(vovworld) - ໂດຍນອນຢູ່ທ່າມກາງເຂດຟ້າທະເລທີ່ກວ້າງໃຫຍ່ໄພສານ, ອາກາດຮ້າຍແຮງຕະຫຼອດປີ, ແຕ່ທຳມະຊາດພັດດົນບັນດານໃຫ້ເມືອງເກາະຫຼີເຊີນ, ຂຶ້ນກັບແຂວງ ກວາງຫງາຍ ບັນດາຜະລິດຕະພັນພິເສດ ແລະ ລ້ຳຄ່າທີ່ສຸດ, ນັ້ນແມ່ນຜັກບົວ, ຜັກທຽມຫົວນ້ອຍໆ, ແຕ່ລົດຊາດ ແລະ ຄຸນນະພາບພັດບໍ່ເຄີຍມີຢູ່ແຫ່ງໃດ. ນັບແຕ່ດົນນານມາແລ້ວ, ຫຼີເຊີນ ໄດ້ຮັບຖືວ່າແມ່ນ “ລາຊະອານາຈັກແຫ່ງຜັກບົວ ແລະ ຜັກທຽມ“.
(ພາບປະກອບ / ອິນເຕີແນັດ)
ຫຼືເຊີນ ແມ່ນເກາະທີ່ໄດ້ຮັບການສ້າງຕັ້ງຍ້ອນວິວັດແຫ່ງການເຄື່ອນໄຫວຂອງພູເຂົາໄຟ ແລະ ການຄູນປ້ານຂອງຂີ້ຊາຍທະເລ, ຫີນປະກາລັງສ້າງຂຶ້ນກ່ອນນີ້ນັບລ້ານປີ. ປະຈຸບັນ, ເກາະ ຫຼີເຊີນ ຫ່າງຈາກດິນຕໍ່ແຜ່ນໄປທາງທິດຕາເວັນອອກສ່ຽງເໜືອປະມານ 25 ກມ, ນີ້ກໍ່ແມ່ນເກາະແຫ່ງໜຶ່ງດຽວຂອງແຂວງ ກວາງຫງາຍ. ບັນດາຜູ້ເຖົ້າຜູ້ແກ່ໃນເກາະ ຫຼີເຊີນ ເລົ່າສູ່ຟັງວ່າ: ກ່ອນນີ້ເກາະມີພຽງຕົ້ນໄມ້ທີ່ຕຶບໜາ ແລະ ຮົກເຮື້ອວ່າງເປົ່າ, ກຳ່ປັ່ນ, ເຮືອແພຫາປາເຄີຍແວ່ພັກເຊົາ ແລະ ເອົານ້ຳຈືດຢູ່ໃນເກາະ. ຕໍ່ມາຊາວປະມົງກໍ່ພາລູກເມຍມາດຳລົງຊີວິດຢູ່ທີ່ນີ້. ໃນເບື້ອງຕົ້ນເຂົາເຈົ້າປູກມັນດ້າງ, ສາລີ, ມັນຕົ້ນ, ພືດ, ຫຼັງຈາກນັ້ນກໍ່ປູກຜັກຊະນິດຕ່າງໆ. ທ່ານ ດັ້ງວັນຮ່ຽນ ໄດ້ເລົ່າສູ່ຟັງກ່ຽວກັບກົກເຄົ້າຂອງໝູ່ບ້ານປູກຜັກບົວ ແລະ ຜັກທຽມໃນເກາະວ່າ:
“ບັນດາຊາວປະມົງຜູ້ທຳອິດທີ່ດຳລົງຊີວິດຢູ່ເກາະ ຫຼີເຊີນ ໄດ້ປະສົບກັບຄວາມຫຍຸ້ງຍາກນາໆປະການ, ໃນນັ້ນມີໂລກລະບາດອີກ. ເຂົາເຈົ້າເຊື່ອໝັ້ນວ່າຜັກທຽມສາມາດປິ່ນປົວຫຼາຍພະຍາດ ແລະ ລົບລ້າງຜີສາງນາງໄມ້ໄດ້. ຍ້ອນເຫດນັ້ນເຂົາເຈົ້າຈຶ່ງເກີດແນວຄວາມຄິດ “ປູກຜັກທຽມ“. ບັນດາຊາວປະມົງຜູ້ທຳອິດນັ້ນບໍ່ສາມາດຄິດໄດ້ວ່າ, ຜັກທຽມເໝາະສົມກັບທີ່ດິນໃນເກາະ ແລະ ສ້າງເປັນແນວຜັກທຽມທີ່ມີລົດຊາດພິເສດຂອງ ຫຼີເຊີນ“.
(ພາບປະກອບ / ອິນເຕີແນັດ)
ທັງເມືອງເກາະ ຫຼີເຊີນ ມີເນື້ອທີ່ເກືອບ 10 ຕາລາງ ກມ, ແຕ່ເນື້ອທີ່ປູກຜັກບົວ ແລະ ຜັກທຽມກວມເຖິງ 1/3. ໃນຊຸມວັນຕົ້ນເດືອນ 4/2017, ເຖິງວ່າແດດຮ້ອນແດດເຜົາກໍ່ຕາມ, ແຕ່ຢູ່ບ່ອນໃດກໍ່ເຫັນຊາວກະສິກອນໂກ່ງຫຼັງບົນທົ່ງນາເພື່ອເກັບກ່ຽວຜັກທຽມຍາມທ້າຍລະດູການ ແລະ ກະກຽມທົ່ງນາໃຫ້ລະດູການປູກຜັກທຽມໃໝ່. ເມື່ອໂອ້ລົມກັບປະຊາຊົນໃນເກາະຈຶ່ງເຫັນໄດ້ອາຊີບປູກຜັກບົວຜັກທຽມແມ່ນຕ້ອງເສຍເຫື່ອແຮງຫຼາຍ. ທ່ານ ເຈືອງວັນຕ໋ຽນ, ຊາວກະສິກອນຕາແສງ ອານຫາຍ - ຕາແສງໄດ້ຮັບຖືວ່າແມ່ນລາຊະອານາຈັກຂອງຜັກທຽມ, ໃຫ້ຮູ້ວ່າ:
“ຜັກບົວ ແລະ ຜັກທຽມປູກດ້ວຍດິນໜຽວ bazan, ຊັ້ນເທິງປູດ້ວຍຂີ້ຊາຍທະເລສີຂາວ. ຂີ້ຊາຍທະເລຈະຊ່ວຍໃຫ້ຜັກບົວເກີດເປັນຫົວ ແລະ ເປືອກເຫຼືອມອີກ. ນີ້ກໍ່ແມ່ນດິນທີ່ພາໃຫ້ຜັກບົວ, ຜັກທຽມ ຫຼີເຊີນ ມີລົດຊາດພິເສດເຊິ່ງບໍ່ເຄີຍມີຢູ່ແຫ່ງໃດ“.
ຍ້ອນຜັກທຽມປູກໄດ້ພຽງ 1 ລະດູການ (ແກ່ຍາວ 5 - 7 ເດືອນ) ໃນລະດູບານໃໝ່ເທົ່ານັ້ນ, ດັ່ງນັ້ນເຂົາເຈົ້າຈຶ່ງປູກຜັກບົວສະຫຼັບໃສ່. ຕາມການເວລາ, ການປູກຜັກບົວ ແລະ ຜັກທຽມໃນເກາະ ຫຼີເຊີນ ໄດ້ກາຍເປັນອາຊີບ ແລະ ແມ່ນແຫຼ່ງລາຍຮັບຕົ້ນຕໍຂອງປະຊາຊົນໃນເກາະ. ມີຫຼາຍຄອບຄົວໄດ້ຫຼຸດພົ້ນອອກຈາກຄວາມທຸກຍາກ ແລະ ສ້າງຄວາມຮັ່ງມີຢ່າງໄວວາຍ້ອນອີງໃສ່ຜັກບົວ ແລະ ຜັກທຽມ. ຄອບຄົວທ່ານ ເຢືອງວັນຢາບ, ແມ່ນໜຶ່ງໃນບັນດາຄອບຄົວປູກຜັກບົວ ແລະ ຜັກທຽມເກັ່ງກວ່າໝູ່ຢູ່ໃນເກາະ. ເນື້ອທີ່ປູກຜັກບົວ ແລະ ຜັກທຽມ 26 ເຮັກຕາຂອງຄອບຄົວທ່ານຍາມໃດກໍ່ໃຫ້ສະມັດຕະພາບສູງ, ແຕ່ລະປີສ້າງລາຍຮັບສະເລ່ຍໄດ້ເກືອບ 500 ລ້ານດົ່ງ. ເຖິງຢ່າງໃດກໍ່ຕາມ, ຕາມທ່ານ ຢາບ ແລ້ວ, ບໍ່ແມ່ນວ່າປີໃດລະດູການເກັບກ່ຽວກໍ່ອຳນວຍຄວາມສະດວກ. ເຖິງວ່າໄດ້ມີປະສົບການຫຼາຍໃນອາຊີບນີ້ແລ້ວກໍ່ຕາມ, ແຕ່ສິ່ງທີ່ບັນດາຜູ້ປູກຜັກບົວ ແລະ ຜັກທຽມຄືທ່ານເປັນຫ່ວງທີ່ສຸດນັ້ນແມ່ນການປ່ຽນແປງຂອງດິນຟ້າອາກາດ.
“ດິນຟ້າອາກາດຢູ່ທີ່ນີ້ຮ້າຍແຮງທີ່ສຸດ, ປີໃດຝົນຕົກຫຼາຍ, ນ້ຳຖ້ວມ, ລະດູການເກັບກ່ຽວບໍ່ໄດ້ຮັບຜົນ, ດັ່ງນັ້ນການບົວລະບັດຕ້ອງເຮັດຢ່າງລະອຽດລະອໍທີ່ສຸດ. ເຮົາຕ້ອງຖອດຖອນບົດຮຽນຜ່ານການອົບຮົມແຕ່ລະຄັ້ງ, ເມື່ອພົບເຫັນຜັກທຽມເປັນພະຍາດຕ້ອງອາໄສພະນັກງານສະມາຄົມຊາວກະສິກອນຊອກຫາຢາປົວພະຍາດໃນທັນທີ“.
(ພາບປະກອບ / ອິນເຕີແນັດ)
ແຕ່ວ່າຕາມບັນດາຜູ້ປູກຜັກທຽມໃນເກາະແລ້ວ, ເມື່ອລະດູການເກັບກ່ຽວບໍ່ໄດ້ຮັບຜົນຄືແນວນັ້ນ, ຜັກທຽມທີ່ຍັງເຫຼືອໄວ້ຢູ່ເຂດທົ່ງນາພັດແມ່ນຜັກທຽມຫົວດຽວ, ເຊິ່ງຊາວທ້ອງຖີ່ນເຄີຍເອີ້ນວ່າ “ຜັກທຽມປ່ຽວດ່ຽວ“. ນີ້ແມ່ນຊະນິດລ້ຳຄ່າທີ່ສຸດ, ມີທາດບຳລຸງຫຼາຍ, ໃຊ້ເປັນຜັກທຽມດຳເພື່ອປິ່ນປົວພະຍາດ, ມີມູນຄ່າສູງກວ່າຜັກທຽມທຳມະດາທົບ 10 ເທົ່າ. ຖ້າຫາກຜັກທຽມທຳມະດາມີລາຄາ 70.000 ດົ່ງ/ກິໂລກຼາມ, ຜັກທຽມດຳຈະມີລາຄາ 700.000 ດົ່ງ/ກິໂລກຼາມ. ອ້າຍ ຮີງ, ຜູ້ປູກຜັກທຽມໃນເກາະໃຫ້ຮູ້ວ່າ:
“ປີໃດແດດຮ້ອນຫຼາຍ, ລົມຜັດແຮງ, ຜັກທຽມບໍ່ພັດທະນາໄດ້ພຽງແຕ່ອອກເປັນຫົວດຽວ. ຜັກທຽມຫົວດຽວມີຄຸນຄ່າຫຼາຍ, ເຂົາເຈົ້າເຄີຍຊື້ມາເພື່ອປິ່ນປົວພະຍາດປະດົງ, ຫົວໃຈສາຍເລືອດ…ດັ່ງນັ້ນລາຄາຈຶ່ງສູງ. ຜັກທຽມຫົວດຽວນີ້ຫາຍາກທີ່ສຸດ, ບາງເທື່ອຮອດຍາມເກັບກ່ຽວໃນທົ່ງນາມີແຕ່ຫາຜັກທຽມດຳໄດ້ພຽງຫົວດຽວເທົ່ານັ້ນ“.
ຄຽງຂ້າງຄວາມຫຍຸ້ງຍາກກ່ຽວກັບດິນຟ້າອາກາດແລ້ວ, ບາງໄລຍະລາຄາຜັກທຽມຢູ່ທີ່ນີ້ກໍ່ຖືກຕົກລາຄາເຮັດໃຫ້ປະຊາຊົນເສຍຫວັງ. ແຕ່ຊາວກະສິກອນຢູ່ເກາະ ຫຼີເຊີນ ກໍ່ບໍ່ຄິດເຖິງເລື່ອງປະອາຊີບປູກຜັກທຽມເທື່ອ. ສຳລັບປະຊາຊົນໃນເກາະ ຫຼີເຊີນ ແລ້ວ, ອາຊີບປູກຜັກບົວ, ຜັກທຽມຍັງມີຄວາມໝາຍດ້ານຈິດວີນຍານອີກ, ສະແດງໃຫ້ເຫັນຄວາມຮູ້ບຸນຄູນຕໍ່ບັນພະບຸລຸດຜູ້ທີ່ໄດ້ປະດິດອາຊີບນີ້. ຊາວກະສິກອນ ຫຼີເຊີນ ໄດ້ຖອກເຫື່ອເທແຮງ ເພື່ອແລກເອົາລົດຊາດພິເສດສະເພາະຂອງຜັກບົວ, ຜັກທຽມ ຫຼີເຊີນ, ເພື່ອໃຫ້ຜະລິດຕະພັນພິເສດນີ້ສືບຕໍ່ມີຊື່ສຽງທັງພາຍໃນ ແລະ ຕ່າງປະເທດ.