ແຂວງບິ່ງເຟືອກສ້າງຄວາມເຫັນດີເຫັນພ້ອມໃນການກໍ່ສ້າງຊົນນະບົດໃໝ່


(vovworld) - ພາຍຫຼັງ 5 ປີ​ແຫ່ງ​ການ​ຜັນ​ຂະຫຍາຍ​ໂຄງການ​ຈຸດໝາຍ​ແຫ່ງ​ຊາດ​ກໍ່ສ້າງ​ຊົນນະບົດ​ໃໝ່, ​ໂສມ​ໜ້າ​ຊົນນະບົດ​ຂອງ​ແຂວງ​ບິ່ງ​ເຟືອ​ກ ມີ​ການ​ປ່ຽນ​ແປງ​ຫຼາຍ​ຢ່າງ. ລາຍ​ຮັບ​ສະ​ເລ່ຍ​ໃສ່​ຫົວ​ຄົນ​ເພີ່ມ​ຂຶ້ນ​ຈາກ 24 ລ້ານ​ດົ່ງ/ຄົນປີ 2010 ຂຶ້ນ​ເຖິງ​ເກືອບ 43 ລ້ານ​ດົ່ງ/ຄົນ​ໃນ​ປີ 2015. ປະຈຸ​ບັນ 20 ຕາ​ແສງ​ຂອງ​ແຂວງ​ບັນລຸ​​ໄດ້ 15/19 ມາດຖານຂອງ​ຕາ​ແສງ​ຊົນນະບົດ​ໃໝ່. ສິ່ງ​ພິ​ເສດ​ແມ່ນ​ຂະ​ບວນການ​ກໍ່ສ້າງ​ຊົນນະບົດ​ໃໝ່​ຢູ່​ບິ່ງ​ເຟືອ​ກ ສາມາດ​ເສີມ​ຂະຫຍາຍ​​ໄດ້​ນຳ້​ໃຈ​ສາມັກຄີ ​ແລະ ​ເປັນ​ເຈົ້າ​ການ​ຂອງ​ປະຊາຊົນ.

ແຂວງບິ່ງເຟືອກສ້າງຄວາມເຫັນດີເຫັນພ້ອມໃນການກໍ່ສ້າງຊົນນະບົດໃໝ່ - ảnh 1

ປະຊາຊົນມ່ວນຊື່ນເມື່ອມີເສັ້ນທາງໃໝ່

(ພາບ: ອິນເຕີແນດ)

        ​ໄປ​ຕາມ​ເສັ້ນທາງ​ເບ​ຕົງ​ທີ່​ກວ້າງຂວາງ, ພວກ​ຂ້າພະ​ເຈົ້າ​ໄດ້​ມາ​ຮອດ​ໃຈກາງ​ຕາ​ແສງ​ມິ​ງ​ແທ່ງ, ​ເມືອງ​ເຈີ​ນ​ແທ່ງ. ທັງ​ສອງ​ຝາກ​ທາງ​​ແມ່ນ​ບັນດາ​ເຮື​ອນ​ທີ່​ກວ້າງຂວາງ, ສວຍ​ງາມ, ພ້ອມ​ກັບ​ສວນ​ໄມ້​ທີ່​ຂຽວ​ອຸ່ມ​ທູ່​ມ. ມາ​ຮອດ​ປະຈຸ​ບັນ, ທາງ​ຄົມມະນາຄົມ​ຊົນນະບົດ​ທັງ​ໝົດ 18 ກມ ຂອງ​ຕາ​ແສງ​ມິ​ງ​ແທ່ງ ລ້ວນ​ແຕ່​ໄດ້​ຮັບ​ການ​ກໍ່ສ້າງ​ດ້ວຍ​ເບ​ຕົງ. ລະບົບ​ໂຮງຮຽນ, ສຸກສາລາ​ໄດ້​ຮັບ​ການ​ກໍ່ສ້າງ​ຢ່າງ​ຮຽບຮ້ອຍ. ນອກຈາກ​ການ​ບໍລິຈາກ​ທີ່​ດິນ​ເພື່ອ​ກໍ່ສ້າງ​ທາງ, ປະກອບ​ກຳລັງ​ເຫື່ອ​ແຮງ​ແລ້ວ, ປະຊາຊົນ​ຢູ່​ທີ່​ນີ້​ຍັງ​ປະກອບ​ເງິນ​ໄດ້​ກວ່າ 2 ຕື້​ດົ່ງ ​ເພື່ອ​ພ້ອມ​ກັບ​ອຳນາດ​ການ​ປົກຄອງ​ທ້ອງ​ຖີ່​ນ

ກໍ່ສ້າງ​ພື້ນ​ໂຄງ​ລ່າງອີກ​ດ້ວຍ. ມິ​ງ​ແທ່ງ ​ແມ່ນ 1 ​ໃນ​ຈຳນວນ 3 ຕາ​ແສງ​ຂອງ​ແຂວງ​ບິ່ງ​ເຟືອ​ກທີ່​ບັນລຸ​ມາດຖານ​ກ່ຽວ​ກັບ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່. ທ່ານ ຟານ​ວັນ​ແຫ່ງ, ຢູ່​ໜ່ວຍ 3, ບ້ານ 5, ຕາ​ແສງ​ມິ​ງ​ແທ່ງ, ​ໃຫ້​ຮູ້​ວ່າ:

        “​ເມື່ອ​ອຳນາດ​ການ​ປົກຄອງ​ເຊື່ອ​ໝັ້ນ, ມອບ​ໜ້າ​ທີ່​ໃຫ້​ກໍ່ສ້າງ​ກິດຈະກຳ​ຊົນນະບົດ​ໃໝ່, ປະຊາຊົນ​ໄດ້​ຈັດການ​ປະຊຸມ, ​ແບ່ງ​ອອກ​ເປັນ​ແຕ່ລະ​ໜ່ວຍ, ​ເລືອກ​ເຟັ້ນຄະນະ​ຕິດຕາມກວດກາ ​ເພື່ອ​ຄຸ້ມ​ຄອງ​ວັດ​ສະ​ດຸ​ກໍ່ສ້າງ​ເຊິ່ງທ້ອງ​

ຖີ່​ນຈັດ​ແບ່ງ​ໃຫ້. ​ໂດຍ​ໄດ້​ຮັບ​ຄວາມ​ເຫັນ​ດີ​ເຫັນ​ພ້ອມສູງ​ຈາກ​ປະຊາຊົນ, ບັນດາກິດຈະກຳ​ທັງ​ໝົດຈຶ່ງ​ຮັບ​ການ​ກໍ່ສ້າງ​ສຳ​ເລັດ“.

        ດ້ວຍ​ທິດ​ນຳ “ລັດ ​ແລະ ປະຊາຊົນ​ພ້ອມ​ກັນ​ຮັດ“, ​ແຂວງ​ບິ່ງ​ເຟືອ​ກ ​ໄດ້​ລະດົມ​ທຸກ​ແຫຼ່ງກຳລັງ​ໃຫ້​ແກ່​ວຽກ​ງານ​ກໍ່ສ້າງ​ຊົນນະບົດ​ໃໝ່. ຍອດ​ຈຳນວນ​ທຶນ​ລະດົມ​ໃນ 5 ປີຜ່ານມາ​ຂອງ​ແຂວງ​ບັນລຸ​ເກືອບ 6.000 ຕື້​ດົ່ງ, ​ໃນ​ນັ້ນ​ປະຊາຊົນ​ປະກອບ​ໄດ້​ກວ່າ 220 ຕື້​ດົ່ງ. 20 ຕາ​ແສງ​ທີ່​ແຂວງ​ບິ່ງ​ເຟືອກ ເລືອກ​ເປັນຕາ​ແສງ​ແບບຢ່າງ​ໃນ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່ ​ໄດ້​ປະຕິບັດ​ສຳ​ເລັດ​ບັນດາ​ໝວດ​ມາດຖານ​ ກ່ຽວ​ກັບ​ເສດຖະກິດ ​ແລະ ພັດທະນາ​ການ​ຜະລິດ, ກ່ຽວ​ກັບ​ວັດທະນະທຳ, ສັງຄົມ, ສິ່ງ​ແວດ​ລ້ອມ… ທ່ານ ຮ່ວາງ​ເຍິດ​ເຕິ​ນ, ປະທານ​ຄະນະ​ກຳມະການ​ປະຊາຊົນ​ເມືອງ ​ລົກ​ນິງ, ຖື​ວ່າ: ນີ້​ແມ່ນ​ຜົນງານ​ທີ່​ໜ້າ​ຮັບ​ຮູ້, ​ເພາະວ່າ​ບິ່ງ​ເຟືອ​ກ ຍັງ​ແມ່ນ​ແຂວງ​ທຸກ​ຍາກ, ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ຍັງ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ຫຼາຍ​ຢ່າງ.

        “ສຳລັບ​ບັນດາ​ກິດຈະກຳ​ກໍ່ສ້າງ​ຊົນນະບົດ​ໃໝ່​ຢູ່​ເມືອງ​ລົກ​ນິງ, ​ເມື່ອ​ເຫັນ​ວ່າ​ບ່ອນ​ໃດ​ມີ​ຄວາມ​ສະດວກ ​ແລະ ​ໄດ້​ຮັບ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ຈາກ​ປະຊາຊົນ, ພວກ​ຂ້າພະ​ເຈົ້າ​ຈະ​​ເຮັດ​ກ່ອນ. ພວກ​ຂ້າພະ​ເຈົ້າ​ປະຕິບັດ​ຕາມ​ແຜນ​ຮ່າງ​ຂອງ​ເມືອງ​ແມ່ນ​ປະຊາຊົນ​ເປັນ​ຜູ້​ກໍ່ສ້າງ​ກິດຈະກຳ: ລັດ​ໜູນ​ຊ່ວຍ​ດ້ານ​ວັດ​ສະດຸ. ດ້ວຍ​ຈິດ​ໃຈ​ຄື​ດັ່ງກ່າວ​, ມີ​ຫຼາຍ​ກິດຈະກຳ​ຢູ່​ບັນດາ​ຕາ​ແສງ​ຊົນນະບົດ​ໃໝ່​ຂອງ​ເມືອງ​ໄດ້​ຮັບ​ການ​ກໍ່ສ້າງ​ສຳ​ເລັດ ດ້ວຍ​ຄຸນ​ນະພາ​ບ

ດີ​ທີ່​ສຸດ“.

        ຜັນ​ຂະ​ຫຍາຍ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່, ​ແຂວງ​ບິ່ງ​ເຟືອ​ກ ​ໄດ້​ດຶງ​ດູດ​ປະຊາຊົນ​ທຸກ​ຊັ້ນ​ວັນນະ​ເຂົ້າ​ຮ່ວມ​ເປັນ​ຈຳນວນ​ຫຼວງ​ຫຼາຍ. ​ໃນ​ນັ້ນ, ສະມາຊິກ​ຊາວ​ໜຸ່ມ, ຊາວ​ໜຸ່ມ​ນັບ​ພັນ​ຄົນ ​ໄດ້​ເປັນ​ແກ່ນສານ​ໃນ​ການ​ຂົນຂວາຍ​ປະຊາຊົນ​ບໍລິຈາກ​ທີ່​ດິນ​ເຮັດ​ທາງ, ປົກ​ປັກ​ຮັກສາ​ຄວາມ​ສະຫງົບ​ປອດ​ໄພ, ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ, ກໍ່ສ້າງ​ຊີວິດ​ທາງ​ດ້ານ​ວັດທະນະທຳ​ໃໝ່​ຢູ່​ເຂດ​ຊຸມ​ຊົນ. ຢູ່​ທຸກ​ຕາ​ແສງ​ຂອງ​ແຂວງ​ບິ່ງ​ເຟືອ​ກ, ອົງການ​ຈັດ​ຕັ້ງ​ຊາວ​ໜຸ່ມ​ໄດ້​ຮັບຜິດຊອບ​ແຕ່ 2-4 ມາດຖານ​ໃນ​ຈຳນວນ 19 ມາດຖານ​ກໍ່ສ້າງ​ຊົນນະບົດ​ໃໝ່. ບັນດາ​ອົງການ​ຈັດ​ຕັ້ງ​ຊາວ​ໜຸ່ມ ​ແລະ ສະມາຊິກ​ຊາວ​ໜຸ່ມ ​ໄດ້​ສ້າງ​ເປັນ​ຫຼາຍ​ສະຫະກອນ​ຜະລິດ, ດຳ​ເນີນ​ທຸລະ​ກິດ, ສ້າງ​ວຽກ​ເຮັດ​ງານ​ທຳ​ໃຫ້​ຊາວ​ໜຸ່ມ​ຊົນນະບົດ​ເຊັ່ນ: ສະຫະກອນ​ຜະລິດ​ປຸງ​ແຕ່ງ​ເຂົ້າ, ສະຫະກອນ​ໂຄສະນາ, ສະຫະກອນ​ຈັກສານ… ​ເອື້ອຍ ​ໂຕນ​ງອກ​ແຫ້ງ, ​ເລຂາ​ຄະນະ​ຊາວ​ໜຸ່ມ​ແຂວງ​ບິ່ງ​ເຟືອ​ກ, ​ໃຫ້​ຮູ້​ວ່າ:

        “​ໄວ​ໜຸ່ມ​ບິ່ງ​ເຟືອ​ກ ​ເຂົ້າ​ຮ່ວມ​ວິວັດ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່ ດ້ວຍ​ບັນດາ​ການ​ເຄື່ອນ​ໄຫວ​ລະອຽດ. ບັນດາ​ໜ່ວຍ​ຊາວ​ໜຸ່ມ​ເກືອບ​ທັງ​ໝົດ​ໄດ້​ຈົດ​ທະບຽນ​ເຮັດ​ຕາມ​ຄວາມ​ສາມາດ​ຂອງ​ຕົນ. ຄະນະ​ຊາວ​ໜຸ່ມ​ຮາກ​ຖານ​ມີ​ແຫຼ່ງກຳລັງ​ນ້ອຍ​ແມ່ນ​ເຮັດ​ກິດຈະກຳ​ນ້ອຍ, ສ່ວນ​ຄະນະ​ຊາວ​ໜຸ່ມ​ເມືອງ, ​ແຂວງ ມີ​ແຫຼ່ງກຳລັງ​ຫຼາຍ​ກວ່າ​ຈະ​ເຮັດ​ບັນດາ​ກິດຈະກຳ​ໃຫຍ່​ກວ່າ“.

        ​ໂດຍ​ແມ່ນ​ແຂວງ​ທີ່​ທຸກ​ຍາກ, ມີ​ຫຼາຍ​ຊົນ​ເຜົ່າ​ສ່ວນ​ໜ້ອຍ​ຢູ່​ຮ່ວມ​ກັນ, ວຽກ​ງານ​ກໍ່ສ້າງ​ຊົນນະບົ​ດໃໝ່​ພວມ​ວາງ​ອອກ​ບັນດາ​ໜ້າ​ທີ່​ໜັກໜ່ວງ​ໃຫ້​ແຂວງ​ບິ່ງ​ເຟືອ​ກ. ຄຽງ​ຂ້າງ​ການ​ໜູນ​ຊ່ວຍ​ຂອງ​ລັດ ​ແລະ ການ​ລະດົມ​ແຫຼ່ງກຳລັງ​ໃນ​ໝູ່​ປະຊາຊົນ, ບັນດາ​ທ້ອງ​ຖີ່​ນກໍ່​ຮຽກຮ້ອງ​ການ​ສະໜັບສະໜູນ​ຈາກ​ບັນດາ​ວິ​ສາ​ຫະກິດ​ເພື່ອ​ລົງທຶນ​ກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ, ສູ້​ຊົນ​ຮອດ​ປີ 2020 ຈະ​ມີ 46 ຕາ​ແສງ​ຂອງ​ແຂວງ​ບິ່ງ​ເຟືອ​ກ ບັນລຸ​ມາດຖານ​ຊົນນະບົດ​ໃໝ່.

ຕອບກັບ

ຂ່າວ/ບົດ​ອື່ນ