ຮູບແບບ ”ທົ່ງນາຮ່ວມສຳພັນ” ຢູ່ແຂວງດົ່ງທາບ ປະກອບສ່ວນກໍ່ສ້າງຊົນນະບົດໃໝ່


(vovworld) - ​ໃນ​ການ​ຜະລິດ​ເຂົ້າສານ​ປະຈຸ​ບັນ​ນີ້, ດົ່ງ​ທາບ ໄດ້​ເລືອກ​ເຟັ້ນທິດ​ທາງ​ໃໝ່, ນັ້ນ​ແມ່ນ​ນຳ​ໃຊ້​ຮູບ​ແບບ ”ທົ່ງ​ນາ​ຮ່ວມ​ສຳພັນ”. ດ້ວຍ​ການ​ເລືອກ​ເຟັ້ນນີ້, ທ້ອງ​ຖີ່​ນປາຖະໜາ​ຢາກ​ເຮັດ​ໃຫ້​ຊາວ​ກະ​ສີກ​ອນຕິດ​ພັນ​ຢ່າງ​ແໜ້ນ​ແຟັ້ນກັບ​ວິ​ສາ​ຫະກິດ​ສົ່ງ​ອອກກວ່າ. ຄຽງ​ຂ້າງ​ນັ້ນ, ຊາວ​ກະ​ສີກ​ອນ​ເຂົ້າ​ຮ່ວມ​ຮູບ​ແບບ​ນີ້​ຈະ​ຮູ້​ໄດ້​ວ່າ​ຕົນ​ເອງ​ຈະ​ປູກ​ຕົ້ນ​ໄມ້​ປະ​ເພດ​ໃດ, ຂາຍ​ໃຫ້​ໃຜ, ຂາຍ​ຄື​ແນວ​ໃດ. ສ່ວນ​ບັນດາ​ວິ​ສາ​ຫະກິດ​ກໍ່​ບໍ່​ຕ້ອງ​ສົນ​ໃຈ​ເຖິງ​ເລື່ອງ​ຊື້​ຢູ່​ໃສ, ຂອງ​ໃຜ ​ແລະ ຊື້​ຄື​ແນວ​ໃດ​ອີກ.

ຮູບແບບ ”ທົ່ງນາຮ່ວມສຳພັນ” ຢູ່ແຂວງດົ່ງທາບ ປະກອບສ່ວນກໍ່ສ້າງຊົນນະບົດໃໝ່ - ảnh 1

ຮູບແບບຜະລິດເຂົ້າຕາມທິດທັນສະໄໝ
(ພາບ: ອິນເຕີແນດ)

ນັບ​ແຕ່​ປີ 2008, ​ແຂວງ​ດົ່ງ​ທາ​ບ​ ​ໄດ້​ວາງ​ແຜນ​ຮ່າງ ”ກໍ່ສ້າງ​ທົ່ງ​ນາ​ຜະລິດ​ເຂົ້າ​ຕາມ​ທິດ​ທັນ​ສະ​ໄໝ ​ໄລຍະ 2008​-2011” ດ້ວຍ​ຈຸດປະສົງ​ເພື່ອ​ໃຫ້​ຊາວ​ກະ​ສີກ​ອນຜະລິດ​ສິນຄ້າ​ແບບ​ລວມສູນ, ມີ​ລາຄາ​ຕຳ່ ​ແລະ ​ຄຸນ​ນະພາ​ບສູງ, ປອດ​ໄພ​ເພື່ອຮັບ​ໃຊ້​ໃຫ້​ຜູ້​ບໍລິ​ໂພ​ກ, ອຸປະ​ໂພ​ກ ​ແລະ ສົ່ງ​ອອກ. ບັນດາ​ຮູບ​ແບບ​ກໍ່ສ້າງ​ທົ່ງ​ນາ​ຂະໜາດ​ໃຫຍ່, ຮ່ວມ​ສຳພັນ​ລະຫວ່າງ​ວິ​ສາ​ຫະກິດ ກັບຊາວກະສີກອນມີຊື່ວ່າ ”ທົ່ງນາຮ່ວມສຳພັນ” ນັບມື້ນັບໄດ້ຮັບການພັດທະນາ. ເຮັດໃຫ້ຊາວກະສີກອນ ບໍ່ຕ້ອງເປັນຫ່ວງ​ກັງວົນ​​ເຖິງ​ສົ້ນ​ອອກ​​ອີກ... ພາຍຫຼັງ 3 ປີ​ແຫ່ງ​ການ​ຜັນ​ຂະຫຍາຍ, ຮູບ​ແບບ​ນີ້​ໄດ້​ຮັບ​ຜົນງານ​ຫຼາຍ​ຢ່າງ​ທີ່​ໜ້າ​ຊື່ນ​ຊົມ, ຈຳນວນ​ຄອບຄົວ​ເຂົ້າ​ຮ່ວມ​ຮູບ​ແບບ​ນີ້​ໄດ້​ເພີ່ມ​ຂຶ້ນ​ໃນ​ແຕ່ລະ​ປີ, ລະດັບ​ຄວາມ​ຮູ້ ​ແລະ ​ເຕັກ​ນິກ​ໃນ​ການ​ຜະລິດ​ຂອງ​ຊາວ​ກະ​ສີກ​ອນ​ໄດ້​ເພີ່ມ​ຂຶ້ນ, ການ​ນຳ​ໃຊ້​ກົນ​ຈັກ​​​ໃນ​ເຂດ​ທົ່ງ​ນາ​ກໍ່​ນັບ​ມື້​ນັບທັນສະ​ໄໝ​, ສະມັດ​ຕະພາບ ​ແລະ ຄຸນ​ນະພາ​ບ​ເຂົ້າສານ​ນັບ​ມື້​ນັບ​ໄດ້​ຮັບ​ການ​ຍົກ​ສູງ​ຂຶ້ນ, ນຳ​ມາ​ເຊິ່ງປະສິດທິ​ຜົນ​ສູງ. ນັບ​ແຕ່​ປີ 2011 ມາ​ຮອດ​ປະຈຸ​ບັນ, ຮູບແບບ ”ທົ່ງນາຮ່ວມສຳພັນ” ໄດ້ພັດທະນາ ຢ່າງແຮງຢູ່​ແຂວງດົ່ງທາບ, ປີ 2011, ທັງແຂວງມີທົ່ງນາຮ່ວມສຳພັນພຽງ 2.400 ​ເຮັກຕາ, ຜະລິດ​ເຂົ້າ​ໄດ້​ປະມານ 800 ​​ໂຕນ. ປີ 2012 ມີ​ທົ່ງ​ນາ​ຮ່ວມ​ສຳພັນ 17.000 ​ເຮັກຕາ, ມາ​ຮອດ​ປະຈຸ​ບັນ, ຍ້ອນ​ດຶງ​ດູດ​​ວິ​ສາ​ຫະກິດ​ລົງທຶນ​ເຂົ້າ​ຂົງ​ເຂດ​ກະ​ສີ​ກຳ​ໄດ້​ຫຼາຍ, ດັ່ງ​ນັ້ນ​ດົ່ງ​ທາ​ບ​ໄດ້​ມີ 145 ທົ່ງ​ນາ​ຮ່ວມ​ສຳພັນ, ດ້ວຍ​ເນື້ອ​ທີ່​ຜະລິດ​ເຂົ​້າທີ່​ມີ​ຄຸນ​ນະພາ​ບສູງ​ເກືອບ 54.000 ​ເຮັກຕາ. ຜົນ​ປະ​ໂຫຍ​ດທີ່​ນຳ​ມາ​ໃຫ້​ຈາກ​ຮູບ​ແບບ​ນີ້​ນັ້ນແມ່ນ ​ໄດ້ສ້າງ​ຄວາມ​ອຸ່ນ​ອ່ຽນ​ໃຈ ​ແລະ ຜົນ​ປະ​ໂຫຍ​ດຫຼາຍ​ກວ່າ​ໃຫ້​ແກ່ຊາວ​ກະ​ສີກ​ອນ​. ອ້າຍ ຟ້າ​ມວັນ​ສຶ້, ສະມາຊິກ​ສະຫະກອນ​ເຕິ​ນຕ໋ຽນ, ​ເມືອງ​ຕາມ​ນົງ, ​ແຂວງ​ດົ່ງ​ທາບ, ຖື​ວ່າ:

        ”ກ່ອນ​ນີ້​ຂ້າພະ​ເຈົ້າ​​ໃຊ້​ຢາ​ດັບ​ສູນ​ສັດຕູ​ພືດບໍ່​ຖືກ​ເວລາ, ປີ​ນີ້​ກຳ​ໄດ້​ເຕັກນິກ​ການ​ປູກຝັງ, ການ​ໃຊ້​ຢາດັບ​ສູນ​ສັດຕູ​ພືດ​ຖືກ​ກັບ​ເວລາ, ດັ່ງ​ນັ້ນ​ຈຶ່ງສ້າງກຳ​ໄລ​ໄດ້ 2 ລ້ານ​ດົ່ງ/​ເຮັກຕາ.


ຮູບແບບ ”ທົ່ງນາຮ່ວມສຳພັນ” ຢູ່ແຂວງດົ່ງທາບ ປະກອບສ່ວນກໍ່ສ້າງຊົນນະບົດໃໝ່ - ảnh 2

ຮູບແບບທົ່ງນາຮ່ວມສຳພັນລະຫວ່າງຊາວກະສີກອນກັບວິສາຫະກິດ
(ພາບ: ອິນເຕີແນດ)


​ເມື່ອ​ເຂົ້າ​ຮ່ວມ ຮູບແບບ ”ທົ່ງນາຮ່ວມສຳພັນ”, ຊາວ​ກະ​ສີກ​ອນ​ໄດ້​ຮັບ​ການ​​ຊ່ວຍ​ເຫຼືອ​ຈາກ​ພະນັກງານ​ເຕັກນິກໃນ​ວິວັດ​ແຫ່ງ​ການ​ຜະລິດຄື: ​ແນະນຳວິທີ​ບົວລະບັດຕົ້ນ​ເຂົ້າ, ປ້ອງກັນ ​ແລະ ດັບ​ສູນ​ສັດຕູ​ພືດ, ການ​ຄຸ້ມ​ຄອງ​ທົ່ງ​ນາ, ການ​​ໄລ່​ລຽງ​ເສດຖະກິດ... ສາດສະດາຈານ, ດຣ ຫລໍ​ຕ່ອງ​ຊວນ, ​ເນັ້ນ​ໜັກ​ວ່າ, ນີ້​ແມ່ນ​ຮູບ​ການ​ຮ່ວມ​ສຳພັນ​ທີ່​ນຳ​ມາ​ເຊິ່ງປະສິດທິ​ຜົນ​ຢ່າງ​ແທດ​ຈິງ​ໃຫ້​ແກ່​ຊາວ​ກະ​ສີກ​ອນ.

        ”ສະຫະກອນ​ແມ່ນ​ຮູບ​ແບບ​ທີ່​ສ້າງ​ຄວາມ​ສະດວກ​ໃຫ້​ບໍລິສັດ​ຕ່າງໆ​ຮ່ວມ​ສຳພັນ​ນຳ​ກັນ, ຈາກ​ນັ້ນ​ຊາວ​ກະ​ສີກ​ອນຈະ​ມີ​ຝຸ່ນ​ເຄມີ, ຢາ​ດັບ​ສູນ​ສັດຕູ​ພືດ​ທີ່​ດີ, ​ເມື່ອ​ຊາວ​ກະ​ສີກ​ອນຜະລິດ​ຖືກ​ກັບ​ເຕັກນິກ, ຂັ້ນ​ຕອນ​ການ​ຜະລິດທີ່​ໄດ້​ວາງ​ອອກ, ວິ​ສາ​ຫະກິດ​ຮ່ວມ​ສຳພັນ​ຈະ​ເກັບ​ຊື້​ເພື່ອ​ຜະລິດ​ເຂົ້າສານ​ສຳ​ເລັດ​ຮູບ, ​ເຮັດ​ໄດ້​ຄື​ແນວ​ນັ້ນ​,ແມ່ນ​ສາມາດ​ຈົດ​ທະບຽນ​ເຄື່ອງໝາຍ​ເຂົ້າສານ​ໄດ້. ນີ້​ແມ່ນ​ຮູບ​ການ​ດີ​ທີ່​ສຸດ”.


ຮູບແບບ ”ທົ່ງນາຮ່ວມສຳພັນ” ຢູ່ແຂວງດົ່ງທາບ ປະກອບສ່ວນກໍ່ສ້າງຊົນນະບົດໃໝ່ - ảnh 3


ຜົນໄດ້ຮັບຈາກຮູບແບບທົ່ງນາຮ່ວມສຳພັນ
(ພາບ: ອິນເຕີແນດ)


ການ​ນຳ​ໃຊ້ຮູບແບບ ”ທົ່ງນາຮ່ວມສຳພັນ” ສຳເລັດ​ຜົນ, ກໍ່​ເປັນ​ການ​ປະກອບສ່ວນ​ໃຫ້​ທ້ອງ​ຖີ່​ນຕ່າງໆ​ປະຕິບັດ​ສຳ​ເລັດ​ບັນດາ​ມາດຖານ​ໃນ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່. ​ເພາະວ່າ​ຕາມ​ແຜນ​ນະ​ໂຍບາຍ​ຂອງ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່​ແລ້ວ, ​ແຕ່​ລະ​ຕາ​ແສງ​ຕ້ອງ​ມີ​ຮູບ​ແບບ​ເສດຖະກິດ​​ເປັນສິນຄ້າຂະໜາດ​ໃຫຍ່ຢ່າງ​ໜ້ອຍ​ສຸດ​ຮູບ​ແບບ​ໜຶ່ງ. ​ແລະ​ຢາກ​ຍົກ​ສູງ​ຊີວິດ​ຂອງ​ປະຊາຊົນຂຶ້ນ​ຕື່ມ, ​ແມ່ນ​ຕ້ອງ​ກໍ່ສ້າງ ​ແລະ ພັດທະນາ​ບັນດາ​ທົ່ງ​ນາ​ຂະໜາດ​ໃຫຍ່​ທີ່​ມີ​ການ​ຮ່ວມ​ສຳພັນ, ລົງທຶນ ຈຳໜ່າຍ​ກັບ​ບັນດາວິ​ສາ​ຫະກິດ. ນີ້​ແມ່ນ​ຈຸດໝາຍ​ຂອງ​ພື້ນຖານ​ກະ​ສີ​ກຳ​ທີ່​ໝັ້ນຄົງ, ຫາກ​ບໍ່​ພຽງ​ແຕ່​ອີງ​ໃສ່​ທົ່ງ​ນາ​ຂະໜາດ​ໃຫຍ່​ຫຼື​ນ້ອຍ​ເທົ່າ​ນັ້ນ. ດຣ ດັ້ງ​ກິມ​ເຊີນ, ຫົວໜ້າ​ສະ​ຖາ​ບັນນະ​ໂຍບາຍ ​ແລະ ຍຸດ​ທະ​ສາດ​ພັດທະນາ​ກະ​ສີ​ກຳ, ສັງກັດ​ກະຊວງ​ກະ​ສີ​ກຳ ​ແລະ ພັດທະນາ​ຊົນນະບົດ​ຊີ້​ແຈ້ງວ່າ ”ທົ່ງ​ນາ​ຂະໜາດ​ໃຫຍ່” ​ແມ່ນ​ຮູບ​ແບບ​ຜະລິດ​ຂະໜາດ​ໃຫຍ່, ສ່ວນ ”ທົ່ງ​ນາ​ຮ່ວມ​ສຳ​ພັນ” ​ແມ່ນ​ການ ”ຮ່ວມ​ມື” ລະຫວ່າງ​ຜູ້​ຜະລິດ ​ແລະ ”ການ​ຮ່ວມ​ສຳພັນ” ລະຫວ່າງ​ການ​ຜະລິດ​ກັບ​ການຈຳ​ໜ່າຍຜະລິດ​ຕະພັນ. ນີ້​ແມ່ນ​ຈຸດໝາຍ​ຂອງ​ພື້ນຖານ​ກະ​ສີ​ກຳ​ທີ່​ໝັ້ນຄົງ.

        ”ທົ່ງ​ນາ​ຮ່ວມ​ສຳພັນ ​ແມ່ນ​ເນັ້ນ​ໜັກ​ເຖິງ​ການ​ຮ່ວມ​ສຳພັນ​ລະຫວ່າງ​ຜູ້​ຜະລິດ​ກັບ​ຜູ້​ຈຳໜ່າຍ. ໝາຍ​ຄວາມ​ວ່າ​ເລັ່ງ​ໃສ່​ການຈັດ​ຕັ້ງ​ການ​ຜະລິດ​ຫຼາຍ​ກວ່າ, ຊາວ​ກະ​ສີກ​ອນຕ້ອງ​ຮ່ວມ​ສຳພັນ​ນຳ​ກັນ​ໃນ​ຮູບ​ການ​ເສດຖະກິດ​ສະຫະກອນ, ຊາວ​ກະ​ສີກ​ອນ ​ແລະ ວີ​ສາ​ຫະກິດ​ຕ້ອງ​ຮ່ວມ​ສຳພັນ​ນຳ​ກັນດ້ວຍ​ຫຼາຍ​ຮູບ​ການ, ບໍ່​ພຽງ​ແຕ່​ສອງ​ຝ່າຍ, ຫາກ​ຫຼາຍ​ຝ່າຍ​ນຳ​ກັນ, ​ເພື່ອ​ທັງ​ຮັບປະກັນ​ສົ້ນ​ເຂົ້າ, ສົ້ນ​ອອກ ​ແລະ ທັງ​ກໍ່ສ້າງ​ລະບົບ​ຂະ​ແໜງ​ສິນຄ້າ​.”

        ປະສິດທິ​ຜົນ​ຈາກຮູບ​ແບບ ”ທົ່ງ​ນາ​ຮ່ວມ​ສຳພັນ” ຢູ່​ແຂວງ​ດົ່ງ​ທາ​ບ ​ໄດ້​ປະກອບສ່ວນ​ສ້າງສາ​ຍສຳພັນ​ທີ່​ແໜ້ນ​ແຟ້ນລະຫວ່າງຊາວ​ກະ​ສີກ​ອນ ​ແລະ ບັນດາ​ວິ​ສາ​ຫະກິດ​ກ່ຽວ​ກັບສົ້ນ​ເຂົ້າ​ໃຫ້​ແກ່​ການ​ຜະລິດ ​ແລະ ສົ້ນ​ອອກ​ໃຫ້​ຜະລິດ​ຕະພັນ​ທີ່​ບັນລຸ​ຄຸນ​ນະພາ​ບສູງ ​ແລະ ໝັ້ນຄົງ. ຈາກ​ນັ້ນ​ຊ່ວຍ​ໃຫ້​ຊາວ​ກະ​ສີກ​ອນມີ​ຄວາມ​ອຸ່ນ​ອ່ຽນ​ໃຈ ​ແລະ ຮ່ວມ​ມື​ຜະລິດຢ່າງ​ມີ​ປະສິດທິ​ຜົນ​ໃນ​ເຂດ​ທົ່ງ​ນາ​ຂອງ​ຕົນ, ປະກອບສ່ວນ​ປະຕິບັດ​ສຳ​ເລັດ​ບັນດາ​ມາດຖານ​ກໍ່ສ້າງ​ຊົນນະບົດ​ໃໝ່.

 

ຕອບກັບ

ຂ່າວ/ບົດ​ອື່ນ