​ ອາ​ຊີບຫຼໍ່​ທອງ​ທີ່​ເປັນ​ມູນ​ເຊື້ອ​ຂອງໝູ່​ບ້ານ​ຈ່າ​ດົງ ແຂວງ​ແທັງ​ຮ​ວາ

(VOVWORLD) -ໝູ່ບ້ານຈ່າດົງ ແມ່ນເຂດດິນແດນບູຮານ ຕັ້ງຢູ່ຫ່າງຈາກແຂວງແທັງຮວາ ໄປທາງທິດຕາເວັນຕົກສ່ຽງເໜືອ 12 ກມ.  ໃນເວລາ 20 ປີທ້າຍຂອງສັດຕະວັດທີ 20, ໝູ່ບ້ານອາຊີບຫຼໍ່ທອງຈ່າດົງ ຖືກຊຸດໂຊມ ຍ້ອນສິນຄ້າບໍ່ສາມາດແກ່ງແຍ້ງກັບບັນດາຜະລິດຕະພັນອຸດສາຫະກຳປະເພດດຽວກັນໄດ້. ແຕ່ເຖິງແນວນັ້ນກໍ່ຕາມ, ຍ້ອນຄວາມສຸດຈິດສຸດໃຈຂອງບັນດາສິລະປະກອນ ທີ່ຍັງຮັກຫອມອາຊີບນັ້ນ, ອາຊີບຫຼໍ່ທອງຈ່າດົງ ຈຶ່ງຄ່ອຍໆໄດ້ຮັບການຟື້ນຟູເທື່ອລະໜ້ອຍ. ບັນດາຜະລິດຕະພັນທີ່ໄດ້ຜະລິດອອກມາ ຍັງຮັກສາໄດ້ຈຸດທີ່ເປັນເອກະລັກພິເສດສະເພາະ ເຊິ່ງບໍ່ມີແຫ່ງໃດສາມາດປຽບທຽບໄດ້ ແລະ ຫວ່າງແລ້ວນີ້, ອາຊີບຫຼໍ່ທອງ ຢູ່ໝູ່ບ້ານຈ່າດົງ ໄດ້ຮັບການຮັບຮອງວ່າ ແມ່ນມໍລະດົກວັດທະນະທຳບໍ່ມີຮູບຮ່າງລະດັບຊາດ.
​ ອາ​ຊີບຫຼໍ່​ທອງ​ທີ່​ເປັນ​ມູນ​ເຊື້ອ​ຂອງໝູ່​ບ້ານ​ຈ່າ​ດົງ ແຂວງ​ແທັງ​ຮ​ວາ - ảnh 1

ບັນດາເຕົາຫຼໍ່ທອງຂອງໝູ່ບ້ານຈ່າດົງ (ພາບ: ໜັງສືພິມແທັງຮວາ)

   ປະຈຸບັນ, ໝູ່ບ້ານຫຼໍ່ທອງທີ່ເປັນມູນເຊື້ອຈ່າດົງ ມີເຕົາຫຼໍ່ທອງຂະໜາດໃຫ່ຍ 25 ເຕົາ. ໝູ່ບ້ານແຫ່ງນີ້ ມີສິລະປະກອນ 4 ທ່ານໄດ້ຮັບຮອງວ່າ ແມ່ນສິລະປະກອນດີເດັ່ນ ຈາກທ່ານປະທານປະເທດ ຊື່ງແມ່ນຜູ້ທີ່ມີຄຸນງາມຄວາມດີໃນການຟື້ນຟູ ແລະ ພັດທະນາອາຊີບຫຼໍ່ທອງເກົ່າແກ່ທີ່ເປັນມູນເຊື້ອ. ນັກສິລະປະກອນດີເດັ່ນ ເລວັນເຢືອງ ໃຫ້ຮູ້ວ່າ:

  ການເຮັດຂອບຫຼໍ່ທອງກໍ່ມີຫຼາຍຂັ້ນຕອນ ນັບແຕ່ຂັ້ນຕອນສ້າງໃຫ້ເປັນຮູບແບບຂອງຂອບ ແລ້ວກໍ່ແຕ້ມລວດລາຍໃສ່, ຈຶ່ງເອົາໄປເຜົາ ແລະ ສຸດທ້າຍແມ່ນຂັ້ນຕອນການຕົ້ມທອງໃຫ້ເປື່ອຍ ແລ້ວຖອກໃສ່ຂອບ ກາຍເປັນຜະລິດຕະພັນ ແລະ ແກະອອກຈາກຂອບປະໄວ້ໃຫ້ເຢັນ.

   ຕາມ ສິລະປະກອນ ເລວັນດ້າວ, ຂັ້ນຕອນການເຮັດຂອບຫຼໍ່ທອງແມ່ນສຳຄັນທີ່ສຸດ ຍ້ອນວ່າມັນໄດ້ຕັດສິນຄຸນນະພາບຂອງຜະລິດຕະພັນ, ຂອບຫຼໍ່ທອງຕ້ອງໄດ້ເຜົາກ່ອນ ຈຶ່ງນຳເອົາມາຫຼໍ່ທອງ ແລະ ການດັດປັບອຸນຫະພູມໃນການເຜົາແມ່ນເຕັກນິກທີ່ຍາກ, ມັນຮຽກຮ້ອງໃຫ້ນາຍຊ່າງຕ້ອງມີປະສົບການຫຼາຍ, ຕ້ອງດັດປັບເວລາ, ອຸນຫະພູມໃຫ້ພໍດີ ເຮັດແນວໃດເພື່ອໃຫ້ຂອບຫຼໍ່ທອງບໍ່ມີຮອຍແຕກ:

     ກ່ອນອື່ນໝົດຕ້ອງຊອກຫາດິນ ແລະ ເລືອກເອົາດິນທີ່ມີຄຸນນະພາບດີ, ຕາກໃຫ້ແຫ້ງແລ້ວເອົາໄປແຊ່ນ້ຳ, ຫຼັງຈາກນັ້ນເອົາມາປົນໃສ່ກັບຂີ້ແກບປະມານສອງສາມມື້ ເພື່ອໃຫ້ຂີ້ແກບອ່ອນ ແລ້ວຈຶ່ງເອົາມາປັ້ນເປັນຂອບຫຼໍ່ທອງ. ໃນເວລາປັ້ນຂອບນັ້ນ ຕ້ອງຕົບໃຫ້ມັນແໜ້ນໆ ຈຶ່ງຮັບປະກັນຄຸນນະພາບ….

​ ອາ​ຊີບຫຼໍ່​ທອງ​ທີ່​ເປັນ​ມູນ​ເຊື້ອ​ຂອງໝູ່​ບ້ານ​ຈ່າ​ດົງ ແຂວງ​ແທັງ​ຮ​ວາ - ảnh 2

ລວຍລາຍໃນກອງທອງ (ພາບ: ໜັງສືພິມແທັງຮວາ)

     ສິລະປະກອນດີເດັ່ນ ເລວັນເຢືອງ ໃຫ້ຮູ້ວ່າ: ປະຈຸບັນ, ບາງຂັ້ນຕອນການຜະລິດຂອງ ໝູ່ບ້ານອາຊີບຫຼໍ່ທອງ ຈ່າດົງ ກໍ່ໄດ້ໃຊ້ເຄື່ອງຈັກແລ້ວ. ແຕ່ບັນດາຂັ້ນຕອນເຮັດຂອບ, ປຸງແຕ່ງວັດຖຸດິບ, ຖອກທອງໃສ່ຂອບ, ປະໃຫ້ເຢັນ ຍັງຕ້ອງເຮັດດ້ວຍມື. ການຕີທອງຍັງຕ້ອງໃຊ້ແບບຫັດຖະກຳສືບທອດກັນມາຈາກຫຼາຍລຸ້ນຄົນ:

   ເພື່ອພັດທະນາ ແລະ ຮັກສາອາຊີບນີ້ໄວ້ໄດ້ ຕອ້ງມີຄວາມສຸດຈິດສຸດໃຈ ແລະ ຕ້ອງມີຄວາມຢືດໝັ້ນ ຈຶ່ງຈະຮັກສາອາຊີບໃຫ້ໝັ້ນຄົງໄດ້.

   ໝູ່ບ້ານຈ່າດົງ ໄດ້ຜະລິດບັນດາຜະລິດຕະພັນຄື: ກອງທອງ, ຄ້ອງທອງ, ເຄື່ອງຮັບໃຊ້ໃນການບູຊາຊະນິດຕ່າງໆ ຊື່ງໃນນັ້ນກອງທອງ ຖືກຖືວ່າແມ່ນທ່າແຮງ ແລະ ມີລັກສະນະເອກະລັກພິເສດສະເພາະ. ຕາມປົກກະຕິແລ້ວ, ການຫຼໍ່ກອງທອງໜ້າດຽວກໍ່ຍາກຢູ່ແລ້ວ ນັບແຕ່ປີ 2012 ເປັນຕົ້ນມາ, ສິລະປະກອນດີເດັ່ນ ຫງວຽນບາເຈົາ ສາມາດຫຼໍ່ກອງທອງສອງໜ້າໄດ້. ການຫຼໍ່ກອງທອງສອງໜ້າ ແຕກຕ່າງກັບການຫຼໍ່ກອງທອງແບບມູນເຊື້ອຫຼາຍ ແລະ ນີ້ແມ່ນສິ່ງທ້າທາຍອັນໃຫ່ຍຫຼວງ ຍ້ອນວ່ານັບແຕ່ກ່ອນມາຮອດປະຈຸບັນ, ໃນໝູ່ບ້ານບໍ່ທັນມີໃຜເຮັດເທື່ອ. ທ່ານເຈົາ ເວົ້າວ່າ:

   ເຕັກນິກໃນການຫຼໍ່ກອງທອງສອງໜ້າແມ່ນຍາກກ່ວາຫຼາຍ. ຂ້າພະເຈົ້າເຮັດກອງທອງໜ່ວຍທຳອິດຢູ່ຫວຽດນາມ ແລະ ມັນໄດ້ພິສູດໃຫ້ເຫັນວ່າ ທຸກສິ່ງທຸກຢ່າງກໍ່ສາມາດເຮັດໄດ້ .

   ກອງທອງສອງໜ້າຖືກຖືວ່າ ແມ່ນຄວາມເອກອ້າງທະນົງໃຈຂອງໝູ່ບ້ານຈ່າດົງ. ຍາມໃດບັນດາລຸ້ນນາຍຊ່າງຂອງໝູບ້ານ ກໍ່ໄດ້ຮັກສາບັນດາເຕັກນິກຍອດຍິ່ງໃນການເຮັດຂອບຫຼໍ່ທອງ ແລະ ຖ່າຍຖອດໃຫ້ແກ່ລຸ້ນຫຼັງ. ສິລະປະກອນດີເດັ່ນ ດັ້ງອິກຮ່ວານ ແບ່ງປັນວ່າ:

   ພໍ່ປູ່ແມ່ຍ່າ, ພໍ່ແມ່ຂ້າພະເຈົ້າ ໄດ້ແນະນຳໃຫ້ຂ້າພະເຈົ້າກ່ຽວກັບວິທີເຮັດຂອບດິນ. ສ່ວນລຸ້ນຂ້າພະເຈົ້າ ແລະ ລູກຫຼານກໍ່ເຮັດບັນດາຜະລິດຕະພັນໃໝ່ ເພື່ອເຮັດໃຫ້ຕະຫຼາດພາຍໃນ ແລະ ຕ່າງປະເທດນັບມື້ນັບພັດທະນາ.

   ໂດຍໄດ້ນິຍົມຊົມຊອບບັນດາຜະລິດຕະພັນຂອງໝູ່ບ້ານຫຼໍ່ທອງຈ່າດົງ, ທ່ານ ຫງວຽນວັນແທັກ ຢູ່ແຂວງ ບັກນິງ ໄດ້ຕີລາຄາສູງຕໍ່ການປະດິດສ້າງ ແລະ ຄວາມເມົາມົວຫຼົງໄຫຼກັບອາຊີບຂອງບັນດານາຍຊ່າງຢູ່ທີ່ນີ້. ທ່ານ ແທັກ ເວົ້າວ່າ:

    ເມື່ອມາຢ້ຽມຢາມໝູ່ບ້ານອາຊີບຫຼໍ່ທອງ, ຂ້າພະເຈົ້ານັບຖືອາຊີບຫຼໍ່ທອງທີ່ເປັນມູນເຊື້ອນີ້ທີ່ສຸດ. ມັນບໍ່ພຽງແຕ່ມີຄຸນຄ່າທາງດ້ານປະຫວັດສາດເທົ່ານັ້ນ, ຫາກຍັງມີຄຸນຄ່າດ້ານວັດທະນະທຳ, ຈິດວິນຍານອີກດ້ວຍ. ຂ້າພະເຈົ້າຢາກໃຫ້ອາຊີບຫຼໍ່ທອງນີ້ ສືບຕໍ່ໄດ້ຮັບການເສີມຂະຫຍາຍ ແລະ ຄົງຕົວ.

    ໂດຍຜ່ານການເວລາ, ການພັດທະນາຂອງບັນດາຂະແໜງອາຊີບອຸດສາຫະກຳທີ່ທັນສະໄໝ ແຕ່ອາຊີບຫຼໍ່ທອງທີ່ເປັນມູນເຊື້ອ ຈ່າດົງ ຍັງມີພະລັງຊີວິດທີ່ໝັ້ນຄົງ ຍ້ອນວ່າຢູ່ທີ່ນີ້ ຍັງມີບັນດາສິລະປະກອນທີ່ມີຄວາມເມົາມົວຫຼົງໄຫຼກັບອາຊີບ ແລະ ຢາກຮັກສາສິ່ງຍອດຍິ່ງທາງດ້ານວັດທະນະທຳທີ່ມີມາແຕ່ນັບພັນປີນີ້ໄວ້.

ຕອບກັບ

ຂ່າວ/ບົດ​ອື່ນ