(VOVWORLD) -
ແຕ່ດົນນານມາແລ້ວ, ອາຊີບຈັກສານດ້ວຍໄມ້ໄຜ່, ໄມ້ຊອດ ຢູ່ຕາແສງ ຝູເຕິນ, ເມືອງ ເຈົາແທ່ງ, ແຂວງ ຊອກຈັງ ໄດ້ເປັນທີ່ຮູ້ຈັກກັນດີວ່າ ບໍ່ພຽງແຕ່ແມ່ນອາຊີບທີ່ເປັນມູນເຊື້ອເທົ່ານັ້ນ ຫາກຍັງກາຍເປັນຈຸດວັດທະນະທຳສະເພາະຂອງພໍ່ແມ່ຊາວເຜົ່າຂະແມອີກດ້ວຍ. ອາຊີບນີ້ ໄດ້ຊ່ວຍໃຫ້ຫຼາຍຄອບຄົວ ຫຼຸດພົ້ນອອກຈາກຄວາມທຸກຍາກ, ບືນຕົວຂຶ້ນສ້າງຊີວິດການເປັນຢູ່ໃຫ້ເປັນປົກກະຕິ.
ປະຊາຊົນຕາແສງ ຝູເຕິນ ເຮັດອາຊີບຈັກສານ (ພາບ: ງອກແອງ) |
ມີພຽງແຕ່ໄມ້ໄຜ່, ໄມ້ຊອດ, ໄມ້ເຮ້ຍ ບວກກັບສີມືອັນຄ່ອງແຄ້ວ, ລະອຽດລະອໍຂອງປະຊາຊົນຕາແສງ ຝູເຕິນ ໄດ້ສ້າງເປັນບັນດາຜະລິດຕະພັນເຄື່ອງໃຊ້ສອຍປະຈຳວັນໃນຄອບຄົວ ດ້ວຍຫຼາກຫຼາຍສີສັນຮູບແບບ, ເປັນຕົ້ນແມ່ນ ຕະບຽນຕາແຫ, ກະບຽນ, ກະທຸ້ງ, ກະຕ່າ, ກະບຸງ... ແລະ ບັນດາເຄື່ອງຫັດຖະກຳຄື: ເຮືອຂະໜາດນ້ອຍ, ພານໝາກ... ສະເລ່ຍແຕ່ລະມື້, ໜຶ່ງຄົນສາມາດສານໄດ້ແຕ່ 1- 6 ອັນ ໂດຍຂຶ້ນກັບແຕ່ລະຂະໜາດ, ແຕ່ລະຊະນິດ, ນຳມາເຊິ່ງລາຍຮັບປະມານ 100.000 ດົ່ງຕໍ່ວັນ (ກວ່າ 4 USD ຕໍ່ວັນ). ສຳລັບແມ່ຍິງ ຫຼື ຜູ້ສູງອາຍຸ, ນີ້ແມ່ນວຽກງານທີ່ເໝາະສົມ ເພາະວ່າບໍ່ຕ້ອງໃຊ້ແຮງຫຼາຍ, ພັດເປັນເຈົ້າການດ້ານເວລາໄດ້ອີກ. ປ້າ ເລິມທິເຟນ, ປະຊາຊົນຕາແສງ ຝູເຕິນ ໃຫ້ຮູ້ວ່າ:
“ອາຊີບຈັກສານຂອງພວກຂ້າພະເຈົ້າ ແມ່ນອາຊີບທີ່ເປັນມູນເຊື້ອໂດຍໄດ້ສືບທອດຈາກລຸ້ນພໍ່ລຸ້ນອ້າຍ. ຄອບຄົວຂ້າພະເຈົ້າເຮັດອາຊີບນີ້ມາໄດ້ 3 ລຸ້ນຄົນແລ້ວ. ຄາວຍັງນ້ອຍ, ຕອນຂ້າພະເຈົ້າມີອາຍຸ 10 ປີ, ຂ້າພະເຈົ້າກໍເລີ່ມເຮັດເປັນແລ້ວ. ພວກຂ້າພະເຈົ້າມີຄວາມເອກອ້າງທະນົງໃຈຍ້ອນວ່າ ບ້ານຂອງຂ້າພະເຈົ້າແມ່ນໜຶ່ງໃນບັນດາໝູ່ບ້ານອາຊີບທີ່ມີຊື່ສຽງຢູ່ແຂວງ ຊອັກຈັງ. ເຖິງວ່າຫາເງິນບໍ່ໄດ້ຫຼາຍກໍຕາມ, ແຕ່ຍ້ອນມີຄວາມຮັກມັກຕໍ່ອາຊີບນີ້, ສະນັ້ນ ຂ້າພະເຈົ້າກໍຍາດເວລາຫວ່າງເຮັດ ເພື່ອມີລາຍຮັບເສີມ. ຂ້າພະເຈົ້າກໍຢາກຖ່າຍທອດອາຊີບນີ້ໃຫ້ລຸ້ນລູກລຸ້ນຫຼານ”.
ເມື່ອກ່ອນນີ້, ແຕ່ລະຄອບຄົວໃນຕາແສງ ຝູເຕິນ ເຮັດອາຊີບນີ້ແບບກະແຈກກະຈາຍ, ສະນັ້ນ ເຂົາເຈົ້າຈຶ່ງຮ່ວມສຳພັນກັນສ້າງເປັນກຸ່ມ, ສະຫະກອນ ເພື່ອເຮັດໃຫ້ເປັນແບບເປັນແຜນ ແລະ ມີປະສິດທິຜົນກວ່າ. ເມື່ອເຮັດຜະລິດຕະພັນສຳເລັດແລ້ວ, ພໍ່ແມ່ປະຊາຊົນໃນບ້ານບໍ່ຕ້ອງເສຍເວລາ, ເສຍຄ່າໃຊ້ຈ່າຍສົ່ງຜະລິດຕະພັນໄປຂາຍໃຫ້ບັນດາຮາກຖານເກັບຊື້ຢູ່ໃຈກາງນະຄອນ ຊອັກຈັງ ຫຼື ທ້ອງຖິ່ນອື່ນ ຄືເມື່ອກ່ອນ. ປັດຈຸບັນ, ບັນດາສະຫະກອນໄດ້ສະໜອງວັດຖຸດິບ ແລະ ເກັບຊື້ຜະລິດຕະພັນຂອງພໍ່ແມ່ປະຊາຊົນຢູ່ກັບບ່ອນເລີຍ. ຜະລິດຕະພັນກໍມີຄວາມຫຼາກຫຼາຍກວ່າ ນັບແຕ່ເຄື່ອງໃຊ້ສອຍ ຕະຫຼອດຮອດຜະລິດຕະພັນທີ່ເປັນຂອງທີ່ລະນຶກ, ເຄື່ອງປະດັບປະດາພາຍໃນເຮືອນ. ອ້າຍ ຫງວຽນວັນຮວິງ, ຜູ້ອຳນວຍການສະຫະກອນ ຈັກສານ ເດິດເຟືອງນາມ ໃຫ້ຮູ້ວ່າ:
“ພວກຂ້າພະເຈົ້າໄດ້ເຮັດບັນດາເຄື່ອງໃຊ້ສອຍ, ອຸປະກອນອອກແຮງງານແບບດັ້ງເດີມໂດຍມີຂະໜາດນ້ອຍ ເພື່ອເຮັດເປັນຂອງຕ້ອນ, ຂອງຝາກຮັບໃຊ້ແຂກທ່ອງທ່ຽວ. ຢູ່ທີ່ນີ້ ມີຊຸດຜະລິດຕະພັນ 12 ຢ່າງ ໂດຍໄດ້ເອົາແນວຄວາມຄິດມາຈາກບັນດາຜະລິດຕະພັນທີ່ເປັນເອກະລັກສະເພາະຂອງປະຊາຊົນພາກໃຕ້ ຫວຽດນາມ, ເປັນຕົ້ນແມ່ນ: ສຸ່ມ, ກະຕ່າ, ກະບຸງ, ກະບຽນ, ກະຈາກ, ກະທຸ້ງ... ເຄື່ອງຈັບຫາປາ, ເຄື່ອງໃຊ້ສອຍແບບດັ້ງເດີມ ແຕ່ໄດ້ເຮັດເປັນຂະໜາດນ້ອຍ ແລະ ມີຄວາມລະອຽດລະອໍກວ່າ”.
ອຳນາດການປົກຄອງເມືອງ ເຂົ້າຮ່ວມງານຕະຫຼາດນັດ (ພາບ: ງອກແອງ) |
ອຳນາດການປົກຄອງເມືອງ ເຈົາແທ່ງ ໄດ້ຊ່ວຍເຫຼືອພໍ່ແມ່ປະຊາຊົນສ້າງຕັ້ງສະຫະກອນ, ດຶງດູດນັບຮ້ອຍຄອບຄົວເຂົ້າຮ່ວມອາຊີບຈັກສານ. ນອກຈາກມີລາຍຮັບເປັນປົກກະຕິແລ້ວ, ຫຼາຍສະມາຊິກຂອງສະຫະກອນຍັງໄດ້ກູ້ຢືມທຶນດ້ວຍອັດຕາດອກເບ້ຍຕໍ່າ ເພື່ອຊື້ວັດຖຸດິບ, ອຸປະກອນ, ເຄື່ອງຈັກ ເພື່ອພັດທະນາຜະລິດຕະພັນ. ອຳນາດການປົກຄອງທ້ອງຖິ່ນ ໄດ້ສ້າງທຸກເງື່ອນໄຂສະດວກເພື່ອໃຫ້ປະຊາຊົນພັດທະນາໝູ່ບ້ານອາຊີບ, ເປັນຕົ້ນແມ່ນ: ຈັດຊຸດຝືກອົບຮົມໝູນໃຊ້ວິທະຍາສາດ - ເຕັກນິກເຂົ້າໃນການຜະລິດ, ການເກັບຮັກສາ; ໄປທັດສະນະສຶກສາຢູ່ໝູ່ບ້ານອາຊີບຈັກສານດີເດັ່ນຂອງທ້ອງຖິ່ນອື່ນ; ເຂົ້າຮ່ວມງານຕະຫຼາດນັດຢູ່ພາຍໃນ ແລະ ຕ່າງແຂວງ ເພື່ອໂຄສະນາຜະລິດຕະພັນຂອງໝູ່ບ້ານຕົນ... ທ່ານ ຫງວຽນວັນໝີ, ຮອງປະທານຄະນະກຳມະການປະຊາຊົນເມືອງ ເຈົາແທ່ງ ໃຫ້ຮູ້ວ່າ:
“ພວກຂ້າພະເຈົ້າ ໄດ້ໂຄສະນາ, ຂົນຂວາຍໃຫ້ພໍ່ແມ່ປະຊາຊົນໃຫ້ຮັກສາ, ເສີມຂະຫຍາຍຄຸນຄ່າຂອງອາຊີບນີ້ ເພື່ອສ້າງວຽກເຮັດງານທຳ, ປະກອບສ່ວນຍົກສູງລາຍຮັບໃຫ້ແກ່ພໍ່ແມ່ປະຊາຊົນ. ໄດ້ພົບເຫັນບຸກຄົນທີ່ມີຄວາມສາມາດບົ່ມຊ້ອນ, ນັກສິລະປະການທີ່ມີສີມືອາຊີບສູງ, ຮັບຟັງຄຳເຫັນຂອງເຂົາເຈົ້າທີ່ສະເໜີໃຫ້ອຳນາດການປົກຄອງທ້ອງຖິ່ນຢ່າງທັນການ ເພື່ອຊ່ວຍເຂົາເຈົ້າພັດທະນາໝູ່ບ້ານອາຊີບ. ພວກຂ້າພະເຈົ້າ ໄດ້ສ້າງເງື່ອນໄຂເພື່ອໃຫ້ເຂົາເຈົ້າພັດທະນາເຄື່ອງໝາຍການຄ້າໃຫ້ອາຊີບນີ້”.
ບັນດາຜະລິດຕະພັນຂອງຕາແສງ ຝູເຕິນ (ພາບ: ງອກແອງ)
|
ບັນດາຜະລິດຕະພັນຂອງຕາແສງ ຝູເຕິນ ບໍ່ພຽງແຕ່ມີໜ້າຢູ່ຫຼາຍເຂດພາກໃນທົ່ວປະເທດ ຫວຽດນາມ ເທົ່ານັ້ນ ຫາກຍັງໄດ້ສົ່ງອອກໄປຕ່າງປະເທດອີກດ້ວຍ. ເມື່ອມາຢາມຕາແສງ ຝູເຕິນ, ພວກເຮົາຈະໄດ້ຢ້ຽມຢາມໝູ່ບ້ານຈັກສານໄມ້ໄຜ່, ໄມ້ຊອດ ແລະ ໄດ້ຮັບຊົມສະຖານທີ່ສິລະປະທີ່ວາງສະແດງ ແລະ ເຕົ້າໂຮມທຸກສິນຄ້າຈັກສານດ້ວຍຫວາຍ, ໄມ້ໄຜ່ຂອງຮາກຖານຜະລິດ, ສະຫະກອນຕ່າງໆ. ປະຊາຊົນຢູ່ທີ່ນີ້ ໄດ້ອະນຸລັກຮັກສາອາຊີບມູນເຊື້ອ, ຮັກສາໄດ້ຈຸດຄວາມງາມວັດທະນະທຳ, ເປີດກວ້າງການຜະລິດ, ເຊິ່ງໄດ້ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດທ້ອງຖິ່ນ./.