(vovworld) - ດ້ວຍວິທີເຮັດຢ່າງມີໄຫວພິບ, ມີຫົວຄິດປະດິດສ້າງ, ເສີມຂະຫຍາຍແຫຼ່ງກຳລັງຢູ່ທ້ອງຖີ່ນໄດ້ນັ້ນ, ພາຍຫຼັງ 3 ປີແຫ່ງການຜັນຂະຫຍາຍໂຄງການຈຸດໝາຍແຫ່ງຊາດກ່ຽວກັບການກໍ່ສ້າງຊົນນະບົດໃໝ່, ໂສມໜ້າຊົນນະບົດຢູ່ເມືອງຮ່ວາວາງ, ນະຄອນດ່ານັ້ງ ໄດ້ມີການປ່ຽນໃໝ່ຢ່າງຈະແຈ້ງ. ມາຮອດປະຈຸບັນ, ເມືອງຮ່ວາວາງ ໄດ້ມີ 6/11 ຕາແສງປະຕິບັດສຳເລັດ 19/19 ມາດຖານ, ສ່ວນ 5 ຕາແສງທີ່ຍັງເຫຼືອພວມສູ້ຊົນເພື່ອຮອດປີ 2015 ຈະສຳເລັດໂຄງການຈຸດໝາຍແຫ່ງຊາດກ່ຽວກັບການກໍ່ສ້າງຊົນນະບົດໃໝ່ໂດຍພື້ນຖານ.
(ພາບອິນເຕີແນດ)
ໃນຊຸມມື້ນີ້, ພໍ່ແມ່ປະຊາຊົນຢູ່ສະຫະກອນຜັກປອດສານພິດຕູ໋ຍລວານ, ຕາແສງຮ່ວາຟອງ, ເມືອງຮ່ວາວາງ ພວມທຳການປູກຝັງກ່ອນເວລາເມື່ອທຽບໃສ່ທຸກປີ. ນັບແຕ່ຜັນຂະຫຍາຍໂຄງການຈຸດໝາຍແຫ່ງຊາດກ່ຽວກັບການກໍ່ສ້າງຊົນນະບົດໃໝ່, ລະບົບໄຟຟ້າ, ທາງເບຕົງ, ນຳ້ຫົດຂອງຕາແສງຮ່ວາຟອງລ້ວນແຕ່ໄດ້ຮັບການກໍ່ສ້າງຢ່າງຄົບຖ້ວນ, ສ້າງຄວາມສະດວກໃຫ້ແກ່ປະຊາຊົນ, ປະກອບສ່ວນຍົກສະມັດຕະພາບ, ຄຸນນະພາບລະດູການປູກຝັງຂື້ນຢ່າງຈະແຈ້ງ. ທ່ານ ຫງວຽນເດົ໋າ, ຊາວຕາແສງຮ່ວາຟອງ, ແບ່ງປັນວ່າ:
“ປະຈຸບັນ, ປະຊາຊົນໄດ້ມີທາງຄົມມະນາຄົມທັງກວ້າງຂວາງ ແລະ ສວຍງາມກວ່າ, ສ້າງຄວາມສະດວກໃຫ້ແກ່ການໄປມາເກັບຊື້ຜະລິດຕະພັນກະເສດ. ປະກອບສ່ວນເຮັດໃຫ້ຊີວິດຂອງປະຊາຊົນນັບມື້ນັບພັດທະນາໃຫ້ດີຂຶ້ນ“.
ຮູບແບບຜັກປອດສານພິດຢູ່ຕາແສງຕູ໋ຍລວານ ແມ່ນໜຶ່ງໃນຈຳນວນສິບຮູບແບບເສດຖະກິດຂອງເມືອງຮ່ວາວາງ ທີ່ໄດ້ຮັບການລົງທຶນຈາກແຫຼ່ງທຶນຂອງໂຄງການຈຸດໝາຍແຫ່ງຊາດກ່ຽວກັບການກໍ່ສ້າງຊົນນະບົດໃໝ່. ໂດຍຮັບຮູ້ໄດ້ວ່າ, ຢາກກ້າວຂຶ້ນ, ກ່ອນອື່ນໝົດແມ່ນຕ້ອງສຸມແຫຼ່ງກຳລັງເຂົ້າໃນການກໍ່ສ້າງພື້ນຖານໂຄງລ່າງ ແລະ ຫັນປ່ຽນໂຄງປະກອບການຜະລິດກະສີກຳ, ຍົກສູງລາຍຮັບໃຫ້ແກ່ຊາວກະສີກອນ, ນະຄອນດ່ານັ້ງ ໄດ້ປະກາດໃຊ້ບາງກົນໄກ, ນະໂຍບາຍໜູນຊ່ວຍການລົງທຶນກໍ່ສ້າງຊົນນະບົດໃໝ່ໃນເມືອງຮ່ວາວາງ. ຕາມນັ້ນແລ້ວ, ໄລຍະ 2013 -2016, ບັນດາສະຫະກອນກະສີກຳ, ໜ່ວຍສະຫະກອນ, ຄອບຄົວຊາວກະສີກອນໄດ້ຮັບການໜູນຊ່ວຍຈາກນະຄອນເພື່ອນຳໃຊ້ກົນຈັກເຂົ້າໃນການຜະລິດກະສີກຳ. ນັບມື້ນັບມີຫຼາຍຮູບແບບພັດທະນາເສດຖະກິດໄດ້ຮັບການນຳໃຊ້ຢ່າງມີປະສິດທິຜົນ, ປະກອບສ່ວນແກ້ໄຂວຽກເຮັດງານທຳ, ຍົກສູງຊີວິດການເປັນຢູ່ໃຫ້ແກ່ຊາວກະສີກອນ, ຕົວຢ່າງຄືຮູບແບບປູກດອກໄມ້, ປູກລ້ຽງສິນໃນນ້ຳ, ປູກເຫັດ, ຜັກປອດສານພິດ... ຊີວິດທາງດ້ານວັດຖຸໄດ້ຮັບການປັບປຸງ, ປະຊາຊົນນັບມື້ນັບເຊື່ອໝັ້ນຕໍ່ແຜນນະໂຍບາຍກໍ່ສ້າງຊົນນະບົດໃໝ່. ບັນດາຄອບຄົວຊາວກະສີກອນໄດ້ບໍລິຈາກທີ່ດິນເກືອບ 40.000 ຕາແມັດເພື່ອຮັບໃຊ້ໃຫ້ແກ່ໂຄງການກໍ່ສ້າງຊົນນະບົດໃໝ່. ຫຼາຍຄອບຄົວກໍ່ໄດ້ປະກອບວັດສະດຸກໍ່ສ້າງ, ກຳລັງແຮງງານ... ເພື່ອກໍ່ສ້າງທາງຄົມມະນາຄົມ, ກິດຈະກຳສາທາລະນະຮັບໃຊ້ຊີວິດຂອງປະຊາຊົນ. ທ່ານ ເຈິ່ນຮ໋ວາ, ຮອງປະທານຄະນະກຳມະການປະຊາຊົນຕາແສງຮ່ວາຟອງ, ໜຶ່ງໃນຈຳນວນ 4 ຕາແສງຂອງເມືອງຮ່ວາວາງ ທີ່ຫາກໍ່ປະຕິບັດສຳເລັດ 19/19 ມາດຖານກ່ຽວກັບການກໍ່ສ້າງຊົນນະບົດໃໝ່, ໃຫ້ຮູ້ວ່າ:
“ໃນການກໍ່ສ້າງຊົນນະບົດໃໝ່, ມີຫຼາຍຄອບຄົວໄດ້ຍົກຍ້າຍເຮືອນຊານຂອງຕົນທີ່ມີມູນຄ່າເຖິງ 50, 70 ລ້ານດົ່ງໄປຍັງບ່ອນອື່ນເພື່ອສະຫງວນທີ່ດິນໃຫ້ແກ່ການກໍ່ສ້າງທາງຄົມມະນາຄົມ. ໃນເບື້ອງຕົ້ນການຂົນຂວາຍປະສົບກັບຄວາມຫຍຸ້ງຍາກຫຼາຍ, ແຕ່ເມື່ອເຫັນໂສມໜ້າຊົນນະບົດນັບມື້ນັບມີການປ່ຽນໃໝ່, ບັນດາກິດຈະກຳລ້ວນແຕ່ຮັບໃຊ້ຜົນປະໂຫຍດໃຫ້ແກ່ປະຊາຊົນ, ເຂົາເຈົ້າເຊື່ອໝັ້ນ ແລະ ສະໜັບສະໜູນ“.
ໃນຊຸມປີຜ່ານມາ, ແຫຼ່ງເງິນລົງທຶນໃຫ້ແກ່ການກໍ່ສ້າງຊົນນະບົດໃໝ່ຂອງເມືອງຮ່ວາວາງ ບັນລຸເກືອບ 1.100 ຕື້ດົ່ງ, ໃນນັ້ນປະຊາຊົນປະກອບເກືອບ 390 ຕື້ດົ່ງ. ທ່ານດັ້ງຟູ໋ແຮ່ງ, ຮອງປະທານຄະນະກຳມະການປະຊາຊົນເມືອງຮ່ວາວາງ, ນະຄອນດ່ານັ້ງ, ໃຫ້ຮູ້ວ່າ:
“ຮ່ວາວາງ ມີການປ່ຽນໃໝ່ຄືປະຈຸບັນ, ແມ່ນຍ້ອນມີໂຄງການຈຸດໝາຍແຫ່ງຊາດກ່ຽວກັບການກໍ່ສ້າງຊົນນະບົດໃໝ່, ສິ່ງດັ່ງກ່າວສະແດງອອກຜ່ານລະບົບຄົມມະນາຄົມ, ອັດຕາສ່ວນຄອບຄົວທຸກຍາກໄດ້ຫຼຸດລົງຢ່າງໄວ ແລະ ໝັ້ນຄົງ, ລາຍຮັບເພີ່ມຂຶ້ນ, ຊີວິດການເປັນຢູ່ຂອງປະຊາຊົນນັບມື້ນັບດີຂຶ້ນ. ຂ້າພະເຈົ້າເຫັນວ່າ, ໂຄງການກໍ່ສ້າງຊົນນະບົດໃໝ່ໃນເມືອງຮວາວາງ ມີຄວາມໝາຍອັນໃຫຍ່ຫຼວງໃນການພັດທະນາຂອງທ້ອງຖີ່ນ“.
ຈາກບັນດາຜົນງານທີ່ບັນລຸໄດ້ນັ້ນ, ເມືອງຮ່ວາວາງ ສູ້ຊົນເຖິງປີ 2015, ທຸກຕາແສງໃນເມືອງຈະສຳເລັດມາດຖານທັງໝົດກ່ຽວກັບການກໍ່ສ້າງຊົນນະບົດໃໝ່ໂດຍພື້ນຖານ. ຮ່ວາວາງ ວາງຈຸດໝາຍສູ້ຊົນກາຍເປັນໜຶ່ງໃນບັນດາເມືອງບັນລຸມາດຖານຊົນນະບົດໃໝ່ຂອງທັງປະເທດ.