(vovworld) - ໃນຊຸມປີມໍ່ໆມານີ້, ຍາມໃດຟອງດ່ຽນກໍ່ແມ່ນຫົວໜ່ວຍນຳໜ້າກ່ຽວກັບປະສິດທິຜົນຂອງຮູບແບບຂົນຂວາຍແມ່ຍິງເຮັດເສດຖະກິດ, ຈາກນັ້ນປັບປຸງ ແລະ ຍົກສູງຊີວິດການເປັນຢູ່ຂອງເອື້ອຍນ້ອງແມ່ຍິງເທື່ອລະກ້າວ.
ແມ່ຍິງເມືອງຟອງດ່ຽນບົວລະບັດຕົ້ນໝາກນາວ
ເດືອນລະເທື່ອ, ເອື້ອຍນ້ອງແມ່ຍິງໃນສະມາຄົມແມ່ຍິງບ້ານ ເຈື່ອງຮ່ວາ, ຕາແສງເຈື່ອງລອງ, ເມືອງຟອງດ່ຽນ ກໍ່ປະຊຸມກັນຢູ່ເຮືອນເອື້ອຍ ຫງວຽນທິເຮ້, ຫົວໜ້າສາຂາສະມາຄົມເພື່ອປຶກສາຫາລືກ່ຽວກັບແຜນການເຄື່ອນໄຫວ, ແບ່ງປັນບົດຮຽນ, ຊ່ວຍເຫຼືອກັນເຮັດເສດຖະກິດຄອບຄົວ. ໃນການປະຊຸມຄືແນວນັ້ນ, ເອື້ອຍນ້ອງຍັງໄດ້ຮັບຟັງການເຜີຍແຜ່ນະໂຍບາຍກົດໝາຍ ແລະ ຂ່າວໃໝ່ສຸດໃນທ້ອງຖີ່ນ, ຫຼືປຶກສາຫາລືກ່ຽວກັບເລື່ອງປະກອບທຶນໝູນວຽນເພື່ອເປີດກວ້າງການຜະລິດ, ລ້ຽງລູກ… ບັນດາການປະຊຸມເປັນປະຈຳຄືແນວນີ້ນັບມື້ນັບແທດຈິງ, ດັ່ງນັ້ນໄດ້ດຶງດູດທັງຜູ້ຊາຍເຂົ້າຮ່ວມ. ພິເສດ, ບັນດາການປະຊຸມຫວ່າງແລ້ວນີ້ຍັງມີເນື້ອໃນກ່ຽວກັບແຜນການ, ເຕັກນິກບົວລະບັດ, ການຈຳໜ່າຍໝາກນາວບໍ່ມີແກ່ນອີກ. ກ່ອນນີ້, ບັນດາຄອບຄົວຢູ່ເຈື່ອງຮ່ວາ ປູກຜັກ ແລະ ໝາກໄມ້ຫຼາຍຊະນິດ, ການເກັບກ່ຽວກະແຈກກະຈາຍ, ດັ່ງນັ້ນການຈຳໜ່າຍ, ການແລກປ່ຽນດ້ານເຕັກນິກ, ແນວພັນປູກ, ທຶນທຳການຜະລິດກໍ່ປະສົບຄວາມຫຍຸ້ງຍາກຫຼາຍ … ລາຍຮັບພຽງແຕ່ພໍໃຊ້ປະຈຳວັນເທົ່ານັ້ນ, ຫາກບໍ່ມີເງິນເຫຼືອເພື່ອປັບປຸງເງື່ອນໄຂດຳລົງຊີວິດອີກ. ນັບແຕ່ສ້າງຕັ້ງສະຫະກອນ, ຫັນປ່ຽນຮູບແບບປູກຕົ້ນໝາກນາວບໍ່ມີແກ່ນ, ຊີວິດການເປັນຢູ່ຂອງສະມາຊິກສະຫະກອນນັບມື້ນັບໄດ້ຮັບການປັບປຸງ, ເຮັດໃຫ້ເອື້ອຍນ້ອງຮູ້ສຶກເບີກບານມ່ວນຊື່ນຫຼາຍ. ປ້າ ດັ້ງທິທູ, ສະມາຊິກສະຫະກອນ, ຫາກໍ່ປູກຕົ້ນໝາກນາວບໍ່ມີແກ່ນມາເປັນເວລາເກືອບ 2 ປີເທົ່ານັ້ນ, ແຕ່ສາມາດເກັບກ່ຽວໜາກນາວລະດູການທຳອິດໄດ້ແລ້ວ, ປ້າ ທູ ໃຫ້ຮູ້ວ່າ:
“ໝາກນາວທີ່ເກັບກ່ຽວໄດ້ໃນລະດູການໜຶ່ງແມ່ນ 300 – 400 ກິໂລກຼາມ. ນັບແຕ່ຕົ້ນປີມາຮອດປະຈຸບັນສາມາດຫາເງິນໄດ້ 55 ລ້ານດົ່ງຈາກການຂາຍໝາກນາວ. ການລົງທຶນກໍ່ບໍ່ຫຼາຍ. ຂ້າພະເຈົ້າເຫັນວ່າເຂົ້າຮ່ວມສະຫະກອນຄືແນວນີ້ແມ່ນດີກວ່າ. ສະຫະກອນພັດທະນາເຮົາກໍ່ອຸ່ນອ່ຽນໃຈກວ່າ“.
ເອື້ອຍ ຫງວຽນທິເຮ້, ຫົວໜ້າສາຂາສະມາຄົມບ້ານເຈື່ອງຮ່ວາ ກໍ່ແມ່ນໜຶ່ງໃນບັນດາຄອບຄົວປະສົບກັບຄວາມຫຍຸ້ງຍາກ, ຍ້ອນມີລູກຫຼາຍຄົນ, ທີ່ດິນໜ້ອຍ ແລະ ຂາດວຽກເຮັດງານທຳ. ປີ 2012, ເອື້ອຍ ເຮ້ ເລີ່ມປູກຕົ້ນໝາກນາວບໍ່ມີແກ່ນທົດລອງໃນເນື້ອທີ່ 3.000 ຕາແມັດ, ພາຍຫຼັງ 18 ເດືອນກໍ່ສາມາດເກັບກ່ຽວໝາກນາວໄດ້, ອັນໄດ້ຊ່ວຍໃຫ້ຄອບຄົວເອື້ອຍຫຼຸດພົ້ນອອກຈາກຄວາມທຸກຍາກ ນັບແຕ່ລະດູການເກັບກ່ຽວໝາກນາວທຳອິດ. ຈາກຜົນງານໃນເບື້ອງຕົ້ນ, ເອື້ອຍໄດ້ແບ່ງປັນບົດຮຽນ ແລະ ປຶກສາກັບສະມາຄົມຂັ້ນເທິງ ເພື່ອສ້າງເງື່ອນໄຂ, ໃຫ້ເອື້ອຍນ້ອງກູ້ຢືມທຶນ, ສ້າງກອງທຶນທີ່ດິນ, ຊ່ວຍໃຫ້ເອື້ອຍນ້ອງຫຼຸດພົ້ນອອກຈາກຄວາມທຸກຍາກຄືຕົນ:
“ຂ້າພະເຈົ້າເຮັດວຽກງານຂະບວນການແມ່ຍິງ, ຖ້າເຮັດໄດ້ກໍ່ຂົນຂວາຍໃຫ້ເອື້ອຍນ້ອງພ້ອມກັນເຮັດເພື່ອສ້າງລາຍຮັບ, ສ້າງວຽກເຮັດງານທຳເປັນປົກກະຕິໃຫ້ຄອບຄົວ. ຮອດຍາມເກັບກ່ຽວໝາກນາວ, ຂ້າພະເຈົ້າກໍ່ເຊັນສັນຍາຊື້ຂາຍກັບບໍລິສັດເພື່ອຮັບປະກັນລາຄາເປັນປົກກະຕິໃຫ້ແກ່ຊາວກະສິກອນ“.
ໝາກນາວບໍ່ມີແກ່ນໂດຍເອື້ອຍນ້ອງແມ່ຍິງບ້ານເຈື່ອງຮ່ວາປູກ
ເຂົ້າຮ່ວມຮູບແບບປູກຕົ້ນໝາກນາວບໍ່ມີແກ່ນ, ເອື້ອຍນ້ອງຍັງໄດ້ຮັບການໜູນຊ່ວຍດ້ານບົດຮຽນໃນການຜະລິດ, ໄດ້ກູ້ຢືມທຶນເພື່ອຊື້ຝຸ່ນ, ອຸປະກອນ, ກໍ່ຄືໄດ້ຮັບການໜູນຊ່ວຍເບ້ຍໄມ້, ເຕັກນິກຈາກຫ້ອງການກະສິກຳອີກດ້ວຍ. ຖ້າຫາກວ່າປີ 2012, ສະຫະກອນມີສະມາຊິກພຽງ 10 ຄົນ, ດ້ວຍເນື້ອທີ່ 3 ກວ່າເຮັກຕາ, ຮອດປີ 2013, ມີສະມາຊິກ 14 ຄົນ ແລະ ຮອດປະຈຸບັນໄດ້ມີສະມາຊິກເຖິງ 30 ຄົນ, ດ້ວຍເນື້ອທີ່ດິນ 15 ເຮັກຕາ, ປູກຕົ້ນໝາກນາວບໍ່ມີແກ່ນ 13.600 ຕົ້ນ. ມີຫຼາຍຄອບຄົວຍັງປູກຜັກ ແລະ ພືດໄລຍະສັ້ນຕື່ມອີກເພື່ອເພີ່ມລາຍຮັບ, ຫຼຸດຜ່ອນຄ່າໃຊ້ຈ່າຍ.
ການປ່ຽນແປງຮູບແບບການຜະລິດຈາກຮູບແບບເສດຖະກິດຄອບຄົວຫັນເປັນຮູບແບບເສດຖະກິດລວມໝູ່ ກໍ່ແມ່ນໜຶ່ງໃນບັນດາມາດຖານສຳຄັນຂອງໂຄງການກໍ່ສ້າງຊົນນະບົດໃໝ່. ທ່ານນາງ ຫວໍທິທວາ, ຮອງປະທານຜູ້ປະຈຳການສະຫະພັນແມ່ຍິງນະຄອນ ເກິ່ນເທີ, ໃຫ້ຮູ້ວ່າ:
“ໄລຍະຜ່ານມາ, ສະມາຄົມສ້າງໄດ້ຫຼາຍຮູບແບບຄື: ຮູບແບບໜ່ວຍສະຫະກອນ, ໜ່ວຍປະສົມ…ໃນຕໍ່ໜ້າຈະພັດທະນາເປັນສະຫະກອນ. ຄາດວ່າຮອດປີ 2016 ຈະມີສະຫະກອນຕື່ມອີກແຕ່ 1-2 ແຫ່ງ“.
ບັນດາຮູບແບບເສດຖະກິດລວມໝູ່ໂດຍແມ່ຍິງເປັນເຈົ້າຂອງ, ຂອງສະມາຄົມແມ່ຍິງນະຄອນເກິ່ນເທີ ທຸກຂັ້ນ ນັບມື້ນັບເປັນການຢືນຢັນໃຫ້ເຫັນວ່າ ນີ້ແມ່ນທິດທາງທີ່ເໝາະສົມ. ຮູບແບບນີ້ທັງມຸ່ງໄປເຖິງຈຸດປະສົງຊ່ວຍເຫຼືອເອື້ອຍນ້ອງສະມາຊິກສະມາຄົມແມ່ຍິງໃຫ້ຫຼຸດພົ້ນອອກຈາກຄວາມທຸກຍາກຢ່າງໝັ້ນຄົງ, ທັງປະກອບສ່ວນຢ່າງຕັ້ງໜ້າ ພ້ອມກັບທ້ອງຖີ່ນປະຕິບັດສຳເລັດບັນາມາດຖານກໍ່ສ້າງຊົນນະບົດໃໝ່.