(VOVWORLD) - ຢູ່ແຂວງບັກກ້ານ ທາງພາກເໜືອຫວຽດນາມ, ນັບມື້ນັບປະກົດມີຫຼາຍຮູບແບບເສດຖະກິດ ແລະ ສະຫະກອນ ໂດຍແມ່ຍິງຊາວຊົນເຜົ່າສ່ວນໜ້ອຍເປັນເຈົ້າຂອງ. ດ້ວຍຈິນຕະນາການວ່ອງໄວ, ບັນດາເອື້ອຍນ້ອງໄດ້ໝູນໃຊ້ເຕັກໂນໂລຊີເທື່ອລະກ້າວ, ເພື່ອນຳຜະລິດຕະພັນກະເສດ, ເຄື່ອງປ່າຂອງດົງໃນທ້ອງຖິ່ນເຖິງຜູ້ບໍລິໂພກເປັນຈຳນວນຫຼາຍ.
ສະມາຊິກສະຫະກອນທຽນອານ ແນະນຳ ແລະ ຂາຍຜະລິດຕະພັນຜ່ານພື້ນຖານດີຈີຕອນຕ່າງໆ (ພາບ: backan.gov.vn)
|
ໂລກລະບາດໂຄວິດ 19 ໄດ້ກໍ່ຜົນສະທ້ອນບໍ່ໜ້ອຍຕໍ່ຂົງເຂດເສດຖະກິດເກືອບທັງໝົດ, ໃນນັ້ນ, ມີທັງຂະແໜງອາຊີບທີ່ກ່ຽວຂ້ອງເຖິງການປຸງແຕ່ງ, ຈຳໜ່າຍ ຜະລິດຕະພັນກະເສດ, ເຄື່ອງປ່າຂອງດົງຂອງ ປຊຊ ເຂດພູສູງ.
ສະຫະກອນກະສິກຳເຕິນແທງ, ຢູ່ບ້ານຂອງຊາວເຜົ່າຢ້າວເຕິນແທັງ, ຕາແສງນົງເທື້ອງ, ນະຄອນບັກກ້ານໄດ້ຜະລິດ, ດຳເນີນທຸລະກິດສະເພາະບັນດາຜະລິດຕະພັນຈາກຕົ້ນຂີ້ໝີ້ນ ແລະ ໄດ້ເປີດກ້ວາງຕະຫຼາດຈຳໜ່າຍຢູ່ບັນດາແຂວງ ນະຄອນເກືອບທັງໝົດ. ໃນໄລຍະທີ່ຫຼາຍທ້ອງຖິ່ນປະຕິບັດການແຍກຫ່າງສັງຄົມ, ການຈຳໜ່າຍຜະລິດຕະພັນ, ສິນຄ້າໂດຍກົງແມ່ນເລື່ອງທີ່ບໍ່ງ່າຍດາຍ. ບັນດາສະມາຊິກຂອງສະຫະກອນຈຶ່ງຊອກຫາວິທີເອົາຂໍ້ມູນຂ່າວຕ່າງໆລົງໃນອິນເຕີແນັດ, ສ້າງຮ້ານຂາຍເຄື່ອງ ທາງອອນລາຍດຍສະເພາະແລະ ພິເສດແມ່ນໄດ້ສຸມໃສ່ພັດທະນາຜະລິດຕະພັນຜ່ານເວບໄຊ. ເອື້ອຍຫງວຽນທິຮົ່ງມິນ, ຫົວໜ້າສະຫະກອນກະສິກຳເຕິນແທັງ ໃຫ້ຮູ້ວ່າ:
ພວກຂ້າພະເຈົ້າໄດ້ສ້າງເວບໄຊມາແຕ່ປີ 2018, ໂດຍສົມທົບບັນດາຮູບການສົ່ງເສີມການຄ້າ ກັບການຕະຫຼາດອື່ນໆ. ໃນໄລຍະເກີດໂລກລະບາດ, ພວກຂ້າພະເຈົ້າໄດ້ສ້າງເວບໄຊ ແທນໃຫ້ການໄປສົ່ງເສີມການຄ້າ, ແນະນຳໂດຍກົງ. ລູກຄ້າກໍ່ໄດ້ຮູ້ຈັກ ແລະ ສັ່ງຊື້ສິນຄ້າຜ່ານທາງເວັບໄຊ, ພວກຂ້າພະເຈົ້າຈະສົ່ງສິນຄ້າຜ່ານທາງໄປສະນີແມ່ນມີຄວາມສະດວກທີ່ສຸດ.
ສ່ວນຢູ່ສະຫະກອນທຽນອານ ຢູ່ຕາແສງວີເຮືອງ, ເມືອງແບກທົງ ທີ່ມີຜະລິດຕະພັນຕົ້ນຕໍ ແມ່ນຢາສະໝູນໄພອາບນ້ຳປະເພດຕ່າງໆ ແລະ ໝອນແພພື້ນເມືອງໃຊ້ຢາສະໝູນໄພ ຊື່ງໄດ້ຢັ້ງຢືນຄຸນຄ່າມາແຕ່ດົນນານແລ້ວ ແຕ່ສຳລັບເອື້ອຍນ້ອງແມ່ຍິງບ້ານພູສູງນີ້, ຢາກເປີດກ້ວາງຕະຫຼາດແມ່ນເລື່ອງທີ່ບໍ່ງ່າຍດາຍ. ເພື່ອໃຫ້ຜະລິດຕະພັນໄປເຖິງມືຜູ້ບໍລິໂພກ, ພວກເອື້ອຍນ້ອງໄດ້ເຊື້ອເຊີນພະນັກງານມາແນະນຳຄວາມຮູ້ກ່ຽວກັບເຕັກໂນໂລຊີຂໍ້ມູນຂ່າວສານ, ມາຮອດປະຈຸບັນ, ຕະຫຼາດຈຳໜ່າຍຂອງພວກເອື້ອຍນ້ອງ ໄດ້ເປີດກ້ວາງໄປກ່ງາ 10 ແຂວງນະຄອນ, ໂດຍສະເພາະແມ່ນຜ່ານບັນດາພື້ນຖານດີຈີຕອນ. ເອື້ອຍຫຼີທິກວຽນ, ສະຫະກອນທຽນອານ, ເມືອງແບກທົງ ແບ່ງປັນວ່າ:
ຜະລິດຕະພັນຂອງພວກຂ້າພະເຈົ້າໄດ້ຮັບການຮູ້ຈັກກັນດີຈາກຫຼາຍຄົນ, ທັງຢູ່ພາຍໃນ ແລະ ຕ່າງປະເທດ. ຍ້ອນເຫດນັ້ນ, ບັນດາໃບສັ່ງຊື້ສິນຄ້າຂອງພວກຂ້າພະເຈົ້າ ກໍ່ໄດ້ເພີ່ມຂຶ້ນຫຼາຍພໍສົມຄວນ, ຊີວິດການເປັນຢູ່ກໍ່ຄືລາຍຮັບຂອງບັນດາສະມາຊິກກໍ່ໄດ້ເພີ່ມຂຶ້ນເຊັ່ນດຽວກັນ.
ປະຈຸບັນ, ຢູ່ບັກກ້ານ, ມີສະຫະກອນ ແລະ ວິສະຫະກິດຂະໜາດກາງ ແລະ ນ້ອຍໂດຍບັນດາເອື້ອຍນ້ອງແມ່ຍິງຊາວຊົນເຜົ່າສ່ວນໜ້ອຍເປັນເຈົ້າຂອງນັບສິບແຫ່ງ. ໂດຍມີຄວາມຄ່ອງແຄ້ວ, ດຸໝັ່ນຂະຫຍັນພຽນ, ແມ່ຍິງເຂດພູສູງພວມຄ່ອຍໆໄປທັນກັບທ່າອ່ຽງຂອງຕະຫຼາດ ແລະ ຄວາມກ້າວໜ້າດ້ານເຕັກໂນໂລຊີ. ເອື້ອຍຫງວຽນທິ ຮວານ, ຫົວໜ້າສະຫະກອນຜະລິດເສັ້ນລ້ອນ ຕາຍຮວານ, ເປັນຜູ້ທຳອິດທີ່ສົ່ງຜະລິດຕະພັນກະເສດຂອງແຂວງບັກກ້ານ ໄປຂາຍຢູ່ຕະຫຼາດເອີລົບ ຖືວ່າ:
ຂ້າພະເຈົ້າໄດ້ເຂົ້າຮ່ວມຊຸດຮຽນຫຼາຍຊຸດ ໂດຍບັນດາຫົວໜ່ວຍ, ພະແນກ ຂະແໜງການເປັນຜູ້ຝຶກອົບຮົມ, ຜ່ານນັ້ນ, ກໍ່ໄດ້ຮ່ຳຮຽນ, ຮູ້ຈັກວິທີນຳຜະລິດຕະພັນຂອງຕົນວາງຂາຍຢູ່ສູນຕິດຕໍ່ຄ້າຂາຍເອເລກໂຕນິກ. ເຕັກໂນໂລຊີຍຸກ 4.0 ແມ່ນສຳຄັນທີ່ສຸດ ເພື່ອນຳຜະລິດຕະພັນຂອງພວກຂ້າພະເຈົ້າ ໄປຮອດມືຂອງລູກຄ້າຢູ່ພາຍໃນ ແລະ ຕ່າງປະເທດ.
ການໝູນໃຊ້ຄວາມກ້າວໜ້າດ້ານເຕັກໂນໂລຊີສຳເລັດຜົນ ກໍ່ແມ່ນວິທີເພື່ອໃຫ້ບັນດາສະຫະກອນ ແລະ ເອື້ອຍນ້ອງແມ່ຍິງເຂດພູສູງ ນຳຜະລິດຕະພັນຂອງຕົນກ້າວໄປໄກກ່ວາ. ຜົນສຳເລັດຈາກບັນດາຮູບແບບ ໄດ້ປະກອບສ່ວນປ່ຽນແປງສະຕິຄວາມຮັບຮູ້ຂອງສັງຄົມ, ໂດຍສະເພາະແມ່ນເພດຊາຍ ກ່ຽວກັບບົດບາດຂອງແມ່ຍິງ ໃນການພັດທະນາເສດຖະກິດ. ເອື້ອຍຫຼີທິບາ, ຫົວໜ້າສະຫະກອນກະສິກຳເຕິນເຊີນ ໃຫ້ຮູ້ວ່າ:
ໃນເບື້ອງຕົ້ນ, ພວຫກຂ້າພະເຈົ້າບໍ່ໄດ້ຮັບການໜູນຊ່ວຍຈາກຄອບຄົວ, ຍ້ອນທັດສະນະຄະຕິຂອງຊາວເຜົ່າຢ້າວ ແມ່ນຜູ້ຊາຍຈະເປັນເຈົ້າຂອງເສດຖະກິດ, ແມ່ຍິງບໍ່ມີສິດ. ແຕ່ເມື່ອສະຫະກອນຂອງພວກຂ້າພະເຈົ້າໄດ້ສ້າງຕັ້ງຂຶ້ນ ແລະ ປະຕິບັດຢ່າງມີປະສິດທິຜົນ, ມີຜູ້ຊາຍຫຼາຍຄົນໄດ້ຕອບສະໜອງ, ຊ້ຳບໍ່ໜຳຂໍເຂົ້າເປັນສະມາຊິກສະຫະກອນອີກດ້ວຍ.
ໃນໄລຍະຜ່ານມາ, ແຂວງບັກກ້ານໄດ້ສ້າງຕັ້ງຮ້ານຄ້າເອເລກໂຕນິກ. ໃນທັນທີ, ມີເອື້ອຍນ້ອງຫຼາຍຄົນ, ເປັນຕົ້ນແມ່ນຫົວໜ້າສະຫະກອນໃນຂົງເຂດຜະລິດຕະພັນກະເສດ ໄດ້ຈົດທະບຽນເຂົ້າຮ່ວມ. ຕາມເຂົາເຈົ້າແລ້ວ, ເຂົ້າຮ່ວມສູນຕິດຕໍ່ຄ້າຂາຍເອເລກໂຕນິກ ແມ່ນບາດກ້າວເດີນສຳຄັນ ເພື່ອນຳຜະລິດຕະພັນກະເສດຂອງແຂວງບັກກ້ານ ມາໃກ້ກັບຜູ້ບໍລິໂພກກ່ວາອີກ. ສິ່ງດັ່ງກ່າວໄດ້ສະແດງໃຫ້ເຫັນການປ່ຽນແປງທີ່ຕັ້ງໜ້າ ກ່ຽວກັບບົດບາດຂອງຊາວກະສິກອນ, ແມ່ຍິງເຂດພູສູງ ໃນການພັດທະນາເສດຖະກິດ, ສັງຄົມຂອງທ້ອງຖິ່ນ./.