(VOVWORLD) - ປະຈຸບັນ, ແຂວງລາວກາຍ ມີໝູ່ບ້ານອາຊີບ 30 ແຫ່ງ, ໃນນັ້ນມີໝູ່ບ້ານອາຊີບມູນເຊື້ອ 20 ແຫ່ງ, ເປັນຕົ້ນແມ່ນໝູ່ບ້ານອາຊີບຕ່ຳຫູກ, ແກະຄວັດສະຫຼັກ, ເຮັດທູບ, ຖັກແສ່ວ, ຈັກສານ, ຫຼໍ່ທອງ.. ການຮັກສາ ແລະ ພັດທະນາບັນດາໝູ່ບ້ານອາຊີບ ແລະ ໝູ່ບ້ານອາຊີບທີ່ເປັນມູນເຊື້ອ ທັງໄດ້ປະກອບສ່ວນເສີມຂະຫຍາຍມູນເຊື້ອວັດທະນະທຳພິເສດສະເພາະຂອງແຕ່ລະຊົນເຜົ່າ, ແຕ່ລະເຂດພາກ, ທັງປົວແປງຊີວິດ ປຊຊ ແລະ ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ ສັງຄົມຢູ່ທ້ອງຖິ່ນ.
ແມ່ຍິງຊາວເຜົ່າໄຕຕາແສງເຫງັ້ຍໂດ, ເມືອງບາວອຽນ ກຳລັງຕ່ຳແພພື້ນເມືອງ (ພາບ: dangcongsan.vn)
|
ມີອາຊີບ, ໝູ່ບ້ານອາຊີບມູນເຊື້ອຈຳນວນໜຶ່ງຢູ່ແຂວງ ລາວກາຍ ໄດ້ກາຍເປັນເຄື່ອງໝາຍການຄ້າທີ່ມີຊື່ສຽງ. ນັ້ນແມ່ນໝູ່ບ້ານອາຊີບຕ່ຳແພພື້ນເມືອງ ເຊິ່ງແຂກທ່ອງທ່ຽວໄດ້ຮູ້ຈັກເຖິງ, ເປັນຕົ້ນແມ່ນ ໝູ່ບ້ານອາຊີບຕັດຫຍິບ, ຖັກແສ່ວບ້ານ ຫງາຍໂຈ່ (ຕາແສງ ອີຕີ, ເມືອງບາດຊາດ , ໝູ່ບ້ານອາຊີບຕັດຫຍິບ, ຖັກແສ່ວບ້ານ ນີຊີ (ຕາແສງຟາລອງ, ເມືອງເມື່ອງເຄືອງ), ໝູ່ບ້ານຕ່ຳແພພື້ນເມືອງຂອງຊາວເຜົ່າໄຕຕາແສງ ເຫງັຍໂດ (ເມືອງບາວອຽນ)…. ລາວກາຍ ຍັງມີຫຼາຍອາຊີບມູນເຊື້ອ ທີ່ສາມາດກາຍເປັນຜະລິດຕະພັນທ່ອງທ່ຽວຄື: ອາຊີບຈັກສານຂອງຊາວເຜົ່າ ຮ່າຍີ່ ຢູ່ຕາແສງອີຕີ, ເມືອງບາດຊາດ, ອາຊີບຫຼໍ່ສົບຄັນໄຖຂອງຊາວເຜົ່າມົ້ງ ຕາແສງບ້ານໂຟ ແລະ ຕາແສງນາໂຮຍ (ເມືອງບັກຮ່າ); ອາຊີບເຮັດທູບຂອງຊົນເຜົ່າໄຢ ຢູເມືອງບາດຊາດ ແລະ ຊາວເຜົ່າມົ້ງຢູ່ເມືອງຊີມາກາຍ. ພິເສດ, ແພພື້ນເມືອງຂອງສະໂມສອນແພພື້ນເມືອງແມ່ຍິງ ຊາຟໍ, ຕາແສງນ້ຳຊ່າຍ, ເມືອງຊາປາ ໄດ້ສົ່ງໄປຂາຍຢູ່ປະເທດອາເມລິກາ, ອີຕາລີ, ຍີ່ປຸ່ນ….
ສະໂມສອນຈັກສານຕາແສງເມືອງບໍ, ເທດສະບານຊາປາ ຊື່ງມີສະມາຊິກສ່ວນຫຼາຍແມ່ນຜູ້ມີອາຍຸສູງ, ພາຍຫຼັງໄດ້ເຄື່ອນໄຫວເປັນເວລາ 1 ປີ, ໄດ້ມີບັນດາຜະລິດຕະພັນທີ່ເປັນມູນເຊື້ອ ສົມທົບກັບທັນສະໄໝ. ທ່ານ ນົງວັນຮອກ ສະມາຊິກ ສະໂມສອນຈັກສານຕາແສງເມືອງບໍ ແບ່ງປັນວ່າ:
ແຕ່ລະຄົນແມ່ນເຮັດແຕ່ລະຂັ້ນຕອນທີ່ແຕກຕ່າງກັນ, ມີຜູ້ຈັກຕອກ, ມີຜູ້ສານ. ຖ້າຢາກໃຫ້ຜະລິດຕະພັນງາມຕາ ແລະ ໄດ້ຮັບຄວາມນິຍົມຈາກລູກຄ້າ, ພວກຂ້າພະເຈົ້າກໍ່ຕ້ອງບອກກັນ, ຊ່ວຍກັນ ເພື່ອເຮັດຜະລິດຕະພັນໃຫ້ມີເອກະລັກທີ່ສຸດ, ຕ້ອງອົດທົນເຮັດ, ລູກຄ້າຢາກໄດ້ຜະລິດຕະພັນຫຍັງກໍ່ຕ້ອງເຮັດໃຫ້ໄດ້.
ອາຊີບຈັກສານຂອງຊາວເຜົ່າຮ່າຍີ່ ຢູ່ຕາແສງອີຕີ, ເມືອງບາດຊາດ (ພາບ: baodantoc.vn )
|
ຢູ່ຕາແສງວໍ້ລາວ, ເມືອງວັນບ່ານ, ມີກຸ່ມໜຶ່ງທີ່ມີຄວາມນິຍົມຄືກັນ ລວມມີສະມາຊິກ 4 ຄົນ ໄດ້ຖັກແສ່ວ, ຕັດຫຍິບສະເພາະແຕ່ຜະລິດຕະພັນແພພື້ນເມືອງ ແລະ ຊຸດອາພອນຊາວເຜົ່າໄຕ ທີ່ພວມເຄື່ອນໄຫວຢ່າງມີປະສິດທິຜົນ. ແຂກນິຍົມຜະລິດຕະພັນນີ້ທີ່ສຸດ ແລະ ສາມາດສ້າງລາຍຮັບໄດ້ແຕ່ 6-7 ລ້ານດົ່ງ/ເດືອນ/ຄົນ. ເອື້ອຍຮ່ວາງທິຈຸກ, ສະມາຊິກຂອງກຸ່ມ ໃຫ້ຮູ້ວ່າ:
ພວກຂ້າພະເຈົ້າໄດ້ເຮັດຂັ້ນຕອນທີ່ແຕກຕ່າງກັນ, ຜູ້ຕັດຫຍິບ, ຜູ້ຖັກແສ່ວ ແຕ່ຖ້າໃຜເຮັດຊ້າ, ກໍ່ຕ້ອງຊ່ວຍກັນເພື່ອໃຫ້ທັນເວລາ. ເມື່ອເກັບກ່ຽວຜົນຜະລິດສຳເລັດແລ້ວ ພວກຂ້າພະເຈົ້າຈຶ່ງໄດ້ພັກຜ່ອນ, ສ່ວນເວລາຍັງເຫຼືອກໍ່ເຕົ້າໂຮມກັນມາເຮັດວຽກຢູ່ທີ່ນີ້, ວຽກເບົາ ແຕ່ລາຍຮັບກໍ່ເປັນປົກກະຕິ.
ຕາມທ່ານ ຢວານວັນວິ້ງ, ຮອງປະທານຄະນະກຳມະການ ປຊຊ ຕາແສງວໍ້ລາວ ແລ້ວ, ອາຊີບຖັກແສ່ວ, ຕັດຫຍິບຂອງຊາວເຜົ່າໄຕ ມີຄວາມສາມາດບົ່ມຊ້ອນຖ້າຫາກພັດທະນາ ແລະ ເສີມຂະຫຍາຍ. ຍ້ອນວ່າບໍ່ມີພຽງແຕ່ແຂກທ່ອງທ່ຽວເທົ່ານັ້ນ, ຫາກຍັງມີຫຼາຍຄົນໄດ້ນຳໃຊ້ຜະລິດຕະພັນພື້ນເມືອງ:
ວຽກງານຂອງກຸ່ມນີ້ ບໍ່ພຽງແຕ່ສ້າງບັນດາຜະລິດຕະພັນອອກຂາຍຢູ່ຕະຫຼາດເທົ່ານັ້ນ, ຫາກຍັງໄດ້ສ້າງວຽກເຮັດງານທຳໃຫ້ແກ່ຜູ້ອອກແຮງງານ ຢູ່ທ້ອງຖິ່ນອີກດ້ວຍ. ອຳນາດການປົກຄອງຕາແສງ ກໍ່ກຳນົດທິດໃຫ້ບັນດາລຸງປ້າອາວອາ ຕ້ອງຖ່າຍທອດ, ແນະນຳ, ບອກສອນໃຫ້ລຸ້ນລູກລຸ້ນຫຼານ ເພື່ອສາມາດຮັກສາສີສັນວັດທະນະທຳທີ່ເປັນມູນເຊື້ອຂອງຊາດໄວ້ໄດ້.
ປະຈຸບັນ, ແຂວງລາວກາຍ ມີ 120 ຜະລິດຕະພັນບັນລຸມາດຖານຜະລິດຕະພັນ OCOP (ໂຄງການໜຶ່ງຕາແສງ ໜຶ່ງຜະລິດຕະພັນ). ແຂວງລາວກາຍ ວາງເປົ້າໝາຍຮອດປີ 2025 ຈະມີປະມານ 150 ຜະລິດຕະພັນ OCOP. ໃນຊຸມປີຜ່ານມາ,ຂະແໜງທ່ອງທ່ຽວຂອງລາວກາຍ ໄດ້ພັດທະນາແຮງທີ່ສຸດ, ໄດ້ດຶງດູດແຂກທ່ອງທ່ຽວນັບມື້ນັບຫຼາຍ, ສະນັ້ນ, ບັນດາໝູ່ບ້ານອາຊີບມີເງື່ອນໄຂສະດວກ ເພື່ອເປີດກ້ວາງຂອບຂະໜາດການຜະລິດ, ຍົກສູງຄຸນນະພາບຜະລິດຕະພັນ. ໃນການວາງແຜນກຳນົດການພັດທະນາຂະແໜງອາຊີບຢູ່ຊົນນະບົດຮອດປີ 2025, ກຳນົດທິດຮອດປີ 2035 ຂອງແຂວງລາຍກາຍ ກໍ່ໄດ້ກຳນົດຢ່າງຈະແຈ້ງກ່ຽວກັບການພັດທະນາຜະລິດຕະພັນຕາມທິດຍືນຍົງ, ຕິດພັນກັບການອະນຸລັກຮັກສາ ແລະ ເສີມຂະຫຍາຍວັດທະນະທຳບັນດາເຜົ່າ./.