(VOVWORLD) -ອາຍຸ 24 ປີ, ເຈິ່ນວັນບິ່ງ - ອ້າຍບ່າວຊົນເຜົ່າ ໄຕ ຜູ້ນີ້ ໄດ້ກາຍເປັນແບບຢ່າງແຫ່ງການຜ່ານຜ່າຄວາມຫຍຸ້ງຍາກ, ພັດທະນາເສດຖະກິດຂອງໄວໜຸ່ມ ແລະ ປະຊາຊົນຢູ່ຕາແສງ ເຢືອງຟອງ, ເມືອງ ແບັກທົງ, ແຂວງບັ໊ກກ້ານ, ດ້ວຍຮູບການເຮັດຟາມແບບຄອບຄົວ.
ຟາມຂອງ ບິ່ງ ຍາມໃດກໍມີໄກ່, ເປັດແຕ່ 500 – 700 ໂຕ ແລະ ໜອງປາ, ດ້ວຍປານ້ຳຈືດປະເພດຕ່າງໆປະມານ 500 ໂຕ. ນອກຈາກນັ້ນ, ຍັງມີສວນປູກໝາກກ້ຽງນ້ອຍທີ່ມີລວງກວ້າງກວ່າ 2 ເຮັກຕາ ພ້ອມດ້ວຍເຂດລ້ຽງຂີ້ກະເດືອນກວ້າງປະມານ 300 ຕາແມັດອີກດ້ວຍ. ຜະລິດຕະພັນຫຼັກແຫຼ່ງຂອງຟາມຄອບຄົວ ຈິ່ນວັນບິ່ງ ແມ່ນໄຂ່ເປັດປອດສານພິດ ແລະ ເປັດພັນຊີ້ນ ເຊິ່ງພວມໄດ້ຂາຍຢູ່ທ້ອງຖິ່ນເປັນຈຳນວນຫຼາຍ.
ຟາມຂອງ ບິ່ງ ຍາມໃດກໍມີໄກ່, ເປັດແຕ່ 500 – 700 ໂຕ (ພາບ: VOV) |
ໂດຍເລີ່ມກໍ່ສ້າງຮູບແບບຟາມດັ່ງກ່າວແຕ່ຕອນອາຍຸ 17 ປີ, ຈາກສອງຝາມືເປົ່າ, ມາຮອດປັດຈຸບັນ, ຮູບແບບລ້ຽງສັດ ປະສົມກັບການປູກຝັງຂອງ ເຈິ່ນວັນບິ່ງ ໄດ້ບັນລຸຜົນສຳເລັດໃນເບື້ອງຕົ້ນ. ເຈິ່ນວັນບິ່ງ ໄດ້ຂາຍໄຂ່ເປັດໃຫ້ແກ່ລູກຄ້າ ຜູ້ໄປມາຜ່ານເສັ້ນທາງລະຫວ່າງແຂວງ ໄປຍັງນະຄອນ ບັ໊ກກ້ານ ປະມານກວ່າ 200 ໜ່ວຍຕໍ່ວັນ. ທ້າວ ເຈິ່ນວັນບິ່ງ ໃຫ້ຮູ້ວ່າ:
“ຕອນອາຍຸ 17 ປີ, ຂ້າພະເຈົ້າໄດ້ລ້ຽງເປັດປະມານ 100 ໂຕ ເພື່ອເອົາໄຂ່ເທົ່ານັ້ນ. ຢູ່ແຖວບ້ານຂ້າພະເຈົ້າ ໃກ້ກັບໂຮງຮຽນ, ຄະນະກຳມະການປະຊາຊົນ, ຂ້າພະເຈົ້າເຫັນວ່າ ມີຫຼາຍຄົນມີຄວາມຕ້ອງການກິນໄຂ່ປອດສານພິດ. ສະນັ້ນ, ຂ້າພະເຈົ້າ ຈຶ່ງລ້ຽງທົດລອງລ້ຽງ 100 ໂຕ ແລ້ວເຫັນວ່າ ມີລາຍຮັບດີ, ສະນັ້ນ ຂ້າພະເຈົ້າ ຈຶ່ງສືບຕໍ່ລ້ຽງຫຼາຍໆຂຶ້ນ. ມາຮອດປີນີ້ ແມ່ນ 800 ໂຕ. ໂດຍປະມານ 2 ປີ ແມ່ນປ່ຽນພັນໃໝ່ເທື່ອໜຶ່ງ.”
ຄວາມຫຍຸ້ງຍາກຂອງຄອບຄົວ ໄດ້ຊຸກຍູ້ ເຈິ່ນວັນບິ່ງ ຜ່ານຜ່າຄວາມຫຍຸ້ງຍາກ , ຫຼຸດພົ້ນອອກຈາກຄວາມທຸກຍາກ ແລະ ປະຕິບັດຄວາມໄຝ່ຝັນສ້າງຄວາມຮັ່ງມີດ້ວຍສອງຝາມືຂອງຕົນ. ຕອນຮຽນ ມໍ 5, ບິ່ງ ຕ້ອງປະການຮຽນເພື່ອໄປເຮັດວຽກ, ຫາເງິນລ້ຽງຊີບ. ໂດຍເຫັນໄດ້ເຖິງຄວາມຕ້ອງການບໍລິໂພກໄຂ່ປອດສານພິດຂອງປະຊາຊົນໃນບໍລິເວນແຂວງ, ໃນຂະນະ ທີ່ເຮືອນຂອງຕົນຕັ້ງຢູ່ໃກ້ກັບຍ່ານເໜືອຂອງແມ່ນ້ຳ ເກົ່າ - ເຊິ່ງເປັນເງື່ອນໄຂສະດວກແກ່ການລ້ຽງເປັດ, ເຈິ່ນວັນບິ່ງ ຈຶ່ງຕັດສິນໃຈເອົາເງິນຈຳນວນ 20 ລ້ານດົ່ງ ເຊິ່ງຕົນເອງໄດ້ເກັບທ້ອນໄວ້ເທື່ອລະເລັກລະໜ້ອຍເພື່ອຫາຊື້ແນວພັນເປັດ.
ຊຸດທຳອິດ, ຍ້ອນຍັງບໍ່ທັນກຳແໜ້ນເຕັກນິກການລ້ຽງ ແລະ ບົວລະບັດ, ສະນັ້ນ ຝູງເປັດຂອງ ບິ່ງ ຖືກພະຍາດແລ້ວຕາຍກາຍເຄິ່ງໜຶ່ງ... ແຕ່ ເຈິ່ນວັນບິ່ງ ຍັງຕັດສິນໃຈລ້ຽງຄືນໃໝ່. ຫຼັງຈາກນັ້ນ, ບິ່ງໄດ້ຊອກຫາເອກະສານຕ່າງໆກ່ຽວກັບການລ້ຽງສັດມາອ່ານ ແລະ ລົງທະບຽນເຂົ້າຮ່ວມບັນດາຊຸດຝຶກອົບຮົມ ເພື່ອບຳລຸງຄວາມຮູ້ເພີ່ມເຕີມ, ຈາກນັ້ນ ປັບປຸງຮູບແບບການລ້ຽງສັດ. ອ້າຍ ນົງງອກເຟືອງ, ຮອງປະທານສະພາປະຊາຊົນ ຕາແສງ ເຢືອງຟອງ ໃຫ້ຮູ້ວ່າ:
“ເຈິ່ນວັນບິ່ງ ເຖິງວ່າຍັງໜຸ່ມນ້ອຍກໍຕາມ ແຕ່ດຸໝັ່ນທີ່ສຸດ. ມີແຕ່ຄົນດຽວເຮັດເອງລ້ຽງເອງ, ເດິກດື່ນທ່ຽງຄືນແລ້ວ ແຕ່ຍັງງົມຢູ່ໃນຄອກເປັດ. 4 - 5 ໂມງເຊົ້າ ລາວ ກໍລຸກໄປເກັບໄຂ່ ເພື່ອນຳໄປສົ່ງໃຫ້ລູກຄ້າແລ້ວ. ບິ່ງ ແນະນຳບັນດາຜະລິດຕະພັນຂອງຕົນໄດ້ກວ້າງຂວາງພໍສົມຄວນ, ຈາກບັນດາເມືອງຢູ່ອ້ອມຮອບຕະຫຼອດຮອດນະຄອນ... ບິ່ງ ລ້ວນແຕ່ໄດ້ສົ່ງໄປຈຳໜ່າຍ. ໂດຍມານະພະຍາຍາມມາເກືອບ 10 ປີ, ບິ່ງ ຈຶ່ງໄດ້ຄືວັນນີ້. 3 ປີ ກ່ອນນີ້, ນອກຈາກລ້ຽງເປັດແລ້ວ, ບິ່ງ ຍັງລ້ຽງຄວາຍ, ປູກໝາກກ້ຽງນ້ອຍຕື່ມອີກ. ເຖິງວ່າວຽກຫຼາຍກໍຕາມ ແຕ່ລາວກໍຂະຫຍັນໝັ່ນພຽນ ແລະ ມີຄວາມອົດທົນທີ່ສຸດ”.
ໃນອະນາຄົດອາດຈະສ້າງເຄື່ອງໝາຍການຄ້າໄຂ່ປອດສານພິດ ໂດຍເອົາຊື່ວ່າ ບິ່ງມິນ (ພາບ: VOV) |
ຍ້ອນຄວາມມານະພະຍາຍາມຄືແນວນັ້ນ, ເປັດແຕ່ລະຊຸດຂອງ ບິ່ງ ຈຶ່ງຂະຫຍາຍໄດ້ເປັນຢ່າງດີກວ່າ, ໃຫ້ສະມັດຕະພາບສູງກວ່າ. ຈາກຜົນສຳເລັດໃນເບື້ອງຕົ້ນນັ້ນ, ເຈິ່ນວັນບິ່ງ ເລີ່ມຊອກຫາຕະຫຼາດຈຳໜ່າຍຕື່ມອີກ.
ໃນຕະຫຼອດໄລຍະເຮັດຟາມ, ບິ່ງຕ້ອງກູ້ຢືມທຶນຮອນຈາກພາຍນອກ, ລາຍຮັບເກັບມາໄດ້ເທົ່າໃດ ບິ່ງ ກໍທ້ອນໄວ້ ແລ້ວໝູນທຶນເປີດກວ້າງຟາມໄປເທົ່ານັ້ນ. ບິ່ງຖືວ່າ ຖ້າຫາກເຮັດຂະໝາດໃຫຍ່ແຕ່ຫົວທີ, ເມື່ອປະສົບກັບຄວາມສ່ຽງ ແມ່ນຍາກທີ່ຈະລຸກຂຶ້ນໄດ້, ສະນັ້ນ, ບິ່ງ ຈຶ່ງເລືອກເອົາການພັດທະນາແບບເທື່ອລະເລັກລະນ້ອຍ ແຕ່ໝັ້ນທ່ຽງກວ່າ.
“ເປັນຊາວໜຸ່ມ startup, ທຳອິດແມ່ນຕ້ອງມີຄວາມຮັກມັກກັບວຽກງານທີ່ຕົນເອງກຳລັງຈະເຮັດສາກ່ອນ. ຫຼັງຈາກນັ້ນແມ່ນສຳຫຼວດຕະຫຼາດ, ເຮັດແນວໃດໃຫ້ແທດເໝາະກັບຄອບຄົວ, ກັບທ້ອງຖິ່ນ ແລະ ທ່າແຮງຂອງຕົນແມ່ນຫຍັງ. ໃນຂະແໜງລ້ຽງສັດ ຕ້ອງເຮັດແນວໃດເພື່ອໃຫ້ ສັດລ້ຽງຂອງຕົນແຂງແຮງຂະຫຍາຍໄດ້ດີ. ຕອນທຳອິດ, ອາດຈະຢູ່ທຶນຫຼືຂາດທຶນໜ້ອຍໜຶ່ງ ແຕ່ຫຼັງຈາກນັ້ນ ເຮົາຈະຖອດຖອນໄດ້ບົດຮຽນຫຼາຍຢ່າງ.”
ຄວາມມານະພະຍາຍາມຢ່າງບໍ່ຢຸດຢັ້ງເພື່ອບັນລຸໄດ້ໝາກຜົນຄືໃນວັນນີ້ຂອງ ເຈິ່ນວັນບິ່ງ ໄດ້ກາຍເປັນເລື່ອງລາວສ້າງແຫຼ່ງບັນດານໃຈໃຫ້ແກ່ສະມາຊິກຊາວໜຸ່ມຄົນອື່ນໆໃນຕາແສງ ເຢືອງຟອງ ເວົ້າສະເພາະ ແລະ ທົ່ວແຂວງ ບັ໊ກກ້ານ ເວົ້າລວມ. ເຈິ່ນວັນບິ່ງ ໃຫ້ຮູ້ວ່າ ໃນອະນາຄົດອາດຈະສ້າງເຄື່ອງໝາຍການຄ້າໄຂ່ປອດສານພິດ ໂດຍເອົາຊື່ວ່າ ບິ່ງມິນ. ເມື່ອຜະລິດຕະພັນມີຈຸດຢືນຢ່າງໝັ້ນທ່ຽງຢູ່ຕະຫຼາດແລ້ວ, ເຈິ່ນວັນບິ່ງຈະສ້າງຕັ້ງສະຫະກອນຮ່ວມສຳພັນກັບພໍ່ແມ່ປະຊາຊົນພາຍໃນຕາແສງ ເພື່ອເປີດກວ້າງຮູບແບບດັ່ງກ່າວ ເພື່ອນຳຜະລິດຕະພັນຂອງຕົນອອກສູ່ຕະຫຼາດນອກແຂວງ./.