງງານ ກໍ່​ຄື​ພາລະກິດ​ຫັນ​ເປັນ​ປະ​ເທດ​ອຸດສາຫະກຳ ​ແລະ ທັນ​ສະ​ໄໝ. ສຳລັບ​ກະ​ສີ​ກຳ, ​ໄລຍະ​ຜ່ານ​ມາ, ຊັບພະຍາກອນ​ນ້ຳ​ມີ​ບົດບາດ​ສຳຄັນ​, ​​ເພື່ອ​ໃຫ້ເຂົ້າສານສົ່ງ​ອອກ​ຂອງ​ຫວຽ​ດນາມ​ຢືນ​ອັນ​ດັບໜຶ່ງ​​ໃນ​ໂລກ. ປະຈຸ​ບັນ, ນຳ້​ຮັບ​ໃຊ້​ໃຫ້​ແກ່​ການ​ຜະລິດ​ກະ​ສີ​ກຳ​ຕົ້ນຕໍ​ຢູ່​​ເຂດ​ທົ່ງພຽງ​ແມ່​ນຳ້​ແດງ ​ແລະ ​ເຂດ​ທົ່ງພຽງ​ແມ່​ນຳ້ຂອງ (ກວມ 70% ປະລິມານ​ນຳ້​ນຳ​ໃຊ້). ນຳ້​ກໍ່​ປະກອບສ່ວນ​ເຮັດ​ໃຫ້​ຜະລິດ​ຕະພັນ​ອຸດສາຫະກຳ​ອື່ນໆ​ຄື: ຊາ, ກາ​ເຟ, ​ໝາກ​ຜິ​ກ​ໄທ, ອ້ອຍ, ຕຳ້ຕານ​ເຕີບ​ໂຕ​ອີກ​ດ້ວຍ... ​ເຖິງ​ຢ່າງ​ໃດ​ກໍ່ຕາມ, ປະຈຸ​ບັນ​ແຫຼ່ງຊັບພະຍາກອນ​ນຳ້ຂອງ​ຫວຽດນາມ​ພວມ​ປະ​ເຊີນ​ໜ້າ​ກັບ​ການ​ທ້າ​ທາຍ​ຫຼາຍ​ຢ່າງ. ກວ່າ 2/3 ປະລິມານ​ນຳ້​ໃນ​ແມ່​ນຳ້​ລຳ​ເຊ ​ແລະ ຫ້ວຍ​ຂອງ​ຫວຽດນາມ ​ແມ່ນ​ມາ​ຈາກ​ຕ່າງປະ​ເທດ, ​ໃນ​ຂະນະ​ນັ້ນ, ກົນ​ໄກ, ນະ​ໂຍບາຍ​ຮ່ວມ​ມື​ແບ່ງປັນ​ແຫຼ່ງນ້ຳ​ລະຫວ່າງ​ປະ​ເທດ​ຕ່າງໆ​ທີ່​ຮ່ວມ​ແຫຼ່ງນຳ້​​ບໍ່​ທັນ​ເສີມ​ຂະ​ຫຍາ​ຍປະສິດທິ​ຜົນ​​ເທື່ອ. ຄຽງ​ຂ້າງ​ນັ້ນ, ຈຳນວນ​ພົນລະ​ເມືອງ ​ແລະ ຄຸນ​ນະພາ​ບການ​ດຳລົງ​ຊີວິດ​ນັບ​ມື້​ນັບ​ເພີ່ມ​ຂຶ້ນ, ສິ່ງ​ດັ່ງກ່າວ​ກໍ່​ສົ່ງ​ຜົນ​ສະທ້ອນ​ຫຼາຍ​ທີ່​ສຸດ​ເຖິງ​ແຫຼ່ງຊັບພະຍາກອນ​ນຳ້... ທ່ານ ​ເລ​ຫຶ້ວທ່ວນ, ຮອງ​ຫົວໜ້າ​ກົມ​ຄຸ້ມ​ຄອງ​ຊັບພະຍາກອນ​ນ້ຳ, ກະຊວງ​ຊັບພະຍາກອນ ​ແລະ ສິ່ງ​ແວດ​ລ້ອມ, ​ໃຫ້​ຮູ້້ວ່າ:

        “ຕາມ​ການ​ຄາດ​ຄະ​ເນ, ປີ 2020 ຈຳນວນ​ພົນລະ​ເມືອງ​ຫວຽດນາມ ​ແມ່ນ​ເກືອບ 100 ລ້ານ​ຄົນ ​ແລະ ຈະຮັກສາ​​ລະດັບ 120 ລ້ານ​ຄົນ​ໃນ​ສອງ​ສາມ​ທົດ​ສະ​ວັດ​ຈະ​ມາ​ເຖິງ. ຈຳນວນ​ພົນລະ​ເມືອງ​ ​ແລະ ຄວາມ​ຕ້ອງການ​ຍົກ​ສູງ​ຄຸນ​ນະພາ​ບການ​ດຳລົງ​ຊີວິດ​ເພີ່ມ​ຂຶ້ນ​ຈະ​ຕ້ອງການ​ນຳ້​ຫຼາຍ. ​ເພື່ອ​ຮັບປະກັນ​ຄຸນ​ນະພາ​ບ ຊີວິດການ​ເປັນ​ຢູ່​ຂອງ​ປະຊາຊົນ ​ກໍ່​ຄື​ຮັ​ບໃຊ້​ໃຫ້​ແກ່​ການ​ພັດທະນາ​ການ​ຜະລິດ. ນີ້​ແມ່ນ​ສິ່ງ​ທ້າ​ທາຍ​ໃຫຍ່​ສຳລັບ​ການ​ພັດທະນາ​ຊັບພະຍາກອນ​ນຳ້​ແຫ່ງ​ຊາດ“.

        ບັນດາ​ຜູ້​ຊ່ຽວຊານດ້ານ​ຊັບພະຍາກອນ​ນຳ້​ຖື​ວ່າ, ບັນດາ​ແມ່​ນຳ້​ລຳ​ໃຫຍ່​ຢູ່​ຫວຽດນາມ, ລ້ວນ​ແຕ່​ມີ​​ເຂື່ອນ​ໄຟຟ້າ​ນຳ້ຕົກ ​ແລະ ຊົນລະປະທານ. ຍ້ອນ​ມັນ​ລ້ວນ​ແຕ່​ໄດ້​ຮັບ​ການ​ກໍ່ສ້າງກ່ອນ​ທີ່​ມີ​ຈຸດໝາຍ​ພັດທະນາ​ຢ່າງ​ໝັ້ນຄົງ, ດັ່ງ​ນັ້ນ​ອ່າງ​ນ​ຳ້ຫຼາຍ​ແຫ່ງ​, ສ່ວນ​ຫຼາຍ​​ແມ່ນເຄື່ອນ​ໄຫວ​​ດ້ວຍ​ຈຸດໝາຍ​ຍົກ​ສູງ​ປະສິດທິ​ຜົນ​ທາງ​ດ້ານ​ເສດຖະກິດ, ຫາກ​ບໍ່​ທັນ​ເອົາ​ໃຈ​ໃສ່​ເຖິງ​ການ​ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ. ຕາມ​ຜູ້​ຊ່ຽວຊານ​ດ້ານ​ຊັບພະຍາກອນ​ນຳ້ ຫງວຽນ​ທິ​ເຟືອງ​ເລິ​ມ ​ແລ້ວ, ​ໃນ​ປະຈຸ​ບັນ, ຢູ່​ຫວຽດນາມ, ​ເພື່ອ​ພັດທະນາ​ຊັບພະຍາກອນ​ນຳ້​ຢ່າງ​ໝັ້ນຄົງ, ຄວນ​ບຸລິ​ມາ​ສິດ​ແກ່​ວຽກ​ງານ​ຄຸ້ມ​ຄອງ​ຊັບພະຍາກອນ​ນ້ຳ ​ແລະ ຕ້ອງ​ລະດົມ​ທັງ​ປະຊາ​ຄົມ​ເຂົ້າ​ຮ່ວມ.

        “ປະຊາ​ຄົມ​ຜູ້ນຳ​ໃຊ້​​ແຫຼ່ງນຳ້ຕ້ອງມີ​ການ​ພົບ​ປະ​ກັບ​ຜູ້​ຄຸ້ມ​ຄອງ​ແຫຼ່ງ​ນຳ້, ຈາກ​ນັ້ນ​ກຳນົດ​ບັນດາ​ຈຸດໝາຍ​ພັດທະນາ​ຢ່າງ​ໝັ້ນຄົງ. ອີງ​ໃສ່​ບັນດາ​ຈຸດໝາຍ​ນີ້, ບັນດາ​ນັກ​ຄຸ້ມ​ຄອງ​ຊັບພະຍາກອນ​ນຳ້​ຈຶ່ງ​ກຳນົດ​ລະບອບ​ທີ່​ເໝາະ​ສົມ, ​ໃນ​ນັ້ນ​ສ້າງ​ຄວາມ​ສາມາດ​ໃນ​ການ​ສຳຜັດ, ສະໜອງ​ແຫຼ່ງນຳ້​ຮັບປະກັນ​ຄຸນ​ນະພາ​ບ​. ຈຳ​ເປັນ​ຕ້ອງ​ມີ​ບັນດາມາດ​ຕະການ​ປົກ​ປັກ​ຮັກສາ​ແຫຼ່ງນຳ້​, ຟື້ນ​ຟູ​ຊັບພະຍາກອນ​ນຳ້, ຈຳກັດ​ການ​ປ່ອຍ​ສິ່ງ​ເສດ​​ເຫຼືອ​ໂດຍ​ກົງ​ເຂົ້າ​ແຫຼ່ງນຳ້, ສະກັດ​ກັ້ນ​ມົນ​ລະ​ພິດ​​ແຫຼ່ງນຳ້​ທີ່​ສົ່ງ​ຜົນ​ສະທ້ອນ​ບໍ່​ດີ​ເຖິງ​ສຸຂະພາບ​ຂອງ​ມະນຸດ“.

        ​ໂດຍ​ກຳນົດ​ນຳ້​ແມ່ນ​ຊັບພະຍາກອນ​ສຳຄັນພິ​ເສດ, ລັດຖະບານ​ຫວຽດນາມ, ຍາມ​ໃດ​ກໍ່​ມາ​ນະພະ​ຍາ​ຍາມ​ເພີ່ມ​ທະວີ ​ແລະ ປັບປຸງ​ລະບອບ; ນະ​ໂຍບາຍ​ໃນ​ການນຳ​ໃຊ້, ປົກ​ປັກ​ຮັກສາ​ຊັບພະຍາກອນ​ນຳ້. ທັດສະນະ​ຄຸ້ມ​ຄອງ​ຊັບພະຍາກອນ​ນຳ້​ສັງ​ລວມ, ຮອບດ້ານ ​ໄດ້​ຖືກ​ນຳ​ເຂົ້າ​ກົດໝາຍ​ວ່າ​ດ້ວຍ​ຊັບພະຍາກອນ​ນຳ້. ທີ່​ກອງ​ປະຊຸມ​ສະ​ໄໝ​ສາມັນ​ເທື່ອ​ທີ 3, ສະພາ​ແຫ່ງ​ຊາດ​ຫວຽດນາມ​ ຊຸດ​ທີ 13, ສະພາ​ແຫ່ງ​ຊາດ​ໄດ້​ຮັບຮອງ​ເອົາ​ກົດໝາຍ​ວ່າ​ດ້ວຍ​ຊັບພະຍາກອນ​ນຳ້ (ສະບັບ​ປັບປຸງ) ​ອັນ​ໄດ້ຊ່ວຍປັບປຸງກອບ​ກົດໝາຍ​ວ່າ​ດ້ວຍຊັບພະຍາກອນ​ນຳ້​ໃຫ້​ເໝາະ​ສົມ​ກັບ​ຄວາມ​ຮຽກຮ້ອງ​ຕ້ອງການ​ພັດທະນາ​ເສດຖະກິດ, ສັງຄົມ, ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ, ພ້ອມ​ທັງ​ຊຸກ​ຍູ້​ການ​ຄຸ້ມ​ຄອງ​ຊັບພະຍາກອນ​ນຳ້​ແບບສັງ​ລວມ ​ແລະ ​ເປັນ​ເອກະ​ພາບ, ນຳ​ໃຊ້​ແຫຼ່ງນຳ້​ຢ່າງ​ປະຢັດ ​ແລະ ມີ​ປະສິດທິ​ຜົນ. ຫວ່າງ​ແລ້ວ​ນີ້, ທ່ານ​ຮອງ​ນາຍົກລັດຖະມົນຕີ ຮ່ວາງ​ຈູງ​ຫາຍ, ປະທານ​ສະພາ​ແຫ່ງ​ສາດ​ກ່ຽວ​ກັບ​ຊັບພະຍາກອນ​ນຳ້, ຮຽກຮ້ອງ​ກະຊວງ​ຊັບ​ພະຍາກອນ ​ແລະ ສິ່ງ​ແວດ​ລ້ອມ​ຜັນ​ຂະຫຍາຍ​​ແຜນ​ກຳນົດ​ຊັບພະຍາກອນ​ນຳ້​ແຫ່ງ​ຊາດ, ສົມທົບ​ກັບ​ການ​ສຳ​ຫຼວດຊັບພະຍາກອນ​ນຳ້​ໂດຍ​ໄວ ​ເພື່ອ​ຍື່ນ​ສະ​ເໜີ​ນາຍົກລັດຖະມົນຕີ​ເຊັນ​ອະນຸມັດ​ໃນ​ປີ 2016, ນີ້​ຈະ​ແມ່ນ​ພື້ນຖານ​ສຳຄັນ​ເພື່ອ​ໃຫ້​ຫວຽດນາມ ​ແກ້​ໄຂ​ບັນດາ​ບັນຫາ​ສັບສົນ​ທີ່​ພວມ​ເກີດ​ຂຶ້ນ, ປົກ​ປັກ​ຮັກສາ​ຊັບພະຍາກອນ​ນຳ້​ເພື່ອ​ການ​ພັດທະນາ​ຢ່າງ​ໝັ້ນຄົງ. ທ່ານ​ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ຊັບພະຍາກອນ ​ແລະ ສິ່ງ​ແວດ​ລ້ອມ ຫງວຽນທ໋າຍລາຍ, ຖື​ວ່າ:

        “ພວກ​ເຮົາ​ຕ້ອງການ​ນຳ້​ເພື່ອ​ສຸຂະ​ພາບ, ຮັບປະກັນ​ຄວາມ​ປອດ​ໄພດ້ານ​ທັນ​ຍາ​ຫານ ​ແລະ ພັດທະນາ​ເສດຖະກິດ. ນຳ້​ເປັນ​ລູກ​ກະ​ແຈ​ແຫ່ງ​ການ​ພັດທະນາ​ຢ່າງ​ໝັ້ນຄົງ. ດ້ວຍ​ສານ​ຄື​ດັ່ງກ່າວ, ສະຕິ​ຂອງ​ພວກ​ເຮົາ​ໃນ​ການ​ປົກ​ປັກ​ຮັກສາ, ນຳ​ໃຊ້​ຊັບພະຍາກອນນຳ້ຢ່າງ​ເໝາະ​ສົມ ຈະ​ປະກອບສ່ວນ​ຮັກສາ​ຄວາມ​ປອດ​ໄພ​ໃນ​ສັງຄົມ, ພັດທະນາ​ເສດຖະກິດ ​ແລະ ກະ​ສີ​ກຳ“.

        ​ໄລຍະ​ຈະ​ມາ​ເຖິງ, ກະຊວງ​ຊັບພະຍາກອນ ​ແລະ ສິ່ງ​ແວດ​ລ້ອມ​ຈະ​ສຸມ​ໃສ່​ຜັນ​ຂະຫຍາຍ​ແຜນການ​ດຳ​ເນີນ​ງານ​ແຫ່ງ​ຊາດ​ກ່ຽວ​ກັບ​ການ​ຍົກ​ສູງ​ປະສິດທິ​ຜົນ​ແຫ່ງ​ການ​ຄຸ້ມ​ຄອງ, ປົກ​ປັກ​ຮັກສາ ​ແລະ ນຳ​ໃຊ້​ຊັບພະຍາກອນ​ນຳ້. ​ໃນ​ສະພາບ​ການ​ທີ່​ຫວຽດນາມ ​ພວມ​ມານະ​ພະຍາຍາມ​ກໍ່ສ້າງ​ຊົນນະບົດ​ໃໝ່, ​ເລື່ອງ​ປົກ​ປັກ​ຮັກສາ​ແຫຼ່ງນຳ້​ຈະ​ປະກອບສ່ວນ​ເຂົ້າ​ໃນ​ຜົນສຳ​ເລັດ​ຂອງ​ໂຄງການ​ຈຸດໝາຍ​ແຫ່ງ​ຊາດ​ນີ້.

ຕອບກັບ

ຂ່າວ/ບົດ​ອື່ນ