(VOVWORLD) -ໝູ່ບ້ານເດີ່ມ ຍັງເອີ້ນວ່າ ໝູ່ບ້ານ ບີກຈີ່ ຂຶ້ນກັບຕາແສງ ລຽມຕວຽນ ເມືອງ ແທງລຽມ ແຂວງ ຮ່ານາມ ຫ່າງຈາກນະຄອນຮ່າໂນ້ຍໄປທາງທິດໃຕ້ປະມານ 70 ກິໂລແມັດ. ກໍ່ເຊັ່ນດຽວກັນກັບໝູ່ບ້ານອື່ນຢູ່ຫວຽດນາມ, ປະຊາຊົນໃນບ້ານດຳລົງຊີວິດດ້ວຍອາຊີບຫລັກແມ່ນທຳການຜະລິດກະສິກຳ. ບໍ່ຮູ້ໄດ້ວ່າໝູ່ບ້ານເດີ່ມ ມີຊື່ສຽງ ດ້ວຍອາຊີບເຮັດເຂົ້າຕົ້ມມາແຕ່ເວລາໃດ. ບົດຂຽນຂອງນັກຂ່າວ ງອກແອັງ.
ໂບດຢູ່ໝູ່ບ້ານເດີ່ມ |
ໃນປະຫວັດສາດ, ໝູ່ບ້ານເດີ່ມແມ່ນເຂດດິນແດນມີຫລາຍອາຊີບ, ຊາວບ້ານມີຄວາມດຸໝັ່ນຂະຫຍັນພຽນໃນການອອກແຮງງານ. ທຳອິດ ປະຊາຊົນເຮັດເຂົ້າຕົ້ມເພື່ອຮັບໃຊ້ບັນດາຄອບຄົວ ແລະ ຊາວບ້ານເປັນຕົ້ນ. ຈາກນັ້ນ ການເຮັດເຂົ້າຕົ້ມຄ່ອຍໆເປັນ ອາຊີບຫລັກຂອງປະຊາຊົນບ້ານເດີ່ມ. ພ້ອມກັບບັນດາໝູ່ບ້ານ ໂລ໋ເຄ, ແຈງຄຸກ, ຟູເທຶ້ອງ ຢູ່ ຮ່າໂນ້ຍ, ເບີເດົ້າຢູ່ແຂວງ ທາຍງວຽນ, ປະຈຸບັນ ໝູ່ບ້ານເດີ່ມແມ່ນຫນຶ່ງໃນ 5 ໝູ່ບ້ານອາຊີບເຮັດເຂົ້າຕົ້ມທີ່ມີຊື່ສຽງຢູ່ພາກເຫນືອຫວຽດນາມ.
ຊາວບ້ານເດີ່ມ ຫໍ່ເຂົ້າຕົ້ມຕະຫລອດປີ ແຕ່ຟົດຟື້ນກວ່າໝູ່ ແມ່ນໃນຊຸມວັນເພັງ, ວັນທີ 1 ໄລ່ຕາມຈັນທະປະຕິທິນ ແລະໃນໂອກາດບຸນເຕັດ. ການຫໍ່ເຂົ້າຕົ້ມຢູ່ທີ່ນີ້ ແມ່ນບໍ່ໃຊ້ແບບພຽງແຕ່ໃຊ້ມືຫໍ່. ເອື້ອຍ ຫງວຽນທິເຟື້ອງ, ຊາວບ້ານເດີ່ມ ເລົ່າສູ່ຟັງວ່າ:
“ຢາກມີເຂົ້າຕົ້ມແຊບຕ້ອງເລືອກເຂົ້າຫນຽວ, ຖົ່ວຂຽວ, ຊີ້ນໝູແຊບ. ເຂົ້າຫນຽວຕ້ອງແມ່ນເຂົ້າ “ເນັບກາຍຮວາວ່າງ” ເຂົ້າຕົ້ມຈຶ່ງຫນຽວນຸ້ມ, ຫອມ, ແຊບ. ຖົ່ວຂຽວຕ້ອງເລືອກເອົາປະເພດສີເຫລືອງ,ສົດ, ຊີ້ນໝູ່ແມ່ນຊີ້ນສາມຊັ້ນ ມີທັງຊີ້ນ ແລະ ທັງນ້ຳມັນ. ໃບຕອງຈີງ ທີ່ໃຊ້ຫໍ່ເຂົ້າຕົ້ມຕ້ອງເລືອກເອົາໃບພໍດີ ບໍ່ອ່ອນ ແລະ ບໍ່ແກ່ເກີນໄປ ເມື່ອປອກເຂົ້າຕົ້ມອອກຈື່ງມີສີຂຽວງາມດີ. ເລື່ອງຕົ້ມເຂົ້າຕົ້ມຕ້ອງໃຊ້ເວລາປະມານ 10 ຊົ່ວໂມງ”
ເຂົ້າຕົ້ມໝູ່ບ້ານເດີ່ມເມື່ອກິນມີກິ່ນຫອມ, ຮູ້ສຶກນົວ ແຊບ, ອ່ອນຫນຽວດີ ບໍ່ຄ່ອຍມີຢູ່ບ່ອນໃດ. ຊາວບ້ານໃຊ້ນ້ຳຝົນເພື່ອຕົ້ມ, ໝໍ້ຕົ້ມຕ້ອງເຮັດດ້ວຍສັງກະສີ. ຍ້ອນມີເຄັດລັບອັນລຽບງ່າຍນັ້ນຈຶ່ງເຮັດໃຫ້ເຂົ້າຕົ້ມຫອມແຊບ, ຮັກສາໄດ້ນານ. ທ່ານຟ້າມວັນລວນ ຜູ້ເຮັດອາຊີບ ເຂົ້າຕົ້ມມາເປັນເວລາຫລາຍປີໃນໝູ່ບ້ານໃຫ້ຮູ້ວ່າ:
“ຄອບຄົວຂ້າພະເຈົ້າທັງເຮັດເຂົ້າຕົ້ມ ແລະ ບັນໄຢ. ເຕັກນິກການເຮັດເຂົ້າຕົ້ມແມ່ນຄ້າຍຄືກັນກັບບັນດາທອ້ງຖິ່ນອື່ນ. ແຕ່ເພື່ອໃຫ້ເຂົ້າຕົ້ມແຊບ ຕ້ອງຮູ້ຈັກວິທີຫນຶ້ງຖົ່ວຂຽວຄືຫນຶ້ງເຂົ້າ. ເມື່ອປັ້ນຖົ່ວຂຽວຕ້ອງປັນໃນເວລາຍັງຮ້ອນ ແລະ ປັ້ນໃຫ້ແຫນ້ນ. ເມື່ອຕົ້ມເຂົ້າຕົ້ມຕ້ອງໃຊ້ນ້ຳຝົນຈຶ່ງແຊບ, ຮັກສາໄດ້ນານ. ຫໍ່ດ້ວຍມື ເຂົ້າຕົ້ມຈຶ່ງແຫນ້ນ ແຊບກວ່າຫໍ່ດ້ວຍແບບ”
ຊາວບ້ານເດີ່ມຫໍ່ເຂົ້າຕົ້ມ |
ນອກຈາກອາຊີບຫໍ່ເຂົ້າຕົ້ມ, ອາຊີບເຮັດເສັ້ນລ້ອນກໍ່ແມ່ນອາຊີບຫລັກຂອງຊາວບ້ານ. ອາຊີບຜະລິດເສັ້ນລ້ອນນຳມາເຊິ່ງລາຍຮັບສູງ ສະນັ້ນ ບັນດາຄອບຄົວໃນບ້ານຜະລິດຕະຫລອດປີ, ສະມັດຕະພາບສະເລ່ຍ 2 ໂຕນ/ມື້. ໃນສອງສາມປີມານີ້, ເສັ້ນລ້ອນໝູ່ບ້ານເດີ່ມ ຍັງໄດ້ສົ່ງໄປຂາຍຢູ່ ລາວ, ກຳປູເຈຍ, ໄທ. ເອື້ອຍ ຫງວຽນທິເຟື້ອງ ຊາວບ້ານເດີ່ມ ໃຫ້ຮູ້ວ່າ:
“ກ່ອນນີ້ ປູ່ຍ່າຕາຍາຍມີອາຊີບຫໍ່ເຂົ້າຕົ້ມທີ່ເປັນມູນເຊື້ອ. ປະຈຸບັນ ໃນໝູ່ບ້ານ ມີຫລາຍອາຊີບ. ບໍ່ສະເພາະພຽງແຕ່ອາຊີບເຮັດເຂົ້າຕົ້ມ. ເພື່ອຮັກສາອາຊີບທີ່ເປັນມູນເຊື້ອໃຫ້ຄົນລຸ້ນກ່ອນເທົ່ານັ້ນ, ຫາກພວກຂ້າພະເຈົ້າຍັງຜະລິດເຕົາຫູ້, ເສັ້ນລ້ອນ, ເຂົ້າຂຽບ, ບັນໄຢອີກດ້ວຍ”
ບັນດາຜະລິດຕະພັນຄືເສັ້ນລ້ອນ, ເຂົ້າຂຽບ, ບັນໄຢ, ເຕົ້າຫູ້ ໃນໝູ່ບ້ານ ມີທີ່ຕັ້ງໃນຕະຫລາດ, ແລະ ໄດ້ນຳໄປຈຳຫນ່າຍຢູ່ຫລາຍບ່ອນໃນແຂວງ ຮ່ານາມ ແລະ ບາງແຂວງ, ນະຄອນໃກ້ຄຽງ.
ປະຊາຊົນມີຄວາມດຸໝັ່ນຂະຫຍັນພຽນ, ເປັນເຈົ້າການໃນການທຳມາຫາກິນລ້ຽງຊີບ, ແທດເໝາະກັບຕະຫລາດ ສະນັ້ນບັນດາອາຊີບໃນບ້ານຈຶ່ງນັບມື້ນັບພັດທະນາ. ຍ້ອນມີຫລາຍອາຊີບ, ຊີວິດຂອງປະຊາຊົນຢູ່ທີ່ນີ້ມີການປ່ຽນແປງຢ່າງວ່ອງໄວ. ຈາກເຂດບ້ານນາຢູ່ທົ່ງພຽງ ຊີວິດປະສົບກັບຄວາມຫຍຸ້ງຍາກ, ປະຈຸບັນ ໝູ່ບ້ານເດີ່ມ ຢູ່ຕາແສງ ລຽມຕວຽນ ໄດ້ກາຍເປັນທ້ອງຖິ່ນມີເສດຖະກິດພັດທະນາໄວທີ່ສຸດຢູ່ເມືອງແທງລຽມ ແຂວງ ຮ່ານາມ.