ຫຼີຮ່ວາ - ໝູ່ບ້ານແຄມທະເລທີ່ເຂັ້ມຄົ້ນໄປດ້ວຍມູນເຊື້ອປະຫວັດສາດ, ວັດທະນະທຳ

(vovworld) - ບົນ​ເສັ້ນທາງ​ໄປ​ທ່ອງ​ທ່ຽວ​ເໜືອ - ​ໃຕ້​ຫວຽດນາມ, ​ເມື່ອ​ຂ້າມ​ກີ່​ວງາ​ງ ​ເຂົ້າ​ບໍລິ​ເວນ​ແຂວງກວາງ​ບິ່ງ, ​ແຂກ​ທ່ອງ​ທ່ຽວ​ຈະຮູ້ສຶກ​ຕົກສະ​ເງີ້ ​ເມື່ອ​ເຫັນ​ທີ​ວທັດ​ທຳ​ມະ​ຊາດ​ພູຜາ​ປ່າ​ໄມ້​ທີ່​ສວຍ​ງາມ, ປຽບ​ເໝືອນ​ຮູບ​ພາບ​ປະ​ເທດ​ຫວຽດນາມ​ຫຍໍ້​ເຂົ້າຂອງໝູ່​ບ້ານ​ຫຼີຮ່ວາ, ທີ່​ຂຶ້ນ​ກັບ​ຕາ​ແສງ​ຫາຍ​ແຈກ, ​ເມືອງ​ໂບ໋​ແຈກ, ​ແຂວງ​ກວາງ​ບິ່ງ. ຢູ່​ທີ່​ນີ້​ມີ​ທັງ​ພູ​ຜາ​ປ່າ​ໄມ້, ​ແມ່​ນ້ຳ​ລຳ​ເຊ ​ແລະ ທະ​ເລ. ​ໃນ​ປະຫວັດສາດ, ຫຼີຮ່ວາ ບໍ່​ພຽງ​ແຕ່​ແມ່ນ​ໝູ່​ບ້ານ​ແຄມ​ທະ​ເລ​ທີ່​ອຸດົມສົມ​ບຸນ​ ​ແລະ ມັ່ງ​ຄັ່ງ ​ເທົ່າ​ນັ້ນ, ຫາກ​ຍັງ​ແມ່ນ​ເຂດ​ບ້ານ​ນາ​ທີ່​ມີ​ມູນ​ເຊື້ອ​ວັດທະນະທຳ, ປະຫວັດສາດ​ຂອງ​ແຂວງກວາງ​ບິ່ງ ​ແລະ ຂອງ​ທົ່ວ​ປະ​ເທດ​ອີກ​ດ້ວຍ.

ຫຼີຮ່ວາ - ໝູ່ບ້ານແຄມທະເລທີ່ເຂັ້ມຄົ້ນໄປດ້ວຍມູນເຊື້ອປະຫວັດສາດ, ວັດທະນະທຳ - ảnh 1
ໝູ່ບານແຄມທະເລຫຼີຮ່ວາ(ພາບ: lyhoa.net)

    ທຳ​ມະ​ຊາດ​ໄດ້​ບັນດານ​ໃຫ້​ຫຼີຮ່ວາມີ ”ພູຜາ​ປ່າ​ໄມ້​ທີ່​ຂຽວ​ອຸ່ມ​ທູ່​ມ ​ແລະ ​ແມ່​ນ້ຳ​ລຳ​ເຊ​ທີ່​ສ່ອງ​ໃສ. ​ໂດຍ​ຕັ້ງ​ຢູ່​ເຂດ​ທີ່​ອ້ອມ​ຮອບ​​ດ້ວຍ​ພູຜາ​ປ່າ​ໄມ້ ​ແລະ ທະ​ເລ, ອັນ​ໄດ້​ເຮັດ​ໃຫ້ຫຼີຮ່ວາ​ ກາຍ​ເປັນ​ທີ່​ຕັ້ງ​ຍຸດ​ທະ​ສາດ​ທີ່​ສຳຄັນ​ ​ໃນ​ປະຫວັດແຫ່ງ​ການຕ້ານ​ເສິກ​ຮຸກ​ຮານ​ຕ່າງ​ດ້າວ, ນີ້​ກໍ່​ແມ່ນ​ແຫ່ງ​ທີ່​​ເປັນຂີດ​ໝາຍ​​ບັນດາໄຊຊະນະ​​ແຫ່ງປະຫວັດສາດ. ປາກ​​ແມ່​ນ້ຳ​ຫຼີຮ່ວາ​ໃນ​ເມື່ອ​ກ່ອນ​ເອີ້ນ​ວ່າ​ດ້າຍ​ຫຼີ, ​ແມ່ນ​ແຫ່ງ​ທີ່​ເມື່ອ​ປີ 1369, ​ເຈົ້າ​ຊີວິດ ​ເຈິ່ນຢູ້ຕົງ ພ້ອມ​ກັບທະຫານ​ເຮືອ ດ້າຍ​ຫວຽດ ຕີ​ເອົາ​ຊະນະ​ທະຫານ​​ຈຳ​ຈາກ​ພາກ​ໃຕ້ມາ​ປຸ້ນ​ສະດົມ. ຢູ່​​ໃກ້​ກັບ​ປາກ​ແມ່​ນ້ຳ​ຫຼີຮ່ວາ ​ແມ່ນ​ໝູ່​ບ້ານ​ທະ​ເລຫຼີຮ່ວາ​ທີ່​ອຸດົມສົມ​ບຸນ, ປະຊາຊົນ​ທຳ​ມາ​ຫາ​ກິນ​ສະດວກ​ສະບາຍ, ຊີວິດ​ສົມ​ບຸນ​ພູນ​ສຸກ. ນັບ​ແຕ່​ດົນ​ນານ​ມາ​ແລ້ວ, ວຽກ​ງານ​ການ​ປະມົງ​ ​ແລະ​ ການ​ຄ້າ​ທາງ​ທະ​ເລຂອງ​ປະຊາຊົນ​ຢູ່​ທີ່​ນີ້​​ໄດ້​ຮັບ​ການພັດທະນາ​​. ທ່ານ ຫງວຽນ​ຢູຍຮຸ່ງ​, ພະນັກງານ​ຕາ​ແສງ​ຫາຍ​ແຈກ, ​ໃຫ້​ຮູ້​ວ່າ:

ຫຼີຮ່ວາ - ໝູ່ບ້ານແຄມທະເລທີ່ເຂັ້ມຄົ້ນໄປດ້ວຍມູນເຊື້ອປະຫວັດສາດ, ວັດທະນະທຳ - ảnh 2
(ພາບ: lyhoa.net)

    ”ໝູ່​ບ້ານ​ຫຼີຮ່ວາ ມີ​ປະຫວັດ​ແຫ່ງ​ການ​ພັດທະນາ​ມາ​ເປັນ​ເວລາ​ກວ່າ 300 ປີ​ ​ແລະ ​​ຜ່ານ​ການ​ຜັນ​ແປ​ຂອງ​ການ​ເວລາ, ຊາວ​ໝູ່​ບ້ານ​ຫຼີຮ່ວາ​ໄດ້​ມີ​ມູນ​ເຊື້ອ​ສາມັກຄີ, ຮັກ​ແພງ​ກັນ ​ແລະ ພ້ອມ​ກັນ​ຕ້ານ​ໄພ​ທຳ​ມະ​ຊາດ, ທຳ​ການ​ຜະລິດ, ພ້ອມ​ທັງ​ປະຕິບັດ​ພັນທະ​ຂອງ​ຕົນ​ເປັນ​ຢ່າງ​ດີ, ປະກອບສ່ວນ​ເຂົ້າ​ໃນ​ການ​ຕໍ່ຕ້ານ​ໆ​ອາ​ເມ​ລິ​ກາກູ້​ຊາດ. ​ໂດຍ​ແມ່ນ​ໝູ່​ບ້ານ​ວັດທະນະທຳ, ໝູ່​ບ້ານມັກ​ຮຽນ ​ແລະ ມີ​ຄວາມ​ຂະຫຍັນ​ຂັນ​ເຄື່ອນໃນ​ການ​ຜະລິດ, ດຳ​ເນີນ​ທຸລະ​ກິດ, ຊາວ​ໝູ່​ບ້ານ​ຫຼີຮ່ວາ, ຕາ​ແສງຫາຍ​ແຈກ ຍາມ​ໃດ​ກໍ່​ມີ​ຄວາມ​ສາມັກຄີຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ, ​ອັນ​ໄດ້ເຮັດ​ໃຫ້ຊີວິດການ​ເປັນ​ຢູ່​ຂອງ​ປະຊາຊົນ​ນັບ​ມື້​ນັບ​ສົມ​ບຸນ​ພູນ​ສຸກ”.

    ກໍ່​ເຊັ່ນ​ດຽວ​ກັບ​ໝູ່​ບ້ານ​ອື່ນໆ, ຢູ່​ໝູ່​ບ້ານ​ຫຼີຮ່ວາ ກໍ່​ມີ​ປູຊະນີຍະສະ​ຖານ​ປະຫວັດສາດ​ອັນ​ລ້ຳ​ຄ່າ​ຫຼາຍ​ແຫ່ງ. ສາລາ​ຫຼີຮ່ວາ ​ໄດ້​ຮັບ​ການ​ກໍ່ສ້າງ​ຂຶ້ນ​ເມື່ອ​ປີ 1737, ​ແມ່ນ​ກິດຈະກຳ​ທີ່​ມີ​ຄຸນຄ່າ​ປະຫວັດສາດ, ສະຖາປັດຕະຍາ​ກຳສິລະ​ປະ​ທີ່​ດີ​ເດັ່ນ, ​ແມ່ນ​ແຫ່ງ​ບູຊາ​ບັນພະບຸລຸດຜູ້​ມີ​ບຸນ​ຄູນ​ໃນ​ການ​ກໍ່​ຕັ້ງ​ໝູ່​ບ້ານ ​ແລະ ​ສ້າງ​ອາຊີບ​ທີ່​ເປັນ​ມູນ​ເຊື້ອ​ໃຫ້ໝູ່​ບ້ານ​ທະ​ເລ. ສາລາ​ຍັງ​ບູຊາ 12 ​ຕະກູນ, ​ໃນ​ນັ້ນ​ມີ​ຕະກູນ ຫງວຽນ​ຢູດ ​ເຊິ່ງ​ແມ່ນ​ຕະກູນ​ທີ່​ມີ​ຊື່​ສຽງ​ຢູ່​ໝູ່​ບ້ານ​ຫຼີຮ່ວາ ​ຍ້ອນ​ມີ​ຫຼາຍລຸ້ນ​ຄົນ​ເສັງ​ໄດ້​​ເປັນອາດຍາ​ເຈົ້າ​ນາຍ, ​ແລະ ​ໄດ້​ຮັບ​ຄວາມເຄົາ​ລັບນັບຖື​ຈາກ​ສັງ​ຄົມ​. ຕາມ​ພົງສາວະດານ​ແລ້ວ​, ນັບ​ແຕ່​ປີ ມິ​ງມ້າງ ທີ 10 ​ເປີດ​ການ​ສອບເສັງ​ຊຸດ​ທຳ​ອິດ​ເຖິງ​ຊຸດ​ຮຽນ​ສຸດ​ທ້າຍ​ເມື່ອ​ປີ 1919, ຕະກູນ ຫງວຽນ​ຢູຍ ຢູ່​ໝູ່​ບ້ານ​ຫຼີຮ່ວາ ​ໄດ້​ມີ 5 ທ່ານ​ເສັງ​ໄດ້​ປະລິຍາ​ເອກ. ນັ້ນ​ແມ່ນ​ກໍລະນີ​ທີ່​ບໍ່​ເຄີຍ​ມີ​ມາ​ໃນ​ປະຫວັດ​ແຫ່ງ​ການ​ສອບ​ເສັງ​ຂອງ​ຫວຽດນາມ ​ໃນ​ສະ​ໄໝ​ສັກ​ດີ​ນາ. ທ່ານ ຟ້າ​ມຢາ​ເທືອງ, ຜູ້​ມີ​ອາຍຸ​ສູງ​ຢູ່​ໝູ່​ບ້ານ​ຫຼີຮ່ວາ, ​ໃຫ້​ຮູ້​ວ່າ:

ຫຼີຮ່ວາ - ໝູ່ບ້ານແຄມທະເລທີ່ເຂັ້ມຄົ້ນໄປດ້ວຍມູນເຊື້ອປະຫວັດສາດ, ວັດທະນະທຳ - ảnh 3
ສາລາບ້ານຫຼີຮ່ວາ(ພາບ: lyhoa.net)

    ”​ໃນ​ສະ​ໄໝ​ກ່ອນ, ໝູ່​ບ້ານ​ຂອງ​ພວກ​ເຮົາ​ມີ​ຫຼາຍ​ຄົນ​​ເສັງ​ປະລິຍາ​ເອກໄດ້, ​ແລະ ​ເປັນ​ອາດຍາ​ເຈົ້າ​ນາຍ​​ໃນສະ​ໄໝ​ລາຊະ​ວົງ​ອື່ນໆ, ​ເຂົາ​ເຈົ້າ​ໄດ້​​ເປັນ​ແບບຢ່າງ​ທີ່​ດີ​ໃຫ້​ແກ່​ໝູ່​ບ້ານ. ​ໄລຍະ​ຜ່ານ​ມາ, ໝູ່​ບ້ານ​ຂ້າພະ​ເຈົ້າ​ຍັງ​ຄົງ​​ເສີມ​ຂະຫຍາຍ​ມູນ​ເຊື້ອ​ອັນ​ດີງາມ​ດັ່ງກ່າວ. ດ້ວຍ​ມູນ​ເຊື້ອ​ນັ້ນ, ພວກ​ຂ້າພະ​ເຈົ້າ​ເຊື່ອ​ໝັ້ນ​ວ່າ, ໝູ່​ບ້ານ​ຂອງ​ພວກ​ຂ້າພະ​ເຈົ້າ​ຈະ​ມີ​ການ​ປ່ຽນ​ໃໝ່, ພັດທະນາ, ສວຍ​ງາມ ​ແລະ​ ຮັ່ງມີກວ່າ”

    ​ໃນ​ຊຸ່ມ​ປີ​ແຫ່ງ​ການ​ຕໍ່ຕ້ານໆ​ອາ​ເມ​ລິ​ກາ​ກູ້​ຊາດ, ກີ່ວ​ຫຼີຮ່ວາ​ ໄດ້​ກາຍ​ເປັນ​ຈຸດສຸມ​ແຫ່ງ​ການ​ຍິງ​ທຳລາຍ​ຂອງ​ທັບ​ອາກາດອາ​ເມ​ລິ​ກາ, ​ເພາະວ່າ​ນີ້​ແມ່ນ​ເສັ້ນທາງ​ຄົມມະນາຄົມ​ຂົນ​ສົ່ງ​ທີ່​ສຳຄັນ​​ເພື່ອ​ໃຫ້ແນວ​ຫຼັງ​ພາກ​ເໜືອ​ລຳລຽງ​ຂົນ​ສົ່ງ​ອາວຸດ, ​ເຄື່ອງ​ຂອງ​ຕ່າງໃຫ້​ແນວ​ໜ້າ​ພາກ​ໃຕ້. ​ເພື່ອ​ຮັບປະກັນ​ໃຫ້​ທາງ​ຄົມມະນາຄົມ​ຂົນ​ສົ່ງທະລຸ​ໂລ່ງ, ຊາວ​ໝູ່​ບ້ານຫຼີຮ່ວາ ​ໄດ້​ຮື້​ມ້າງ​ເຮືອນ​ຊານ 150 ຫຼັງ​ຂອງ​ຕົນ​​ເພື່ອ​ສ້າງ​ຂົວ​ໃຫ້​ທະຫານ​ຂ້າມ​ແມ່​ນ້ຳ, ປະກອບ​ກຳລັງ​ແຮງ, ຊັບ​ສິນ​ໃຫ້ການ​ຕໍ່ສູ້​ກູ້​ຊາດ, ທ້ອນ​ໂຮມ​ປະ​ເທດ​ຊາດ​ເປັນ​ເອກະ​ພາບ. ຢູ່​ແຫ່ງ​ນີ້, ທະຫານ ​ແລະ ປະຊາຊົນ​ຫຼີຮ່ວາ​ໄດ້​ຍິງ​ເຮືອບິນ​ອາ​ເມ​ລິ​ກາ​ຕົກ 2 ລຳ. ພາຍຫຼັງ​ປະ​ເທດ​ໄດ້​ຮັບ​ສັນຕິພາບ, ຫຼີຮ່ວາ ​ບໍ່​ພຽງ​ແຕ່​ກາຍ​ເປັນ​ສູນ​ພັດທະນາ​ອາຊີບ​ການ​ປະມົງ​ຢູ່​ແຄມ​ທະ​ເລ​ເທົ່າ​ນັ້ນ, ຫາກ​ຍັງ​ແມ່ນ​ສູນ​ການ​ຄ້າ​ທີ່​ຄຶກ​ໂຄມ​ໜາ​ແໜ້ນ​ອີກ​ດ້ວຍ. ປະຈຸ​ບັນ, ຊາວ​ໝູ່​ບ້ານ​ຫຼີຮ່ວາ, ​ເຖິງ​ວ່າ​ຈະ​ໄປ​ເຮັດ​ວຽກ​ຢູ່​ທົ່ວ​ທຸກ​ແຫ່ງ​ໃນ​ປະ​ເທດ, ​ແລະ​ ໄດ້​ຮັບ​ຜົນສຳ​ເລັດ​ໃນ​ຫຼາຍ​ຂົງ​ເຂດ​ຂອງ​ຊີວິດ​ສັງຄົມ​ກໍ່ຕາມ, ​ແຕ່​ຈິດ​ໃຈ​ເຂົາ​ເຈົ້າ​ຍາມ​ໃດ​ກໍ່​ຮູ້ສຶກ​ເອກອ້າງ​ທະ​ນົງ​ໃຈ​​ຕໍ່​ໝູ່​ບ້ານ​ຂອງ​ຕົນ. ທ່ານ​ຫງວຽນ​ເກິ​ມ​ເຊີນ, ຊາວ​ໝູ່​ບ້ານ​ຫຼີຮ່ວາ, ສະ​ແດງ​ຄວາມ​ຮູ້ສຶກ​ວ່າ:

​ເທບ

    ”ສຳ​ຫຼັບ​ຊາວ​ໝູ່​ບ້ານ​ຫຼີຮ່ວາ​ແຕ່ລະຄົນ​ແລ້ວ, ​ເມື່ອ​​ໄປໄກ​ຈາກ​ໝູ່​ບ້ານ​ ຈຶ່ງ​ຮັບ​ຮູ້​ໄດ້​ອາລົມ​ຈິດທັງ​ໝົດ​ທີ່​ມີ​ຕໍ​ໝູ່​ບ້ານ. ສ່ວນຂ້າພະ​ເຈົ້າ​ເອງ, ກໍ່​ໄດ້ຮັບ​ການ​ກຳ​ເນີ​ດ, ​ເຕີບ​ໃຫຍ່ ​ແລະ ຕິດ​ພັນ​ກັບ​ດິນ​ແດນ​ແຫ່ງ​ນີ້​ໃນ​ຍາມ​ສົງຄາມ​ອັນ​ດຸ​ເດືອດ. າ​ມ​ໃດ​ຂ້າພະ​ເຈົ້າ​ກໍ່​ຄິດ​ຮອດ​ຄິດ​ເຖິງບ້ານ​ເກີດ​ເມືອງ​ນອນ. ຂ້າພະ​ເຈົ້າ​ເຊື່ອ​ໝັ້ນ​ວ່າ, ​ໃນ​ໄລຍະ​ຈະ​ມາ​ເຖິງ, ​ເມືອງ​ໂບ໋​ແຈກ​ຂອງ​ຂ້າພະ​ເຈົ້າ ຈະ​ທັດ​ທຽມ​ກັບ​ເມືອງ​ຕ່າງໆ​ໃນ​ທົ່ວ​ປະ​ເທດ”.

    ໝູ່​ບ້ານ​ທະ​ເລຫຼີຮ່ວາ​ຍັງ​ແມ່ນ​ທັດສະນີ​ຍະ​ພາບ​ທີ່​ສວຍ​ງາມ, ດ້ວຍ​​ແກ້ງ​ຫີນ​ໃຫຍ່, ນ້ອຍ, ສູງ, ຕ່ຳ​ຫຼາຍ​ແຫ່ງ​ທີ່​ພົ້ນ​​ຂຶ້ນ​​ຈາກ​ທະ​ເລ, ສ້າງ​ເປັນ​ຮູບ​ທີ່​ມະຫັດສະຈັນ, ດັ່ງ​ນັ້ນ, ປະຊາຊົນ​ຢູ່​ແຫ່ງ​ນີ້​ຈຶ່ງ​ເອີ້ນ​ວ່າ ”​ແກ້ງ​ຫີນ​ໂດດ”. ໝູ່​ບ້ານ​ປະມົງ​ຫຼີຮ່ວາ ທີ່​ອຸດົມສົມ​ບຸນ, ມີ​ຄວາມ​ສັນຕິ​ສຸກ, ພ້ອມ​ກັບ​ແກ້ງ​ຫີນ​ໂດດ​ນັ້ນ ​ໄດ້​ກາຍ​ເປັນທັດສະນີ​ຍະ​ພາບ​ທີ່​ສວຍ​ງາມ, ​ແມ່ນ​ສະຖານ​ທີ່​ທ່ອງ​ທ່ຽວ, ຜັກ​ຜ່ອນ​ຢ່ອນ​ອາລົມ​ທີ່​ດຶງ​ດູດ​ນັກ​ທ່ອງ​ທ່ຽວທີ່​ມາ​ຈາກ​ທຸກ​ສາລະ​ທິດ, ​ແລະ ​ຊາວ​ກວາງ​ບິ່ງ. ຖ້າ​ມີ​ໂອກາດ​, ​ເຊີນ​ທ່ານ​ມາ​ຢາມ​ໝູ່​ບ້ານ​ທະ​ເລຫຼີຮ່ວາ ເພື່ອ​ມີ​ຄວາມ​ເຂົ້າ​ໃຈ​ຕື່ມີ​ກກ່ຽວ​ກັບ​ປະຫວັດ ສາດ, ມູນ​ເຊື້ອ​ວັດທະນະທຳ​ຂອງ​ເຂດ​ບ້ານ​ນາ​ທີ່​ສວຍ​ງາມ​​​ແຫ່ງນີ້.

ຕອບກັບ

ຂ່າວ/ບົດ​ອື່ນ