(vovworld) - ໂດຍແມ່ນແຂວງໜຶ່ງຢູ່ເຂດພູດອຍທາງພາກເໜືອຫວຽດນາມ, ຮ່າຢາງ ແມ່ນແຫ່ງເຕົ້າໂຮມວັດທະນະທຳທີ່ເປັນເອກະລັກສະເພາະຂອງ 22 ຊົນເຜົ່າ, ພ້ອມກັບທັດສະນີຍະພາບທີ່ໃຫຍ່ໂຕ ແລະ ສວຍງາມຫຼາຍແຫ່ງ. ພິເສດ, ນັບແຕ່ເຂດພູພຽງຫີນດົ່ງວັນ ໄດ້ຮັບການຮັບຮອງວ່າແມ່ນສວນສາທາລະນະທໍລະນີສາດຂອງທົ່ວໂລກ, ຮ່າຢາງ ໄດ້ກາຍເປັນສະຖານທີ່ທ່ອງທ່ຽວທີ່ດຶງດູດນັກທ່ອງທ່ຽວທັງຢູ່ພາຍໃນ ແລະ ຕ່າງປະເທດ. ນີ້ແມ່ນທ່າແຮງເພື່ອໃຫ້ແຂວງພັດທະນາການທ່ອງທ່ຽວ, ໂດຍສະເພາະແມ່ນຮູບແບບທ່ອງທ່ຽວປະຊາຄົມ, ມັນບໍ່ພຽງແຕ່ປະກອບສ່ວນອະນຸລັກຮັກສາ ແລະ ເສີມຂະຫຍາຍບັນດາຄຸນຄ່າວັດທະນະທຳພິເສດສະເພາະເທົ່ານັ້ນ, ຫາກຍັງສ້າງເງື່ອນໄຂສະດວກ ເພື່ອໃຫ້ທ້ອງຖີ່ນກໍ່ສ້າງຊົນນະບົດໃໝ່ອີກດ້ວຍ.
(ພາບ: google.com.vn)
ຮູບແບບໝູ່ບ້ານວັດທະນະທຳທ່ອງທ່ຽວປະຊາຄົມຄືຢູ່ບ້ານນ້ຳດຳ ເລີ່ມມີມາແຕ່ປີ 2006. ເຖິງຢ່າງໃດກໍ່ຕາມ, ການເຄື່ອນໄຫວນີ້ຍັງມີລັກສະນະເກີດເອງ, ບໍ່ທັນໄດ້ຮັບການວາງແຜນກຳນົດ ແລະ ຄຸ້ມຄອງເທື່ອ. ແຕ່ເມື່ອເຫັນໄດ້ທ່າແຮງຂອງຮູບແບບທ່ອງທ່ຽວນີ້, ແຂວງຮ່າຢາງ ໄດ້ວາງມາດຕະຖານ, ດຳເນີນການສຳຫຼວດ ເພື່ອກໍ່ສ້າງໝູ່ບ້ານວັດທະນະທຳ ທ່ອງທ່ຽວປະຊາຄົມຢູ່ເມືອງດົ່ງວັນ, ແມ່ວວາກ, ຊິ໋ນເມິ່ນ, ຮ່ວາງຊູຝີ່… ນີ້ແມ່ນທິດທາງໃໝ່ຂອງຮ່າຢາງ ໃນວິວັດແຫ່ງການກໍ່ສ້າງຊົນນະບົດໃໝ່, ມັນບໍ່ພຽງແຕ່ປະກອບສ່ວນຂຸດຄົ້ນຄວາມສາມາດບົ່ມຊ້ອນຂອງທ້ອງຖີ່ນຢ່າງມີປະສິດທິຜົນເທົ່ານັ້ນ, ຫາກຍັງປະກອບສ່ວນຍົກສູງຊີວິດການເປັນຢູ່ຂອງປະຊາຊົນຂຶ້ນຕື່ມອີກດ້ວຍ. ທ່ານ Trieu Tai Vinh, ເລຂາຄະນະພັກແຂວງຮ່າຢາງ, ຢືນຢັນວ່າ:
”ຄາດໝາຍຂອງພວກຂ້າພະເຈົ້າແມ່ນ ແຕ່ລະເມືອງພະຍາຍາມກໍ່ສ້າງຮູບແບບໝູ່ບ້ານວັດທະນະທຳຕິດພັນກັບການທ່ອງທ່ຽວໃຫ້ໄດ້ແຫ່ງໜຶ່ງ. ແຕ່, ເພື່ອກໍ່ສ້າງຮູບແບບນີ້ ແມ່ນຍັງມີຄວາມຫຍຸງຍາກຫຼາຍຢ່າງຄື: ແຫຼ່ງທຶນ, ລະດັບຄວາມຮູ້ຂອງປະຊາຊົນ ແລະ ປະຈຸບັນຍັງບໍ່ທັນມີແຜນນະໂຍບາຍ ເພື່ອໃຫ້ແຂວງປັບປຸງມາດຕະຖານໃຫ້ເໝາະສົມເທື່ອ… ປະຈຸບັນ, ເມືອງຕ່າງໆພວມວາງແຜນການ, ສຳຫຼວດ ແລະ ສ້າງໂຄງການກໍ່ສ້າງຊົນນະບົດໃໝ່”.
ຕຳຫຸກແພພື້ນເມືອງ, ປະກອບສ່ວນພັດທະນາທ່ອງທ່ຽວປະຊາຄົມ
(ພາບ: google.com.vn)
ປະຈຸບັນ, ບ້ານນ້ຳດຳ ຍັງຄົງຮັກສາວັດທະນະທຳທີ່ເປັນເອກະລັກສະເພາະໄດ້ຫຼາຍຢູ່, ເມື່ອພັກເຊົາຢູ່ເຮືອນຂອງປະຊາຊົນ, ນັກທ່ອງທ່ຽວບໍ່ພຽງແຕ່ໄດ້ຮັບປະທານອາຫານພື້ນເມືອງຫຼາຍເຍື່ອງເທົ່ານັ້ນ, ຫາກຍັງມີຄວາມເຂົ້າໃຈຕື່ມອີກກ່ຽວກັບສີສັນວັດທະນະທຳ, ຮີດຄອງປະເພນີ ແລະ ງານບຸນທີ່ເປັນມູນເຊື້ອຂອງຊາດເຜົ່າຢາຄື: ງານບຸນພາວະນາຂໍໃຫ້ຝົນຕົກ, ງານບຸນບູຊາເຂົ້າໃໝ່, ງານແຕ່ງດອງ… ແຂກມາແຫ່ງນີ້ສ່ວນຫຼາຍແມ່ນຢາກເຂົ້າຮ່ວມການເຮັດສວນ, ການເກັບກ່ຽວເຂົ້າ, ແຕ່ງກິນພ້ອມກັບປະຊາຊົນ. ປະຈຸບັນ, ດ້ວຍຮູບແບບທ່ອງທ່ຽວນີ້, ເມື່ອມາຢ້ຽມຢາມບ້ານນ້ຳດຳ, ຕາແສງກວານບ້າ, ນັກທ່ອງທ່ຽວຈະໄດ້ພັກເຊົາ ແລະ ກິນດື່ມໃນຄອບຄົວຂອງປະຊາຊົນ. ຮູບແບບນີ້ໄດ້ສ້າງວຽກເຮັດງານທຳໃຫ້ປະຊາຊົນໃນໝູ່ບ້ານນັບຮ້ອຍຄົນ. ທ່ານ Ly Van Duyen, ບ້ານນ້ຳດຳ, ໃຫ້ຮູ້ວ່າ:
”ນັກທ່ອງທ່ຽວມາ ແລະ ພັກເຊົາໃນໝູ່ບ້ານ, ເມື່ອເຂົາເຈົ້າມີຄວາມຕ້ອງການ, ພວກຂ້າພະເຈົ້າກໍ່ສະແດງສິລະປະ, ຂັບລຳ ເພື່ອໃຫ້ເຂົາເຈົ້າເຫັນໄດ້ສີສັນສະເພາະຂອງຕົນ. ສ່ວນອາຫານແມ່ນອິງຕາມແຕ່ລະຄອບຄົວ, ບາງເທື່ອແມ່ນຊີ້ນໄກ່, ເຂົ້າໜຽວ, ເຫຼົ້າເຂົ້າ… ແຕ່ທັງໝົດລ້ວນແຕ່ໄດ້ຮັບການປຸງແຕ່ຕາມວິທີພິເສດສະເພາະຂອງເຜົ່າຢາວ”.
(ພາບ: google.com.vn)
ການກໍ່ສ້າງໝູ່ບ້ານວັດທະນະທຳທ່ອງທ່ຽວຕິດພັນກັບການກໍ່ສ້າງຊົນນະບົດໃໝ່ຢູ່ບ້ານນ້ຳດຳ ໄດ້ເຮັດໃຫ້ແນວຄິດ, ວິທີທຳມາຫາກິນຂອງຊາວເຜົ່າຢາວຢູ່ທີ່ນີ້ມີການປ່ຽນໃໝ່. ປະຊາຊົນມີສະຕິກວ່າໃນການຮັກສາສີສັນວັດທະນະທຳທີ່ເປັນມູນເຊື້ອ, ເຮັດໃຫ້ທັດສະນີຍຸພາບໃນໝູ່ບ້ານສວຍງາມກວ່າ. ທາງຄົມມະນາຄົມ, ຫໍວັດທະນະທຳປະຊາຄົມກໍ່ໄດ້ຮັບການກໍ່ສ້າງຖາວອນເທື່ອລະກ້າວ. ດ້ວຍຈຸດໝາຍຮອດປີ 2015, ຕາແສງກວານບ້າ ຈະຮັບນັກທ່ອງທ່ຽວໃຫ້ໄດ້ 2000 ເທື່ອຄົນ ແລະ ກາຍເປັນສະຖານທີ່ ທີ່ສ້າງຄວາມດູດດື່ມໃນລາຍການທ່ອງທ່ຽວຕ່າງໆຢູ່ພູພຽງຫີນດົ່ງວັນ. Dang Thi Huong, ປະທານຄະນະກຳມະການປະຊາຊົນຕາແສງກວານບ້າ, ໃຫ້ຮູ້ວ່າ:
”ພໍ່ແມ່ນປະຊາຊົນເຫັນດີສະໜັບສະໜູນທີ່ສຸດ ແລະ ໄດ້ສົມທົບກັນເພື່ອກໍ່ສ້າງໝູ່ບ້ານວັດທະນະທຳ ທ່ອງທ່ຽວ. ປະຈຸບັນ, ພວກຂ້າພະເຈົ້າພວມລົງທຶນກໍ່ສ້າງທາງຄົມມະນາຄົມລະຫວ່າງຕາແສງກັບບ້ານ, ໃນນັ້ນ, ທາງແຂວງ ແລະ ເມືອງສະໜອງວັດສະດຸ, ສ່ວນພໍ່ແມ່ປະຊາຊົນປະກອບແຮງງານໃນການກໍ່ສ້າງ. ຄຽງຂ້າງນັ້ນກໍ່ຂົນຂວາຍເຂົາເຈົ້າບຸລະນະສ້ອມແປງເຮືອນຊານ, ຍົກຍ້າຍຄອກລ້ຽງສັດອອກຈາກເຮືອນ, ຮັບປະກັນອະນາໄມ… ນັກທ່ອງທ່ຽວມາຢ້ຽມຢາມ ແລະ ພັກເຊົາຢູ່ທີ່ນີ້ລ້ວນແຕ່ເຫັນວ່າໝູ່ບ້ານຂຽວ - ສະອາດແທ້ ແຕ່ຍັງຄົງຮັກສາສີສັນວັດທະນະທຳທີ່ເປັນມູນເຊື້ອໄວ້ໄດ້”
ຮ່າຢາງມີຖ້ຳຫຼາຍແຫ່ງ, ແມ່ນຄວາມສາມາດບົ່ມຊ້ອນເພື່ອພັດທະນາການທ່ອງທ່ຽວ
(ພາບ: google.com.vn)
ເພື່ອຂຸດຄົ້ນຄວາມສາມາດບົ່ມຊ້ອນ, ທ່າແຮງຂອງຕົນໃຫ້ໄດ້ນັ້ນ. ໃນໄລຍະຈະມາເຖິງ, ແຂວງຮ່າຢາງ ຈະວາງແຜນກຳນົດໂດຍລະອຽດກ່ຽວກັບການພັດທະນາບັນດາໝູ່ບ້ານທ່ອງທ່ຽວປະຊາຄົມຕິດພັນກັບການກໍ່ສ້າງຊົນນະບົດໃໝ່. ນອກນັ້ນທາງແຂວງກໍ່ຍູ້ແຮງການໂຄສະນາ ເພື່ອຍົກສູງສະຕິຄວາມຮັບຮູ້ກ່ຽວກັບການກໍ່ສ້າງຊົນນະບົດໃໝ່ໃຫ້ປະຊາຊົນ, ເພື່ອໃຫ້ປະຊາຊົນເຂົ້າຮ່ວມການເຄື່ອນໄຫວຕ່າງໆຂອງບັນດາໝູ່ບ້ານວັດທະນະທຳ ທ່ອງທ່ຽວ, ທັງເສີມຂະຫຍາຍຄວາມສາມາດບົ່ມຊ້ອນທີ່ມີຢູ່ແລ້ວຂອງທ້ອງຖີ່ນ, ທັງສ້າງວຽກເຮັດງານທຳ, ສ້າງລາຍຮັບຕື່ມອີກ ແລະ ອະນຸລັກຮັກສາບັນດາຄຸນຄ່າວັດທະນະທຳທີ່ເປັນມູນເຊື້ອອີກດ້ວຍ.