ເຂດ​ທົ່ງ​ພຽງ​ແມ່​ນ້ຳ​ຂອງ​ທາງ​ພາກ​ໃຕ້​ຫວຽດ​ນາມ ກັບ​ບົດ​ບາດ​ຄ້ຳ​ປະ​ກັນ​ຄວາມ​ໝັ້ນ​ຄົງ​ດ້ານ​ສະ​ບຽງ​ອາ​ຫານ​ແຫ່ງ​ຊາດ

(VOVWORLD) - ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ຫວຽດນາມ ດ້ວຍເນື້ອທີ່ດິນປູກເຂົ້າກ່ວາ 3.2 ລ້ານເຮັກຕາ, ແຕ່ລະປີໄດ້ປະກອບສ່ວນກ່ວາ 50% ປະລິມານການຜະລິດເຂົ້າສານ ແລະ ກ່ວາ 90% ປະລິມານເຂົ້າທີ່ສົ່ງອອກນັ້ນ, ບໍ່ພຽງແຕ່ໄດ້ຄ້ຳປະກັນຄວາມໝັ້ນຄົງດ້ານສະບຽງອາຫານເທົ່ານັ້ນ ຫາກຍັງຢັ້ງຢືນໄດ້ບົດບາດ, ທີ່ຕັ້ງໃນອັນດັບທີ 1 ຂອງໂລກ ກ່ຽວກັບການສົ່ງອອກເຂົ້າສານຂອງຫວຽດນາມ ອີກດ້ວຍ. ເພື່ອມີສິ່ງດັ່ງກ່າວ, ໃນໄລຍະທີ່ຜ່ານມາ, ອຳນາດການປົກຄອງ ແລະ ຊາວກະສິກອນຢູ່ບັນດາທ້ອງຖິ່ນໃນເຂດ ໄດ້ສຸມໃສ່ການສ້າງໂຄງປະກອບຂະແໜງກະສິກຳຄືນໃໝ່, ໝູນໃຊ້ວິທະຍາສາດເຕັກໂນໂລຊີເຂົ້າໃນການຜະລິດ; ຮ່ວມສຳພັນ, ສ້າງເຄື່ອງໝາຍການຄ້າເຂົ້າສານຫວຽດນາມ.
ເຂດ​ທົ່ງ​ພຽງ​ແມ່​ນ້ຳ​ຂອງ​ທາງ​ພາກ​ໃຕ້​ຫວຽດ​ນາມ  ກັບ​ບົດ​ບາດ​ຄ້ຳ​ປະ​ກັນ​ຄວາມ​ໝັ້ນ​ຄົງ​ດ້ານ​ສະ​ບຽງ​ອາ​ຫານ​ແຫ່ງ​ຊາດ - ảnh 1 ເຂດທົ່ງພຽງແມ່ນ້ຳຂອງມີເນື້ອທີ່ດິນປູກເຂົ້າກ່ວາ 3.2 ເຮັກຕາ

   ດ້ວຍເນື້ອທີ່ດິນປູກເຂົ້າກ່ວາ 1.7 ເຮັກຕາ, ທ່ານ ຟານທ້ຽນແຄັງ ຊາວກະສິກອນຢູ່ຕາແສງດິ້ງໂມນ ເມືອງເທີ໊ຍລາຍ ນະຄອນເກິ່ນເທີ ໄດ້ໝູນໃຊ້ວິທະຍາສາດເຕັກໂນໂລຊີເຂົ້າໃນການຜະລິດ, ປູກແນວພັນເຂົ້າທີ່ມີຄຸນນະພາບສູງ ແລະ ບັນລຸໄດ້ປະສິດທິຜົນເສດຖະກິດທີ່ດີຜ່ານແຕ່ລະລະດູການ. ທ່ານພ້ອມກັບຊາວກະສິກອນ 17 ຄົນອື່ນ ພວມເຂົ້າຮ່ວມໜ່ວຍຮ່ວມມືຜະລິດເຂົ້າ ລ້ວນແຕ່ ຮັບຮູ້ຢ່າງຈະແຈ້ງວ່າ ຕ້ອງຮັກສາການຜະລິດ ເພື່ອສ້າງຊີວິດເປັນປົກກະຕິ ແລະ ຍິ່ງໄປກ່ວານັ້ນ ແມ່ນການຄ້ຳປະກັນຄວາມໝັ້ນຄົງດ້ານສະບຽງອາຫານ. ໃນນັ້ນ, ການໝູນໃຊ້ວິທະຍາສາດເຕັກນິກ, ເລືອກເອົາບັນດາແນວພັນເຂົ້າທີ່ມີຄຸນນະພາບສູງ ເພື່ອທຳການຜະລິດແມ່ນສິ່ງສຳຄັນ. ທ່ານ ຟານທ້ຽນແຄັງ ເວົ້າວ່າ:

   ຕາມລະດູການປູກເຂົ້າກ່ອນນີ້, ຊາວກະສິກອນເຄີຍໃຊ້ແນວພັນເຂົ້າ IR50404, ແຕ່ມາໃນປະຈຸບັນກໍ່ໄດ້ປ່ຽນມາໃຊ້ແນວພັນເຂົ້າທີ່ມີຄຸນນະພາບສູງ, ເປັນແມງໜ້ອຍ, ຄ່າໃຊ້ຈ່າຍໃນການສີດຢາຂ້າສັດຕູພືດກໍ່ໜ້ອຍກ່ວາ. ສ່ວນລາຄາຂາຍເຂົ້າສານທີ່ມີຄຸນນະພາບສູງນັ້ນ ຍາມໃດກໍ່ເປັນປົກກະຕິ.

ເຂດ​ທົ່ງ​ພຽງ​ແມ່​ນ້ຳ​ຂອງ​ທາງ​ພາກ​ໃຕ້​ຫວຽດ​ນາມ  ກັບ​ບົດ​ບາດ​ຄ້ຳ​ປະ​ກັນ​ຄວາມ​ໝັ້ນ​ຄົງ​ດ້ານ​ສະ​ບຽງ​ອາ​ຫານ​ແຫ່ງ​ຊາດ - ảnh 2

    ໃນຊຸມປີຜ່ານມາ, ຂະແໜງກະສິກຳນະຄອນເກິ່ນເທີ ໄດ້ສຸມໃສ່ ສ້າງໂຄງປະກອບການຜະລິດຄືນໃໝ່, ຫັນປ່ຽນຜົນລະປູກ, ສັດລ້ຽງໃຫ້ເໝາະສົມກັບເຂດຊີວະພາບແຕ່ລະແຫ່ງ. ສຳລັບເຂດທີ່ຂາດເຂີນນ້ຳຮັບໃຊ້ໃຫ້ແກ່ການຜະລິດນັ້ນ, ທາງນະຄອນໄດ້ແນະນຳໃຫ້ປະຊາຊົນຫັນມາປູກພືດຜັກຊະນິດຕ່າງໆ, ສ່ວນບັນດາເຂດທີ່ມີນ້ຳ, ຮັບປະກັນ ໃຫ້ແກ່ການຜະລິດ ຈຶ່ງໄດ້ປູກເຂົ້າ. ຂະແໜງກະສິກຳໄດ້ຊ່ວຍປະຊາຊົນເລືອກເອົາບັນດາແນວພັນທີ່ມີຄຸນນະພາບ, ຮັບປະກັນສະມັດຕະພາບ, ຄຸນນະພາບ ແລະ ນຳມາເຊິ່ງປະສິດທິຜົນດ້ານເສດຖະກິດ.

   ທ່ານ ຟ້າມເຈື່ອງອຽນ, ຮອງຫົວໜ້າພະແນກກະສິກຳ ນະຄອນເກິ່ນ ເທີ ໃຫ້ຮູ້ວ່າ: ເນື້ອທີ່ດິນປູກເຂົ້າແຕ່ລະປີຂອງທ້ອງຖິ່ນ ແມ່ນກ່ວາ 200.000 ເຮັກຕາ, ປະລິມານການຜະລິດເຂົ້າແຕ່ລະປີແມ່ນປະມານແຕ່ 1.3-1.4 ລ້ານໂຕນ. ຂະແໜງກະສິກຳ ນະຄອນເກິ່ນເທີ ກໍ່ກຳນົດແຈ້ງບົດບາດສຳຄັນໃນການ ຄ້ຳປະກັນຄວາມໝັ້ນຄົງດ້ານສະບຽງອາຫານ ຂະນະທີ່ຍັງຮັກສາເນື້ອທີ່ດິນປູກເຂົ້າຢູ່. ທ່ານ ຟ້າມເຈື່ອງອຽນກ່າວວ່າ:

   ເພື່ອຮັບປະກັນເນື້ອທີ່ດິນປູກເຂົ້າ ແລະ ບັນຫາຄ້ຳປະກັນຄວາມໝັ້ນຄົງດ້ານສະບຽງອາຫານ, ຂະແໜງກະສິກຳ ນະຄອນເກິ່ນເທີ ກໍ່ໄດ້ປະຕິບັດຕາມແຜນການຫັນປ່ຽນຜົນລະປູກ, ສັດລ້ຽງ. ສຳລັບເຂດຜະລິດກະສິກຳ ໂດຍສະເພາະແມ່ນປູກເຂົ້າ ບໍ່ບັນລຸປະສິດທິຜົນນັ້ນ ຈະຫັນໄປປູກພືດຜັກຕ່າງໆ ແລະ ລ້ຽງປູກສິນໃນນ້ຳ.

  ທ່ານປະລິນຍາເອກ ເຈີ່ນງອັກແທັກ, ຫົວໜ້າສະຖາບັນເຂົ້າສານເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ຫວຽດນາມ ໃຫ້ຮູ້ວ່າ: ທາງສະຖາບັນໄດ້ຄົ້ນຄ້ວາ, ຜະລິດແນວພັນເຂົ້າໃໝ່ກ່ວາ 180 ຊະນິດ ເພື່ອຕອບສະໜອງຄວາມຕ້ອງການຂອງບັນດາທ້ອງຖິ່ນ ແລະ ປະຊາຊົນໃນເຂດ. ປະຈຸບັນ, ເນື້ອທີ່ດິນປູກເຂົ້າຂອງເຂດທົ່ງພຽງແມ່ນ້ຳຂອງແມ່ນ 3.2 ລ້ານເຮັກຕາ, ປະລິມານການຜະລິດເຂົ້າບັນລຸແຕ່ 24-25 ລ້ານໂຕນ/ປີ. ດ້ວຍຕົວເລກນີ້, ເຂດທົ່ງພຽງແມ່ນ້ຳຂອງບໍ່ພຽງແຕ່ໄດ້ຄ້ຳປະກັນຄວາມໝັ້ນຄົງດ້ານສະບຽງອາຫານເທົ່ານັ້ນ ຫາກຍັງໄດ້ປະກອບສ່ວນຢ່າງໃຫ່ຍຫຼວງເຂົ້າໃນການສົ່ງອອກເຂົ້າສານຂອງຫວຽດນາມ ອີກດ້ວຍ. ທ່ານແທັກເວົ້າວ່າ:

   ສຳລັບເຂດມີຄວາມສ່ຽງຫຼາຍຕ້ອງຫັນໄປປູກພືດຜັກຊະນິດອື່ນໆ ຫຼືວ່າລ້ຽງປູກສິນໃນນ້ຳ. ເຂດທີ່ມີຄວາມສາມາດບົ່ມຊ້ອນໃນການປູກເຂົ້ານັ້ນ ຕ້ອງປະຕິບັດໃຫ້ຖືກຕ້ອງຕາມການແນະນຳຂອງແຕ່ລະທ້ອງຖິ່ນຢ່າງລະອຽດ, ຕ້ອງຍາດແຍ່ງແຫຼ່ງນ້ຳຈືດເພື່ອປູກຝັງໃຫ້ເໝາະສົມກັບແຕ່ລະເຂດ.

   ໃນໄລຍະຜ່ານມາ, ຂະແໜງກະສິກຳບັນດາທ້ອງຖິ່ນເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ຫວຽດນາມ ໄດ້ສຸມໃສ່ການສ້າງໂຄງປະກອບການຜະລິດຄືນໃໝ່, ປ່ຽນແປງຈິນຕະການ ການຜະລິດກະແຈກກະຈາຍ ໄປເປັນການຮ່ວມສຳພັນໃນລະບົບມູນຄ່າ; ພ້ອມທັງຫັນບັນດາຂັ້ນຕອນການຜະລິດເປັນກົງຈັກ, ໝູນໃຊ້ວິທະຍາສາດເຕັກໂນໂລຊີ ເພື່ອຫລຸດຜ່ອນຄ່າໃຊ້ຈ່າຍໃນການຜະລິດ, ອຸປະກອນກະສິກຳໃນລະດັບຕ່ຳສຸດ; ສ້າງ ເຂດທົ່ງນາຂະໜາດໃຫ່ຍເພື່ອເພີ່ມມູນຄ່າສິນຄ້າ, ຕອບສະໜອງຄວາມຕ້ອງການພາຍໃນປະເທດ ແລະ ການສົ່ງອອກ.

  ໃນສະພາບການປະຈຸບັນ, ບັນຫາຄ້ຳປະກັນຄວາມໝັ້ນຄົງດ້ານສະບຽງອາຫານ ແມ່ນບັນຫາສຳຄັນສຳລັບທຸກໆປະເທດ. ຕໍ່ໜ້າສິ່ງທ້າທາຍຂອງການປ່ຽນແປງຂອງດິນຟ້າອາກາດ, ໄພແຫ້ງແລ້ງ, ນ້ຳເຄັມຊຶມ ພວມເກີດຂຶ້ນຢ່າງໜັກໜ່ວງນັ້ນ, ເລື່ອງຮັບປະກັນການປູກເຂົ້າໃນລະດູໜາວຕໍ່ໃສ່ລະດູບານໃໝ່ ບັນລຸທັງສະມັດຕະພາບ ແລະ ມີລາຄາຂາຍໄດ້ດີຄືໃນປະຈຸບັນນັ້ນ ແມ່ນສັນຍານທີ່ດີ ເພື່ອໃຫ້ປະຊາຊົນຢູ່ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ຫວຽດນາມ ຍິ່ງມີຄວາມຜູກພັນກັບຕົ້ນເຂົ້າ ແລະ ທົ່ງນາກ່ວາອີກ.

ຕອບກັບ

ຂ່າວ/ບົດ​ອື່ນ